ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ຟາຍເຊີຣ ກ່າວວ່າ ຢາວັກຊີນກັນໄວຣັສໂຄໂຣນາ ຂອງຕົນນັ້ນ ມີປະສິດທິພາບ 95 ເປີເຊັນ


ພະນັກງານຄົນນຶ່ງ ຍ່າງຜ່ານຕູ້ແສ່ເຢັນ ທີ່ບັນຈຸຢາວັກຊີນກັນພະຍາດໄວຣັສໂຄໂຣນາ ຫຼື (COVID-19) ຢູ່ສະຖານທີ່ຂອງບໍລິສັດ ຟາຍເຊີຣ (Pfizer) ໃນເມືອງ ປູຣສ໌ ຂອງແບລຈຽມ ໃນພາບຖ່າຍທີ່ບໍ່ໄດ້ລະບຸວັນເວລານີ້.
ພະນັກງານຄົນນຶ່ງ ຍ່າງຜ່ານຕູ້ແສ່ເຢັນ ທີ່ບັນຈຸຢາວັກຊີນກັນພະຍາດໄວຣັສໂຄໂຣນາ ຫຼື (COVID-19) ຢູ່ສະຖານທີ່ຂອງບໍລິສັດ ຟາຍເຊີຣ (Pfizer) ໃນເມືອງ ປູຣສ໌ ຂອງແບລຈຽມ ໃນພາບຖ່າຍທີ່ບໍ່ໄດ້ລະບຸວັນເວລານີ້.

ບໍລິສັດຜະລິດຢາ ຟາຍເຊີຣ (Pfizer) ໄດ້ກ່າວ ໃນວັນພຸດວານນີ້ວ່າ ຢາວັກ
ຊີນກັນໄວຣັສໂຄໂຣນາຂອງຕົນ ມີປະສິດທິພາບເຖິງ 95 ເປີເຊັນ ແລະບໍ່ມີຜົນຂ້າງຄຽງຮ້າຍແຮງ ໃນຂະນະທີ່ຕົນວາງແຜນຫາທາງຂໍໃຫ້ລັດຖະບານກາງ ຮັບ ຮອງຢາວັກຊີນເພື່ອນຳໃຊ້ໃນຂັ້ນສຸກເສີນ.

ບໍລິສັດຟາຍເຊີຣ ໄດ້ເປີດເຜີຍຜົນການທົດລອງ ຫຼັງຈາກທີ່ໄດ້ທຳການວິໄຈຄັ້ງຫຼ້າສຸດຂອງການທົດລອງຂັ້ນທີ 3 ຂອງຢາວັກຊີນດັ່ງກ່າວ ຊຶ່ງຍັງໄດ້ພົບເຫັນວ່າ ມັນປົກປ້ອງພວກຄົນເຖົ້າແກ່ທີ່ມີຄວາມສ່ຽງສູງໃນການເສຍຊີວິດຍ້ອນໄວຣັສໂຄວິດ-19 ທີ່ເປັນພະຍາດເກີດຈາກໄວຣັສໂຄໂຣນາ.

ການປະກາດຂອງບໍລິສັດຜະລິດຢາຍັກໃຫຍ່ຂອງອະເມຣິກາ ໄດ້ອອກມານຶ່ງອາທິດ ຫຼັງຈາກທີ່ຕົນໄດ້ເປີດເຜີຍຄັ້ງທຳອິດຂອງການຄົ້ນພົບໃນເບື້ອງຕົ້ນ ວ່າຢາວັກຊີນມີຄວາມຫວັງສູງ ບໍ່ເທົ່າໃດວັນກ່ອນທີ່ຕົນວາງແຜນທີ່ຈະຂໍໃຫ້ລັດຖະບານກາງຮັບຮອງຢາວັກຊີນນັ້ນ ສຳລັບການນຳໃຊ້ໃນຂັ້ນສຸກເສີນ.

ບໍລິສັດຟາຍເຊີຣ ຍັງບໍ່ທັນໄດ້ເປີດເຜີຍຂໍ້ມູນລາຍລະອຽດກ່ຽວກັບການທົດລອງ ເທື່ອ ແລະຜົນຕ່າງໆ ຍັງບໍ່ທັນໄດ້ຮັບການກວດສອບໂດຍບັນດານັກຊ່ຽວຊານທີ່ເປັນອິດສະຫລະ.

ບໍລິສັດຟາຍເຊີຣ ແລະ ບາຍໂອເອັນເທັກ (BioNTech) ເປັນບໍລິສັດເທັກໂນໂລຈີຊີວະພາບຂອງເຢຍຣະມັນ ແລະຄູ່ຮ່ວມງານກັບບໍລິສັດຟາຍເຊີຣ ໃນການພັດທະນາຢາວັກຊີນດັ່ງກ່າວນັ້ນໄດ້ກ່າວວ່າ ພວກເຂົາເຈົ້າວາງແຜນທີ່ຈະຜະລິດເຖິງ 50 ລ້ານຊຸດ ຫຼື ໂດສ ຢູ່ທົ່ວໂລກໃນປີນີ້ ແລະເຖິງ 1 ພັນ 3 ຮ້ອຍລ້ານ ພາຍໃນປີ 2021.

ບໍລິສັດຟາຍເຊີຣ ຍັງໄດ້ກ່າວອີກວ່າ ຕົນຈະຢື່ນຜົນການທົດລອງໃຫ້ແກ່ອົງການຄຸ້ມຄອງອື່ນໆຢູ່ທົ່ວໂລກ.

ສ່ວນບໍລິສັດເທັກໂນໂລຈີຊີວະພາບ ໂມເດີຣນາ ໄອເອັນຊີ (Moderna, Inc.) ໄດ້ກ່າວເມື່ອຕົ້ນອາທິດນີ້ວ່າ ການວິໄຈໃນຊ່ວງລະຫວ່າງການສຶກສາຄົ້ນຄວ້າໃນຂັ້ນຫຼ້າສຸດ ໄດ້ພົບເຫັນວ່າ ຢາວັກຊີນຢູ່ໃນຂັ້ນທົດລອງຂອງຕົນນັ້ນ ປາກົດວ່າ ມີປະສິດທິພາບ 94.5 ເປີເຊັນ.

ລັດຖະບານສະຫະລັດ ໄດ້ກ່າວວ່າ ຕົນຫວັງວ່າ ບໍລິສັດໂມເດີຣນາ ແລະ ຟາຍເຊີຣ ຈະຜະລິດຢາວັກຊີນໃນຈຳນວນ 20 ລ້ານໂດສ ເພື່ອການແຈກຢາຍໃນເດືອນທັນວາຈະມາເຖິງນີ້ ໂດຍການຜະລິດຊຸດທຳອິດ ຈະມອບໃຫ້ແກ່ພວກຄົນທີ່ມີຄວາມສ່ຽງສູງເຊັ່ນ ພວກພະນັກງານສາທາລະນະສຸກ ແລະພວກຄົນທີ່ມີອາ ການຮ້າຍແຮງເປັນຕົ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The pharmaceutical company Pfizer said Wednesday that its coronavirus vaccine is 95% effective and caused no serious side effects as it plans to seek federal approval for the vaccine’s emergency use.

Pfizer disclosed the results after a final analysis of the vaccine’s Phase 3 trial, which also revealed it protects older people most at risk of dying from COVID-19, the disease caused by the coronavirus.

The American pharmaceutical giant’s announcement came a week after it first revealed promising preliminary findings, and days before it plans to formally ask the federal government to approve the vaccine for emergency use.

Pfizer has not yet released detailed information about the trial and the results have not been scrutinized by independent experts.

Pfizer and BioNTech, a German biotechnology company that partnered with Pfizer on the vaccine’s development, said they plan to produce up to 50 million doses worldwide this year and up to 1.3 billion in 2021.

Pfizer also said it would submit the results of the trial to other regulatory agencies around the world.

The biotechnology company Moderna, Inc., said earlier this week that an interim analysis of its late-stage study revealed its experimental vaccine appears to be 94.5% effective.

The U.S. government has said it hopes Moderna and Pfizer will produce some 20 million doses for distribution in December, with the first doses offered to vulnerable people like health care workers and those with serious health conditions.

XS
SM
MD
LG