ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຫ້າແຈ ກ່າວວ່າ ອີຣ່ານ ກ່າວອ້າງວ່າ ສະຫະລັດ ໄດ້ພະຍາຍາມເຂົ້າຍຶດເອົາກຳປັ່ນລຳນຶ່ງນັ້ນ ແມ່ນ "ບໍ່ຈິງ"


ພາບທັງຫຼາຍນີ້ ເອົາອອກມາຈາກວີດີໂອ ໂດຍໂທລະພາບຂອງທາງການອີຣ່ານ ໃນວັນທີ 3 ພະຈິກ 2021, ທີ່ໄດ້ຖືກບັນທຶກບໍ່ເທົ່າໃດວັນກ່ອນໜ້າການລາຍງານ ທີ່ສະແດງໃຫ້ເຫັນກຳລັງພິທັກປະຕິວັດຂອງອີຣ່ານ ເຂົ້າຍຶດກຳປັ່ນລຳນຶ່ງຢູ່ໃນທະເລຂອ ງໂອມານ.
ພາບທັງຫຼາຍນີ້ ເອົາອອກມາຈາກວີດີໂອ ໂດຍໂທລະພາບຂອງທາງການອີຣ່ານ ໃນວັນທີ 3 ພະຈິກ 2021, ທີ່ໄດ້ຖືກບັນທຶກບໍ່ເທົ່າໃດວັນກ່ອນໜ້າການລາຍງານ ທີ່ສະແດງໃຫ້ເຫັນກຳລັງພິທັກປະຕິວັດຂອງອີຣ່ານ ເຂົ້າຍຶດກຳປັ່ນລຳນຶ່ງຢູ່ໃນທະເລຂອ ງໂອມານ.

ທຳນຽບຫ້າແຈກ່າວໂຈມຕີຂໍ້ກ່າວອ້າງໂດຍກຳລັງພິທັກປະຕິວັດຂອງອີຣ່ານ ຫຼື IRGC ທີ່​ເວົ້າວ່າກອງກຳລັງ IRGC ໄດ້ຄັດຂວາງຄວາມພະຍາຍາມ ຂອງສະຫະລັດທີ່ຈະຄວບຄຸມກຳປັ່ນບັນທຸກນ້ຳມັນຂອງສາທາລະນະລັດອິສລາມດັ່ງ​ກ່າວນັ້ນ ຢູ່ໃນທະເລຂອງໂອມານ.

ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວວ່າ “ຂ້າພະເຈົ້າໄດ້ເຫັນຂໍ້ກ່າວອ້າງ ຂອງອີຣ່ານ. ຂໍ້ອ້າງຂອງພວກເຂົານັ້ນ ແນ່ນອນເປັນຄວາມເທັດແທ້ໆເລີຍ ແລະບໍ່ມີຄວາມຈິງ.”

ທ່ານເຄີບີ ກ່າວອີກວ່າ ມັນແມ່ນກອງກຳລັງຂອງອີຣ່ານທີ່ໄດ້ເຂົ້າຍຶດແລະຂຶ້ນໄປເທິງກຳປັ່ນຂອງພໍ່ຄ້າຄົນ​ນຶ່ງຢ່າງຜິດກົດໝາຍ ເມື່ອທ້າຍເດືອນຕຸລາຜ່ານ​ມາ ຢູ່ໃນທະເລໂອມານ. ກອງກຳລັງຂອງສະຫະລັດ ໄດ້ຕິດຕາມເບິ່ງສະຖານະການແຕ່ “ບໍ່ເຄີຍໄດ້ພະຍາຍາມທີ່ຈະເຂົ້າໄປຄວບຄຸມກຳປັ່ນຄືນມາເລີຍ​” ຫຼືເຂົ້າໄປພົວພັນກັບກອງກຳລັງຂອງອີຣ່ານ.

ທ່ານເຄີບີ ກ່າວຕື່ມວ່າ “ການກະທຳຂອງອີຣ່ານ...ຖືວ່າເປັນການລະເມີດ ຕໍ່ກົດໝາຍສາກົນຢ່າງຈະແຈ້ງ. ມັນເປັນບ່ອນທຳລາຍເສລີພາບໃນການເດີນເຮືອທາງທະເລ ແລະການຫລັ່ງໄຫຼຂອງ​ການຂົນ​ສົ່ງ​ທາງ​ການ​ຄ້າ. ມີການເຂົ້າຍຶດໂດຍອີຣ່ານພຽງ​ຄັ້ງດຽວເທົ່າ​ນັ້ນ.”

ເພື່ອຢັ້ງຢືນຂໍ້ກ່າວອ້າງຂອງອີຣ່ານ ໂທລະພາບຂອງທາງການອີຣ່ານ ໄດ້ອອກ ອາກາດພາບບັນທຶກວີດີໂອທີ່ສະແດງໃຫ້ເຫັນ ກຳປັ່ນສີແດງອ້ອມລ້ອມ ໂດຍເຮືອໄວຈຳນວນປະມານ 10 ລຳ ອີງຕາມອົງການຂ່າວຣອຍເຕີສ໌.

ໃນຂະນະດຽວກັນ ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຕໍ່ວີໂອເອວ່າ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຫຼາຍລຳ ທີ່ເຊື່ອວ່າເປັນຂອງອີຣ່ານ ໄດ້ບິນເຂົ້າຫາກຳປັ່ນລົບ USS Essex ໃນ “ລັກສະນະທີ່ບໍ່ປອດໄພ” ຢູ່ແຫຼມ ຮໍຣມູສ (Strait of Hormuz) ໃນວັນອັງຄານຜ່ານມານີ້.

ເຈົ້າໜ້າທີ່ທ່ານນີ້ ກ່າວໂດຍບໍ່​ປະ​ສົງ​ບອກ​ນາມຍ້ອນວ່າພວກເຂົາເຈົ້າບໍ່ໄດ້ ຮັບອະນຸຍາດໃຫ້ສົນທະນາກ່ຽວກັບສະຖານະການດັ່ງກ່າວນັ້ນ ໄດ້ບອກວີ ໂອເອວ່າ ພວກເຮືອບິນໂດຣນ ໄດ້ບິນເຂົ້າໃກ້ເຮືອໂຈມຕີສະເທືອນນ້ຳສະເທືອນບົກຂອງກອງທັບເຮືອສະຫະລັດ ພາຍໃນ 1,500 ແມັດ.

ຄວາມເຄັ່ງຕຶງທັງຫຼາຍລະຫວ່າງເຕຫະຣ່ານ ແລະວໍຊິງຕັນໄດ້ສູງຂຶ້ນ ທ່າມກາງການເຈລະຈາທີ່ບໍ່ໄປບໍ່ມາ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄລຍປີ 2015 ຂອງອີຣ່ານ ກັບບັນດາມະຫາອຳນາດຂອງໂລກ. ຂໍ້ຕົກລົງນີ້ ໄດ້ຜ່ອນຜັນມາດຕະການລົງໂທດທົ່ວໂລກ ໃນການແລກປ່ຽນໃຫ້ເຕຫະຣ່ານຫລຸດຜ່ອນໂຄງການກັ່ນທາດຢູເຣນຽມລົງ.

ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງດັ່ງກ່າວ ໃນປີ 2018 ແລະໄດ້ວາງມາດຕະການລົງໂທດຂອງສະຫະລັດຄືນໃໝ່ຕໍ່ອີຣ່ານ. ເຕຫະຣ່ານຕໍ່ຈາກນັ້ນມາ ໄດ້ລະເມີດຂີດຈຳກັດກ່ຽວກັບການກັ່ນທາດຢູເຣນຽມ ທີ່ໄດ້ຖືກຕັ້ງໄວ້ໂດຍຂໍ້ຕົກນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG