ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຸມມອງຂອງປະຊາຊົນ ຈາກການຂຸດຄົ້ນແຮ່ຢູ່ໃນທ້ອງຖິ່ນ ຂອງ ສປປ ລາວ


ບໍ່ແຮ່ ທີ່ດໍາເນີນການຂຸດຄົ້ນແຫ່ງນຶ່ງ ຢູ່ໃນ ສປປ ລາວ.
ບໍ່ແຮ່ ທີ່ດໍາເນີນການຂຸດຄົ້ນແຫ່ງນຶ່ງ ຢູ່ໃນ ສປປ ລາວ.

ການພັດທະນາ ຄືການຊ່ວຍເສີມສ້າງສິ່ງທີ່ມີຢູ່ໃຫ້ດີຂຶ້ນ ຍົກລະດັບຄຸນນະພາບ ແລະມາດຕະຖານແບບດັ້ງເດີມໃຫ້ດີຂຶ້ນ, ເຊິ່ງບາງຄັ້ງ ການພັດທະນາ ກໍອາດຈະສົ່ງຜົນເສຍ ຕໍ່ສິ່ງແວດລ້ອມອ້ອມໂຕເຮົາເຊັ່ນກັນ. ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ໃນແຂວງຄໍາມ່ວນ ກ່າວວ່າ ການໃຫ້ນາຍທຶນເຂົ້າມາສໍາປະທານຂຸດຄົ້ນບໍ່ເກືອກາລີ ຢູ່ທາງພາກໃຕ້ຂອງແຂວງຄໍາມ່ວນນີ້ ແມ່ນບໍ່ຄັກເລີຍ ເພາະມັນອາດຈະສົ່ງຜົນກະທົບຍາວນານຕໍ່ລະບົບນິເວດ, ເຊິ່ງນາງໄດ້ກ່າວວ່າ:

“ແຕ່ວ່າ ຖ້າຂ້ອຍເລືອກໄດ້ແລ້ວຂ້ອຍຊິບອກວ່າ ຂ້ອຍບໍ່ເອົາເງິນ ຫຼາຍຊໍ່າໃດຂ້ອຍກໍບໍ່ເອົາ ຂ້ອຍຊິຮັກສາມັນໄວ້ ແລະຂ້ອຍຍອມຂີ່ຄວາຍຂີ້ງົວໄຖນາ ແລະຮັກສາລະບົບນິເວດຂອງບ້ານເມືອງຂ້ອຍ ຂອງຂົງເຂດນີ້ໄວ້ ໃຫ້ມັນຄືເກົ່າຫັ້ນນ່າ, ຄົນສ່ວນຫຼາຍຄືເຮົານີ້ ບໍ່ມີສ່ວນພົວພັນກັບເຂົາ ເຮົາກໍໄດ້ແຕ່ຜ່ານ.”

ສໍາລັບບໍ່ເກືອກາລີ ທີ່ຂຸດຄົ້ນໂດຍນາຍທຶນຕ່າງປະເທດ ຢູ່ບໍລິເວນຂົງເຂດບ້ານດົງໃຕ້ ແຂວງຄໍາມ່ວນ, ມີສັນຍາສໍາປະທານປະມານ 50 ປີ, ເຊິ່ງເລີ້ມຕົ້ນໃນປີ 2016.

ດັ່ງທີ່ບົດລາຍງານຂອງທ່ານຊົງຣິດ ເຄີຍລາຍງານໄປແລ້ວວ່າ ຫຼັງຈາກທີ່ມີການໃຫ້ບັນດານາຍທຶນເຂົ້າມາຂຸດຄົ້ນແຮ່ທາດຕ່າງໆໃນລາວ ລວມທັງແຮ່ທາດຫາຍາກ ຫຼື Rare earth ເປັນຈໍານວນຫຼາຍ ທາງລັດຖະບານລາວເອງ ກໍເລີ້ມໂຈະການອະນຸຍາດສໍາປະທານ ໂດຍວິເຄາະເບິ່ງແລ້ວເຫັນວ່າ ມັນບໍ່ຄຸ້ມຄ່າ ເນື່ອງຈາກໃນປີ 2022 ທາງ ສປປ ລາວ ໄດ້ຮັບພຽງແຕ່ 100 ກວ່າລ້ານໂດລາເທົ່ານັ້ນ ຈາກການໃຫ້ 13 ບໍລິສັດຈີນ ຂຸດຄົ້ນ Crypto ແລະ 62 ບໍລິສັດຈີນຂຸດຄົ້ນບໍ່ແຮ່ແບບເລັ່ງດ່ວນ, ເຊິ່ງຖືວ່າເປັນມູນຄ່າຕອບແທນທີ່ໜ້ອຍທີ່ສຸດ.

XS
SM
MD
LG