ຢ່າງສູງ ຫາກແຕ່ມີຄວາມເປັນຫ່ວງກັນວ່າ ຄວາມບໍ່ຊື່ສັດ ຫລື
ສໍ້ໂກງໃນດ້ານການສຶກສາອາດສາມາດທໍາລາຍພາບພົດຂອງ
ປະເທດນີ້ ຢູ່ໃນເວທີສາກົນໄດ້. ເລື້ອງທຸດຈະລິດທີ່ວ່ານີ້ ລວມມີ
ກໍລະນີປອມແປງການຄົ້ນຄວ້າຕ່າງໆ. ແລະໃນໄລຍະບໍ່ຫລາຍ
ເດືອນຜ່ານມານີ້ ກໍມີສະມາຊິກສະພາຜູ້ແທນເກົາຫລີໃຕ້ສອງຄົນ
ຖືກກ່າວຫາວ່າ ພວກທ່ານກ່າຍເອົາການຄົ້ນຄວ້າຂອງຜູ້ອື່ນ ໃນ
ເວລາທີ່ພວກທ່ານເຮັດບົດວິທະຍານິພົນຂອງຕົນນັ້ນ.
ແນ່ນອນ ບັນຫາຄືແນວນີ້ບໍ່ແມ່ນມີແຕ່ຢູ່ເກົາຫລີໃຕ້ເທົ່ານັ້ນດອກ.
ໃນເດືອນເມສາທີ່ຜ່ານມາ ປະທານາທິບໍດີຂອງຮົງກາລີ ທ່ານ
ປານ ສະມິທ (Pal Schmitt) ກໍໄດ້ລາອອກຈາກຕໍາແໜ່ງ ພາຍ
ຫລັງທີ່ມະຫາວິທະຍາໄລແຫ່ງນຶ່ງຂອງຮົງກາລີ ໄດ້ຖອນປລິນຍາ
ເອກຂອງທ່ານຄືນ. ຄະນະກໍາມະການສືບສວນໄດ້ພົບວ່າ ສ່ວນ
ໃຫຍ່ຂອງບົດວິທະຍານິພົນຂອງທ່ານ ສະມິທ ກ່ຽວກັບກິລາໂອ
ລິມປິກໃນຢຸກສະໄໝໃໝ່ “ແມ່ນວ່າ ໄດ້ແປອອກມາໂດຍກົງຈາກ
ບົດຂຽນຂອງຜູ້ອື່ນ ຫລືມີຄວາມຄ້າຍຄືກັນເປັນບາງສ່ວນ ກັບບົດ
ຄົ້ນຄວ້າຂອງຜູ້ອື່ນ.”
ທ້າວ ຄີມ ທີ່ຂໍໃຫ້ເວົ້າແຕ່ນາມສະກຸນຂອງລາວ ເປັນນັກສຶກສາ
ລະດັບປະລິນຍາໂທແລະເອກ ທີ່ມະຫາວິທະຍາໄລເກົາຫລີ ຫລື
Korea University ເວົ້າວ່າ ຊາວເກົາຫລີອາດບໍ່ມີຄວາມເຂົ້າ
ໃຈດີ ທີ່ມີພື້ນຖານທີ່ແໜ້ນແກ່ນ ກ່ຽວກັບການລັກລອບກ່າຍເອົາ
ຄວາມຄິດຂອງຜູ້ອື່ນ. ລາວເຄີຍໄປຮຽນຢູ່ສະຫະລັດແລະເວົ້າ
ວ່າ ເບິ່ງຄືວ່າຊາວອາເມຣິກັນຈະເຂົ້າໃຈໂລດວ່າ ການອ້າງເອົາ
ຜົນງານການຂຽນຂອງຜູ້ອື່ນມາເປັນຂອງຕົນນັ້ນ ແມ່ນຜິດ.
ທ້າວກິມເວົ້າວ່າ: “ຢູ່ເກົາຫລີ, ປະຫວັດການເອົາໃຈໃສ່ເລື້ອງນີ້ ອາດຍັງບໍ່ທັນຍາວນານ
ປານໃດ. ສະນັ້ນ ໂດຍລວມແລ້ວ ຈຶ່ງຍັງບໍ່ທັນມີຄວາມເປັນເອກະສັນກັນຢ່າງກວ້າງຂວາງ
ໃນບັນດາຊາວເກົາຫລີດ້ວຍກັນຕໍ່ຄໍາວ່າ ການລັກລອບຄວາມຄິດຜູ້ອື່ນນັ້ນ ໝາຍຄວາມວ່າ
ຈັ່ງໃດແທ້. ການຮຽນແບບຄວາມຄິດຜູ້ອື່ນໃນລະດັບໃດຈຶ່ງຖືວ່າເປັນການລັກລອບຄວາມ
ຄິດຜູ້ອື່ນ ແລະການລັກລອບຄວາມຄິດຜູ້ອື່ນເປັນການຍອມຮັບກັນໄດ້ ຫລືບໍ່.”
ຜູ້ສື່ຂ່າວຂອງວີໂອເອ ໄດ້ຖາມລັດຖະມົນຕີກະຊວງສຶກສາຂອງເກົາຫລີໃຕ້ ທ່ານ ລີ ຈູ-ໂຮ
(Lee Juho) ວ່າ ທ່ານຖືວ່າບັນຫາການລັກລອບຄວາມ ຄິດຜູ້ອື່ນນີ້ ເປັນເລື້ອງສໍາຄັນ
ຫລາຍປານໃດ? ທ່ານລີ ຕອບວ່າ ບັນຫານີ້ບໍ່ຄ່ອຍມີຫລາຍເທົ່າກັບເມື່ອກ່ອນ. ທ່ານ
ກ່າວອີກວ່າ ເຫດການແບບນີ້ແມ່ນໄດ້ຮັບຄວາມສົນໃຈຫລາຍ ເມື່ອເຈັດ-ແປດປີກ່ອນ. ແຕ່ທ່ານກໍເວົ້າວ່າ ບັນຫາດັ່ງກ່າວສ່ວນຫລາຍແລ້ວແມ່ນເຫືອດຫາຍໄປ ນັບແຕ່ນັ້ນມາ ຍ້ອນວ່າໄດ້ມີການຕື່ນຕົວ ແລະການອົບຮົມກັນຫລາຍຂຶ້ນ. ແຕ່ຢ່າງໃດກໍຕາມ ທ່ານ
ລັດຖະມົນຕີກະຊວງສຶກສາເວົ້າວ່າ ທ່ານຢາກຈະດໍາເນີນຄວາມພະຍາຍາມຫລາຍ
ຂຶ້ນ ເຂົ້າໃສ່ການກໍາຈັດບັນຫາການລັກລອບຄວາມຄິດຜູ້ອື່ນນີ້ ໃຫ້ໝົດໄປ.
ທ້າວຄີມ ນັກສຶກສາຂັ້ນເໜືອປລິນຍາຕີເວົ້າວ່າ ການດໍາເນີນ
ຄວາມພະຍາຍາມໃນປັດຈຸບັນ ໃນການອົບຮົມພວກນັກສຶກສາ
ມະຫາວິທະຍາໄລຕ່າງໆ ກ່ຽວກັບບັນຫາການ ລັກລອບຄວາມ
ຄິດຜູ້ອື່ນນີ້ແມ່ນບໍ່ຄ່ອຍໄດ້ຜົນປານໃດ.
ທ້າວຄີມເວົ້າວ່າ: “ມະຫາວິທະຍາໄລເກົາຫລີທັງຫລາຍ
ປົກກະຕິຈະມີຢ່າງໜ້ອຍຫ້ອງນຶ່ງ ຫລືການສໍາມະນາແບບ
ໃດແບບນຶ່ງ ໃນໄລຍະເລີ້ມຕົ້ນພາກຮຽນ ທີ່ເວົ້າກ່ຽວກັບ
ບັນຫາການລັກລອບຄວາມຄິດຜູ້ອື່ນນີ້. ແຕ່ວ່າ ຕາມທີ່
ຂ້ອຍຮູ້ນັ້ນ ການເຂົ້າໄປຮຽນເລື້ອງນີ້ ແມ່ນຕາມໃຈນັກຮຽນວ່າ ຈະເລືອກຮຽນ
ຫລືບໍ່? ສະນັ້ນ ຈຶ່ງມີຫລາຍຄົນ ທີ່ບໍ່ໄປຮັບການສໍາມະນາໃນເລື້ອງນີ້ເລີຍ.”
ລາວເວົ້າວ່າ ພວກອາຈານຊາວອັງກິດ ແລະອາເມຣິກັນ ທີ່ສອນໃນມະຫາວິທະຍາ
ໄລຕ່າງໆຂອງເກົາຫລີໃຕ້ ໄດ້ພາກັນຊ່ວຍໃນການຕໍ່ຕ້ານກັບບັນຫາການລັກລອບ ຄວາມຄິດຜູ້ອື່ນນີ້.
ທ້າວຄີມເວົ້າວ່າ: “ມີອາຈານຜູ້ນຶ່ງໃນມະຫາວິທະຍາໄລຂ້ອຍພົບວ່ານັກຮຽນຜູ້ນຶ່ງ
ລັກລອບຄວາມຄິດຜູ້ອື່ນມາໃສ່ບົດຂຽນຂອງຕົນ ເພິ່ນໃຫ້ຄະແນນສູນແກ່ນັກຮຽນ
ຜູ້ນັ້ນໃນທັນທີທັນໃດໂລດ ແລະຂ້ອຍກໍໄດ້ຍິນເລື້ອງ ແນວນີ້ ເກີດຂຶ້ນຫລາຍກວ່າ
ເກົ່າ ໃນທຸກມື້ນີ້.”
ທ່ານລີ ອິນ-ແຈ ເປັນອາຈານສອນເລື້ອງຈັນຍາບັນໃນການສຶກສາ ທີ່ມະຫາວິທະຍາ ໄລສຶກສາແຫ່ງຊາດທີ່ກຸງໂຊລ ເວົ້າວ່າ ການອົບຮົມດ້ານນີ້ ຄວນເລີ້ມມີມາແຕ່ຢູ່ໂຮງ ຮຽນປະຖົມ. ທ່ານກ່າວອີກວ່າ ເດັກນ້ອຍຄວນເຂົ້າໃຈວ່າ ການກ່າຍເອົາການບ້ານ ຂອງເພື່ອນຮ່ວມຫ້ອງຮຽນຫລືບໍ່ບອກວ່າ ເອົາຄວາມຄິດມາແຕ່ໃສນັ້ນ ແມ່ນຜິດ.
ທ່ານເວົ້າວ່າ ຖ້າຫາກພວກເຂົາເຂົ້າໃຈແນວນີ້ແລ້ວ ພວກເຂົາກໍຈະສາມາດຂຽນ
ບົດຂຽນຢ່າງມີຄວາມຊື່ສັດ ໃນເວລາໃຫຍ່ຂຶ້ນມາ.
ທ່ານ ໄມເກິລ ນີລ ຊາບປີໂຣ (Michael Neil Shapiro) ເປັນຊາວການາດາ ທີ່ສອນຢູ່
ໃນມະຫາວິທະຍາໄລເກົາຫລີໃຕ້ 7 ແຫ່ງ
ລາວເວົ້າວ່າ: “ຢູ່ເກົາຫລີ ມີທັງເຫດຜົນເກົ່າແກ່ແລະທັນສະໄໝ ທີ່ພາໃຫ້ ຄົນຄິດກັນວ່າ ການໃຊ້ຄວາມຄິດຜູ້ອື່ນ ໂດຍທີ່ບໍ່ໄດ້ໃຫ້ເຄຣດິດ ຫລືບອກ ວ່າເອົາຄວາມຄິດນັ້ນມາຈາກ
ເບິ່ງວີດິໂອເລື້ອງນີ້ ແລະຮຽນພາສາອັງກິດໄປພ້ອມ
ໃສນັ້ນ ແມ່ນເປັນເລື້ອງທໍາມະດາ.” ແຕ່ທ່ານກ່າວຕື່ມວ່າ ບໍ່ວ່າຄົນຕາເວັນອອກ ຫລື ຕາ
ເວັນຕົກ ເຫດຜົນທີ່ພາໃຫ້ຄົນລັກລອບຄວາມຄິດຜູ້ອື່ນນັ້ນ ແມ່ນຄືກັນ ຊຶ່ງນັ້ນກໍຄື “ຄວາມ
ຂີ້ຄ້ານໃນການໃຊ້ຄວາມຄິດ” ແລ້ວກໍຫວັງວ່າ ຈະບໍ່ຖືກຈັບໄດ້.
ແລະນັ້ນກໍຄືລາຍງານ Special English Education ຂອງວີໂອເອ,