ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜ່ນດິນໄຫວ ຂະໜາດໃຫຍ່ ກະທົບ ພາກໃຕ້ ຂອງຟີລິບປິນ ອີກ ເປັນຄັ້ງທີສອງ


ພວກຄົນກຳລັງແນມເບິ່ງ ທີມກູ້ໄພ ທີ່ພະຍາຍາມ ຊ່ອຍເຫຼືອພວກທີ່ລອດຊີວິດ ຕິດຄ້າງ ຢູ່ໃນຕຶກ 4 ຊັ້ນ ຫຼັງຈາກແຜ່ນດິນໄຫວ ກະທົບ ເມືອງໂປຣັກ ຂອງແຂວງ ປາມປານກາ, ປະເທດຟີລິບປິນ, ວັນທີ 23 ເມນາ 2019.
ພວກຄົນກຳລັງແນມເບິ່ງ ທີມກູ້ໄພ ທີ່ພະຍາຍາມ ຊ່ອຍເຫຼືອພວກທີ່ລອດຊີວິດ ຕິດຄ້າງ ຢູ່ໃນຕຶກ 4 ຊັ້ນ ຫຼັງຈາກແຜ່ນດິນໄຫວ ກະທົບ ເມືອງໂປຣັກ ຂອງແຂວງ ປາມປານກາ, ປະເທດຟີລິບປິນ, ວັນທີ 23 ເມນາ 2019.

ກົມສຳຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວຂະໜາດໃຫຍ່ອີກ
ຄັ້ງນຶ່ງ ໄດ້ກະທົບພາກໃຕ້ຂອງຟີລິບປິນ ນຶ່ງວັນຫຼັງຈາກ ແຜ່ນດິນໄຫວຄວາມແຮງ 6.1
ໄດ້ກະທົບທາງພາກເໜືອຂອງປະເທດ ແລະ ໄດ້ສັງຫານຢ່າງໜ້ອຍ 11 ຄົນ.

ແຜ່ນດິນໄຫວທີ່ມີຄວາມແຮງຂະໜາດ 6.5 ເກີດຂຶ້ນເມື່ອຕອນບ່າຍ ໃນວັນອັງຄານມື້ນີ້
ແລະມີຈຸດສູນກາງຢູ່ກ້ຳຕາເວັນອອກຫ່າງຈາກເມືອງ ຕູຕູບີການ 13 ກິໂລແມັດ ຊຶ່ງ
ເມືອງນີ້ ຕັ້ງຢູ່ພາກກາງຂອງປະເທດ. ແຜ່ນດິນໄຫວໃນຄັ້ງນີ້ ເກີດຂຶ້ນ ຢູ່ໃນລະດັບ
ຄວາມເລິກ ທີ່ 70.2 ກິໂລແມັດ. ຍັງບໍ່ມີລາຍງານຂອງການສູນເສຍຊີວິດ ຫຼື ຄວາມເສຍ
ຫາຍແຕ່ຢ່າງໃດ ໃນທັນທີ່ເທື່ອ.

ພວກທີມກູ້ໄພ ແມ່ນເຫັນໄດ້ ຢູ່ທີ່ຕຶກ 4 ຊັ້ນ ທີ່ໄດ້ຫັກພັງລົງ ຫຼັງຈາກແຜ່ນດິນໄຫວ ກະທົບເມືອງໂປຣັກ ຂອງແຂວງ ປາມປານກາ ຂອງຟີລິບປິນ, ວັນທີ 23 ເມສາ 2019.
ພວກທີມກູ້ໄພ ແມ່ນເຫັນໄດ້ ຢູ່ທີ່ຕຶກ 4 ຊັ້ນ ທີ່ໄດ້ຫັກພັງລົງ ຫຼັງຈາກແຜ່ນດິນໄຫວ ກະທົບເມືອງໂປຣັກ ຂອງແຂວງ ປາມປານກາ ຂອງຟີລິບປິນ, ວັນທີ 23 ເມສາ 2019.

ພວກທີ່ເສຍຊິດໃນເຫດແຜ່ນດິນໄຫວເມື່ອວັນຈັນວານນີ້ ໂດຍສ່ວນໃຫຍ່ ແມ່ນໄດ້ຖືກ
ພົບເຫັນ ຢູ່ໃຕ້ຊາກຫັກພັງຂອງຕຶກຮ້ານຊັບພະສິນຄ້າ ທີ່ໄດ້ພັງທະລາຍລົງ ຢູ່ໃນເມືອງ
ໂປຣັກ ໃນເວລາ ແຜ່ນດິນໄຫວເກີດຂຶ້ນທີ່ເມືອງ ລູຊອນ ໃນເກາະໃຫຍ່ຂອງປະເທດ.

ກົມສຳຫຼວດທໍລະນີວິທະຍາຂອງສະຫະລັດ ໄດ້ກ່າວວ່າ ຈຸດສູນກາງຂອງແຜ່ນດິນໄຫວ
ແມ່ນຢູ່ຫ່າງຈາກນະຄອນຫຼວງ ມານີລາ ປະມານ 60 ກິໂລແມັດ. ພວກທີ່ເຫັນເຫດການ
ໄດ້ລາຍງານວ່າ ພວກເຂົາເຫັນຕຶກຊີ້ຟ້າຫຼາຍຕຶກ ຢູ່ໃນນະຄອນ ມານີລາ ໂອນເອນໄປ
ມາ ໃນລະຫວ່າງເກີດແຜ່ນດິນໄຫວ.

ພວກພະນັກງານຄົ້ນຫາແລະກູ້ໄພ ກຳລັງຂຸດຊາກຫັກພັງອອກຢ່າງຂຸ້ນຂ້ຽວ ໂດຍໃຊ້
ລົດຈົກຂຸດ ແລະເຄື່ອງເຈາະ ເພື່ອຊອກຫາພວກລອດຊີວິດທີ່ຍັງຕິດຄ້າງຢູ່ໃຕ້ຊາກຫັກ
ພັງນັ້ນ. ຢ່າງໜ້ອຍ ຫຼາຍກວ່າ 20 ຄົນ ແມ່ນຍັງຫາຍສາບສູນຢູ່.

ສະໜາມບິນສາກົນ ຄຣາກ ຊຶ່ງເປັນອະດີດຖານທັບຂອງທະຫານ ສະຫະລັດ ມາບັດນີ້
ກໍໄດ້ຖືກນຳໃຊ້ເປັນສະໜາມບິນແຫ່ງທີສອງຂອງມານີລາ ກໍໄດ້ຖືກປິດລົງໃນວັນຈັນ
ວານນີ້ ຫຼັງຈາກ ສະຖານທີ່ ບ່ອນແຈ້ງປີ້ເດີນທາງ ແລະເພດານຫຼາຍແຫ່ງໄດ້ຮັບຄວາມ
ເສຍຫາຍ ຈາກແຜ່ນດິນໄຫວ.

ຟີລິບປິນ ເປັນສ່ວນນຶ່ງຂອງອັນທີ່ເອີ້ນວ່າ “ວົງແຫວນຂອງໄຟ” ເຂດປາຊີຟິກ ຊຶ່ງເປັນ ເຂດສ່ວນໂຄ້ງຂອງພູເຂົາໄຟ ແລະ ແລວເສັ້ນທີ່ມັກຈະເກີດແຜ່ນດິນໄຫວ ຊຶ່ງລວມທັງ
ຍີ່ປຸ່ນ ແລະ ຍາວຢຽດຜ່ານເອເຊຍຕາເວັນອອກສຽງໃຕ້ ຂ້າມໄປຍັງອ່າວປາຊີຟິກ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG