ເວລາຄົນອາເມຣິກັນ ໂທລະສັບໄປຮ້ອງຂໍ ການຊ່ອຍເຫຼືອຈາກ
ສູນສະໜັບສະໜຸນລູກຄ້າ ຂອງບໍລິສັດໃດນຶ່ງ ແມ່ນມີໂອກາດດີ
ທີ່ສຸດ ທີ່ວ່າພະນັກງານຕອບໂທລະສັບນັ້ນ ແມ່ນຄົນຟີລິບປິນ.
ຟີລິບປິນ ມີອຸດສາຫະກຳຮັບຈ້າງໃຫ້ການບໍລິການ ຫລືຕອບຄຳ
ຖາມແກ້ໄຂບັນຫາດ້ານທຸລະກິດ ໃຫ້ບໍລິສັດຕ່າງປະເທດ ທີ່ໃຫຍ່
ທີ່ສຸດໃນໂລກ ຊຶ່ງໃຊ້ພະນັກງານ ປະມານ 1 ລ້ານຄົນ ທີ່ຊ່ອຍ
ພວກລູກຄ້າຈາກເຂດຕ່າງໆ ທີ່ຫ່າງໄກ ມີເວລາແຕກຕ່າງກັນ
ຫຼາຍ. ແຕ່ກໍ່ແມ່ນວ່າ ອຸດສາຫະກຳນີ້ ຈະບໍ່ມີບັນຫາ. ນັກຂ່າວວີ
ໂອເອ Jason Strother ມີລາຍງານມາຈາກມານີລາ ຊຶ່ງສິງຈະ
ນຳມາສະເໜີທ່ານ.
ນາງ Angeline Rodriguez ເລີ້ມອອກຈາກບ້ານໄປເຮັດວຽກ ໃນເວລາພວກພະນັກງານ
ຟີລິບປິນຄົນອື່ນໆສ່ວນຫຼາຍ ເລີກວຽກປະຈຳວັນຂອງເຂົາເຈົ້າແລ້ວ.
ນາງ Rodriguez ໄວ 30 ປີ ເຮັດວຽກຍາມມື້ຄືນ ທີ່ສູນຮັບໂທລະສັບບໍລິການລູກຄ້າແຫ່ງນຶ່ງ.
ນາງ Angeline Rodriguez ເວົ້າວ່າ “ດຽວນີ້ ແມ່ນ 8 ໂມງຍັງ 15 ແລ້ວ ຂ້ອຍກຳລັງ
ຈະໄປຫ້ອງການຢູ່ສູນ C3 ບ່ອນທີ່ຂ້ອຍເຮັດວຽກ. ຕາມທຳມະດາແລ້ວ ຂ້ອຍເລີກ
ການ ເວລາ 6 ໂມງເຄິ່ງຕອນເຊົ້າ.”
ນາງ Rodriguez ເປັນນາງພະຍາບານທີ່ໄດ້ຮັບການເຝິກອົບຮົມມາ ແຕ່ກ່າວວ່າ ນາງໄດ້ເງິນຫລາຍກວ່າ ຈາກການເຮັດວຽກຢູ່ສູນ C3 ຊຶ່ງເປັນສູນຮັບໂທລະສັບບໍລິການລູກຄ້າ ໃຫ້ບໍລິສັດຕ່າງປະເທດຫຼາຍໆບໍລິສັດ ແລະວ່າຈ້າງພະນັກງານຟີລິບປິນ 2300 ຄົນ.
ນາງຮັບໂທລະສັບ ຫຼາຍເຖິງ 200 ເທື່ອ ໃນລະຫວ່າງຊົ່ວໂມງເຮັດວຽກໃນຍາມມື້ຄືນຂອງນາງ ຕອບຄຳຖາມໃຫ້ພວກລູກຄ້າທີ່ເປັນຊາວ ອາເມຣິກັນ ໂດຍສ່ວນໃຫຍ່ ຊຶ່ງມີຄຳຖາມຕ່າງໆກ່ຽວກັບລົດທີ່ພວກເຂົາເຈົ້າເຊົ່າຂີ່.
ທ່ານ Andy Sarakinis ຊຶ່ງເປັນນາຍຂອງນາງ ໄດ້ເຮັດວຽກຢູ່ໃນ ພາກສ່ວນທຸລະກິດຮັບ
ບໍລິການລູກຄ້າທາງໂທລະສັບໃຫ້ບໍລິສັດຢູ່ຕ່າງ ປະເທດ ມາໄດ້ 16 ປີແລ້ວ ຢູ່ໃນຟີລິບປິນ. ທ່ານ Sarakinis ກ່າວວ່າ ຍ້ອນຟີລິບປິນມີສາຍພົວພັນທີ່ໝັ້ນແກ່ນກັບສະຫະລັດ ພວກ
ພະນັກງານຢູ່ທີ່ນີ້ ຈຶ່ງຕິດຕໍ່ພົວພັນກັບພວກລູກຄ້າອະເມຣິກັນ ໄດ້ງ່າຍ ກວ່າພວກພະນັກ
ງານມາຈາກປະເທດອື່ນໆ ເຊັ່ນອິນເດຍ ຊຶ່ງເປັນສູນກາງຮັບບໍລິການລູກຄ້າທາງໂທລະສັບ
ທີ່ໃຫຍ່ທີ່ສຸດຂອງໂລກ ມາກ່ອນນັ້ນ.
ທ່ານ Andy Sarakinis ກ່າວວ່າ “ຄວາມງ່າຍໃນການດຳເນີນທຸລະກິດຢູ່ທີ່ນີ້ ແມ່ນ
ເປັນທີ່ໜ້າອັດສະຈັນທີ່ສຸດ. ຄວາມສາມາດໃນການວ່າຈ້າງບຸກຄົນຜູ້ນຶ່ງ ໃຫ້ເຂົ້າມາ
ເຮັດວຽກໃນມື້ທຳອິດໄດ້ໂລດ ແລະມີຄວາມຊຳນິຊຳນານໃນການໂອ້ລົມສົນທະນາ
ທາງໂທລະສັບກັບຜູ້ຊົມໃຊ້ສິນຄ້າ ຫລືການບໍລິການ ຈາກສະຫະລັດໄດ້ ບໍ່ວ່າຈະ
ເປັນບໍລິສັດການບິນ ບໍລິສັດເຊົ່າລົດ ບໍລິສັດສະໜອງການຮັກສາສຸຂະພາບ ການ
ໂທລະຄົມມະນາຄົມ ຫລືພະແນກບໍລິການການເງິນ ແລະພະນັກງານຜູ້ນັ້ນສາມາດ
ເວົ້າໂທລະສັບແລະໂອ້ລົມຢ່າງສະຫຼຽວສະຫຼາດ ແລະແກ້ໄຂຄວາມເປັນຫ່ວງຕ່າງໆ
ຂອງພວກລູກຄ້າໄດ້ນັ້ນ ແມ່ນວິເສດຫລາຍ ກັບໜ່ວຍແຮງງານຟີລິບປິນ.”
ປັດຈຸບັນນີ້ ພວກສູນກາງຮັບບໍລິການຕອບຄຳຖາມແລະແກ້ໄຂບັນຫາໃຫ້ ລູກຄ້າຈາກຕ່າງ
ປະເທດທາງໂທລະສັບແບບນີ້ ແມ່ນຮວມຢູ່ໃນບັນດາແຫລ່ງລາຍຮັບທີ່ໃຫຍ່ທີ່ສຸດຂອງ
ຟີລິບປິນ ທີ່ຊ່ວຍເຮັດໃຫ້ເສດຖະກິດຂອງປະເທດເຕີບໂຕຂຶ້ນໄວທີ່ສຸດ ໃນເຂດເອເຊຍຕາ
ເວັນອອກສຽງໃຕ້.
ແຕ່ເຖິງແມ່ນຈະມີລາງວັນທາງດ້ານການເງິນຫຼວງຫຼາຍ ດັ່ງທີ່ກ່າວມານັ້ນກໍຕາມ ກໍຍັງມີ
ຄວາມເປັນຫ່ວງກັງວົນວ່າ ການອຶດຫຼັບອຶດນອນຫຼືນອນບໍ່ພໍ ແລະຊົ່ວໂມງເຮັດວຽກທີ່ບໍ່ຖືກ
ກັບເວລານອນປົກກະຕິນັ້ນ ຈະນຳພາໄປສູ່ການດຳເນີນວິຖີຊີວິດ ທີ່ພາໃຫ້ສຸຂະພາບບໍ່ດີ.
ນັກຄົ້ນຄວ້າ Victoria Fritz ກ່າວວ່າ ພວກຄົນງານທີ່ເຮັດວຽກຮັບໂທລະສັບຢູ່ສູນບໍລິການ
ລູກຄ້າ ໃນຍາມມື້ຄືນໃນທົ່ວໂລກ ປະເຊີນກັບການສ່ຽງໄພເຫຼົ່ານີ້.
ທ່ານນາງ Victoria Fritz ກ່າວວ່າ “ຂ້າພະເຈົ້າໄດ້ພົບເຫັນວ່າ ພວກພະນັກງານ
ສູນບໍລິການແບບນີ້ ທີ່ເຮັດວຽກໃນຍາມມື້ຄືນ ກາກົດວ່າມີອາການບໍ່ສະບາຍໃນ
ຮ່າງກາຍ ເປັນພະຍາດຕ່າງໆນາໆ ໃນໄລຍະ ເວລາຫຼາຍໆປີທີ່ເຂົາເຈົ້າເຮັດ
ວຽກນັ້ນ ຊຶ່ງມີຮວມທັງ ພະຍາດກ່ຽວກັບເສັ້ນເລືອດໃນຫົວໃຈ ໂຣກເບົາຫວານ
ປະເພດ 2 ແລະໂຣກອ້ວນພີ.”
ພວກພະນັກງານທີ່ສູນ C3 ສາມາດເຂົ້າເປັນສະມາຊິກຂອງສູນອອກກຳລັງກາຍ ຂອງ
ບໍລິສັດໄດ້ ໂດຍເສຍຄ່າທຳນຽມປະຈຳເດືອນ ພຽງປະມານ 7 ດອນລາສະຫະລັດຕໍ່ເດືອນ.
ແຕ່ພວກພະນັກງານບາງຄົນ ກ່າວວ່າ ເຂົາເຈົ້າມີຄວາມກັງວົນໃຈຫຼາຍກ່ວາ ນຳການຂາດ
ຄວາມມ່ວນຊື່ນ ບໍ່ມີຊີວິດສັງຄົມໃນຍາມມື້ຄືນ ຍ້ອນວຽກການຂອງເຂົາເຈົ້ານັ້ນ.
ສຳຫລັບນາງ Angeline Rodriguez ພະນັກງານສູນ C3 ກ່າວວ່າ ລາວລຶ້ງເຄີຍກັບເລື້ອງ
ນີ້ແລ້ວ ຫຼັງຈາກເຮັດວຽກມາໄດ້ 5 ປີ ໃນວົງການອຸດສາຫະກຳດັ່ງກ່າວ.
ນາງ Rodriguez ກ່າວວ່າ “ ໃນປັດຈຸບັນນີ້ ຂ້ອຍບໍ່ມີຊີວິດສັງຄົມ ແລະຂ້ອຍກໍບໍ່ມັກ
ມັນປານໃດ. ຂ້ອຍຢາກເຮັດວຽກຫລາຍກວ່າ.”
ນາງກ່າວຕື່ມວ່າ ຖ້າຫາກນາງຢາກມີໝູ່ເພື່ອນໃໝ່ ຫຼືມີຊູ້ມີແຟນນັ້ນ ມັນກໍມີຄົນອື່ນໆອີກຫຼາຍຄົນ ທີ່ເຮັດວຽກໃນຍາມມື້ຄືນ ຄືກັນກັບນາງ.