ການສຶກສາບັ້ນນຶ່ງ ໂດຍອົງການແຮງງານສາກົນ ຫລື ILO
(International Labor Organization) ຂອງອົງການສະຫະ
ປະຊາຊາດ ສະແດງໃຫ້ເຫັນວ່າ ໂດຍສ່ວນໃຫຍ່ແລ້ວ ພວກຄົນ
ງານຕັດຫຍິບຂະເໝນ ບໍ່ໄດ້ກິນອາຫານທີ່ມີຄຸນຄ່າທາງໂພສະ
ນາການຢ່າງພຽງພໍ ແລະເພາະສະນັ້ນ ຫລາຍໆຄົນຈຶ່ງເປັນໂຣກ
ເລືອດຈາງ ແລະຈ່ອຍຜອມ. ບັດນີ້ ກຳລັງຈະມີການຈັດຕັ້ງປະຕິ
ບັດໂຄງການທົດລອງອັນນຶ່ງ ຊຶ່ງຈະສະໜອງອາຫານປະຈຳວັນ
ຟີ ໃຫ້ພວກຄົນງານຕັດຫຍິບ ຢູ່ໃນ 5 ໂຮງງານ ໃນຕະຫລອດປີ
ໜ້ານີ້ ແລະວັດແທກ ເບິ່ງສຸຂະພາບແລະຜົນຜະລິດຂອງເຂົາເຈົ້າ.
ແນວຄິດກໍແມ່ນເພື່ອເຮັດໃຫ້ ບັນດາໂຮງງານແລະລັດຖະບານ
ກຳປູເຈຍ ຫລິ່ງເຫັນເຖິງຜົນປະໂຫຍດທາງເສດຖະກິດ ທີ່ຈະໄດ້
ຮັບຈາກການສະໜອງອາຫານຟີໃຫ້ພວກຄົນງານ. ນັກຂ່າວວີໂອເອ Robert Carmichael ມີລາຍງານຈາກ ນະຄອນຫລວງພະນົມເປັນ ຊຶ່ງດາຣາຈະນຳມາສະເໜີທ່ານ.
ເວລາ 11 ໂມງເຊົ້າ ບັນດາຄົນງານໂຮງງານຕັດຫຍິບ Gladpeer ໃນນະຄອນຫລວງພະນົມເປັນ ພາກັນຫລັ່ງໄຫລອອກມາຊອກຊື້ເຂົ້າທ່ຽງກິນ ຈາກພວກຄົນຂາຍຢູ່ແຄມທາງ.
ນື່ງໃນນັ້ນ ແມ່ນນາງ Phon Chany ອາຍຸ 21 ປີ. ລາວເຮັດວຽກມື້ນຶ່ງດົນຮອດ 14 ຊົ່ວໂມງ
ກໍມີ ແລະໄດ້ເງິນເດືອນໆລະ 130 ດອລລ່າ. 20 ດອລລ່າ ແມ່ນສຳຫລັບຄ່າເຊົ່າເຮືອນແລະ
ຄ່າໄຟຟ້າ ແລະ 50 ດອລລ່າແມ່ນສົ່ງໄປຊ່ວຍພໍ່ແມ່ ລ້ຽງດູພວກອ້າຍເອື້ອຍນ້ອງຂອງນາງ
ຢູ່ໝູ່ບ້ານເຂົາເຈົ້າ ຊຶ່ງເຮັດໃຫ້ນາງເຫລືອເງິນບໍ່ຮອດເຄິ່ງນຶ່ງ ຂອງເງິນເດືອນດ້ວຍຊ້ຳ. ເພື່ອ
ໃຫ້ມີເງິນສຳຫລັບໃຊ້ຈ່າຍປະຈຳວັນ ນາງພອນຕ້ອງໄດ້ປະຫຍັດຄ່າອາຫານ ຊຶ່ງພາໃຫ້ມີ
ຄ່າໃຊ້ຈ່າຍດ້ານອື່ນໆແທນ.
ນາງພອນເວົ້າວ່າ “ຂ້ອຍເປັນໄຂ້ແລະເຈັບຫົວ ເປັນປະຈຳ
ຊຶ່ງສາເຫດອັນທີນຶ່ງ ກໍແມ່ນຍ້ອນວ່າ ຂ້ອຍບໍ່ໄດ້ກິນອາຫານ
ຢ່າງພຽງພໍ ແລະສອງມາ ຍ້ອນຂ້ອຍເຮັດວຽກຫລາຍຊົ່ວໂມງ
ໂພດ ແລະບໍ່ໄດ້ນອນພັກຜ່ອນພໍ”
ພາກສ່ວນອຸດສາຫະກຳຕັດຫຍິບຂອງກຳປູເຈຍນັ້ນ ມີມູນຄ່າ
5.500 ລ້ານດອລລ່າຕໍ່ປີ ໂດຍມີໂຮງຈັກໂຮງງານຢູ່ປະມານ
600 ແຫ່ງທີ່ຜະລິດເສື້ອຜ້າ ໃຫ້ຫລາຍໆບໍລິສັດຕ່າງປະເທດ
|ເຊັ່ນຫ້າງຂາຍເສື້ອຜ້າ H&M ຂອງອັງກິດ ແລະ Levi-Strauss
ກັບ Walmart ຂອງອາເມຣິກາ. ແຕ່ວ່າພວກຄົນງານຈຳນວນ
600.000 ຄົນຂອງອຸດສາຫະກຳນີ້ ຊຶ່ງໂດຍສ່ວນໃຫຍ່ແລ້ວເປັນ
ຊາວໜຸ່ມ ເຊັ່ນນາງ ພອນ ຈະນີ ນັ້ນ ຕ້ອງໄດ້ດິ້ນຮົນຕໍ່ສູ້ ເພື່ອໃຫ້ຢູ່ລອດດ້ວຍເງິນເດືອນ
ລະດັບຕ່ຳສຸດ ຄື 100 ດອລລ່າຕໍ່ເດືອນ.
ການສຶກສາເບິ່ງຄົນງານ ເກືອບ 4.000 ຄົນຂອງອົງການແຮງງານສາກົນ ຫລື ILO ພົບວ່າ
43 ສ່ວນຮ້ອຍຂອງຄົນງານເຫລົ່ານັ້ນເປັນໂຣກໂລຫິດຈາງ ແລະ 15 ສ່ວນຮ້ອຍແມ່ນຈ່ອຍ
ຜອມ ນ້ຳໜັກບໍ່ພຽງ ພໍ.
ເຖິງແມ່ນວ່າ ພວກຄົນງານຕັດຫຍິບຂະເໝນຈະໄດ້ເງິນເດືອນມາທຸກໆເດືອນກໍຕາມ ແຕ່
ວ່າສຸຂະພາບຂອງເຂົາເຈົ້າກໍບໍ່ໄດ້ດີໄປກ່ວາສຸຂະພາບ ຂອງປະຊາຊົນ ຜູ້ທຸກຈົນຄົນອື່ນໆ
ຢູ່ໃນປະເທດທີ່ທຸກຍາກແຫ່ງນັ້ນ.
ທ່ານນາງ Jill Tucker ເປັນເຈົ້າໜ້າທີ່ອົງການແຮງງານສາກົນ ຫລື ILO ທີ່ທຳການສຶກ
ສາ ກ່ຽວກັບເລື້ອງນີ້.
ທ່ານນາງ Tucker ເວົ້າວ່າ “ນອກນັ້ນແລ້ວ ພວກເຮົາຍັງປະຫລາດໃຈທີ່ພົບວ່າ
ພວກຄົນງານໃຊ້ຈ່າຍເງິນໜ້ອຍຫລາຍໃນການຊື້ອາຫານກິນ. ເຂົາເຈົ້າບອກວ່າ
ໂດຍສະເລ່ຍແລ້ວ ເຂົາເຈົ້າຈ່າຍເງິນປະມານອາທິດລ່ະ 9 ດອລລ່າ ຊື້ອາຫານ
ກິນ ຫລື 36 ດອລລ່າຕໍ່ເດືອນ ແຕ່ວ່າເຂົາເຈົ້າເຮັດວຽກໄດ້ເງິນຫລາຍກ່ວາຫັ້ນ.
ສະຫລູບແລ້ວກໍແມ່ນວ່າ ພວກເຂົາເຈົ້າສົ່ງເງິນເມືອບ້ານຫລາຍ ແລະໃຊ້ມັນຊື້
ຂອງອື່ນໆ. ໂດຍທົ່ວໄປ ແລ້ວ ພວກຄົນງານແມ່ນພາກັນອົດເຂົ້າ ເພື່ອວ່າຈະ
ໄດ້ມີເງິນສົ່ງໄປລ້ຽງດູຄອບຄົວ.”
ໃນຕະຫລອດປີໜ້ານີ້ ພວກຄົນງານຢູ່ໃນຫ້າໂຮງງານ ຈະໄດ້ກິນເຂົ້າຟີ ມື້ລະນຶ່ງຄາບ ໃນຂະນະທີ່ພວກຄົນງານ ຢູ່ໃນອີກຫ້າໂຮງງານຈະບໍ່ໄດ້ກິນຟີ ແລະອົງການແຮງງານສາກົນ
ຈະຕິດຕາມວັດແທກເບິ່ງສຸຂະພາບແລະຜົນຜະລິດ ຂອງຄົນງານສອງກຸ່ມນີ້ ວ່າຈະແຕກ
ຕ່າງກັນບໍ່.
ທ່ານ Dave Welsh ເປັນຫົວໜ້າ ສູນກາງເອກະພາບ ຫລື Solidarity Center ຊຶ່ງເປັນ
ກຸ່ມຈັດຕັ້ງທີ່ຂຶ້ນກັບຂະບວນການແຮງງານຂອງສະຫະລັດ. ທ່ານ Welsh ກ່າວວ່າ ຜົນກະ
ທົບຂອງໂຄງ ການໂພຊະນາການນີ້ ແລະການເຈລະຈາທີ່ດຳເນີນຢູ່ຕໍ່ມາເລື້ອງການເພີ້ມ
ຄ່າແຮງງານຕ່ຳສຸດຂຶ້ນນັ້ນ ໝາຍຄວາມວ່າ ກຳປູເຈຍມີໂອກາດທີ່ຈະສ້າງຊື່ສຽງ ໃນຖານະ
ເປັນປະເທດທີ່ມີອຸດສາຫະກຳໂຕຢ່າງ.
ທ່ານ Welsh ເວົ້າວ່າ “ມັນບໍ່ແມ່ນແຕ່ພຽງເລື້ອງການຂຶ້ນເງິນຄ່າຈ້າງຕ່ຳສຸດເທົ່ານັ້ນ
ແຕ່ມັນຍັງແມ່ນເລື້ອງການພິຈາລະນາເບິ່ງການເກື້ອກຸນ ໃນດ້ານທີ່ພວກເຂົາເຈົ້າໃຊ້ຈ່າຍເງິນຫລາຍທີ່ສຸດ ແລະປັດຈຸ ບັນນີ້ ລາຍຈ່າຍສ່ວນໃຫຍ່ແມ່ນສຳຫລັບຄ່າເຊົ່າ
ເຮືອນຢູ່ ໃນອາຄານ ບ່ອນຢູ່ທີ່ບໍ່ໄດ້ມາດຕະຖານ ແລະສຳຫລັບອາຫານການກິນ
ທີ່ບໍ່ມີຄຸນ ຄ່າທາງໂພຊະນາການ ທີ່ສະໜອງໃຫ້ພວກຄົນງານ. ແລະຖ້າຫາກ ທ່ານ
ເອົາພາກສ່ວນໂພຊະນາການອອກໄປ ທ່ານກໍອາດສາມາດ ປະຫຍັດໄວ້ໄດ້ ຮອດ
50 ສ່ວນຮ້ອຍຂອງຄ່າຈ້າງທີ່ ພວກຄົນງານ ໄດ້ຮັບໃນເວລານີ້.”
ພວກເຄື່ອນໄຫວດ້ານແຮງງານກ່າວວ່າ ອາຫານຟີລື້ລະຄາບ ກັບຄ່າແຮງງານຂັ້ນຕ່ຳສຸດ
ທີ່ສູງຂື້ນ ທີ່ບໍ່ຕ້ອງໄດ້ເອົາໄປໃຊ້ຈ່າຍສຳຫລັບຄ່າເຊົ່າເຮືອນແລະຄ່າອາຫານທີ່ແພງຂຶ້ນນັ້ນ ແນ່ນອນ ກໍແມ່ນຈະປັບປຸງ ຊີວິດການເປັນຢູ່ຂອງພວກຄົນງານຕັດຫຍິບຂະເໝນ ໃຫ້ດີຂຶ້ນ
ຢ່າງຫລວງຫລາຍ.