ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາແພດ ຮຽກຮ້ອງ ໃຫ້ມີການສືບສວນສອບສວນ ອາຊະຍາກຳ ຕໍ່ມວນມະນຸດໃນ ມຽນມາ


ອົບພະຍົບ ໂຣຮິງຢາ ອາຍຸ 7 ປີ, ທ້າວ ໂມຮຳມັສ ໂຊແຮລ, ເປີດບາດແຜຈາກລູກປືນຢູ່ໜ້າເອິກຂອງລາວໃຫ້ເບິ່ງ ຢູ່ສູນ
ອົບພະຍົບໃກ້ໆກັບ ເມືອງ ຄັອກສ໌ ບາຊາ, ປະເທດ ບັງກລາ
ແດັສ. 19 ທັນວາ, 2017.
ອົບພະຍົບ ໂຣຮິງຢາ ອາຍຸ 7 ປີ, ທ້າວ ໂມຮຳມັສ ໂຊແຮລ, ເປີດບາດແຜຈາກລູກປືນຢູ່ໜ້າເອິກຂອງລາວໃຫ້ເບິ່ງ ຢູ່ສູນ ອົບພະຍົບໃກ້ໆກັບ ເມືອງ ຄັອກສ໌ ບາຊາ, ປະເທດ ບັງກລາ ແດັສ. 19 ທັນວາ, 2017.

ບັນດາແພດກຸ່ມນຶ່ງທີ່ກຳລັງເຮັດວຽກກັບ ອົບພະຍົບຊາວໂຣຮິງຢາໃນປະເທດ ບັງກລາ
ແດັສ ກ່າວວ່າ ຫຼັກຖານດ້ານການແພດ ແລະ ວິທະຍາສາດ ໄດ້ລະບຸໃຫ້ເຫັນ ຂອບ
ເຂດຂອງຄວາມຮຸນແຮງ ທີ່ເຂົາເຈົ້າໄດ້ປະສົບ ຈາກນໍ້າມື ຂອງກອງທັບ ແລະ ພົນລະ
ເຮືອນ ມຽນມາ.

ໃນຄຳວ່າ “ກະລຸນາບອກໃຫ້ໂລກຮູ້ ກ່ຽວກັບ ສິ່ງທີ່ເຂົາເຈົ້າໄດ້ກະທຳກັບພວກເຮົາ
ດ້ວຍ” ນັ້ນ, ບັນດາແພດ ຈາກກຸ່ມສິດທິມະນຸດ ໄດ້ໃຫ້ລາຍລະອຽດ ກ່ຽວກັບ ການຄົ້ນ
ພົບ ຈາກການປະເມີນດ້ານນິຕິເວດສາດ ຂອງຊາວໂຣຮິງຢາ ທີ່ລອດຊີວິດມາໄດ້ 22
ຄົນ ໃນການໂຈມຕີເມື່ອເດືອນສິງຫາ 2017 ຢູ່ບ້ານ ຈັດ ປິນ (Chut Pyin) ໃນລັດ
ຣາໄຄນ໌ ທີ່ຕັ້ງຢູ່ພາກເໜືອຂອງປະເທດ ມຽນມານັ້ນ.

ອົງການ PHR ກ່າວວ່າ “ບ້ານ ຈັດ ປິນ ແມ່ນຕົວຢ່າງຕົ້ນຕໍ ຂອງການຕໍ່ສູ້ ໃຊ້ຄວາມ
ຮຸນແຮງຢ່າງໂຫດຮ້າຍ ທີ່ໄດ້ດຳເນີນຂຶ້ນ ໂດຍບັນດາອຳນາດການປົກຄອງ ມຽນມາ ຕໍ່
ປະຊາຊົນ ໂຣຮິງຢາ, ແລະ ສິ່ງທີ່ໄດ້ເກີດຂຶ້ນ ໃນບ້ານ ຈັດ ປິນ, ແລະ ບ່ອນອື່ນໆໃນລັດ
ຣາໄຄນ໌, ແລະ ໄດ້ທຳການຂົ່ມຂືນ, ການເຂັ່ນຂ້າ, ລັກຊັບ ແລະ ວາງລະເບີດຝັງດິນ
ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າກັບຄືນສູ່ບ້ານຂອງເຂົາເຈົ້າ.

ດຣ. ໂຮເມີ ເວັນເທີສ໌ (Dr. Homer Venters) ຜູ້ອຳນວຍການໂຄງການຂອງອົງການ
PHR ກ່າວວ່າ “ພວກເຮົາໄດ້ເຫັນບາດແຜຈາກລູກປືນຫຼາຍລູກ ຢູ່ກັບ ຄົນຜູ້ທີ່ຖືກຍິງ
ໃນຂະນະທີ່ເຂົາເຈົ້າ ໄດ້ຫຼົບໜີ ແລະ ໄດ້ຍິນການກ່າວຫຼາຍຄັ້ງ ກ່ຽວກັບ ການຂົ່ມຂືນ
ແລະ ຄວາມຮຸນແຮງທາງເພດອື່ນໆ. ພວກເຮົາ ໄດ້ທຳການວິເຄາະຢ່າງເອົາຈິງເອົາຈັງ
ແລະ ຢ່າງລະອຽດຖີ່ຖ້ວນ ຜູ້ທີ່ໄດ້ຮັບບາດເຈັບ, ການໃຫ້ປາກຄຳໂດຍກົງ ແລະ ການ
ກ່າວຂອງຜູ້ເຫັນເຫດການ ແລະ ການກວດສອບນິຕິເວດສາດທັງໝົດຂອງພວກເຮົາ
ນັ້ນ ແມ່ນສອດຄ່ອງກັນເປັນຢ່າງສູງ ກັບເຫດການຕ່າງໆທີ່ຜູ້ລອດຊີວິດມາໄດ້ອະທິ
ບາຍສູ່ຟັງ.”

ຜູ້ລອດຊີວິດຈາກບ້ານ ຈັດ ປິນ 17 ຄົນຈາກ 22 ຄົນ ທີ່ໄດ້ພົບກັບອົງການ PHR
ແມ່ນມີບາດແຜຈາກລູກປືນຢ່າງໜ້ອຍນຶ່ງລູກ ແລະ ລັກສະນະການເຄື່ອນໄຫວຂອງຜູ້
ລອດຊີວິດ 9 ຄົນແມ່ນ “ອັນຕະລາຍ” ຢ່າງຮ້າຍແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG