ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ເບັນຈາມິນ ເນຕັນຢາຮູ ພວມປະເຊີນ ກັບການທ້າທ້າຍ ຢ່າງໜັກ ໃນການເລືອກຕັ້ງ ສະພາ

ພວກຄົນທົ່ວໄປ ຍ່າງຜ່ານປ້າຍໂຄສະນາຫາສຽງ ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ, ຊ້າຍ, ຢູ່ຄຽງຂ້າງກັບ ປ້າຍຂອງ ບັນດາຜູ້ນຳພັກສີຟ້າແລະຂາວ, ຈາກຊ້າຍຫາຂວາ, ທ. ໂມຊີ ຢາລອນ, ທ. ເບັນນີ ແກ້ນຊ໌, ທ. ແຢຣ ລາພີດ ແລະ ທ. ກາບີ ອາຊເຄນາຊີ, ໃນນະຄອນ ແທລ ອາວີບ ຂອງ ອິສຣາແອລ, ວັນທີ 3 ເມສາ 2019.

ຊາວອິສຣາແອລກຳລັງພາກັນໄປໃຊ້ສິດອອກສຽງ ໃນວັນອັງຄານມື້ນີ້ ໃນການເລືອກ
ຕັ້ງສະພາຊຸດໃໝ່ ໂດຍທີ່ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ກຳອຳນາດມາ
ຍາວນານໄດ້ນຶ່ງທົດສະວັດ​ ຊຶ່ງຖືກວາງ​ເປັນ​ເດີມ​ພັນ ໃນ​ຂະ​ນະທີ່ທ່ານກຳລັງປະເຊີນ
ໜ້າ ກັບການທ້າ​ທາຍ​ຢ່າງໜັກໜ່ວງຈາກ ອະດີດຜູ້ ບັນຊາການກອງທັບ ທ່ານເບັນນີ
ແກ້ນຊ໌

ກ່ອນໜ້າການລົງຄະແນນສຽງນັ້ນ ການຢັ່ງຫາງສຽງໄດ້ຊີ້ໃຫ້​ເຫັນວ່າ ພັກລີຄູດ ຂອງ
ທ່ານເນຕັນຢາຮູ ແລະ ພັກ ສີຟ້າແລະຂາວ ຂອງທ່ານແກ້ນຊ໌ ໄດ້ຊະນະ ບ່ອນນັ່ງ ຢູ່ໃນ
ສະພາຊ່ຳໆກັນ ໃນຈຳນວນສະມາຊິກທັງໝົດ 120 ຄົນໃນສະພາ ຄແນສເສັດ
(Knesset). ຖ້າອັນນັ້ນເກີດຂຶ້ນແທ້ ທ່ານເນຕັນຢາຮູ ອາຍຸ 69 ປີ ມີທ່າທາງວ່າ ອາດ
ຈະຊະນະສະໄໝທີ 5 ໃນການຈັດຕັ້ງລັດຖະບານປະສົມກັບ ພັກການເມືອງນ້ອຍໆ
ທີ່ຫົວນິຍົມຂວາ ຊຶ່ງເປັນພັນທະມິດກັບທ່ານ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ, ຜູ້ນຳພັກລີຄູດ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ທີ່ຕະຫຼາດໃຫຍ່ ຂອງນະຄອນ ເຈຣູຊາແລັມ, ວັນທີ 8 ເມສາ 2019.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ, ຜູ້ນຳພັກລີຄູດ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ທີ່ຕະຫຼາດໃຫຍ່ ຂອງນະຄອນ ເຈຣູຊາແລັມ, ວັນທີ 8 ເມສາ 2019.

ໃນຂະນະທີ່ການໂຄສະນາຫາສຽງໄລຍະຫຼາຍເດືອນຜ່ານມາໃກ້ຈະຍຸຕິລົງ ທ່ານ
ເນຕັນຢາຮູ ອີກຄັ້ງນຶ່ງ ໄດ້ຢ້ຳເຕືອນ ພວກມີສິດອອກສຽງ ກ່ຽວກັບການມີສາຍສຳພັນ
ທີ່ໃກ້ຊິດ ກັບປະທານາທິບໍດີ ສະຫະລັັດ ທ່ານດໍໂນລ ທຣຳ ຂອງທ່ານ ນັ້ນ. ທ່ານໄດ້
ຂອບອົກຂອບໃຈຜູ້ນຳສະຫະລັດໂດຍເອີ່ຍວ່າ “ເພື່ອນທີ່ຮັກແພງ” ສຳລັບການຕອບ
ສະໜອງ ໃນວັນຈັນວານນີ້ ຕໍ່ການ “ຮຽກຮ້ອງຂອງຂ້າພະເຈົ້າ” ເພື່ອໃຫ້ລະບຸ ກອງ
ພິ​ທັກ​ປະ​ຕິ​ວັດຂອງອີຣ່ານຫຼືເອີ້ນຫຍໍ້ວ່າ IRG ເປັນອົງການກໍ່ການຮ້າຍ.

ໃນການດຳລົງຕຳແໜ່ງເປັນປະທານາທິບໍດີ ໄລຍະສອງປີຜ່ານມາ ທ່ານທຣຳ ກໍໄດ້
ຍິນຍອມຕໍ່ການຮຽກຮ້ອງອື່ນໆຂອງທ່ານເນຕັນຢາຮູ ລວມທັງ ການປະກາດ ໃຫ້ເຂດ
ແດນພູພຽງໂກລານຂອງຊີເຣຍ ຢູ່​ພາຍ​ໃຕ້ອະທິປະໄຕຂອງປະເທດອິສ ຣາແອລ ຊຶ່ງ
ເປັນເຂດແດນທີ່ໄດ້ຖືກຢຶດມາ​ໄດ້ໃນປີ 1967 ໂດຍສົງຄາມ 6 ວັນ ການຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງອິສຣາແອລ ແລະການຍ້າຍສະຖານທູດ
ສະຫະລັດ ຈາກນະຄອນແທລ ອາວີບ ແລະການຖອນສະຫະ ລັດອອກຈາກຂໍ້ຕົກລົງ
ປີ 2015 ທີ່ຢັບຢັ້ງໂຄງການພັດທະນາອາວຸດນິວເຄລຍ ຂອງອີຣ່ານ.

ເບັນນີ ແກ້ນຊ໌, ຜູ້ນຳພັກສີຟ້າແລະຂາວ, ຖ່າຍພາບ ແຊລຟີ້ ກັບພວກສະໜັບສະໜຸນທ່ານ ຢູ່ດ້ານນອກສຳນັກງານໃຫຍ່ຂອງພັກ ໃນນະຄອນ ແທລ ອາວີບ ຂອງອິສຣາແອລ, ວັນທີ 8 ເມສາ 2019.
ເບັນນີ ແກ້ນຊ໌, ຜູ້ນຳພັກສີຟ້າແລະຂາວ, ຖ່າຍພາບ ແຊລຟີ້ ກັບພວກສະໜັບສະໜຸນທ່ານ ຢູ່ດ້ານນອກສຳນັກງານໃຫຍ່ຂອງພັກ ໃນນະຄອນ ແທລ ອາວີບ ຂອງອິສຣາແອລ, ວັນທີ 8 ເມສາ 2019.

ທ່ານເນຕັນຢາຮູ ທີ່ພວມປະເຊີນກັບ ຂໍ້ກ່າວຫາຕ່າງໆ ໃນການສໍ້ລາດບັງຫຼວງ ກໍໄດ້
ເຄື່ອນໄຫວເພື່ອລະດົມສຽງສະໜັບສະໜຸນຈາກ​ພວກຫົວອານຸລັກນິຍົມຂອງ ທ່ານ
ໂດຍປະຕິຍານວ່າ ຈະປະ​ກາດ​ຮວມເອົາເຂດຕັ້ງຖິ່ນຖານ​ຕ່າງໆ ຢູ່ໃນເຂດ​ຢຶດຄອງ
ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ຊຶ່ງເປັນການເຄື່ອນໄຫວ ທີ່ຖ້າເຮັດ
ໄປໃນລະດັບຂະໜາດໃຫຍ່ ອາດຕັດຄວາມຫວັງຂອງການກໍ່ຕັ້ງ ປະເທດປາແລສໄຕນ໌
ທີ່ເປັນເອກກະລາດ ໂດຍຈະຢູ່ຄຽງຂ້າງກັບອິສຣາແອລ ໄປຢ່າງສິ້ນເຊີງ.

“ຜູ້ໃດແດ່ ສາມາດເຮັດແບບນີ້ໄດ້? ຜູ້ໃດສາມາດເຮັດແນວນີ້? ມາເລີຍ. ແທ້ໆເລີຍ”
ນັ້ນແມ່ນຄຳເວົ້າຂອງທ່ານເນຕັນຢາຮູ ທີ່ໄດ້ກ່າວໄປ ໂດຍວາດພາບທ່ານເອງ ໃຫ້ເປັນ
ໃບໜ້າຂອງອິສຣາແອລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG