ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ຕ້ອງການໃຫ້ນັກທຸລະກິດລາວ ຮັບຜິດຊອບ ແລະປະກອບສ່ວນ ໃນການພັດທະນາ ດ້ວຍການລົງທຶນ ໃນໂຄງການຂອງລັດ


ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ .
ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ .

ນາຍົກລັດຖະມົນຕີ ຕ້ອງການໃຫ້ນັກທຸລະກິດລາວ ຮັບຜິດຊອບ ແລະປະກອບ ສ່ວນເຂົ້າໃນການພັດທະນາດ້ວຍການນຳໃຊ້ເງິນລົງທຶນຂອງພວກເຂົາເຈົ້າເອງ ເຂົ້າໃນບັນດາໂຄງການພັດທະນາຕ່າງໆໃນລາວ ໃຫ້ຫຼາຍຂຶ້ນ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງການຮຽກຮ້ອງໃນໂອກາດກອງປະຊຸມສະພາການຄ້າແລະອຸດສາຫະກຳແຫ່ງ ສປປ ລາວ ເມື່ອບໍ່ນານມານີ້ ວ່າ ພາກທຸລະກິດເອກະຊົນລາວ ຈະຕ້ອງປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໃຫ້ຫຼາຍຂຶ້ນ ດ້ວຍການນຳໃຊ້ເງິນລົງທຶນຂອງຕົນເອງ ເຂົ້າໃນໂຄງການພັດທະນາຕ່າງໆຂອງລັດຖະບານໃນທົ່ວປະເທດ ໂດຍນອກຈາກຈະເປັນການຊ່ວຍເສີມສ້າງລາຍຮັບ ໃຫ້ກັບລັດຖະບານແລ້ວ ກໍຍັງຈະເປັນການຊ່ວຍແບ່ງເບົາພາລະຂອງລັດຖະບານທີ່ກຳລັງປະເຊີນບັນຫາຂາດແຄນດ້ານງົບປະມານຢ່າງໜັກອີກດ້ວຍ ຍ້ອນວ່າ ໃນໄລຍະຜ່ານມາ ພາກທຸລະກິດເອກະຊົນລາວ ລ້ວນແຕ່ຫວັງຜົນປະໂຫຍດຈາກງົບປະມານຂອງລັດຖະບານເປັນດ້ານຫລັກ ແຕ່ເມື່ອລັດຖະບານມີເງິນທຶນຢ່າງຈຳກັດ ຈຶ່ງເຮັດໃຫ້ໂຄງການພັດທະ ນາຕ່າງໆ ຕ້ອງຢຸດສະຫງັກໄປດ້ວຍ ເພາະສະນັ້ນ ຈຶ່ງຕ້ອງການໃຫ້ພາກເອກະຊົນລາວ ເຂົ້າມາປະກອບສ່ວນດ້ວຍເງິນທຶນຂອງຕົນເອງຫຼາຍຂຶ້ນ ດັ່ງທີ່ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ພວກທ່ານເອົາໄປເຮັດທາງ ຮັບເອົາເງິນທີ່ລັດຖະບານຈ່າຍໃຫ້ພວກທ່ານຫັ້ນ ມັນຍາດກັນເກີນ 33 ພັນຕື້ ສິເຮັດແນວໃດ ຈະໃຫ້ລັດຖະບານຮັ່ງ ບໍ່ມີທາງ ມັນຕ້ອງພວກທ່ານລົງທຶນເອງ ສ້າງທາງດ່ວນ ສ້າງແລ້ວແມ່ນລົດແລ່ນທາງດ່ວນ ພວກທ່ານເກັບຄ່າທາງດ່ວນ ແລ້ວພວກທ່ານກໍເສຍພາສີ ເສຍອາກອນ ໃຫ້ລັດຖະບານ ໄດ້ມາຈາກທາງດ່ວນ ອັນນັ້ນແມ່ນລັດຖະບານບໍ່ໄດ້ລົງທຶນ ລັດຖະບານຈັງມີທຶນສະສົມ ອັນນີ້ຄືເວົ້າວ່າ ເອົາມາແມະໆ ສິເອົາມາໄດ້ເທົ່າໃດ ໄປສຳຫຼວດເບິ່ງແມະໃນແຕ່ລະປີ ອັນນີ້ຢາກໃຫ້ປ່ຽນແທ້ໆ ແນວຄິດອັນນີ້ ສ້າງແຫລ່ງລາຍຮັບໃໝ່ໃຫ້ລັດຖະບານ ອັນນີ້ ລັດຖະບານຈັງມີທຶນສະສົມ.”

ເງິນກີບຂອງ ສປປ ລາວ
ເງິນກີບຂອງ ສປປ ລາວ

ສຳລັບໃນປີ 2020-2021 ກໍມີເຖິງ 184 ໂຄງການທີ່ລັດຖະບານລາວ ຕ້ອງການໃຫ້ພາກທຸລະກິດເອກະຊົນລາວ ຮ່ວມລົງທຶນດ້ວຍ ໂດຍສະເພາະແມ່ນໃນດ້ານຄົມມະນາຄົມ-ຂົນສົ່ງ ພະລັງງານໄຟຟ້າ ແລະການຂຸດຄົ້ນແຮ່ທາດ ອັນເປັນຂະແໜງທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ກັບລັດຖະບານລາວ ໄດ້ສະເລ່ຍເຖິງ 2,000 ລ້ານໂດລາໃນແຕ່ລະປີ ຫາກແຕ່ວ່າ ດ້ວຍການລະບາດໄວຮັສໂຄວິດ-19 ຈຶ່ງເຮັດໃຫ້ມີບໍລິສັດເອກະຊົນຕ່າງຊາດທີ່ເຂົ້າມາລົງທຶນໃນ 23 ໂຄງການ ມີມູນຄ່າລົງທຶນ 2,064 ລ້ານໂດລາໃນປີ 2020 ຫລຸດລົງຫຼາຍກວ່າ 80 ເປີເຊັນ ທຽບໃສ່ປີ 2019 ທັງຍັງໄດ້ນຳເງິນທຶນຕົວຈິງເຂົ້າມາລາວ ພຽງ 350 ລ້ານໂດລາ ຫຼື 17 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ.

ທັງນີ້ ນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດ ເພື່ອຮັບຜິດຊອບການສົ່ງເສີມພາກທຸລະກິດເອກະຊົນລາວແລະຕ່າງຊາດໃຫ້ຮ່ວມລົງທຶນໃນໂຄງການພັດທະນາຂະໜາດໃຫຍ່ຂອງລັດຖະບານຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ Logistic ທີ່ເຊື່ອມຕໍ່ລາວກັບປະເທດສະມາຊິກອາຊຽນດ້ວຍກັນນັ້ນ ລັດຖະບານໄດ້ໃຫ້ຄວາມສຳຄັນເປັນພິເສດໂດຍຈະໃຫ້ການສົ່ງເສີມທັງໃນຮູບແບບການຮ່ວມທຶນລະຫວ່າງລັດ ກັບເອກະຊົນ (PPP) ແລະຮູບແບບທີ່ເອກະຊົນລົງ ທຶນ 100 ເປີເຊັນ ເພື່ອເກັບເອົາຜົນປະໂຫຍດຈົນຄົບສັນຍາສຳປະທານ ແລ້ວຈຶ່ງໂອນໂຄງການໃຫ້ລັດຖະບານລາວ (BOT) ໂດຍສະເພາະໂຄງການພັດທະນາທີ່ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ໃນລາວນັ້ນ ລັດຖະບານລາວ ໄດ້ໃຫ້ການສົ່ງ ເສີມການລົງທຶນເປັນບູລິມະສິດ ຊຶ່ງບໍລິສັດຈີນ ໄດ້ລົງທຶນໃນ 28 ໂຄງການພັດ ທະນາຂອງລັດຖະບານລາວ ທີ່ມີມູນຄ່າລົງທຶນເກີນກວ່າ 2,500 ລ້ານໂດລາໃນປີ 2021 ອັນເຮັດໃຫ້ຈີນຍັງເປັນຜູ້ລົງທຶນລາຍໃຫຍ່ ທີ່ສຸດໃນລາວ ທີ່ມີມູນຄ່າລົງທຶນ ລວມຫຼາຍກວ່າ 16,000 ລ້ານໂດລາ ໃນ 815 ໂຄງການ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງທະນາຄານແຫ່ງຊາດລາວ ເປີດເຜີຍວ່າ ການລະບາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວ ຢ່າງໜັກໜ່ວງທີ່ສຸດ ຊຶ່ງໃນປັດຈຸບັນນີ້ ປາກົດມີບໍລິສັດເອກະຊົນທີ່ດຳເນີນທຸລະກິດການທ່ອງທ່ຽວ ໂຮງແຮມ-ບ້ານພັກ ແລະບໍລິສັດພັດທະນາແຫລ່ງທ່ອງທ່ຽວຫຼາຍກວ່າ 5,000 ລາຍ ທີ່ໄດ້ຂໍເລື່ອນການຊຳຫລະໜີ້ໃຫ້ກັບທະນາຄານຕ່າງໆໃນປີ 2022.

ສ່ວນທ່ານຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຢືນຢັນວ່າ ການທຸຈະລິດໃນວົງການພັກ-ລັດ ທີ່ຍັງເປັນບັນຫາສຳຄັນທີ່ຈະຕ້ອງດຳເນີນມາດຕະການປ້ອງກັນ ແລະປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນການທຸຈະລິດໃນໂຄງການພັດທະນາຂອງລັດຖະບານ ທີ່ການກວດກາ 247 ໂຄງການເປົ້າໝາຍໃນຊ່ວງປີ 2019-2021 ພົບວ່າ ການທຸຈະລິດເຮັດໃຫ້ລັດຖະບານເສຍຫາຍຫຼາຍກວ່າ 5,282 ຕື້ກີບ ແລະເຮັດໃຫ້ຕ້ອງກວດກາຢ່າງລະອຽດ ໃຫ້ໄດ້ທຸກໂຄງການ ເພາະຜ່ານມາກວດກາໄດ້ພຽງ 10 ໂຄງການເທົ່ານັ້ນ.

XS
SM
MD
LG