ທຳນຽບຫ້າແຈ ມີກຳນົດທີ່ຈະໄປລາຍງານຕໍ່ທຳນຽບຂາວ ກ່ຽວກັບຄວາມເປັນໄປໄດ້ວ່າ ຈະສົ່ງທະຫານໄປຍັງເຂດພາກຕາເວັນອອກາງເພີ້ມອີກຫຼາຍພັນຄົນ, ອີງຕາມຄຳເວົ້າພວກເຈົ້າໜ້າທີ່ສະຫະລັດ ທີ່ກ່າວໃນວັນພຸດວານນີ້.
ອີງຕາມລາຍງານຂອງສື່ມວນຊົນ, ການຮ້ອງຂໍເອົາທະຫານໄປເພີ້ມນັ້ນແມ່ນມາຈາກກອງບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ ແລະຈະນຳໄປສະເໜີຕໍ່ທຳນຽບຂາວ ໃນວັນພະຫັດມື້ນີ້, ນັ້ນຄືຄຳເວົ້າຂອງພວກເຈົ້າໜ້າທີ່ ທີ່ບໍ່ປະສົງບອກຊື່ຍ້ອນວ່າແຜນການດັ່ງກ່າວ ຍັງບໍ່ທັນເປັນທາງການເທື່ອ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທຳນຽບຂາວຈະອະນຸມັດການສົ່ງທະຫານທັງໝົດ ຫລື ສົ່ງແຕ່ບາງສ່ວນຂອງກຳລັງປ້ອງກັນທີ່ຮ້ອງຂໍນັ້ນ ພ້ອມທັງກຸ່ມອາວຸດລູກສອນໄຟປ້ອງກັນແພັດທຣິອັອດ (Patriot) ແລະກຳປັ່ນໄປເພີ້ມອີກ ຫລືບໍ່.
ທຳນຽບຫ້າແຈບໍ່ໄດ້ໃຫ້ຄຳເຫັນກ່ຽວກັບແຜນການໃນອະນາຄົດແຕ່ຢ່າງໃດ. “ຖ້າຈະເວົ້າເຖິງນະໂຍບາຍທີ່ມີມາແຕ່ດົນແລ້ວ, ພວກເຮົາຈະບໍ່ເວົ້າ ຫລື ປ່ອຍຂ່າວກ່ຽວກັບແຜນການ ໃນອະນາຄົດທີ່ອາດມີ ແລະຄຳຮ້ອງຂໍເອົາກຳລັງທະຫານເລີຍ," ນັ້ນຄືຄຳເວົ້າຂອງຜູ້ບັນຊາການ ເຣັບເບັກກາ ເຣບບາຣິສ (Rebecca Rebarich), ໂຄສົກປະຈຳທຳນຽບຫ້າແຈ ທີ່ກ່າວໃນວັນພຸດວານນີ້.
ຄວາມເຄັ່ງຕຶງລະຫວ່າງເຕຫະຣ່ານ ແລະວໍຊິງຕັນໄດ້ຖີບຕົວສູງຂຶ້ນ ນັບແຕ່ປະທານາທິບໍດີດໍໂນລ ທຣຳ ຂອງສະຫະລັດ ໄດ້ປະກາດການຕັດສິນໃຈຂອງທ່ານ ທີ່ຈະພະຍາຍາມ ຕັດການສົ່ງອອກນ້ຳມັນຂອງອີຣ່ານ ໃຫ້ຍັງເຫລືອສູນ ແລະ ເພີ້ມການມີໜ້າຂອງທະຫານສະຫະລັດໃນອ່າວດັ່ງກ່າວ ເພື່ອເປັນການຕອບໂຕ້ຕໍ່ສິ່ງທີ່ທ່ານເວົ້າວ່າ ເປັນການຂົ່ມຂູ່ຂອງອີຣ່ານນັ້ນ ເປັນຕົ້ນມາ.
ເຖິງແມ່ນວ່າຈະເວົ້າເຊັ່ນນັ້ນກໍຕາມ ແຕ່ວ່າ ໃນອາທິດແລ້ວນີ້ ທ່ານ ທຣຳກໍໄດ້ບອກທ່ານແພັດທຣິກ ຊານາແຮນ (Patrick Shanahan), ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດຂອງທ່ານວ່າ ທ່ານບໍ່ຢາກເຮັດສົງຄາມກັບອີຣ່ານ.
ການສົ່ງທະຫານໄປຍັງເຂດພາກຕາເວັນອອກກາງເພີ້ມອີກ ຈະເປັນຂີດໝາຍສະແດງໃຫ້ເຫັນເຖິງການປ່ຽນທ່າທີຂອງທ່ານທຣຳ ຜູ້ທີ່ໄດ້ກ່າວຊ້ຳແລ້ວຊ້ຳອີກໃນອະດີດວ່າ ທ່ານຢາກຈະຫລຸດຈຳນວນທະຫານຂອງສະຫະລັດຢູ່ໃນຂົງເຂດດັ່ງກ່າວນັ້ນລົງ.