ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແມ່ຍິງ​ ຟິລິບ​ປີນ ສະຫຼອງ ວັນ​ແມ່ຍິງ​ສາກົນ ທີ່ກຸງມະນີລາ (ວີດີໂອ)


philippines
please wait
Embed

No media source currently available

0:00 0:00:39 0:00
ແມ່ຍິງ​ຫລາຍ​ພັນ​ຄົນ​ໃນ ​ນະຄອນ​ຫລວງຟິລິບ​ປີນ ພາກັນ​
ສະຫຼອງວັນ​ແມ່ຍິງ​ສາກົນ ​ໃນ​ວັນ​ເສົາ​ມື້​ນີ້ ຢ່າງໃຫຍ່ໂຕ
ມະໂຫລານ.

ບັນດາ​ຜູ້​ຈັດ​ງານ ໃນກຸ​ງມະນິລາ ໄດ້ໃຫ້ພວກແມ່ຍິງ​ ຢືນເຂົ້າ
ແຖວ ເປັນ​ຮູບສັນ​ຍາ​ລັກ​ຂອງແມ່ຍິງ.

ຄະນະ​ກຳມາທິການແມ່ຍິງຂອງຟິລິບ​ປີນ ຫວັງ​ວ່າ ການຢືນລຽນກັນເປັນຈຳນວນ ຫຼວງ
ຫຼາຍຄື ຮູບໄມ້ກາງ​ເຂນໃນຄັ້ງນີ້ ຈະເຮັດໃຫ້ພວກເຂົາ​ເຈົ້າ​ ໄດ້ເຂົ້າ​ໄປ​ຢູ່ ໃນປື້ມ​ສະຖິຕິ Guinness ຂອງໂລກ. ແຕ່ໂຄສົກ​ຍິງ​ທ່ານ​ນຶ່ງ​ກ່າວ​ວ່າ ຄວາມ​ຕັ້ງ​ໃຈຕົ້ນຕໍ​ຂອງ​ເຂົ​າ​ເຈົ້າ​ແມ່ນເພື່ອໃຫ້ການ ຢືນຢັນອີກຄັ້ງນຶ່ງ ຕໍ່ຄວາມໝາຍໝັ້ນ ທີ່ຈະສ້າງ​ສະພາບແວດ​ລ້ອມ​ໃຫ້
ແກ່​ພວກແມ່ຍິງ ແລະ​ຊ່ວຍ​ເຂົາເຈົ້າຍົກ​ລະ​ດັບຄອບຄົວ​ ​ແລະ​ບັນດາປະຊາ​ຄົມເຂົາເຈົ້າ.

ວັນ​ແມ່ຍິງ​ສາກົນ ພວມສະຫລອງກັນ ​ຢູ່ໃນ​ທົ່ວ​ໂລກ​ ໃນວັນ​ເສົາ​ມື້​ນີ້.

ສະຫະ​ປະຊາ​ຊາດ ຮ້ອງ​ໃຫ້ໂອກາດດັ່ງກ່າວ​ນີ້​ ​ເປັນ​ເວລາ​ທີ່ສະທ້ອນ​ເຖິງຄວາມ​ກ້າວໜ້າ
ທີ່​ໄດ້​ຮັບ ​ແລະ​ສະ​ຫລອງການ​ປະຕິບັດໜ້າທີ່​ຢ່າງ​ກ້າຫານ ​ແລະ​ມີຄວາມຕັ້ງ​ອົກ​ຕັ້ງ​ໃຈ
ຂອງ​ບັນດາ​ແມ່ຍິງ​ທໍາ​ ມະ​ດາ​ສາມັນ ຜູ້​ທີ່​ໄດ້​ຫລີ້ນ​ບົດບາດພິເສດຢູ່ໃນປະຫວັດສາດຂອງ​ປະ​ເທດແລະ​ປະຊາ​ຄົມ​ເຂົາ​ເຈົ້າ.

ວີດີໂອ: ການສຶກສາແມ່ນນໍ້ າ ໃຈສໍ າ ຄັນ ຂອງວັນແມ່ຍິງສາກົນ ປີນີ້:

Education Key Theme for International Women's Day
please wait

No media source currently available

0:00 0:03:14 0:00


Thousands of women in the Philippines' capital celebrated International Women's Day Saturday with a landmark observance.

Organizers in Manila had the women stand in a formation representing the female symbol.

The Philippine Commission on Women is hoping the mass creation of the cross-like symbol will land them in the Guinness World Records book.

But a spokeswoman says their primary intention was to reaffirm their commitment to creating an enabling environment for women and to help them in the uplifting of their family and and communities.

International Women's Day is being celebrated worldwide Saturday.

The U.N. calls the occasion a time to reflect on progress made and to celebrate acts of courage and determination by ordinary women who have played an extraordinary role in the history of their countries and communities.
XS
SM
MD
LG