ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິ​ລິບ​ປີນ ແນ​ໃສ່​ການດ​ຶງ​ດູດ​ເອົາ ຜູ້ລົງ​ທຶນ ທີ່ທີ່ໄດ້ຮັບຜົນ​ກະ​ທົບ​ຈາກ ການ​ເກັບ​ພາ​ສີ ລະ​ຫວ່າງ​ຈີນ ກັບສະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ທ່ານ​ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ ກ່າວ​ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ມະ​ນີ​ລາ ວັນ​ທີ 14 ພະ​ຈິກ 2017.
ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ທ່ານ​ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ ກ່າວ​ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ມະ​ນີ​ລາ ວັນ​ທີ 14 ພະ​ຈິກ 2017.

ຫວຽດ​ນາມ​ໄດ້​ສ້າງ​ຊື່ສຽງ ໃນ​ນາມ​ວ່າເປັນບ່ອນແກ້ໄຂບັນຫາລະຫວ່າງຫຼາຍ​ປະ​ເທດ
ເພື່ອ​ຫລີກ​ລ່ຽງ​ການຜິດຖຽງກັນດ້ານ​ການ​ຄ້າ​ລະຫວ່າງ ຈີນກັບ​ສະ​ຫະ​ລັດ ​ໃນ​ປີ 2018.
ຟິ​ລິບ​ປີນ​ ເປັນປະ​ເທດ​ເອ​ເຊຍ​ອາ​ຄະ​ເນນຶ່ງ​ອີກ​ ທີ່​ໄດ້​ຊຸກ​ຍູ້ ເພື່ອ​ຮັບ​ການ​ລົງ​ທຶນ​ຕ່າງ​
ປະ​ເທດ ທີ່ກະທຳຕາມ​.

ຟິ​ລິບ​ປີນກໍອວດອ້າງ​ວ່າຕົນມີ​ແຮງ​ງານໜຸ່ມ​ນ້ອຍ ທີ່​ມີ​ຄວາມ​ຊຳ​ນານ​ດ້ານ​ພາ​ສາ​ອັງ
​ກິດ ຍົກ​ລະ​ດັບ​ໂຄງ​ຮ່າງພື້ນຖານຢ່າງວອງ​ໄວ ແລະ​ບູ​ລະ​ນະ​ລະ​ບົບ​ພາ​ສີ ເຖິງ​ແມ່ນ​
ວ່າ​ລາ​ຄາ​ນ້ຳ​ມັນ ແລະ​ການ​ເມືອງ​ທີ່​ບໍ່​ສະ​ຫງົບ​ເປັນ​ໄລ​ຍະ ອາດ

ຈະເບິ່ງຄື​ວ່າບໍ່ມີຄວາມ​ກ້າວ​ໜ້າ ຜູ້ຄົນ​ບໍ່​ລື້ງ​ເຄີຍ​ກັບ​ປະ​ເທດ​ກ່າວກໍຕາມ.

ລັດ​ຖະ​ບານ​ໄດ້​ຮັບເອົາ 17 ພັນ 2 ຮ​ອ້ຍ​ລ້ານ​ໂດ​ລ​າ​ໃນ​ການ​ລົງ​ທຶນ ຂຶ້ນເປັນ 47 ເປີ​
ເຊັນ​ຈາກ​ປີ 2017 ດັ່ງທີ່ຄະ​ນະ​ກຳ​ມະ​ການລົງ​ທຶນ​ໄດ້​ປະ​ກາດ​ໄປໃນ​ວັນ​ທີ 24 ທັນ​ວາ.
ຈຳ​ນວນ​ດັ່ງ​ກ່າວໄດ້ “ເກີນ​ຄວາມ​ຄາດ​ໝາຍ” ທີ່​ຄະ​ນະ​ກຳ​ມະ​ການ​ໄດ້​ກ່າວໄປ.

ທ່ານ​ນາງມາ​ເຣຍ ອີ​ລາ ອາ​ຕຽນ​ຊາ ສາດ​ສະ​ດາ​ຈານລັດ​ຖະ​ສາດ​ການ​ເມືອງ ​ຈາກ​
ມະ​ຫາ​ວິ​ທະ​ຍາ​ໄລ​ກີ​ລີ​ແມນ ຟິ​ລິບ​ປິນ ກ່າວ​ວ່າ “ພວກ​ເຮົາ​ມີ​ຕະ​ຫຼາດ ຊົນ​ຊັ້ນລະ​ດັບ​
ກາງ​ເພີ້ມ​ຂຶ້ນ ແລະ​ແຮງ​ງານ​ທີ່​ເໝາະ​ສົມ ແຕ່​ມີ​ຂໍ້​ແມ້​ດ້ານ​ເສດ​ຖະ​ກິດ ແລະ​ການ​ເມືອງ
ທີ່​ເປັນ​ຜົນ​ກະ​ທົບ​ຕໍ່​ລະ​ດັບ​ຄວາມ​ເຊື່ອ​ໝັ້ນ​ລະ​ຫວ່າງ​ບັນ​ດາ​ຜູ້​ລົງ​ທຶນ ໂດຍ​ສະ​ເພາະ​
ບັນ​ດາ​ຜູ້​ລົງ​ທຶນ​ຕ່າງ​ປະ​ເທດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG