ປະເທດ ຟີລິບປິນ ເຊິ່ງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນັ້ນ ກຳລັງ
ເພີ່ມການພັດທະນາແຫຼ່ງນ້ຳມັນເຊື້ອໄຟຂອງເຂົາເຈົ້າ ຂຶ້ນເປັນສອງເທົ່າ ໃນຂະນະທີ່
ລາຄານ້ຳມັນໂລກທີ່ເພີ່ມຂຶ້ນສູງນັ້ນ ໄດ້ສົ່ງຜົນກະທົບຕໍ່ປະຊາກອນທີ່ທຸກຍາກສ່ວນ
ຫຼາຍຂອງເຂົາເຈົ້າ.
ໃນວັນທີ 27 ຕຸລາທີ່ຜ່ານມາ, ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ໄດ້
ເຊັນສັນຍາການບໍລິການ ກັບບໍລິສັດສຳຫຼວດພະລັງງານ ອິສຣາແອລ Ratio
Petroleum ເພື່ອຊອກຫານ້ຳມັນເຊື້ອໄຟຢູ່ກ້ອງທະເລຈີນໃຕ້, ອີງຕາມການກ່າວ
ຂອງກະຊວງພະລັງງານ ມະນີລາ. ມັນແມ່ນສັນຍາພະລັງງານລະຫວ່າງ ຟີລິບຟິນ
ກັບ ຕ່າງປະເທດທີ່ຖືກເຊັນກັນ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.
ຟີລິບປິນ ໄດ້ລົມກັບ ຈີນ ຕ່າງຫາກ, ເຖິງແມ່ນຈະມີຄວາມຂັດແຍ້ງ ດ້ານອຳນາດອະ
ທິປະໄຕທາງທະເລກໍຕາມ, ກ່ຽວກັບ ຂໍ້ຕົກລົງການສຳຫຼວດຮ່ວມກັນອີກສະບັບນຶ່ງ.
ບັນດາຜູ້ຊ່ຽວຊານເຊື່ອວ່າ ການດຳເນີນການ ການສຳຫຼວດ ຮ່ວມກັບຕ່າງປະເທດ ບໍ່
ພຽງແຕ່ສະທ້ອນເຖິງການຂາດຄວາມຊຳນານດ້ານເທັກໂນໂລຈີໃນຟີລິບປິນ ເພື່ອ
ຫາຜົນປະໂຫຍດຈາກບໍ່ນ້ຳມັນໃຕ້ທະເລຂອງເຂົາເຈົ້າເອງເທົ່ານັ້ນ, ແຕ່ຍັງສະທ້ອນ
ໃຫ້ເຫັນເຖິງຄວາມຮີບດ່ວນ ເພື່ອຊອກຫານ້ຳມັນເຊື້ອໄຟດັ່ງກ່າວນຳດ້ວຍ.
ທ່ານ ໂທນາທັນ ຣາເວລັສ (Jonathan Ravelas) ຫົວໜ້າແຜນຍຸດທະສາດ ຕະ
ຫຼາດຂອງບໍລິສັດ ບັງໂກ ເດ ໂອໂຣ ຢູນີແບັງ (Banco de Oro Unibank) ໃນຕົວ
ເມືອງນະຄອນຫຼວງ ມະນີລາ ກ່າວວ່າ “ມັນຄົງຈະດີຫຼາຍ ຖ້າມີແຫຼ່ງນ້ຳມັນທີ່ດີ. ມັນ
ຄົງຈະດີຫຼາຍ ຖ້າພວກເຮົາສາມາດເພິ່ງພາຕົນເອງໄດ້. ມັນຈະປະຢັດເງິນໄດ້ຫຼາຍ
ເພາະວ່າລາຄານ້ຳມັນກຳລັງແພງຂຶ້ນ.”