ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟິ​ລິບ​ປີນ ຍັງ​ຢູ່​ໃນ​ ສະ​ພາ ​ສິດ​ທິ​ມະ​ນຸດ ເຖິງ​ແມ່ນ ​ມີການ​ປາບ​ປາມ ຢາ​ເສ​ບ​ຕິດ​ຮ້າຍ​ແຮງ


ພວກ​ແມ່​ຊີ​ຄາ​ໂທ​ລິກ ພາ​ກັນ​ຖື​ປ້າຍ​ປະ​ທ້ວງ ​ການ​ໃຊ້​​ມືສັງ​ຫານ ເພື່ອ​ປາບ​ປາມ​ພວກ​ຄ້າຢາ​ເສບ​ຕິດ. ນະ​ຄອນ​ມະ​ນີ​ລາ ​ຟິ​ລິບ​ປີນ ວັນ​ທີ 10 ທັນ​ວາ 2016.
ພວກ​ແມ່​ຊີ​ຄາ​ໂທ​ລິກ ພາ​ກັນ​ຖື​ປ້າຍ​ປະ​ທ້ວງ ​ການ​ໃຊ້​​ມືສັງ​ຫານ ເພື່ອ​ປາບ​ປາມ​ພວກ​ຄ້າຢາ​ເສບ​ຕິດ. ນະ​ຄອນ​ມະ​ນີ​ລາ ​ຟິ​ລິບ​ປີນ ວັນ​ທີ 10 ທັນ​ວາ 2016.

ຟິ​ລິບ​ປີນ​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດສະ​ຫະ​ປະ​ຊາ​ຊາດ​ຊຶ່ງ​
ໄດ້​ສ້າງຊື່​ສຽງເພີ້ມ​ຕື່ມ ໃຫ້​ແກ່ປະ​ທາ​ນາ​ທິ​ບໍ​ດີ​ໂຣດ​ຣິ​ໂກ ດູ​ເຕີ​ຣເຕ ຫຼັງ​ຈາກ​ໄດ້ຖືກ​ຕິ
​ຕຽນ​ມາ​ເປັນ​ເວ​ລາ 2 ປີ ​ໃນ​ການ​ໃຊ້ມືສັງ​ຫານເພື່ອ​ປາບ​ປາມ​ພວກ​ຄ້າຢາ​ເສບ​ຕິດ
ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ບັນ​ດາກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ບໍ່​ເຫັນ​ພ້ອມ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ຟີ​ລິບ​ປິນໂດຍ​
ເວົ້າວ່າ ​ຟີ​ລິບ​ປິນ​ ບໍ່​ຄວນ​ເຂົ້າໄປ​ນັ່ງ​ໃນສະ​ພາໃນ​ສະ​ພາ​ດັ່ງ​ກ່າວ ຊຶ່ງ​ເປັນ​ຜູ້​ລະ​ບຸ​ຊື່
ປະ​ເທດ​ທີ່​ລວງ​ລະ​ເມີດ​ຕ່າງໆ.

ທ່ານ​ດູ​ເຕີຣເຕຊຶ່ງ​ຖືກ​ເລືອກ​ໃນ​ປີ​ 2016 ໄດ້​ທ້າ​ທາຍຢ່າງ​ເປີດ​ເຜີຍ​ຕໍ່ຜູ້​ຂຽນລ​າຍ​ງານ​
ພິ​ເສດ ຂອງ​ສະ​ຫະ​ປະ​ຊາ​ຊາດ ທີ່​ມີ​ຄວາມ​ເປັນຫ່ວງກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໃນ​ຟິ​ລິບ
​ປີນ. ໃນ​ຕົ້ນ​ປີ​ນີ້ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ຖອນ​ຕົວ​ອອກ​ຈາກກົດ​ລະ​ບຽບ ​ທີ່ຢູ່​ເບື້ອງ
​ຫຼັງ​ສານ​ອາດ​ຍາ​ສາ​ກົນ ໃນ​ຂະ​ນະ​ທີ່​ສານ​ດັ່ງ​ກ່າວ ກວດ​ເ​ບິ່ງ​ການ​ກ່າວ​ຫາ​ວ່າ ທ່ານ
​ດູ​ເຕີ​ຣເຕ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ສະ​ທຳ ຢູ່​ໃນ​
ການປຸກ​ລະ​ດົມ​ຕໍ່​ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ.

ແຕ່ທ່ານ​ດູ​ເຕີ​ຣ​ເຕ​ ໄດ້​ອະ​ນຸ​ຍາດ​ໃຫ້​ຄະ​ນະ​ກຳ​ມາ​ທິ​ການ​ສິດ​ທິ​ມະ​ນຸດ​ຂອງ​ລັດ​ຖ​ະບານ
ຟິ​ລິບ​ປີນ​ ກວດກາ​ເບິ່ງ​ລາຍ​ງານ​ທີ່ວ່າມີ​ເຖິງ 12,000 ຄົນ ໄດ້​ຖືກສັງ​ຫານ ​ແບບ​ຮວບ​
ຮັດ​ຕັດ​ຕອນ ຮວມ​ທັງ​ພວກ​ບໍ່​ເຖິງ​ກະ​ສຽນ ທີ່​ຢູ່​ໃນ​ກຳ​ມື​ຂອງ​ຕຳ​ຫຼວດ ພະ​ຍາ​ຍາມ​ທີ່​
ຈະ​ກຳ​ຈັດ​ການ​ຄ້າ​ຢາ​ເສບ​ຕິດ. ທ່ານ​ດູ​ເຕີ​ຣ​ເຕ​ຍັງ​ໄດ້​ໃຫ້​ການ​ອະ​ນຸມັດ​ ໃນ​ການ
“ປະ​ຕິ​ຮູບ” ​ເພື່ອໃຫ້​ຊາວ​ຟິ​ລິບ​ປີນທຳ​ມະ​ດາ​ສາ​ມັນ ນັ້ນ​ຄື​ຄຳ​ເວົ້າຂອງລັດ​ຖະ​ມົນ​ຕີ
​ຕ່າງ​ປະ​ເທດ​ຂອງ​ທ່ານ ທີ່​ໄດ້ກ່າວ​ໄວ້.

ທ່ານ​ນາງ​ມາ​ເຣຍ ອີ​ລາ ອາ​ຕຽນ​ສາ ສາ​ສ​ດາ​ຈານ​ລັດ​ຖະ​ສາດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ
​ຂອງ​ຟິ​ລິບ​ປິນ​ດີ​ລີ​ແມນ ກ່າວ​ວ່າ “ມັນ​ຂ້ອນ​ຂ້າງເປັນ​ເລື້ອງ​ແປກ ທີ່​ໄດ້​ຍື່​ນ​ຄຳຮ້ອງ​ຂໍ​
ເປັນ​ສະ​ພາສະ​ຫະ​ປະ​ຊາ​ຊາດ ທີ່​ຍັງ​ສົນ​ທະ​ນາເລື່ອງ​ສິດ​ທິ​ມະ​ນຸດ​ນັ້ນ. ມັນ​ຍັງ​ສະ​ແດງ
​ໃຫ້​ເຫັນ​ວ່າ ​ມີສຽງ​ທີ່​ແຕກ​ຕ່າງ​ໄປ ຢູ່​ໃນ​ລັດ​ຖະ​ບານ​ຟິ​ລິບ​ປີນ.”

ປະ​ທາ​ນາ​ທິບ​ໍ​ດີ​ຟິ​ລິບ​ປິນ ທ່ານໂຣດ​ຣິ​ໂກ ​ດູ​ເຕີຣເຕ ກ່າວ​ຄຳ​ປາ​ໄສ​ຢູ່ ເມືອງ​ເຄ​ຊອນ ພາກ​ເໜືອ​ຂອງ​ນະ​ຄອນ​ມະ​ນີ​ລາ ວັນ​ທີ 8 ສິງ​ຫາ 2018.
ປະ​ທາ​ນາ​ທິບ​ໍ​ດີ​ຟິ​ລິບ​ປິນ ທ່ານໂຣດ​ຣິ​ໂກ ​ດູ​ເຕີຣເຕ ກ່າວ​ຄຳ​ປາ​ໄສ​ຢູ່ ເມືອງ​ເຄ​ຊອນ ພາກ​ເໜືອ​ຂອງ​ນະ​ຄອນ​ມະ​ນີ​ລາ ວັນ​ທີ 8 ສິງ​ຫາ 2018.

ຟິ​ລິບ​ປີນ​ໄດ້​ຕໍ່​ອາ​ຍຸ​ບ່ອນ​ນັ່ງ​ຂອງ​ຕົນ​ຄືນ​ໃໝ່ ​ພ້ອມ​ດ້ວຍ​ບາຫ໌ເຣນ ບັງ​ກ​ລາ​ແດັດ ຟີ​ຈີ
ແລະ​ອິນ​ເດຍ. ​ໂດຍ​ມີ​ຈຳ​ນວນ​ຂອງ​ຜູ້​ສະ​ໝັກ​ເທົ່າກັນ​ກັບ​ຈຳ​ນວນ​ບ່ອນ​ນັ່ງ​ທີ່​ ​ເປີດ ບັນ
​ດາ​ປະ​ເທດຕ່າງໆ​ ຈຶ່ງບໍ່ໄດ້ແຂ່ງ​ຂັນ​ກັນ ແຕ່ແມ່ນ​ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ
​ມີ​ສິດ​ທິ​ລົງ​ຄະ​ແນນ​ສຽງຄັດ​ຄ້ານ​ຕໍ່​ການ​ຂໍ​ເປັນ​ສະ​ມາ​ຊິກ​ໃດໆ​ກໍ ຕາມ​ທີ່​ມີ​ອາ​ຍຸ​ການ
​ດຳ​ລົງ​ຕຳ​ແໜ່ງ​ສາມ​ປີ.

ມະ​ນີ​ລາ​ໄດ້​ເຂົ້າ​ຮ່ວມ​ກັບ​ແປດ​ປະ​ເທດທີ່​ເປັນ​ສະ​ມາ​ຊິກ​ຢູ່​ແລ້ວ ຮວມ​ທັງ​ຈີນແລະ
​ຍີ່​ປຸ່ນ. ສະ​ພາ​ດັ່ງ​ກ່າວ ​ສຶ​ບ​ສວນ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ
​ຂອງບັນ​ດາ​ປະ​ເທດສະ​ມາ​ຊິກ​ ສະ​ຫະ​ປະ​ຊາ​ຊາດ ຫຼັງ​ຈາກອອກຖະ​ແຫຼງການຕ່າງໆ
ເຊັ່ນ​ວ່າ ສິດ​ເສ​ລີ​ພາບ​ໃນການ​ປາກ​ເວົ້າ ສິດ​ທິຂອງແມ່​ຍິງແລະ​ສິດ​ທິຂອງ​ພວກ
​ຊົນ​ກຸ່ມ​ນ້ອຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG