ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນປະກາດວ່າ ການສູ້ລົບ ຕ້ານພວກກະບົດ ຢູ່ພາກໃຕ້ ຂອງປະເທດ ໄດ້ສິ້ນສຸດລົງແລ້ວ


ທະຫານກອງທໍາອິດ ທີ່ຈະຖືກສົ່ງໄປຍັງເມືອງ Marawi ທີ່ຖືກປິດລ້ອມນັ້ນ ກໍາລັງຂຶ້ນລົດບັນທຸກທະຫານ ໃນຂະ
ນະທີ່ພວກເຂົາເຈົ້າພາກັນໄປເຖິງ ບ່ອນຕ້ອນຮັບ ວິລະຊົນ
ທີ່ຖານທັບອາກາດ Villamor ໃນເມືອງ Pasay, ທາງພາກຕາເວັນອອກສຽງໃຕ້ຂອງນະຄອນ Manila ຂອງ ຟີລິບປິນ ໃນວັນທີ 20 ຕຸລາ 2017.
ທະຫານກອງທໍາອິດ ທີ່ຈະຖືກສົ່ງໄປຍັງເມືອງ Marawi ທີ່ຖືກປິດລ້ອມນັ້ນ ກໍາລັງຂຶ້ນລົດບັນທຸກທະຫານ ໃນຂະ ນະທີ່ພວກເຂົາເຈົ້າພາກັນໄປເຖິງ ບ່ອນຕ້ອນຮັບ ວິລະຊົນ ທີ່ຖານທັບອາກາດ Villamor ໃນເມືອງ Pasay, ທາງພາກຕາເວັນອອກສຽງໃຕ້ຂອງນະຄອນ Manila ຂອງ ຟີລິບປິນ ໃນວັນທີ 20 ຕຸລາ 2017.

ໃນວັນຈັນມື້ນີ້ ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດຂອງ
ຟີລິບປິນເວົ້າວ່າ ການຕໍ່ສູ້ຕ້ານຢັນພວກກະບົດທີ່ແກ່ຍາວມາໄດ້ຫ້າເດືອນ ຢູ່ໃນເມືອງ
Marawi ທາງພາກໃຕ້ຂອງປະເທດນັ້ນ ໄດ້ສິ້ນສຸດລົງແລ້ວ.

ທ່ານກ່າວຕໍ່ພວກນັກຂ່າວວ່າ "ບໍ່ມີພວກກະບົດຢູ່ເມືອງ Marawi ອີກແລ້ວ".

ຄໍາປະກາດດັ່ງກ່າວ ແມ່ນມີຂຶ້ນໃນເວລາເກືອບໄດ້ໜຶ່ງອາທິດ ພາຍຫລັງທີ່ກອງທັບຂອງ
ປະເທດດັ່ງກ່າວ ໄດ້ສັງຫານຜູ້ນໍາຂອງພວກກະບົດສອງຄົນ ລວມທັງຜູ້ທີ່ໄດ້ສາບານຕົວ ວ່າ ຈະຈົງຮັກພັກດີຕໍ່ກຸ່ມລັດອິສລາມອີກດ້ວຍ.

ປະທານາທິບໍດີ Rodrigo Duterte ໄດ້ປະກາດໃນເວລານັ້ນວ່າເມືອງ Marawi ໄດ້ຖືກ "ປົດປ່ອຍຈາກອິດທິພົນຄອບງໍາຂອງພວກກໍ່ການຮ້າຍແລ້ວ," ແຕ່ວ່າພວກເຈົ້າໜ້າທີ່
ທະຫານ ເວົ້າວ່າ ຍັງມີພວກກະບົດທີ່ຕິດອາວຸດຫລົງເຫລືອຢູ່ແຫ່ງນັ້ນປະມານ 20 ຫາ 30 ຄົນ.

ທ່ານ Lorenzana ເວົ້າວ່າ ພວກກະບົດ ກຸ່ມສຸດທ້າຍ ຖືກສັງຫານໃນການຍິງຕໍ່ສູ້ກັນ ໃນຂະນະທີ່ກໍາລັງທະຫານຂອງຟີລິບປິນ ໄດ້ປິດລ້ອມຕຶກອາຄານຫລັງນຶ່ງ ແລະພົບ
ເຫັນສົບ ຂອງພວກກະບົດຫລາຍກວ່າ 40 ສົບຢູ່ໃນອາຄານນັ້ນ.

ທ່ານ Jim Mattis ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ໄດ້ຍົກຍ້ອງ
ສັນລະເສີນກອງທັບຟີລິບປິນ ໂດຍໄດ້ເວົ້າວ່າ ການເຮັດແນວນັ້ນ ໄດ້ສົ່ງ "ຂໍ້ຄວາມທີ່
ຕ້ອງການ ຫລາຍແທ້ໆ ໃຫ້ພວກກໍ່ການຮ້າຍຮູ້."

ຫລາຍກວ່າ 1,000 ຄົນ ໄດ້ຖືກຂ້າຕາຍນັບແຕ່ວັນທີ 23 ພຶດສະພາ ທີ່ກໍາລັງຮັກສາ
ຄວາມໝັ້ນຄົງຂອງຟີລິບປິນໄດ້ເລີ້ມການປະຕິບັດງານ ເພື່ອຈັບກຸມທ້າວ Isnilon
Hapilon ເປັນຕົ້ນມາ. ຜູ້ກ່ຽວແມ່ນຜູ້ທີ່ຖືກຕ້ອງການຕົວຫລາຍທີ່ສຸດ ຢູ່ໃນບັນຊີລາຍຊື່
ຂອງພວກ ກໍ່ການຮ້າຍ ຂອງສະຫະລັດ ທີ່ໄດ້ສະເໜີໃຫ້ລາງວັນເປັນເງິນ 5 ລ້ານໂດລາ ແກ່ຜູ້ທີ່ຈັບ ກຸມຜູ້ກ່ຽວໄດ້.

ການບຸກລຸກຫລົ້ມເເຫລວລົງ ພາຍຫລັງທີ່ກະແສຟອງຂອງພວກກະບົດໄດ້ຖະຫລົ່ມຕົວ
ເມືອງ ແລະທໍາການອາລະວາດ, ຈູດເຜົາບ້ານເຮືອນ, ຈູດມະຫາວິທະຍາໄລແຫ່ງນຶ່ງ
ແລະເຜົາ ໂບດກາໂຕລິກຫລາຍແຫ່ງ ແລະໄດ້ທໍາການຈັບກຸມຫລາຍຄົນໄປເປັນຕົວປະ
ກັນ. ສ່ວນໃຫຍ່ ຂອງເມືອງ Marawi ໄດ້ມີເພີ້ມທະວີການຕໍ່ສູ້ຢ່າງຮຸນແຮງຂຶ້ນ ເມື່ອມີ
ການໂຈມຕີທາງອາ ກາດ ທີ່ແນໃສ່ທັບມ້າງການປິດລ້ອມໃຫ້ສິ້ນສຸດລົງ.

ເຂດພາກໃຕ້ຂອງຟີລິບປິນ ໂດຍສະເພາະແມ່ນ ເຂດ Mindanao ທີ່ອຸດົມຮັ່ງມີໄປດ້ວຍ ຊັບພະຍາກອນທໍາມະຊາດ ແຕ່ມີຄວາມທຸກຈົນນັ້ນ ໄດ້ກາຍເປັນບ່ອນທີ່ກຸ່ມ Abu
Sayyaf ແລະກຸ່ມທີ່ຢຶດຖືຫລັກຄວາມເຊື່ອດັ້ງເດີມຂອງສາສະໜາແຮງຈັດ ກຸ່ມອື່ນໆນຳ
ທໍາການເຄື່ອນໄຫວ ມາເປັນເວລາດົນນານແລ້ວ.

ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້

Militants in Philippines
please wait

No media source currently available

0:00 0:02:20 0:00

Philippine Defense Minister Delfin Lorenzana said Monday a five-month battle against militants in the southern city of Marawi is over.

"There are no more militants in Marawi," he told reporters.

The declaration came nearly a week after the country's armed forces killed two militant leaders, including one who had sworn allegiance to the leader of the Islamic State group

President Rodrigo Duterte declared at that time that Marawi was "liberated from the terrorist influence," though military officials said 20 to 30 armed militants remained.

Lorenzana said the last group of militants were killed in a firefight as Philippine forces captured a building, and that more than 40 bodies of rebels were found inside.

U.S. Defense Secretary Jim Mattis praised the Philippine military, saying it has sent "a very necessary message to the terrorists."

More than 1,000 people have been killed since May 23 when Philippine security forces launched a mission to arrest Isnilon Hapilon. He was one of the most wanted terrorists listed by the United States, which offered a $5 million reward for his arrest.

The raid collapsed after a wave of militants stormed the city and went on a rampage, burning houses, a university and Catholic churches and taking scores of hostages. Much of Marawi has been leveled by airstrikes aimed at bringing an end to the siege.

The southern Philippines, particularly the resource-rich but poverty-wracked Mindanao region, has long been a hotbed of activity by the Abu Sayyaf and other fundamentalist groups.

XS
SM
MD
LG