ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົ້ງສາລີ ເປັນແຂວງທີ່ມີ ສະພາບທຸກຍາກທີ່ສຸດ ໃນຂະນະທີ່ ສະຫວັນນະເຂດ ເປັນແຂວງ ທີ່ມີ ປຊຊ ທຸກ​ຍາກຫຼາຍ​ທີ່ສຸດ


ຄອບ​ຄົວ​ໃນ​ເຂດ​ຊົນ​ນະ​ບົດ ຂອງ​ແຂວງ​ຜົ້ງ​ສາ​ລີ ຖື​ວ່າ ມີ​ສະ​ພາບ​ການ​ເປັນ​ຢູ່​ທີ່​ທຸກ​ຍາກ​ລຳ​ບາກ ຫຼາຍ​​ສົມ​ຄວນ ເມື່ອ​ທຽບ​ໃສ່​ແຂວງ​ອື່ນໆຂອງ​ປະ​ເທດ​.
ຄອບ​ຄົວ​ໃນ​ເຂດ​ຊົນ​ນະ​ບົດ ຂອງ​ແຂວງ​ຜົ້ງ​ສາ​ລີ ຖື​ວ່າ ມີ​ສະ​ພາບ​ການ​ເປັນ​ຢູ່​ທີ່​ທຸກ​ຍາກ​ລຳ​ບາກ ຫຼາຍ​​ສົມ​ຄວນ ເມື່ອ​ທຽບ​ໃສ່​ແຂວງ​ອື່ນໆຂອງ​ປະ​ເທດ​.

ຜົ້ງສາລີ ເປັນແຂວງທີ່ມີສະພາບທຸກຍາກທີ່ສຸດຂອງລາວ ໃນຂະນະທີ່ສະຫວັນນະເຂດ
ເປັນແຂວງທີ່ມີປະຊາຊົນທີ່ທຸກຍາກຢ່າງຍິ່ງຫຼາຍທີ່ສຸດໃນຈຳນວນທັງໝົດ ກວ່າ 6 ແສນ
ຄົນທົ່ວປະເທດ.


ເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ປະຈຳລາວ ເປີດ
ເຜີຍວ່າ ການທີ່ລາວ ຕ້ອງປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໄພ
ນ້ຳຖ້ວມ ແລະໄພແຫ້ງແລ້ງທັງໃນປີ 2018-2019 ແລະໃນປັດຈຸບັນນີ້ ຖືເປັນສາເຫດສຳ
ຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາ
ຊົນລາວ ດຳເນີນໄປໄດ້ຕ່ຳກວ່າເປົ້າໝາຍທີ່ວາງເອົາໄວ້ ຊຶ່ງເຫັນໄດ້ຈາກຈຳນວນປະຊາ
ຊົນລາວ 632,909 ຄົນ ທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ຕ່ຳກວ່າ 1
ໂດລາ 90 ເຊັນຕໍ່ຄົນຕໍ່ວັນ ໂດຍຄິດເປັນ 9 ເປີເຊັນຂອງຈຳນວນປະຊາກອນລາວ ທັງ
ໝົດ ໃນປັດຈຸບັນ ຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍຈະລົບລ້າງບັນຫາຍາກ
ຈົນໃຫ້ໄດ້ຢ່າງສິ້ນເຊີງໃນທ້າຍປີ 2020 ຊຶ່ງເປັນໄປໄດ້ຍາກ ທີ່ຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ຢ່າງແທ້ຈິງ.

ໂດຍໃນຈຳນວນປະຊາຊົນລາວ ທີ່ມີລາຍໄດ້ຕ່ຳກວ່າ 1 ໂດລາ 90 ເຊັນ ຕໍ່ວັນດັ່ງກ່າວນີ້
ກໍແບ່ງເປັນກຸ່ມທີ່ອາໄສຢູ່ໃນເຂດຕົວເມືອງ 153,184 ຄົນ ກັບກຸ່ມ ທີ່ອາໄສຢູ່ໃນເຂດຊົນ
ນະບົດ 479,729 ຄົນ ຊຶ່ງຄິດເປັນ 5 ເປີເຊັນ ແລະ 11 ເປີເຊັນ ຂອງປະຊາກອນລາວ
ທີ່ອາໄສຢູ່ໃນເຂດຕົວເມືອງ ແລະເຂດຊົນນະບົດຕາມລຳດັບ ທັງຍັງປາກົດວ່າ ແຂວງ
ສະຫວັນ ນະເຂດ ເປັນພື້ນທີ່ທີ່ມີຈຳນວນປະຊາກອນ ທີ່ທຸກຍາກຫລາຍທີ່ສຸດ ຄືຫຼາຍ
ກວ່າ 230,000 ຄົນ ຂະນະທີ່ແຂວງຜົ້ງສາລີ ເປັນພື້ນທີ່ທີ່ມີສັດສ່ວນຂອງປະຊາກອນທີ່
ຍາກຈົນສູງທີ່ສຸດໃນລາວ ທັງນີ້ ທ່ານຄຳພອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຖະແຫຼງ
ວ່າ ບັນຫາຄວາມຍາກຈົນໃນແຂວງຜົ້ງສາລີ ກວມເອົາເກີນກວ່າ 70 ເປີເຊັນ ຂອງບ້ານ
ທັງໝົດ ສ່ວນຄອບຄົວທຸກຍາກ ກໍມີເກີນກວ່າ 27 ເປີເຊັນ ແລະຍັງບໍ່ມີເມືອງໃດໃນ
ແຂວງທີ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເລີຍ.

ຕາ​ຕະ​ລາງ ສະ​ແດງໃຫ້​ເຫັນ ​ຈຳ​ນວນຕົວ​ເລກ ຖາ​ນະ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ລາວ ຢູ່​ໃນ​ເຂດ​ຕົວ​ເມືອງ ແລະ​ຊົນ​ນະ​ບົດ ສຳ​ລັບ​ປີ 2020
ຕາ​ຕະ​ລາງ ສະ​ແດງໃຫ້​ເຫັນ ​ຈຳ​ນວນຕົວ​ເລກ ຖາ​ນະ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ລາວ ຢູ່​ໃນ​ເຂດ​ຕົວ​ເມືອງ ແລະ​ຊົນ​ນະ​ບົດ ສຳ​ລັບ​ປີ 2020

ໂດຍເຖິງແມ່ນວ່າ ທາງການແຂວງຜົ້ງສາລີ ຈະໄດ້ວາງແຜນການພັດທະນາໃນ 23 ຈຸດ
ສຸມ ເພື່ອຈະແກ້ໄຂບັນຫາຍາກຈົນໃຫ້ໄດ້ຢ່າງມີປະສິດທິຜົນສູງຂຶ້ນ ດ້ວຍການນຳໃຊ້ຈຸດ
ພິເສດຂອງແຂວງທີ່ມີເຂດທີ່ຕັ້ງທີ່ຕິດຕໍ່ຊາຍແດນກັບຈີນ ແລະຫວຽດນາມ ໃຫ້ເປັນປະ
ໂຫຍດຕໍ່ການເພີ້ມມູນຄ່າການສົ່ງສິນຄ້າໄປຈີນ ແລະຫວຽດນາມ ໃຫ້ຫຼາຍຂຶ້ນກໍຕາມ ແຕ່
ດ້ວຍພື້ນທີ່ສ່ວນໃຫຍ່ໃນແຂວງຜົ້ງສາລີ ເປັນພູດອຍທັງຍັງມີງົບປະມານ ແລະການລົງທຶນ
ຢ່າງຈຳກັດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆ ບໍ່ສາມາດບັນລຸ
ເປົ້າໝາຍໄດ້ເລີຍ ດັ່ງທີ່ ທ່ານຄຳພອຍ ໄດ້ໃຫ້ການຢືນຢັນວ່າ:

“ຢູ່ແຂວງຜົ້ງສາລີ ເຮົາ ມີດ້ານທີ່ຫຍຸ້ງຍາກ ແມ່ທີ່ຕັ້ງຂອງແຂວງເປັນພູດອຍ ຄ້ອຍຊັນ
ເຫວເລິກ ເຮັດຫຍັງກໍຍາກ ເຮັດທາງໄປໜີ້ ທາງເທິງກະເຈື່ອນມາ ທາງລຸ່ມເຈື່ອນໄປ ເຮັດໃຫ້ການພັດທະນາໂຄງລ່າງພື້ນຖານຮັບໃຊ້ແກ່ການແກ້ໄຂຄວາມທຸກຍາກນີ້ ຍາກ
ແທ້ໆ ອັນໃດກະໄດ້ແຕ່ 50-60 ເປີເຊັນ ສະນັ້ນ ຄວາມທຸກຍາກເນື່ອງມາຈາກ ບໍ່ມີໂຄງ
ລ່າງທີ່ສະດວກ ນັກລົງທຶນບໍ່ເຂົ້າໄປ ລະດັບຄວາມສາມາດຂອງພະນັກງານຍັງຕ່ຳ
ທຶນຮອນ ແຫລ່ງທຶນຈຳກັດ ແຕ່ຄວາມຕ້ອງການພັດທະນາຂອງປະຊາຊົນສູງ.”

ໃນຂະນະທີ່ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ ຢືນຢັນວ່າ ການຫລຸດຜ່ອນບັນຫາຍາກຈົນ
ໃນລາວ ທີ່ມີປະສິດທິພາບຕ່ຳໃນທຸກດ້ານ ໂດຍສະເພາະ ກໍແມ່ນບັນຫາດ້ອຍປະສິດທິ
ພາບຂອງໜ່ວຍງານ ແລະພະນັກງານລັດ ເຮັດໃຫ້ການຫລຸດຜ່ອນບັນຫາຍາກຈົນໃນ
ລາວ ດຳເນີນໄປຢ່າງຊັກຊ້າ ແລະບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ເກືອບທຸກໆດ້ານ
ເຊັ່ນການເຂົ້າເຖິງຫລັກປະກັນດ້ານສຸຂະພາບ ຂອງປະຊາຊົນລາວ ຈັດຕັ້ງປະຕິບັດໄດ້
ພຽງ 34.7 ເປີເຊັນ ຂະນະທີ່ເປົ້າໝາຍວາງໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວ
ທັງໝົດ.

ພາຍໃຕ້ສະພາບການດັ່ງກ່າວ ຄະນະກຳມະການນະໂຍບາຍການພັດທະນາຂອງສະພາ ເສດຖະກິດແລະສັງຄົມ ແຫ່ງສະຫະປະຊາຊາດ ກໍໄດ້ໃຫ້ການຄາດໝາຍໄດ້ວ່າ ສປປ
ລາວ ຈະສາມາດຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ໃນປີ 2024 ໂດຍລັດຖະບານ
ລາວປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ກໍຄື ຍອດລາຍຮັບແຫ່ງຊາດຕໍ່ຄົນ ຫຼື GNI ຊຶ່ງ
ລາວ ປະຕິບັດໄດ້ທີ່ລະດັບ 1,996 ໂດລາ ກັບດັດຊະນີຊັບສິນມະນຸດ ຫຼື (HAI) ທີ່ລາວ
ປະຕິບັດໄດ້ 72.8 ເປີເຊັນ ສ່ວນດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່
ມາດຕະຖານກຳນົດໄວ້ ຕ່ຳກວ່າ 32 ເປີເຊັນ ແຕ່ລາວຍັງສາມາດຈັດຕັ້ງປະຕິລັດໄດ້ທີ່
ລະດັບ 33.7ເປີເຊັນ ໃນປັດຈຸບັນ.

XS
SM
MD
LG