ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ກ່າວປະນາມຕໍ່ໜ່ວຍຍາມຝັ່ງ ຈີນ ວ່າ 'ປ່າເຖື່ອນ' ທີ່ຂັດຂວາງການຍົກຍ້າຍທາງການແພດ


ໜ່ວຍຍາມຝັ່ງຂອງຈີນ ໄດ້ສີດນໍ້າຈາກທໍ່ສີດນໍ້າຂະໜາດໃຫຍ່ ເຂົ້າໃສ່ເຮືອສະໜອງເຄື່ອງບໍລິໂພກຢູນາຍຊາ (Unaizah) ໃນວັນທີ 4 ພຶດສະພາ, ໃນລະຫວ່າງທາງທີ່ເຮືອລໍານັ້ນ ເພື່ອນໍາສົ່ງເຄື່ອງອຸປະໂພກບໍລິໂພກ ຢູ່ທີ່ຫາດໂທມັສທີສອງ ໃນບໍລິເວນທະເລຈີນໃຕ້, ວັນທີ 5 ມີນາ 2024.
ໜ່ວຍຍາມຝັ່ງຂອງຈີນ ໄດ້ສີດນໍ້າຈາກທໍ່ສີດນໍ້າຂະໜາດໃຫຍ່ ເຂົ້າໃສ່ເຮືອສະໜອງເຄື່ອງບໍລິໂພກຢູນາຍຊາ (Unaizah) ໃນວັນທີ 4 ພຶດສະພາ, ໃນລະຫວ່າງທາງທີ່ເຮືອລໍານັ້ນ ເພື່ອນໍາສົ່ງເຄື່ອງອຸປະໂພກບໍລິໂພກ ຢູ່ທີ່ຫາດໂທມັສທີສອງ ໃນບໍລິເວນທະເລຈີນໃຕ້, ວັນທີ 5 ມີນາ 2024.

ໃນວັນສຸກມື້ນີ້, ໜ່ວຍຍາມຝັ່ງ ຟີລິບປິນ ກ່າວຫາຝ່າຍຈີນວ່າ ໄດ້ທໍາສະກັດ ກັ້ນຄວາມພະຍາຍາມທີ່ຈະຍົກຍ້າຍສະມາຊິກກອງກຳລັງປະກອບອາວຸດທີ່ເຈັບ ປ່ວຍໃນຂົງເຂດທະເລຈີນໃຕ້ ໂດຍຮ້ອງການກະທຳຂອງພວກເຂົາວ່າ “ປ່າເຖື່ອນ ແລະບໍ່ມີມະນຸດສະທຳ”, ອີງຕາມລາຍງານຂອງອົງການຂ່າວ Reuters.

ເຫດການ​ດັ່ງກ່າວ​, ເຊິ່ງ ​ຟີ​ລິບ​ປິນ ກ່າວ​ວ່າ​ ​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້, ​ໂດຍມີ​ສ່ວນ​ພົວພັນ​ກັບ​ສະມາຊິກທະຫານ​ເຮືອ​ຂະໜາດ​ນ້ອຍ​ ທີ່​ຖືກສົ່ງໄປ​ເຝົ້າ​ກຳ​ປັ່ນ BRP Sierra Madre, ​ເຊິ່ງເປັນບໍລິເວນທີ່ກຳ​ປັ່ນ​ຂອງ ​ຟີ​ລິບ​ປິນ ຈອດ​ຢູ່​ຫາດໂທມັສທີສອງ ໂດຍເປັນບໍລິເວນ​ທີ່ມີຂໍ້ພິພາດກັນ, ​ແລະເປັນສະຖານທີ່ ທີ່ມີການ​ປະ​ເຊີນ​ໜ້າ​ກັນ​ຊ້ຳ​ແລ້ວ​ຊ້ຳ​ອີກ​ກັບ ​ຈີນ​ ໃນ​ປີ​ແລ້ວ​ນີ້.

ໂຄສົກໜ່ວຍຍາມຝັ່ງ ທ່ານເຈ ເທີຣີລາ (Jay Tarriela) ກ່າວວ່າ ໜ່ວຍຍາມຝັ່ງ ແລະເຮືອຂອງກອງທັບເຮືອ ຖືກລົບກວນໂດຍກໍາປັ່ນຂອງ ຈີນ, ເຖິງແມ່ນຈະມີການແຈ້ງໃຫ້ພວກເຂົາຮູ້ ວ່າມີການດໍາເນີນງານທີ່ມີລັກສະນະ ທາງການແພດກໍຕາມ.

ທ່ານ ທາຣີລາ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພຶດຕິກຳທີ່ປ່າເຖື່ອນ ແລະ ບໍ່ມີມະນຸດສະທຳ ທີ່ສະແດງອອກໂດຍໜ່ວຍຍາມຝັ່ງຂອງ ຈີນ ບໍ່ມີບ່ອນໃດ ທີ່ເປັນລັກສະນະແບບນີ້ຢູ່ໃນສັງຄົມຂອງພວກເຮົາ.”

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້ ​ຟີ​ລິບ​ປິນສົ່ງ​ເຄື່ອງ​ອຸປະກອນຕ່າງໆ ​ແລະ​ຍົກຍ້າຍ​ບຸກຄະລາ​ກອນ​ອອກ​ໄປໄດ້ ຖ້າ​ຫາກ​ລັດຖະບານ​ມະນີ​ລາ ​ແຈ້ງ​ໃຫ້ ​ປັກ​ກິ່ງ ຮູ້ລ່ວງໜ້າກ່ອນປະຕິບັດພາລະກິດ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານນາງ ໝາວ ໜິງ ກ່າວ​ວ່າ “​ແນວ​ໃດ​ກໍຕາມ, ຟີ​ລິບ​ປິນ ບໍ່​ອາດ​ນໍາ​ໃຊ້​ສິ່ງ​ດັ່ງກ່າວ​ເປັນ​ຂໍ້​ອ້າງ​ສໍາລັບຄວາມພະຍາຍາມ ໃນ​ການ​ຂົນ​ສົ່ງ​ວັດຖຸ​ກໍ່ສ້າງ​ໄປ​ຍັງ​ກຳ​ປັ່ນຂອງ​ກອງທັບ​ເຮືອຕົນ ​ເພື່ອ​ພະຍາຍາມ​ຍຶດຄອງ​ ເຣັນອາຍ ຈຽວ (Ren'ai Jiao) ຢ່າງ​ຖາວອນ.

ຈີນ ເອີ້ນ​ເກາະ ໂທ​ມັ​ສ ທີ​ສອງວ່າ ເຣັນ​ອາຍ ຈຽວ.

MANILA, June 7 (Reuters) - The Philippine coast guard on Friday accused its Chinese counterpart of blocking efforts to evacuate a sick member of its armed forces in the South China Sea, calling its actions "barbaric and inhumane".

The incident, which the Philippines said took place last month, involved a member of a small contingent of marines posted to guard the BRP Sierra Madre, a Philippine vessel grounded at the disputed Second Thomas Shoal, the site of repeated confrontations with China this past year.

Coast Guard spokesperson Jay Tarriela said coast guard and navy boats were harassed by Chinese vessels, despite having informed them the operation was of a medical nature.

"The barbaric and inhumane behaviour displayed by the China Coast Guard has no place in our society," Tarriela said in a statement.

The Chinese foreign ministry said on Friday it will allow the Philippines to deliver supplies and evacuate personnel if Manila notifies Beijing ahead of a mission.

"However, the Philippines may not use this as an excuse to transport materials of construction to its naval vessels in an attempt to permanently occupy Ren'ai Jiao," Chinese foreign ministry spokesperson Mao Ning said in a briefing.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG