ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປຣູ ແລະ ອິນໂດເນເຊຍ ຈະເປີດເຜີຍ ການ ຕິດຕາມຂໍ້ມູນ ການປະມົງ ຕໍ່ສາທາລະນະຊົນ


ຊາວປະມົງຍົກປາຂຶ້ນເທິງເຮືອ ໃນລະຫວ່າງການຫາປາຢູ່
ໃນມະຫາສະໝຸ ປາຊີຟິກ ນອກຊາຍຝັ່ງຂອງເມືອງ El Callao, ປະເທດ ເປຣູ, 22 ພະຈິກ, 2012.
ຊາວປະມົງຍົກປາຂຶ້ນເທິງເຮືອ ໃນລະຫວ່າງການຫາປາຢູ່ ໃນມະຫາສະໝຸ ປາຊີຟິກ ນອກຊາຍຝັ່ງຂອງເມືອງ El Callao, ປະເທດ ເປຣູ, 22 ພະຈິກ, 2012.

ປະເທດ ເປຣູ ໄດ້ເຂົ້າຮ່ວມກັບປະເທດ ອິນໂດເນເຊຍ ໃນວັນພຸດວານນີ້ ເປັນພຽງສອງ ປະເທດຢູ່ໃນໂລກ ທີ່ເຮັດໃຫ້ຂໍ້ມູນການຕິດຕາມເຮືອຫາປາຂອງພວກເຂົາເຈົ້າ ສາທາ ລະນະສາມາດເຂົ້າເຖິງໄດ້.

ມັນຈະເຮັດໃຫ້ນັກອະນຸລັກ, ພ້ອມກັບຜູ້ທີ່ຊື້, ຂາຍ ແລະ ມັກກິນອາຫານທະເລ, ມີຮູບ ພາບທີ່ຈະແຈ້ງ ກ່ຽວກັບ ວ່າອາຫານທີ່ມັກຂອງພວກເຂົາເຈົ້າມາຈາກໃສ.

ບັນດາເຈົ້າໜ້າທີ່ຈາກທັງສອງປະເທດ ໄດ້ທຳການປະກາດໃນວັນພຸດວານນີ້ ຢູ່ກອງປະ ຊຸມມະຫາສະໝຸດ ອົງການສະຫະປະຊາຊາດໃນນະຄອນ ນິວຢອກ.

ອິນໂດເນເຊຍ ກ່າວວ່າ ຂໍ້ມູນຂອງພວກເຂົາເຈົ້າຕອນນີ້ ແມ່ນເຂົ້າເຖິງໄດ້ແລ້ວ, ໃນຂະ
ນະທີ່ ເປຣູ ໄດ້ສັນຍາວ່າ ຈະເຮັດແບບດຽວກັນ.

ທ່ານ Hector Soldi ຮອງປະທານການປະມົງໄດ້ກ່າວວ່າ “ນີ້ແມ່ນການສະແດງໃຫ້
ເຫັນອີກຄັ້ງໜຶ່ງ ຄຳໝັ້ນສັນຍາຂອງລັດຖະບານ ເປຣູ ເພື່ອຕໍ່ ສູ້ກັບກິດຈະກຳທີ່ຜິດ ກົດໝາຍທາງທະເລ. ລັດຖະບານ ເປຣູ ມີເຈຕະນາທີ່ຈະພະຍາຍາມຢ່າງເຕັມທີ່ ເພື່ອບັນລຸການບໍລິຫານຢ່າງໝັ້ນຄົງ ກ່ຽວກັບ ການປະມົງຂອງພວກເຮົາ ເພື່ອຈະ ຂະຫຍາຍການປະກອບສ່ວນຕໍ່ ໂພສະນາການ ແລະ ຄວາມປອດໄພຂອງອາຫານ
ທົ່ວໂລກ.”

ກຸ່ມຕິດຕາມການຫາປາທົ່ວໂລກ ທີ່ບໍ່ຂຶ້ນກັບໃຜ ໄດ້ໃຊ້ເຄື່ອງຮັບດາວທຽມ ແລະ ຢູ່ເທິງ
ໂລກ ເພື່ອຕິດຕາມກິດຈະກຳຕ່າງໆ ຂອງເຮືອຫາປາພານິດ ແລະ ເຮືອສ່ວນຕົວ
60,000 ລຳໃນທົ່ວໂລກ.

ອົງການຕິດຕາມການຫາປາທົ່ວໂລກ ບໍ່ແມ່ນອົງການທີ່ຖືກບັງຄັບໃຊ້ຕາມກົດໝາຍ ແຕ່
ແມ່ນເຄື່ອງມື ສຳລັບນັກສະພາບແວດລ້ອມ ແລະ ນັກອະນຸລັກທຳມະຊາດ ແລະ ບໍ່ມີໃຫ້
ປະຊາຊົນທົ່ວໄປ.

ທ່ານນາງ Jackie Savitz, ຮອງປະທານກຸ່ມອະນຸລັກມະຫາສະໝຸດ ໄດ້ກ່າວຕໍ່ວີໂອເອ
ວ່າ ເມື່ອເຮືອຫາປາໄດ້ເດີນທາງອອກຈາກທ່າເຮືອ ແລະ ຫາຍຕົວໄປຈາກສາຍຕາ, ມັນ
ຍາກທີ່ຈະຕິດຕາມເຮືອພວກນັ້ນ ເພື່ອເບິ່ງວ່າພວກເຂົາເຈົ້າກຳລັງເຮັດຫຍັງ, ເບິ່ງວ່າ
ພວກເຂົາເຈົ້າຫາປາໃນພາກສ່ວນທີ່ເປັນເຂດປົກປ້ອງໃນທະເລ ຫຼື ລ່ວງລໍ້າເຂົ້າໄປໃນ
ເຂດເສດຖະກິດພິເສດຂອງປະເທດອື່ນ ຫຼື ບໍ່?

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG