ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂຸດຄົ້ນ ແຮ່ທາດ ຊ່ວຍຂັບດັນ ໃຫ້ເສດຖະກິດລາວ ຂະຫຍາຍຕົວ


ທອງແດງທີ່ຂຸດຄົ້ນຈາກບໍ່ແຮ່ເຊໂປນ
ທອງແດງທີ່ຂຸດຄົ້ນຈາກບໍ່ແຮ່ເຊໂປນ
ນາຍົກລັດຖະມົນຕີລາວຍອມຮັບວ່າ ເສດຖະກິດທີ່ຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຜົນມາຈາກການຂຸດຄົ້ນຊັບພະ
ຍາກອນທໍາມະຊາດຂຶ້ນມາໃຊ້ຢ່າງຫຼວງຫຼາຍ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງຍອມຮັບຕໍ່ກອງປະຊຸມສະ
ໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ 7 ທີ່ໄດ້ສິ້ນສຸດການປະຊຸມລົງຢ່າງເປັນ
ທາງການໃນວັນທີ 26 ກໍລະກົດທີ່ຜ່ານມາ ວ່າ ການຈັດຕັ້ງປະຕິບັດ ແຜນການພັທະນາ
ເສດຖະກິດແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ເຖິງແມ່ນວ່າ
ຈະມີໝາກຜົນທີ່ພົ້ນເດັ່ນເກີດຂຶ້ນໃນຫຼາຍດ້ານ ເຊັ່ນ ທາງດ້ານເສດຖະກິດກໍປາກົດວ່າ ຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 8.2% ຕໍ່ປີ ແລະ
ສາມາດຄິດສະເລ່ຍເປັນລາຍຮັບຂອງປະ ຊາກອນລາວໄດ້ປະມານ 1,500 ໂດລາ ຕໍ່ຄົນ
ໃນປັດຈຸບັນນີ້.

ການເສຍຄ່າທໍານຽມໃນການຂຸດຄົ້ນບໍ່ແຮ່ ຂອງບໍລິສັດບໍ່ແຮ່ເຊໂປນ
ການເສຍຄ່າທໍານຽມໃນການຂຸດຄົ້ນບໍ່ແຮ່ ຂອງບໍລິສັດບໍ່ແຮ່ເຊໂປນ

ສ່ວນໃນດ້ານການເງິນນັ້ນ ລັດຖະບານລາວກໍສາມາດເພີ່ມ
ມູນຄ່າຂອງທຶນສໍາຮອງ ເງິນຕາຕ່າງປະເທດໄດ້ເທົ່າກັບ
ການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 5 ເດືອນ ແລະກໍຍັງສາມາດລະດົມການລົງທຶນໄດ້ໃນມູນຄ່າລວມເຖິງ
85,147 ຕື້ ກີບ ຫຼືເທົ່າກັບ 67.05% ຂອງແຜນການ 5 ປີ ທີ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດນັບ ແຕ່ປີ 2011 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2015 ນັ້ນກໍຕາມ.

ຫາກແຕ່ ທ່ານທອງສິງ ກໍຍອມຮັບວ່າປັດໄຈທີ່ສໍາຄັນທີ່ຊຸກຍູ້
ໃຫ້ເສດຖະກິດລາວ ມີ ການຂະຫຍາຍຕົວເພີ່ມຂຶ້ນດັ່ງກ່າວນີ້ ກໍແມ່ນການຂະຫຍາຍຕົວ
ຂອງການຜະລິດ ໃນພາກອຸດສາຫະກໍາການຂຸດຄົ້ນແຮ່ທາດ ແລະການຜະລິດໃນພາກ
ພະລັງງານທີ່ ກໍາລັງມີການກໍ່ສ້າງເຂື່ອນຫຼາຍໂຄງການຢູ່ໃນລາວເວລານີ້ ຊຶ່ງກໍໝາຍຄວາມ
ວ່າ ການພັດທະນາທາງເສດຖະກິດຂອງລາວໄດ້ມີການຂຸດຄົ້ນແລະທໍາລາຍຊັບພະຍາ ກອນທໍາມະຊາດໄປຢ່າງຫຼວງຫຼາຍດ້ວຍນັ້ນເອງ ດັ່ງທີ່ທ່ານທອງສິງ ໄດ້ຖະແຫຼງ ຍອມຮັບວ່າ:

ເສດຖະກິດແຫ່ງຊາດ ເຖິງວ່າຈະມີການເຕີບໂຕແລະຕໍ່ເນື່ອງ ແຕ່ພື້ນຖານ
ກໍຍັງ ບໍ່ທັນໜັກແໜ້ນ ພື້ນຖານການຜະລິດບໍ່ທັນຫຼາຍ ຍັງອາໄສການຂຸດຄົ້ນ
ຊັບພະຍາ ກອນທໍາມະຊາດແລະການສົ່ງອອກວັດຖຸດິບ ເປັນຕົ້ນຕໍ ການຄຸ້ມ
ຄອງແລະນໍາໃຊ້ ຊັບພະຍາກອນທໍາມະຊາດ ຍັງບໍ່ທັນຮັບປະກັນຄວາມຍືນຍົງ
ຖາວອນ ແລະບໍ່ເປັນ ມິດຕໍ່ສິ່ງແວດລ້ອມ.”


ທາງການກະຊວງພະລັງງານ ແລະບໍ່ແຮ່ ລາຍງານວ່າ ໃນປີ 2012 ທີ່ຜ່ານມາ ການສົ່ງ
ອອກຜະລິດພັນໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດຂອງລາວ ມີມູນຄ່າ ລວມຫຼາຍກວ່າ
1,630 ລ້ານໂດລາ ໂດຍຄິດເປັນສັດສ່ວນ ເຖິງ 65% ຂອງ ມູນຄ່າການສົ່ງອອກທັງໝົດ
ຂອງລາວໃນປີດັ່ງກ່າວ ທັງຍັງຄິດເປັນອັດຕາທີ່ເພີ່ມ ຂຶ້ນຈາກປີ 2011 ໃນລະດັບທີ່ເກີນ
ກວ່າ 15% ແລະຈາກທ່າອຽງດັ່ງກ່າວນີ້ ກໍຍັງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ການສົ່ງ
ອອກແຮ່ທາດໃນປີ 2013 ກໍຍັງ ຈະມີມູນຄ່າເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ 2,000 ລ້ານໂດລາ ອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າງກໍເຮັດໃຫ້ທະນາຄານໂລກໄດ້ສະເໜີການຄາດໝາຍ ກ່ຽວກັບການພັດທະນາທາງເສດຖະກິດຂອງລາວໃນປີ 2013 ນີ້ ວ່າພາກອຸດສາ ຫະກໍາຂຸດຄົ້ນແຮ່ທາດຍັງຈະມີສ່ວນຢ່າງສໍາຄັນຕໍ່ການຊຸກຍູ້ໃຫ້ເສດຖະກິດຂອງ ລາວຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ ທີ່ສູງຂຶ້ນ ເຊັ່ນດຽວກັນກັບປີ 2012 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ທັງທະນາຄານໂລກກໍໄດ້ເຕືອນວ່າການພັດທະນາທາງເສດຖະ ກິດໃນລາວທີ່ມີການຂຸດຄົ້ນຊັບພະຍາກອນທໍາມະຊາດຢ່າງຫຼວງຫຼາຍນັ້ນ ຈະບໍ່ສົ່ງ ຜົນດີຕໍ່ການພັດທະນາເສດຖະກິດໄລຍະຍາວ ເພາະບໍ່ພຽງແຕ່ຈະເຮັດໃຫ້ຊັບພະຍາ ກອນທໍາມະຊາດຕ້ອງລົດນ້ອຍຖອຍລົງໄປເລື້ອຍໆເທົ່ານັ້ນ ຫາກແຕ່ກໍຍັງຈະສົ່ງ ຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນລາວອີກດ້ວຍ ໂດຍສະເພາະແມ່ນ ການຕັດໄມ້ທໍາລາຍປ່າ ແລະການຂຸດຄົ້ນແຮ່ທາດນັ້ນ.

ໃນປັດຈຸບັນນີ້ ລາວໄດ້ອະນຸມັດສໍາປະທານການສໍາຫຼວດແລະຂຸດຄົ້ນບໍ່ແຮ່ໃນລາວ ໃຫ້ກັບບັນດາບໍລິສັດເອກກະຊົນລາວແລະຕ່າງຊາດໄປແລ້ວ ເຖິງ 200 ບໍລິສັດ ໃນ 300 ກວ່າໂຄງການໃນທົ່ວປະເທດ ໂດຍໃນນີ້ກໍມີຢູ່ເຖິງ 99 ໂຄງການທີ່ໄດ້ ຂຸດຄົ້ນແລະ
ສົ່ງອອກແຮ່ທາດໄປຕ່າງປະເທດແລ້ວ.
XS
SM
MD
LG