ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປູກພືດອຸດສາຫະກໍາ ເພື່ອການສົ່ງອອກ ກ​ໍ​ເປັນ​ທຸ​ລະ​ກິດ​ອີກ​ແນວ​ນຶ່ງ ຂອງ​ຄົນ​ລາວ


ພາບ ທີ່ໄດ້ຮັບການສະໜອງໂດຍ ຊາວສວນຢາງພາລາ, ແຂວງບໍລິຄໍາໄຊ.
ພາບ ທີ່ໄດ້ຮັບການສະໜອງໂດຍ ຊາວສວນຢາງພາລາ, ແຂວງບໍລິຄໍາໄຊ.

ພືດອຸດສາຫະກໍາຢູ່ໃນ ສປປ ລາວ ແມ່ນທຸລະກິດນຶ່ງ ທີ່ສໍາຄັນສໍາລັບການສົ່ງອອກຂອງປະເທດ, ເຊິ່ງປັດຈຸບັນ ການຂະຫຍາຍການປູກຝັງ ກໍາລັງໄດ້ຮັບຄວາມນິຍົມຢູ່ພາຍໃນ ໂດຍສະເພາະແມ່ນບັນດາທຸລະກິດແບບຄອບຄົວ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການປູກພືດອຸດສາຫະກໍາຢູ່ໃນ ສປປ ລາວ ກໍາລັງເປັນທີ່ນິຍົມຫຼາຍ, ເຊິ່ງສ່ວນຫຼາຍ ຈະເປັນສິນຄ້າຫຼັກຂອງຕະຫຼາດການສົ່ງອອກ ເຊັ່ນ ປະເພດການກະສິກໍາ ທີ່ໃຫ້ຜົນຕອບແທນໃນໄລຍະຍາວ.

ຜູ້ປະກອບການສວນຢາງພາລາທ່ານນຶ່ງ ທີ່ມີສວນຢາງພາລາຕັ້ງຢູ່ແຂວງບໍລິຄໍາໄຊ ໃນເນື້ອທີ່ດິນ 20 ກວ່າເຮັກຕ້າໂດຍມີຕົ້ນຢາງພາລາທັງໝົດ 7,000 ກ່ວາຕົ້ນ, ເຊິ່ງເພິ່ນປູກມາໄດ້ເກືອບ 10 ປີແລ້ວ.

ເພິ່ນກ່າວວ່າ ເຫດຜົນທີ່ເພິ່ນໃຫ້ຄວາມສໍາຄັນໃນການປູກຢາງພາລາ ເນື່ອງຈາກເປັນພືດອຸດສາຫະກໍາ ທີ່ຕະຫຼາດມີຄວາມຕ້ອງການຢູ່ຕະຫຼອດ ໂດຍສະເພາະແມ່ນຕະຫຼາດຢູ່ຕ່າງປະເທດ, ນອກຈາກນັ້ນ ຕົ້ນຢາງພາລາ ຍັງເປັນຕົ້ນໄມ້ທີ່ເບິ່ງແຍງງ່າຍ ເໝາະສົມກັບສະພາບດິນຢູ່ໃນຂົງເຂດແຫ່ງນີ້ ແລະມີອາຍຸຍາວນານ.

ສໍາລັບຕົ້ນຢາງພາລາ ເປັນປະເພດຕົ້ນໄມ້ທີ່ໃຫ້ຢາງ, ສາມາດເກັບກ່ຽວໄດ້ ຕະ ຫຼອດປີ ເຊິ່ງຊ່ວງເວລາທີ່ໃຫ້ຜົນຜະລິດຫຼາຍ ຈະເປັນຊ່ວງຍາມເດືອນຕຸລາ ຫາ ເດືອນກຸມພາ, ສ່ວນຍາມຮ້ອນ ແມ່ນຈະໃຫ້ຜົນຕອບແທນໜ້ອຍ.

ຢ່າງໃດກໍຕາມ, ເຖິງວ່າຕົ້ນໄມ້ຊະນິດນີ້ ຈະທົນຢູ່ກັບທຸກສະພາບດິນ ແລະບໍ່ຕາຍງ່າຍ, ແຕ່ເຕັກນິກຂັ້ນພື້ນຖານໃນການເບິ່ງແຍງ ກໍເປັນອີກປັດໄຈນຶ່ງທີ່ສໍາຄັນ ທີ່ຜູ້ປະກອບການຕ້ອງໄດ້ຮູ້ ໂດຍສະເພາະ ການເບິ່ງແຍງຂັ້ນພື້ນຖານເຊັ່ນ: ຖາງຫຍ້າອ້ອມຮອບບໍລິເວນຕົ້ນ, ໃສ່ປຸຍບາງຄັ້ງຄາວຕາມຄວາມເໝາະສົມ.

ຊະນິດຂອງຢາງພາລາກໍສໍາຄັນເຊັ່ນກັນ, ໂດຍສະເພາະ ຊະນິດທີ່ຈະໃຫ້ຜົນຜະ ລິດຫຼາຍ ຫຼືໜ້ອຍກໍຂຶ້ນຢູ່ກັບພັນຂອງຕົ້ນຢາງ ໂດຍພັນຢາງແຕ່ລະຊະນິດ ກໍແຕກຕ່າງກັນ, ເຊິ່ງຊາວສວນຜູ້ນີ້ໄດ້ກ່າວໃຫ້ຟັງວ່າ:

“ນຶ່ງມາ ມັນກໍກ່ຽວກັບພັນຢາງແນ່ເນາະ, ພັນຢາງທີ່ດີ ຕ້ອງແມ່ນພັນຢາງ 600 ນະ ມັນຈະເປັນພັນໄທ ມັນມີພັນໄທ, ພັນຫວຽດ, ພັນຈີນ ເປັນຈັງຊີ້ນະ, ປະ ສົມປະສານກັນ ຢາງຢູ່ສວນນີ້ນະ, ຄັນວ່າພັນຈີນເນາະ ລະດູຮ້ອນນິມັນຈະອອກດິໃດ ເປັນພັນໄທພັດບໍຄ່ອຍໄດ້ປານໃດ ຄັນລະດູເຢັນໆຖືວ່າອອກດີ ອັນພັນໄທຫັ້ນນະ ເພາະວ່າພັນໄທມັນຊິເປັນຢາງເປືອກບາງເດ, ພັນຈີນນິ ມັນອາດຈະເປັນຢາງເປືອກໜາແດ່ໜ້ອຍນຶ່ງ, ຄັນຝົນແບບຊີ້ນິ ຢາງມັນກໍເລີ້ມຕົ້ນອອກ, ເດືອນ 3 ເດືອນ 4 ເດືອນ 5 ນີ້ລະບໍ່ປານໃດ.”

ພາບຂອງຕົ້ນຢາງພາລາ ຢູ່ສວນແຫ່ງນຶ່ງໃນແຂວງບໍລິຄໍາໄຊ.
ພາບຂອງຕົ້ນຢາງພາລາ ຢູ່ສວນແຫ່ງນຶ່ງໃນແຂວງບໍລິຄໍາໄຊ.

ການເກັບກູ້, ເຖິງແມ່ນຢາງພາລາຈະສາມາດເກັບກູ້ໄດ້ໝົດປີ ແຕ່ຍາມຝົນຕົກກໍຄວນຫຼີກເວັ້ນ, ແນວໃດກໍຕາມ ຖ້າຢາກໄດ້ຜົນຕອບແທນທີ່ດີ ຄວນປະຕິບັດຕາມຂັ້ນຕອນທາງວິຊາການ ເຊັ່ນວ່າ: ເລືອກເວລາກີດຢາງໃນຍາມທີ່ບໍ່ມີແດດ ແລະກີດໃນຍາມທີ່ມີອາກາດເຢັນ ຫຼື ຕອນກາງຄືນ ແລະຕອນເດິກ ເພາະຍາມນີ້ ຈະໄດ້ຜົນດີຫຼາຍ.

ນອກຈາກນັ້ນ, ການຈໍາໜ່າຍ ກໍເປັນປັດໄຈຫຼັກວ່າ ເຈົ້າຂອງກິດຈະການເລືອກທີ່ຈະຈໍາໜ່າຍເອງເລີຍບໍ ຫຼືຈໍາໜ່າຍໂດຍຜ່ານພໍ່ຄ້າຄົນກາງ, ເຊິ່ງສວນຢາງພາ ລາແຫ່ງນີ້ ເພິ່ນຈະຂາຍຜ່ານພໍ່ຄ້າຄົນກາງເລີຍ ເພາະມັນສະດວກກວ່າ ແລະເຂົາເຈົ້າກໍເຂົ້າມາຮັບຊື້ຮອດສະຖານທີ່ ເຖິງແມ່ນວ່າ ຈະບໍ່ໄດ້ລາຄາດີ ເທົ່າກັບຂາຍໃຫ້ໂຮງງານໂດຍກົງເລີຍກໍຕາມ.

ອີງຕາມຂໍ້ມູນຈາກເວັບໄຊທ໌ indexmundi ພົບວ່າ ລາຄາສົ່ງອອກ ຂອງຢາງ ພາລາຢູ່ໃນ ສປປ ລາວ ແຕ່ຊ່ວງເດືອນ ຕຸລາ ປີ 2022 ຫາ ເດືອນມີນາ ປີ 2023 ແມ່ນຢູ່ລະຫວ່າງ 1.5 ໂດລາຕໍ່ກິໂລ ຫາ 1.58 ໂດລາຕໍ່ກິໂລ, ໃນນີ້ ຖືວ່າ ຫຼຸດລົງມາ ຈາກ 1.63 ໂດລາຕໍ່ກິໂລ ຂອງລາຄາໃນເດືອນມັງກອນ ປີ 2023. ແນວໃດກໍຕາມ, ຊາວສວນຢາງພາລາຜູ້ນີ້ກ່າວວ່າ ຖືວ່າຊ່ວງນີ້ເປັນຊ່ວງທີ່ລາຄາຢາງຂຶ້ນ ໂດຍຜູ້ປະກອບການຂາຍສົ່ງໃຫ້ພໍ່ຄ້າຄົນກາງໃນລາຄາ 12,800 ກີບ ຕໍ່ກິໂລ, ເຊິ່ງເພິ່ນໄດ້ກ່າວວ່າ:

“ລາຄາມັນກໍເປັນລັກສະນະຂຶ້ນໆລົງໆ ລາຄາ 3-4 ມື້ຫຼັງຕາມເບິ່ງລະແມ່ນ 12,600 ກີບຕໍ່ກິໂລຕອນນີ້ນະ, ມັນບໍ່ເປັນປົກກະຕິ ມັນກໍຂຶ້ນໆລົງ ບາງເທື່ອມັນກໍຫຼຸດ ບາງເທື່ອມັນກໍຂຶ້ນຈັງຊີ້ນະ. ພໍ່ຄ້າແມ່ນກາງ ບໍ່ແມ່ນລາຍໃຫຍ່, ຖ້າລາຍໃຫຍ່ ເຮົາອາດຈະໄດ້ສູງກວ່ານັ້ນອີກຕາມເບິ່ງ, ເຊິ່ງຊາວສວນແຕ່ລະຄົນ ເຮົາລະດົມກັນມາຂາຍບ່ອນດຽວກັນ.”

ເນື່ອງຈາກຕົ້ນຢາງພາລາສາມາດໃຫ້ຜົນຜະລິດໄດ້ຕະຫຼອດປີ ສະນັ້ນ ການເກັບກູ້ຢູ່ສວນແຫ່ງນີ້ ແມ່ນສາມາດເກັບກູ້ໄດ້ ໃນທຸກໆສອງອາທິດ ເຊິ່ງຈະໄດ້ຜົນຜະລິດສະເລ່ຍປະມານ 3 ຫາ 4 ໂຕນ, ເຊິ່ງຈະມີລາຍຮັບສະເລ່ຍແຕ່ລະຄັ້ງປະມານ 40 ຫາ 50 ລ້ານກີບ, ແລະເມື່ອຫັກຄ່າເປີເຊັນສໍາລັບແຮງງານອອກແລ້ວ ກໍຈະມີລາຍຮັບປະມານ 30 ລ້ານກີບ ຕໍ່ການຂາຍໃນແຕ່ລະຄັ້ງ.

ເວົ້າລວມແລ້ວ, ຢາງພາລາເປັນປະເພດຕົ້ນໄມ້ພືດອຸດສາຫະກໍາທີ່ສ້າງລາຍຮັບດີ ໃຫ້ແກ່ຜູ້ປະກອບການ ແລະຊາວສວນ, ນອກຈາກນັ້ນ ກໍຍັງເປັນສິນຄ້າສໍາຄັນໃນການສົ່ງອອກອີກດ້ວຍ, ເຊິ່ງຂໍ້ມູນຈາກ oec.world ພົບວ່າ: ໃນປີ 2021 ສປປ ລາວ ສົ່ງຢາງພາລາອອກໃນມູນຄ່າ 300 ລ້ານໂດລາ, ເປັນການສົ່ງອອກຢາງພາລາອັນດັບ 8 ຂອງໂລກ ແລະເປັນສິນຄ້າອັນດັບທີ 5 ສໍາລັບການສົ່ງອອກຂອງປະເທດ, ເຊິ່ງປະເທດທີ່ ສປປ ລາວ ສົ່ງອອກຢາງພາລາຫຼາຍທີ່ສຸດມີ: ຫວຽດນາມ 178 ລ້ານໂດລາ, ຈີນ 119 ລ້ານໂດລາ, ສະຫະ ລັດ 2 ລ້ານ 820,000 ໂດລາ ແລະມາເລເຊຍ 506,000 ໂດລາ ຕາມລໍາດັບ.

XS
SM
MD
LG