ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ກ່າວວ່າ ທະຫານຂອງຕົນມີອາວຸດ ແຕ່ ບໍ່ໄດ້ແນໄປທີ່ ໜ່ວຍຍາມຝັ່ງຂອງຈີນ


ທະເລຈີນໃຕ້/ຟິລິບປິນ ແລະ ຈີນ
ທະເລຈີນໃຕ້/ຟິລິບປິນ ແລະ ຈີນ

ກອງທັບຟີລິບປິນ ທີ່ປະຈຳການຢູ່ກຳປັ່ນຮົບລຳນຶ່ງ ທີ່ຈອດຢູ່ເທິງສັນດອນ ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ ໄດ້ຖືອາວຸດຂອງພວກເຂົາເຈົ້າໄວ້ ຫຼັງຈາກກຳປັ່ນຍາມຝັ່ງຂອງຈີນ ເຂົ້າມາໃກ້ກຳປັ່ນລຳດັ່ງກ່າວ ແຕ່ພວກເຂົາ ບໍ່ໄດ້ຊີ້ປືນໃສ່ພວກກຳປັ່ນຈີນ, ເຈົ້າໜ້າທີ່ທະຫານກ່າວ ໃນວັນອັງຄານມື້ນີ້, ອີງຕາມອົງການຂ່າວ Reuters.

ຜູ້ບັນຊາການ​ກອງທັບ​ຟີ​ລິບ​ປິນ ທ່ານ ໂຣມີໂອ ບຣາວເນີ້ (Romeo Brawner) ​ໄດ້​ໂຕ້ແຍ້ງຕໍ່ກັບການລາຍງານຂອງສະຖານີໂທລະພາບ CCTV ຂອງລັດຂອງ​ຈີນ ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ປະຕິບັດ​ພາລະກິດ ເສີມ​ກຳລັງ​ຕາມປົກະຕິ ສຳລັບກອງທັບ​ຟີ​ລິບ​ປິນ​ ໃນ​ວັນ​ທີ 19 ພຶດສະພາ​ນີ້.

CCTV ໄດ້​ລາຍ​ງານ​ວ່າ ​ເຈົ້າ​ໜ້າ​ທີ່ຟີ​ລິບ​ປິນ ຢ່າງໜ້ອຍ ສອງ​ຄົນ ​ໄດ້ຊີ້ປືນ​ໄປໃສ່ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ຂອງ​ຕົນ ​ໃນ​ລະ​ຫວ່າງ​ການ​ປະເຊີນໜ້າ​ກັນ​ຢູ່ກຳປັ່ນ BRP Sierra Madre, ເຊິ່ງ​ ​ມະ​ນີ​ລາ​ ໄດ້​ຍຶດ​ພື້ນທີ່ບໍລິເວນຫາດຊາຍ ໂທມັສ ທີສອງ ແລະ​ໄດ້​ກາຍ​ເປັນ​ກອງ​ທະຫານຮັກສາການ ​ໃນ​ປີ 1999.

"ມັນເປັນພຽງການກຽມພ້ອມ ເພື່ອປ້ອງກັນຕົນເອງໃນກໍລະນີທີ່ມີບາງສິ່ງບາງ ຢ່າງເກີດຂື້ນ ເພາະວ່າພວກເຂົາຢູ່ໃກ້ຫຼາຍ", ທ່ານ ບຣາວເນີ້ ກ່າວຕໍ່ກອງ ປະຊຸມຖະແຫຼງຂ່າວ, ໂດຍກ່າວເຖິງການກະທຳຂອງກອງໜ່ວຍຍາມຝັ່ງ ຈີນ ວ່າເປັນ "ການຍຸ​ແຍ່".

ເຈົ້າ​ໜ້າ​ທີ່​ທະ​ຫານ​ກ່າວ​ວ່າ ເຮືອຍາງພື້ນແຂງ​ຂອງ​ຈີນ ​ໄດ້​ເຂົ້າ​ມາ​ຢູ່ພາຍໃນໄລ ຍະ 5 ຫາ 10 ແມັດ ​ຈາກ​ກຳ​ປັ່ນ BRP Sierra Madre ແລະ​ໄດ້​ຍຶດ​ເອົາ​ສະ​ບຽງ​ອາ​ຫານ​ບາງ​ສ່ວນ​ທີ່ຖິ້ມ​ລົງມາ​ທາງ​ອາ​ກາດ​ໃຫ້​ແກ່​ທະ​ຫານຟິລິບປິນ ໄປ, ເຊິ່ງເປັນການ​ກະ​ທຳ​ທີ່ພວກເຂົາ​ ກ່າວ​ວ່າ "ຜິດ​ກົດ​ໝາຍ" ແລະ "ຍອມ​ຮັບບໍ່ ໄດ້."

ທ່ານ ບຣາວເນີ້ ກ່າວວ່າ "ນີ້ແມ່ນສາເຫດຂອງຄວາມຕື່ນຕົວ, ສະນັ້ນ, ທະຫານຂອງພວກເຮົາຈຶ່ງຖືອາວຸດປືນໄວ້ເປັນມາດຕະການປ້ອງກັນໄວ້ກ່ອນ. ມັນເປັນສ່ວນນຶ່ງຂອງກົດລະບຽບຂອງການສູ້ລົບ."

ທ່ານ ບຣາວເນີ້ ກ່າວ​ວ່າ “ພວກ​ເຮົາ​ປະຕິ​ເສດ​ວ່າ ທະຫານຂອງ​ພວກ​ເຮົາ​ຄົນ​ໃດ​ຄົນນຶ່ງ ​ຕັ້ງໃຈຊີ້​ປືນ​ຂອງ​ພວກ​ເຂົາ ​ໃສ່​ຄົນ​ຈີນ​ຄົນ​ໃດຄົນ​ນຶ່ງ… ​ແຕ່​ພວກ​ເຮົາ​ຈະ​ບໍ່​ປະຕິ​ເສດຄວາມຈິງທີ່ວ່າ​ພວກ​ເຂົາ​ເຈົ້າມີ​ອາວຸດ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

Philippine troops stationed on a warship grounded on a disputed South China Sea shoal held on to their weapons after Chinese coast guard boats came very close to the ship but they did not point their guns at them, military officials said on Tuesday.

Armed Forces of the Philippines Chief of Staff Romeo Brawner disputed an account by China's state CCTV of what transpired during a routine resupply mission for Filipino troops on May 19.

CCTV had reported at least two Filipino personnel pointed guns in their coast guards' direction during the confrontation at BRP Sierra Madre, which Manila grounded on Second Thomas Shoal and turned into a garrison in 1999.

"It was just in preparation for self-defence in case something happens because they were very close," Brawner told a press conference, describing the actions of the China Coast Guard as "provocative."

Military officials said Chinese rigid hull inflatable boats came within five to 10 meters of the BRP Sierra Madre and seized some of the supplies that were air dropped for troops, actions they said were "illegal" and "unacceptable."

"This was a cause of alarm. So our soldiers as a precautionary measure, held on to their firearms. It is part of the rules of engagement," Brawner said.

"We are denying that any of our soldiers pointed deliberately their guns at any of the Chinese ... But we will not deny the fact that they were armed," Brawner said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG