ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທຳ​ນຽບ​ຫ້າ​ແຈ ກ່າວ​ປ້ອງ​ກັນ ປະ​ຫວັດ​ການ​ປະ​ຕິ​ບັດ​ງານ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ


ໜ່ວຍ​ສູ້ລ​ົບ​ສະ​ຫະ​ລັດ ​ຈາກ​ກອງ​ພັນ​ໂຕນ​ຈ້ອງ 101 ແລະໜ່ວຍ​ກ້າ​ຕາຍ ​ທະ​ຫານ​ອັ​ຟ​ກາ​ນ​ິ​ສ​ຖານ ກຳ​ລັງ​ອອກ​ຈາ​ກ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ້ ທີ່​ແຂວງ​ການ​ດາ​ຮາ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 11 ກັນ​ຍາ 2010.
ໜ່ວຍ​ສູ້ລ​ົບ​ສະ​ຫະ​ລັດ ​ຈາກ​ກອງ​ພັນ​ໂຕນ​ຈ້ອງ 101 ແລະໜ່ວຍ​ກ້າ​ຕາຍ ​ທະ​ຫານ​ອັ​ຟ​ກາ​ນ​ິ​ສ​ຖານ ກຳ​ລັງ​ອອກ​ຈາ​ກ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ້ ທີ່​ແຂວງ​ການ​ດາ​ຮາ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 11 ກັນ​ຍາ 2010.

ທຳ​ນຽບ​ຫ້າ​ແຈ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ຫາ​ວ່່າ ພວກ​ຜູ້​ນຳ​ກອງ​ທັບ​ “ຮັບບຳ​ເນັດຄ່າ​ຈ້າງໃນ​ການຕົວະ” ​ທີ່​ເຮັດ​ໃຫ້​ວາດພາບ​ໄປ​ໃນ​ທາງບວກ ​ໃນ​ຄວ​າມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ໃນ​ເກືອບ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ ກ່ຽວ​ກັບ​ສົງ​ຄາມ​ອັນ​ຍາວ​ນານ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ຫົວ​ໜ້າ​ໂຄ​ສົກ​ທຳ​ນຽ​ບ​ຫ້າ​ແຈ ທ່ານ​ໂຈ​ເນ​ຕັນ ຮອ​ຟ​ແມນ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ “ແນວ​ຄິດ​ທີ່​ວ່າ​ມີຄົນ​ຈຳ​ນ​ວນ​ນຶ່ງ ທີ່​ວ່າ​ໄດ້​ມີ​ຄວາມ​ພະ​ຍາ​ຍາມເພື່ອ​ຊຸກ​ເຊື່ອງຄວາມຈິງ ຫຼື​ສະ​ພາບຄວ​າມ​ເປັ​ນ​ຈິງ​ຢູ່​ທີ່ນັ້ນ​ແມ່ນ​ບໍ່​ມີ​ຄ​ນາ​ມ​ຈິງ.”

ທ່ານ​ກ່າວ​ຕື່ມ​ວ່າ “ຄວາມ​ຄິດ​ທີ່​ວ່າ ດ້ວຍ​ວິ​ທີ​ໃດ​ນຶ່ງ​ທີ່​ມີ​ການ​ເວົ້າ​ບໍ່​ຖືກ​ຕ້ອງ​ຫຼື​ຕົວະນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ບໍ່​ມີ​ຄວາມ​ຈິງ.”

ຄຳ​ຕອບ​ຂອງ​ທ່ານ​ຮອ​ຟ​ແມນ ໄດ້​ແນ​ໃສ່​ຄຳ​ເວົ້າ​ໂດຍ ຜູ້ກວ​ດ​ກາ​ພິ​ເສດ​ທົ່ວ​ໄປ​ຂອງ​ສະ​ຫະ​ລັດ ຕໍ່​ການ​ບູ​ລະ​ນະສ້າງ​ສາ​ອັ​ຟ​ກາ​ນິ​ສ​ຖານຄື​ນ​ໃໝ່ ທ່ານ​ຈອນ ໂຊ​ຟ​ໂກ ຜູ້​ທີ່​ໄດ້​ໃຫ້​ການໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ຕໍ່ຄະ​ນະ​ກຳ​ມະ​ການ​ສາຍ​ສຳພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ.

ທ່ານ​ໂຊ​ຟ​ໂກ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ “ພວກ​ເຮົາ​ມີ​ການໃຫ້​ບຳ​ເນັດ​ໃນ ການຕົວະ​ຕໍ່​ສະ​ພາ. ​ບຳ​ເນັດ​ທັງ​ໝົດ​ກໍ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ ແລະ​ບໍ່​ຫົວ​ຊາຕໍ່ຄວາມ​ລົ້​ມ​ແຫຼວ. ແລະ​ເວ​ລາ​ທີ່​ມີ​ຄວາມ​ລົ້ມ​ແຫຼວ​ຫຼາຍ ປິດ​ບັງ​ໄວ້ ຫຼື​ບໍ່​ລາຍ​ງານເລີຍ.”

ບັນ​ດາ​ສະ​ມາ​ຊິກ​ສະພາ​ໄດ້​ຕັ້ງ​ຜູ້ກວດ​ກາພິ​ເສດ​ທົ່ວ​ໄປຮັບ​ຜິດ​ຊອບ​ໃນການບູ​ລະ​ນະ​ສ້າ​ງ​ສາອັ​ຟ​ກາ​ນິ​ສ​ຖານຄືນ​ໃໝ່ ຫຼື SIGAR ໃນ​ປີ 2018 ແລະ​ໄດ້​ລາຍ​ງານ​ປະ​ຈຳ​ໄຕ​ມາດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມຂອງ​ສະ​ຫະ​ລັດ ໃນ​ການ​ສ້າງ​ສາ​ຄືນ​ໃໝ່ນັບ ແຕ່​ນັ້ນ​ມາ.

ລາຍ​ງານ​ຫຼາຍ​ສະ​ບັບ​ໄດ້​ຕຳ​ໜິໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ຕຳ​ໜິ​ການ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໃໝ່ ຫຼັງ​ຈາກ​ໄດ້​ເຜີຍ​ແຜ່​ໃນ​ທ້າຍ​ປີ​ແລ້ວ​ນີ້​ຂອງ​ລາຍ​ງານ​ອັ​ຟ​ກາ​ນິ​ສ​ຖານ ທີ່​ເກັບ​ກຳເທື່ອ​ກ່ອນຈາກ​ການ​ສຳ​ພ​າດ SIGAR ທີ່​ບໍ່​ເປີດ​ເຜີຍ ແລະ​ບັນ​ທຶກ​ທີ່​ໄດ້​ມາ​ຈາກ​ໜັງ​ສື​ພິ​ມ​ວໍ​ຊິງ​ຕັນ ໂພ​ສ​ທ໌.

he Pentagon is rejecting accusations that military leadership "incentivized lying" to portray a more optimistic picture of U.S. efforts in the nearly two-decade-long war in Afghanistan.

"The idea that there was some ... that there was some effort to hide the truth or the reality on the ground just doesn't hold water," chief Pentagon spokesman Jonathan Hoffman told reporters Thursday.

"This idea that there were somehow misstatements or lies, I don't think that really gels," he added.

Hoffman's response took aim at comments by U.S. Special Inspector General for Afghanistan Reconstruction, John Sopko, who testified Wednesday before the House Foreign Affairs Committee.

"We have incentivized lying to Congress," Sopko told lawmakers. "The whole incentive is to show success and to ignore the failure. And when there's too much failure, classify it or don't report it."

Lawmakers created the Special Inspector General for Afghanistan Reconstruction, or SIGAR, in 2008 and it has been producing quarterly reports on U.S. reconstruction efforts ever since.

Many of the reports have been critical of U.S. efforts, criticism that gained new momentum following the release late last year of the Afghanistan Papers a collection of previously undisclosed SIGAR interviews and notes obtained by The Washington Post.

XS
SM
MD
LG