ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສົ່ງທະຫານ 800 ຄົນ ແລະອຸບປະກອນ ໄປເພີ້ມ ທີ່ ເກົາຫຼີໃຕ້ (ວີດີໂອ)


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຖະແຫລງຕໍ່ນັກຂ່າວ ຫລັງຈາກພົບປະກັບ ລັດຖະມົນຕີ ຕ່າງປະເທດ ເກົາຫລີໃຕ້ ທ່ານ Yun Byung-se
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຖະແຫລງຕໍ່ນັກຂ່າວ ຫລັງຈາກພົບປະກັບ ລັດຖະມົນຕີ ຕ່າງປະເທດ ເກົາຫລີໃຕ້ ທ່ານ Yun Byung-se
ທໍານຽບຫ້າ​ແຈ ​ໄດ້​ປະກາດກ່ຽວ​ກັບ​ການ​ສົ່ງກໍາລັງ​ທະຫານ​ 800
ຄົນ​ໄປ​ເພີ້ມ​ທີ່ ​ເກົາຫລີ​ໃຕ້ ພ້ອມ​ດ້ວຍ​ລົດ​ຖັງ​ສູ້​ລົບ ​ແລະ​ເຄຶ່ງອຸບ
ປະກອນ​ສົງຄາມ​ອື່ນໆ ​ໃນ​ຂະ ນະ​ທີ່ກຸງວໍ​ຊິງ​ຕັນ ຊອກ​ຫາຊອ່ງ
ທາງ​ເພື່ອ​ປະ​ເຊີນ​ໜ້າກັບການ​ຂົ່ມຂູ່ຈາກ​ເກົາຫລີ​ເໜືອ​ໃດໆ​ກໍ
​ຕາມຢູ່ໃນຂົງເຂດ.

ການ​ປະກາດກ່ຽວ​ກັບ​ການສົ່ງ​ກໍາລັງ​ທະຫານ​ໄປ​ເກົາຫຼີ​ໃຕ້ ​ໃນ
​ວັນ​ອັງຄານວາ​ນນີ້ ມີ​ຂື້ນ​ໃນ​ຂະນະທີ່ ລັດຖະມົນຕີ​ຕ່າງປະ​ເທດ
ສະຫະລັດ ທ່ານ John Kerry ​ໄດ້​ພົບ​ປະ​ຢູ່ນະ​ຄອນຫລວງວໍ​ຊິງ
​ຕັນ ກັບຄູ່​ຕໍາ​ແໜ່ງ ​ຝ່າຍເກົາຫລີ​ໃຕ້ ທ່ານ Yun Byung-se.
ທ່ານ Kerry ​ໄດ້​ໃຊ້​ການ​ປະຊຸມດັ່ງກ່າວ ​ໃຫ້ຄໍ້າປະກັນ ​ແກ່ທ່ານ
Yun ​ໃນ​ຄວາ​ມໝາຍ​ໝັ້ນ​ຂອງວໍ​ຊິງ​ຕັນ ເພື່ອປ້ອງ​ກັນການ​ໂຈມ​ຕີ​ ດ້ວຍອາວຸດ​ນິວ​ເຄລຍຕໍ່​ເກົາຫລີໃຕ້ ​ຊຶ່ງທ່ານ​ເວົ້າວ່າ “​ດັ່ງນັ້ນພວກ​ເຮົາ​ຈຶ່ງໄດ້​ຕຽມ​ພ້ອມ ປະ​ເຊີ​ນໜ້າ​ ກັບ​ການ​ຂົ່ມຂູ່​ໃດ​ໆກໍ​ຕາມ.”

ທ່ານ Kerry ​ເວົ້າວ່າ “ສະຫະລັດ ​ແລະສາທາລະນະ​ລັດເກົາຫລີ​ ຢືນ​ຮ່ວມ​ກັນຢ່າງ​ເດັດດ່ຽວ ບໍ່​ຫ່າງ​ກັນ​ ແມ່ນ​ແຕ່ຊັງ​ຕີ​ແມດ​ນຶ່ງ​ ຂອງ​ແສງສະຫວ່າງ ລະຫວ່າງ​ພວກ​ເຮົາ ບໍ່ແມ່ນ ແສງສະ ຫວ່າງທີ່​ບອບ​ບາງ ກ່ຽວ​ກັບ​ເລື່ອງ​ການຕໍ່​ຕ້ານ ກາ ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ທາງ​ດ້ານນິວ​ເຄລຍ ແລະ​ໂຄງການລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແລະ​ກິດຈະການ​ແຜ່ຜາຍອາວຸດ​ເຫຼົ່ານີ້ ​ແລະ​ປະຊາ​ຄົມນາໆຊາດ​ແມ່ນ​ຢືນ​ຢູ່ຄຽງ ຂ້າງ​ພວກ​ເຮົາ.”

ທ່ານ Kerry ກ່າວ​ວ່າ ນັກ​ການທູດທັງ​ສອງ​ແມ່ນ “ພາກັນ​ເພັ່ງ​ເລັງ​ຢ່າງ​ເລິກ​ເຊິ່ງໃສ່​ການ​ທ້າ​ ທາຍ​ຂອງ​ເກົາຫລີ​ເໜືອໂດຍ​ສະ​ເພາະ​ຢ່າງ​ຍິ່ງແມ່ນເຫດການ​ທີ່​ໄດ້​ເກີດ​ຂື້ນ​ຫວ່າງ​ສອງ​ສາມ​
ອາທິ​ດ​ທີ່​ຜ່ານ​ມານີ້” ​ໃນ​ກຸງ​ພຽງ​ຢາງ.

ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ ປາກົດ​ວ່າ ​ແມ່ນອ້າງ​ອີງ​ໃສ່​ການ​ເຄຶ່ອນ​ໄຫວ​ທາງ​ການ​ເມືອງ
ທີ່​ຮວມ​ທັງ​ການ​ສັງຫານ​ອາວ​ເຂີຍ ຂອງ​ທ່ານ Kim Jong Un ຜູ້​ນໍາ​ເກົາຫລີ​ເໜືອ​.

ການ​ປະຫານ​ຊີວິດ ​ທ່ານ Jang Song Theak ໃນ​ເດືອນ​ທັນວາຜ່ານ​ມາ ຊຶ່ງ​ເປັນສະມາ ຊິກ​ຄົນ​ນຶ່ງ ທີ່​ມີ​ອໍານາດ ຢູ່ໃນຄະນະກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແມ່ນ​ມອງ​ກັນ ​ໂດຍ​ພວກນັກວິ​ເຄາະ​ຕາ​ເວັນ​ຕົກ​ຈໍານວນ​ນຶ່ງ​ວ່າເປັນ​ການ​ເຄື່ອນ​ໄຫວ​ຂອງ Kim ​ເພື່ອເຂົ້າ ຄວບ​ຄຸມອໍານາດ ​ແຕ່ອີກ​ຈຳນວນ​ນຶ່ງ​ເຫັນ​ວ່າ ​ເປັນ​ຫຼັກ​ຖານ​ຂອງຄວາມ​ບໍ່​ທຸ່ນ​ທ່ຽງ​ທາງ​ການ​ເມືອງ ພາຍ​ໃນວົງການ​ອຳນາດຂອງ​ເກົາຫລີ​ເໝືອ.

us korea
please wait
Embed

No media source currently available

0:00 0:01:15 0:00
XS
SM
MD
LG