ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫັນ ໄປເຂົ້າກັບຈີນ ຂອງ ປ. ຟີລິບປິນ ຍັງເປັນພຽງ ຄຳເວົ້າເທົ່ານັ້ນ ໃນເວລານີ້


ປະທານາທິບໍດີຟິລິບປິນ ທ່ານ Rodrigo Duterte (ຊ້າຍ) ແລະທ່ານ Zhang Dejiang ປະທານກຳມະການຖາວອນ ຂອງສະພາປະຊາຊົນແຫ່ງຊາດຈີນ ພົບປະກັນ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ. (20 ຕຸລາ 2016)
ປະທານາທິບໍດີຟິລິບປິນ ທ່ານ Rodrigo Duterte (ຊ້າຍ) ແລະທ່ານ Zhang Dejiang ປະທານກຳມະການຖາວອນ ຂອງສະພາປະຊາຊົນແຫ່ງຊາດຈີນ ພົບປະກັນ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ. (20 ຕຸລາ 2016)

າໜ້າ​ທີ່​ອາ​ເມຣິກັນ​ກ່າວ​ວ່າ ຕົນ​ຍັງ​ບໍ່ທັນ​ໄດ້​ຮັບ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການໃດໆເທື່ອ​ຈາກ​ມະ​ນີລາ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະກາດ​ໂດຍ​ປະທານາທິບໍດີຟີ​ລິບ​ປິນທ່ານ Rodrigo Duterte ກ່ຽວ​ກັບ​ການ​ແຍກ​ທາງກັບ​ສະຫະ​ລັດ.

​ໂຄສົກ​ຂອງ​ທຳນຽບຂາວ​ ທ່ານ Eric Schultz ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຮັບ​ການ​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ​ໃດໆຈາກ​ເຈົ້າໜ້າ​ທີ່​ຟີ​ລິບ​ປິນ​ເພື່ອໃຫ້​ມີ​ການ​ປ່ຽນ​ແປງ ກ່ຽວກັບ​ຫລາຍໆ​ບັນຫາ​ຂອງ​ພວກ​ເຮົາ ບ່ອນ​ທີ່​ພວກເຮົາ​ຮ່ວມ​ມື​ກັນ​ສອງ​ຝ່າຍ.”

ສ່ວນ​ທ່ານ John Kirby ​ໂຄສົກ​ຂອງ​ທຳນຽບຂາວ ​ກ່າວ​ວ່າ “ມັນ​ເປັນ​ການ​ຂັດ​ແຍ້​ງທີ່​ອະ ທິບາຍ​ບໍ່​ໄດ້ກ່ຽວ​ກັບ​ຄວາມສຳພັນ​ທີ່​ມີ​ຄວາມ​ໃກ້ຊິດ​ກັນຫຼາຍ ທີ່​ພວກ​ເຮົາ​ມີ​ກັບ​ປະຊາຊົນ ​ຟີ​ລິບ​ປິນ ເຊັ່ນ​ດຽວ​ກັນ​ກັບ​ລັດຖະບານ​ທີ່​ນັ້ນ ​ໃນ​ຫລາຍໆ​ລະດັບ​ທີ່​ແຕກ​ຕ່າງ​ກັນ ບໍ່​ແມ່ນ​ພຽງ​ແຕ່​ໃນ​ດ້ານ​ຄວາມ​ໝັ້ນຄົງ​ເທົ່າ​ນັ້ນ. ພວກເຮົາ​ຈະ​ຊອກ​ຫາ​ຄຳ​ອະທິບາຍທີ່​ແທ້​ຈິງວ່າ​ປະທານາທິບໍດີ​ໝາຍ​ເຖິງ​ຫຍັງ ​ເວລາ​ທ່ານ​ເວົ້າ​ເຖິງ​ການ​ແຍກ​ກັບສະຫະລັດ.”

ທ່ານ Daniel Russel ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ມະນີ​ລາແຕ່​ວັນ​ທີ 22 ຫາ 25 ຕຸລາໃນ​ອັນທີ່ທ່ານ Kirby ກ່າວ​ວ່າ ​ເປັນການ​ຢ້ຽມຢາມ​ “ທີ່​ມີ​ໝາຍ​ກຳນົດ​ການ​ ແລະ​ວາງ​ແຜນ ມາ​ແຕ່​ດົນ​ນານ​ແລ້ວ.”

ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ການຄ້າ ແລະການລົງທຶນ ຟີລິບປິນ-ຈີນ ທີ່ປັກກິ່ງ.
ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ການຄ້າ ແລະການລົງທຶນ ຟີລິບປິນ-ຈີນ ທີ່ປັກກິ່ງ.

ຫລັງ​ຈາກ​ການ​ເຈລະຈາ​ໃນ​ລະດັບ​ສູງ​ກັບພວກ​ຜູ້ນຳ​ຂອງ​ຈີນທີ່​ນ​ຄອນຫຼວງປັກ​ກິ່ງແລ້ວ ຜູ້ນຳ​ຟິລິບ​ປີນ​ໃນ​ຕອນ​ເຊົ້າວານ​ນີ້ຢູ່​ທີ່​ກອງ​ປະຊຸມ​ທຸລະ​ກິດ ​ໄດ້​ປະກາດວ່າ “ການ​ແຍກ​ທາງ​ຂອງຂ້າພະ​ເຈົ້າກັບ​ສະຫະລັດ ທັງໃນ​ດ້ານ​ທະຫານ ບາງທີ​ອາດ​ຈະ​ບໍ່​ແມ່ນ​ໃນ​ດ້ານ​ສັງຄົມ ​ແຕ່​ໃນ​ດ້ານ​ເສ​ດຖະກິດ​ນຳ​ດ້ວຍ.”

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວຕໍ່​ພວກ​ນັກທຸລະກິດ ​ແລະ​ເຈົ້າໜ້າ​ທີ່​ຈີນ​ໄດ້​ພາ​ໃຫ້​ມີ​ການ​ຕົບ ​ມືດັ່ງ​ສະໜັ່ນ​ຂຶ້ນ.

ປະທານາທິບໍດີ Duterte ກ່າວ​ຕື່ມ​ວ່າ “ອາ​ເມຣິກາ​ໄດ້​ສູນ​ເສຍ​ແລ້ວ​ ໃນ​ເວລາ​ນີ້. ຂ້າພະ​ເຈົ້າ​ໄດ້​ປ່ຽນ​ທ່າ​ທີ​ໃໝ່​ໄປ​ສູ່​ກະ​ແສ​ແນວ​ຄິດ​ຂອງ​ພວກ​ທ່ານແລະ​ບາງທີ​ຂ້າພະ​ເຈົ້າອາດ​ຈະ​ເດີນທາງ​ໄປຣັດ​ເຊຍ​ດ້ວຍ ​ເພື່ອ​ໂອ້​ລົມ​ກັບ​ທ່ານ​ພູ​ຕິນ ​ແລະແຈ້ງ​ໃຫ້​ທ່ານ​ຊາບ​ວ່າ ມີ​ພວກ​ເຮົາ​ສາມ​ຄົນ​ຕ້ານ​ໂລກ ຈີນ ຟີ​ລິບ​ປິນ​ແລະຣັດ​ເຊຍ. ​ແລະ​ມັນ​ເປັນ​ວິທີ​ທາງ​ດຽວ​ເທົ່າ​ນັ້ນ.”

ການ​ປ່ຽນ​ແປງ​ທີ່​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໂດຍ​ຜູ້ນຳ​ແລະ​ພັນທະ​ມິດທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ໃນ​ເຂດ​ມະຫາ​ສະໝຸດ​ປາຊີ​ຟິກ ຈະ​ບໍ່​ເຮັດ​ໃຫ້​ນະ​ໂຍບາຍ​ຫັນ​ໄປ​ສູ່​ເຂດ​ເອ​ເຊຍ​ຂອງ​ສະຫະລັດຕົກ​ລາງ​ແຕ່​ປະການ​ໃດ ອີງ​ຕາມ​ການ​ຢືນຢັດຂອງ​ທ່ານ Kirby ​ແຕ່​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ “ຫລາຍໆ​ປະ​ເທດ​ຢູ່​ໃນ​ພາກພື້ຶ້ນ ​ແມ່ນ​ມີ​ຄວາມ​ກັງວົນ​ແລະຍັງ​ງົງຢູ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG