ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳຫຼວດຂອງສູນກາງ Pew ພົບວ່າ ພາບພົດ ສຫລ ໃນໂລກ ‘ມີຮອຍດ່າງພ້ອຍ’ ໃນລະຫວ່ງ ການດຳລົງຕຳແໜ່ງ ຂອງ ປ. ທຣຳ


ພວກຄົນຖືປ້າຍໂດຍມີຂໍ້ຄວາມຕໍ່ຕ້ານທ່ານທຣຳ ຢູ່ໃນໃຈກາງນະຄອນຫຼວງລອນດອນ, ຊຶ່ງໃກ້ຈະມ້ວຍທ້າຍໃນການປະທ້ວງຕໍ່ຕ້ານການມາຢ້ຽມຢາມປະເທດຂອງປະທານາທິບໍດີ ດໍໂນລ ທຣຳ, ເມື່ອວັນອັງຄານ ທີ 4 ມິຖຸນາ 2019.
ພວກຄົນຖືປ້າຍໂດຍມີຂໍ້ຄວາມຕໍ່ຕ້ານທ່ານທຣຳ ຢູ່ໃນໃຈກາງນະຄອນຫຼວງລອນດອນ, ຊຶ່ງໃກ້ຈະມ້ວຍທ້າຍໃນການປະທ້ວງຕໍ່ຕ້ານການມາຢ້ຽມຢາມປະເທດຂອງປະທານາທິບໍດີ ດໍໂນລ ທຣຳ, ເມື່ອວັນອັງຄານ ທີ 4 ມິຖຸນາ 2019.

ພາບພົດຂອງອາເມຣິກາໃນຖານະເປັນມະຫາອຳນາດຂອງໂລກ ໄດ້ມີຮອຍດ່າງພ້ອຍ ນັບຕັ້ງແຕ່ ທ່ານດໍໂນລ ທຣຳ ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ໃນປີ 2016 ອິງຕາມສູນກາງຄົ້ນຄວ້າພິວ ທີ່ບໍ່ເຂົ້າຂ້າງພັກໃດພັກນຶ່ງ.

ການສຳຫຼວດຄວາມເຫັນຢູ່ໃນ 13 ປະເທດ ໂດຍສູນກາງຄົ້ນຄວ້າສະຫະລັດດັ່ງ ກ່າວ ໄດ້ພົບວ່າ ພຽງ 41 ເປີເຊັນຂອງພວກຄົນທີ່ໄດ້ຖືກສຳຫຼວດ ໃນອັງກິດ ໃຫ້ທັດສະນະທີ່ເຫັນດີເຫັນພ້ອມກັບສະຫະລັດ ຊຶ່ງເປັນອັດຕາເປີເຊັນທີ່ຕ່ຳທີ່ສຸດເມື່ອປຽບທຽບໃສ່ກັບການສຳຫຼວດອື່ນໃດຂອງສູນກາງພິວ ທີ່ໄດ້ດຳເນີນການມາຢູ່ໃນປະເທດນີ້.

ພຽງແຕ່ 31 ເປີເຊັນຂອງປະຊາກອນໃນຝຣັ່ງ ມີຄວາມເຫັນດີເຫັນພ້ອມກັບ ສະຫະລັດ ໂດຍຜົນການສຳຫຼວດອອກມາແບບດຽວກັນກັບໃນເດືອນມີນາ 2003 ເມື່ອຄວາມເຄັ່ງຕຶງລະຫວ່າງ ທັງສອງປະເທດແມ່ນສູງທີ່ສຸດ ຍ້ອນສົງຄາມໃນອີຣັກ ດັ່ງທີ່ການສຳຫຼວດນີ້ ໄດ້ພົບເຫັນ.

ການສຳຫຼວດຍັງໄດ້ພົບເຫັນວ່າ ຄວາມເສຍຫາຍຕໍ່ຊື່ສຽງໃນວົງການສາກົນຂອງອາເມຣິພາຍໃນບັນດາກຸ່ມພັນທະມິດແລະຄູ່ພາຄີທີ່ສຳຄັນໆນັ້ນ ໂດຍສ່ວຍຫຼາຍແລ້ວ ແມ່ນເຊື່ອມໂຍງໃນການຮັບມື ກັບວິກິດການໄວຣັສໂຄໂຣນາ. ພຽງ 15 ເປີເຊັນຂອງບັນດາປະເທດທີ່ເຂົ້າຮ່ວມໃນການສຳຫຼວດ ໃຫ້ຄະແນນດີແກ່ສະຫະ ລັດ ສຳລັບການຮັບມືກັບໂຣກລະບາດດັ່ງກ່າວ.

ບັນດາປະເທດໃນການສຳຫຼວດໂດຍສ່ວນຫຼາຍ ໄດ້ກ່າວວ່າ ອົງການອະນາໄມໂລກ ແລະສະຫະພາບຢູໂຣບ ໄດ້ດຳເນີນການຢ່າງໜ້າຊື່ນຊົມໃນການຄວບຄຸມໂຣກລະບາດນັ້ນ. ເກືອບໝົດທຸກປະເທດ ຍົກເວັ້ນແຕ່ສະຫະລັດ ແລະອັງກິດ ໃຫ້ຄະແນະບວກ ແກ່ປະເທດຂອງພວກເຂົາເຈົ້າ ສຳລັບການຮັບມືກັບການແຜ່ລະບາດຂອງໄວຣັສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG