ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສູ້ລົບ ກັບພວກກະບົດມຸລິມ ໃນຟີລິບປິນ ເຮັດໃຫ້ ຫຼາຍພັນຄົນ ບໍ່ມີບ່ອນຢູ່ອາໄສ


ທະຫານລັດຖະບານ ຢືນຍາມ ຢູ່ຕໍ່ໜ້າອາຄານ ແລະເຮືອນຊານ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ເມືອງມາຣາວີ. (25 ຕຸລາ 2017)
ທະຫານລັດຖະບານ ຢືນຍາມ ຢູ່ຕໍ່ໜ້າອາຄານ ແລະເຮືອນຊານ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ເມືອງມາຣາວີ. (25 ຕຸລາ 2017)

ພວກອົບພະຍົບ ທີ່ຫຼົບໜີຈາກສົງຄາມກາງປີທີ່ຮ້າຍແຮງ ລະຫວ່າງທະຫານຂອງລັດ
ຖະບານແລະພວກກະບົດມຸສລິມ ຢູ່ໃນພາກໃຕ້ຂອງຟີລິບປິນ ກ່າວວ່າ ພວກເຂົາຍັງ
ບໍ່ພ້ອມ ທີ່ຈະກັບຄືນໄປບ້ານເກີດ ຫຼັງຈາກທີ່ມີການປະກາດວ່າ ການສູ້ລົບໄດ້ສິ້ນສຸດ
ລົງແລ້ວເພາະພວກເຂົາຢ້ານວ່າ ອາດຍັງຈະມີອັນຕະລາຍຢູ່ແລະການຂາດທຶນຮອນ ເພື່ອບູລະນະສ້າງສາຄືນໃໝ່.

ຊະຕາກຳຂອງພວກອົບພະຍົບ ຫລາຍເຖິງ 364,000 ຄົນ ທີ່ຖືກຍົກຍ້າຍຈາກເມືອງ
Marawi ເຊິ່ງເປັນເມືອງ ທີ່ມັກຈະເກີດມີຄວາມຮຸນແຮງ ໃນເກາະ Mindanao ທາງ
ພາກໃຕ້ຂອງປະເທດນັ້ນ ຈະເປັນບັນຫາທ້າທາຍ ສຳລັບອົງການຕ່າງໆຂອງລັດຖະ
ບານ ທີ່ຈະປ້ອງກັນບໍ່ໃຫ້ເກີດການປະກັນຄັ້ງໃໝ່ແລະການບູລະນະສ້າງສາເມືອງດັ່ງ
ກ່າວທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ກ່ອນທີ່ຜູ້ຄົນທີ່ເຄີຍອາໄສຢູ່ນັ້ນ ສູ້ບໍ່ໄດ້ ແລະ
ໜີອອກໄປ ໂດຍບໍ່ກັບຄືນມາອີກ.

ທ່ານ Miriam Coronel-Ferrer ອາຈານສອນລັດຖະສາດ ຢູ່ທີ່ມະຫາວິທະຍາໄລ ແຫ່ງຟີລິບປິນ ຜູ້ທີ່ໄດ້ຊ່ອຍຄະນະລັດຖະບານຊຸດກ່ອນ ໄກ່ເກ່ຍສັນຕິພາບໃນເກາະ
ມິນດານາວ ໄດ້ກ່າວວ່າ “ມັນຈະຕ້ອງໃຊ້ເວລາດົນນານ. ມັນບໍ່ແມ່ນເລື່ອງງ່າຍແທ້ໆ ທີ່ຈະສ້າງສາທຸກສິ່ງທຸກຢ່າງຄືນໃໝ່ໄດ້.”

ເຮືອນຊານບ້ານຊ່ອງຂອງປະຊາຊົນໄດ້ຖືກຈູດເຜົາ ທຳລາຍ ຫຼື “ໄດ້ຮັບຄວາມເສຍ
ຫາຍໝົດ” ອັນນັ້ນແມ່ນຄຳເວົ້າຂອງ 43 ຄອບຄົວທີ່ອາໄສຢູ່ໃນສູນອົບພະຍົບທີ່ດຳ
ເນີນການໂດຍເມືອງ Cagayan de Oro ທີ່ຢູ່ໃກ້ຄຽງ. ຫຼາຍຄົນເວົ້າວ່າ ພວກເຂົາ
ສູນເສຍທຸລະກິດຂະໜາດນ້ອຍເຊັ່ນກັນ.

ໃນໄລຍະ 5 ເດືອນຜ່ານມາ ຄອບຄົວເຫຼົ່ານັ້ນ ແລະຜູ້ຄົນອື່ນໆປະມານ 6,400 ຄົນ
ທີ່ໄດ້ຫຼົບໜີ ໄປອາໄສຢູ່ເມືອງດັ່ງກ່າວ ຄິດວ່າມັນປອດໄພຈາກຄວາມຮຸນແຮງຂອງ
ກຸ່ມກະບົດ ທີ່ໄດ້ທຳລາຍບ້ານເກີດເມືອງນອນຂອງພວກເຂົາເຈົ້າ ໃນລະຫວ່າງວັນ
ທີ 23 ເດືອນພຶດສະພາ ຫາວັນທີ 24 ເດືອນຕຸລາ.

ຢ່າງນ້ອຍ 4 ເມືອງ ກຳລັງຊ່ອຍເຫຼືອອຸ້ມຊູ ພວກຊາວອົບພະຍົບດັ່ງກ່າວ ແລະບາງ
ສ່ວນກໍໄດ້ຍ້າຍໄປໄກເຖິງນະຄອນຫຼວງມະນີລາ ເພື່ອເລີ່ມຕົ້ນທຸລະກິດໃໝ່.

ພວກຄົນບາງສ່ວນກ່າວວ່າ ພວກເຂົາໄດ້ຫລົບໜີລູກປືນອອກໄປຢ່າງໄວວາ ຈຶ່ງບໍ່
ສາມາດນຳເອົາສິ່ງຂອງສ່ວນຕົວ ອອກໄປໄດ້ ເຊັ່ນບັດປະຈຳຕົວ ທີ່ຖືກຕ້ອງຕາມ
ກົດໝາຍ ອັນເປັນສິ່ງທີ່ຈຳເປັນ ເພື່ອຂໍການຊ່ອຍເຫຼືອຈາກພາຍນອກ.

ທ້າວ Aman Dayamla ອາຍຸ 28 ປີ ເປັນຄົນຂາຍເຄື່ອງໃນເມືອງມາຣາວີ ຜູ້ທີ່ອາ
ໄສຢູ່ໃນສູນຍົກຍ້າຍ ຫຼັງຈາກທີ່ເຮືອນຂອງລາວ ໄດ້ຖືກທຳລາຍ ກ່າວວ່າ “ຂ້າພະ
ເຈົ້າຄິດວ່າ ເມືອງ Cagayan ຈະປອດໄພກວ່າ ແຫ່ງອື່ນໆ.” ລາວກ່າວອີກວ່າ “ຢູ່
ໃນເມືອງມາຣາວີ ມັນກໍເປັນໄປໄດ້ທີ່ພວກ ISIS ຈະກັບມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG