ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອົບພະຍົບຈາກວຽງຈັນ ມາຕັ້ງຖິ່ນຖານໃໝ່ ຢ່າງໝັ້ນຄົງຢູ່ໃນ ສຫລ ຂອງຄອບຄົວ ທ.ນ.ເພັນສີ


ທ່ານນາງ ເພນສີ, ນັກທຸລະກິດລາວ-ອາເມຣິກັນຜູ້ນຶ່ງທີ່ມີຜົນສໍາເລັດໃນລັດໄອໂອວາ
ທ່ານນາງ ເພນສີ, ນັກທຸລະກິດລາວ-ອາເມຣິກັນຜູ້ນຶ່ງທີ່ມີຜົນສໍາເລັດໃນລັດໄອໂອວາ

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານນາງ ເພັນສີ ເພນ ຈາກນະຄອນເດມອຍນ໌ (Des Moines) ໃນລັດໄອໂອວາ ຈະມາລົມສູ່ຟັງກ່ຽວກັບການມາຕັ້ງຖິ່ນຖານ ຢູ່ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວຢູ່ໃນເມືອງດັ່ງກ່າວ ຊຶ່ງ ບົວສະຫວັນ ຈະນຳເອົາບົດສຳພາດ ມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

ທ່ານນາງ ເພັນສີ ເພນ, ໄວ 50 ປີ ເປັນນັກທຸລະກິດດ້ານປະກັນໄພທີ່ມີຜົນ ສໍາເລັດຄົນນຶ່ງ ໃນນະຄອນເດມອຍນ໌ (Des Moines), ລັດໄອໂອ. ພໍ່ແມ່ ຂອງທ່ານນາງໄດ້ພາທ່ານນາງ ແລະນ້ອງອີກ 4 ຄົນ ອົບພະຍົບມາຢູ່ໃນນະ ຄອນດັ່ງກ່າວຕັ້ງແຕ່ຕອນທ່ານນາງອາຍຸໄດ້ 12 ປີ. ໃນປີ 1978 ແມ່ຂອງ ທ່ານນາງ ໄດ້ພາລູກທັງ 5 ຄົນຫລົບໜີອອກຈາກບ້ານສີຖານ, ເມືອງຫາດຊາຍຟອງ, ນະຄອນ ຫລວງວຽງຈັນເພື່ອໄປຫາພໍ່ທີ່ເປັນອະດີດຕໍາຫລວດໃນລັດຖະບານລາດຊະອານາຈັກລາວນັ້ນ ໄປຖ້າຢູ່ໃນສູນອົບພະຍົບໜອງຄາຍ ໄດ້ນຶ່ງປີແລ້ວ ຊຶ່ງທ່ານນາງເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

ການເລືອກບ່ອນຕັ້ງຖິ່ນຖານຂອງຄົນນັ້ນ ຕາມປົກກະຕິແລ້ວກໍມັກຈະອີງໃສ່ ຂໍ້ ສະດວກຕ່າງໆ ເຊັ່ນຄ່າຄອງຊີບ ແລະອາຊີບວຽກງານ ແຕ່ວ່າ ສໍາລັບ ຄົນທີ່ ເປັນອົບພະຍົບ ດັ່ງຄອບຄົວຂອງທ່ານນາງເພັນສີ ແມ່ນບໍ່ສາມາດເລືອກໄດ້ ຫລາຍສະນັ້ນ ມັກຈະຕັດສິນໃຈ ໂດຍອີງໃສ່ສາຍຍາດພີ່ນ້ອງ ຫລືຜູ້ຄົນທີ່ຮູ້ຈັກ ຮັກແພງທີ່ຈະເພິ່ງພາອາໄສໄດ້ທີ່ມາຕັ້ງຖິ່ນຖານຢູ່ກ່ອນ ຊຶ່ງທ່ານກ່າວສູ່ຟັງວ່າ:

ສະຫະລັດເປັນປະເທດທີ່ມີຊື່ສຽງທົ່ວໂລກວ່າ ເປັນດິນແດນແຫ່ງຄວາມຝັນ, ດິນ ແດນທີ່ໃຫ້ໂອກາດແກ່ທຸກຄົນແລະຕ້ອນຮັບເອົາອົບພະຍົບຈາກທົ່ວໂລກ ແຕ່ວ່າ ການມາຕັ້ງຊີວິດໃໝ່ສໍາລັບຊາວອົບພະຍົບມາຈາກລາວ ໂດຍບໍ່ຮູ້ພາສາອັງກິດ, ບໍ່ມີຄວາມຮູ້ຫລາຍ ແລະຊັບສິນເງິນທອງ ກໍຕ້ອງໄດ້ດີ້ນຮົນ ສູ້ຊົນ ຫາລ້ຽງຊີບ ຊຶ່ງໂດຍສ່ວນໃຫຍ່ແລ້ວ ກໍແມ່ນວຽກ ເຮັດການຢູ່ໃນໂຮງຈັກໂຮງງານຫລືການ ຮັບຈ້າງຕ່າງໆ ພໍ່ແມ່ຂອງທ່ານນາງເພັນສີ ກໍເຊັ່ນດຽວກັນ ຊຶ່ງທ່ານນາງເວົ້າ ເຖິງອາຊີບຂອງພວກເພິ່ນຕອນນັ້ນສູ່ຟັງວ່າ:


ສ່ວນທ່ານນາງເພັນສີເອງຕອນມາຮອດສະຫະລັດ ໃໝ່ໆນັ້ນ ກໍຕ້ອງຮຽນ ຢູ່ ຫ້ອງເກົ່າຊໍ້າຄືນເປັນ 3 ປີ ກໍຄືຫ້ອງປໍ 4 ທີ່ເຄີຍຮຽນຢູ່ລາວປີນຶ່ງແລະຢູ່ໄທ ປີນຶ່ງແລ້ວ ນັ້ນຍ້ອນວ່າບໍ່ຮູ້ພາສາອັງກິດ. ແຕ່ທ່ານນາງ ກໍໂຊກດີທີ່ສາມາດ ຮຽນພາສາອັງກິດໄດ້ໄວ ຍ້ອນມີລະບົບຊ່ວຍເຫລືອດີຂອງໂຮງຮຽນໃນເຂດ ດັ່ງກ່າວຊຶ່ງທ່ານນາງ ເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

ແຕ່ຢ່າງໃດກໍຕາມຄວາມສ່ຽງໃນການຫລົບໜີອອກຈາກປະເທດ ແລະສູ້ຊົນ ຂອງຜູ້ເປັນພໍ່ເປັນແມ່ຫລາຍຄົນ ແມ່ນບໍ່ໄດ້ສູນເປົ່າ ເມື່ອລູກຫລານໄດ້ຮັບ ການສຶກສາສູງ ແລະ ມີອາຊີບອັນໝັ້ນຄົງ ດັ່ງໃນກໍລະນີທີ່ທ່ານນາງເພັນສີນີ້ ແມ່ນທ່ານນາງກໍເຮັດອາຊີບດ້ານການຂາຍປະກັນໄພມາໄດ້ 24 ປີກວ່າແລ້ວ ຊຶ່ງທ່ານນາງເລົ່າເຖິງຄວາມສະດວກ ແລະລາຍຮັບອັນໝັ້ນຄົງຂອງວຽກງານ ທ່ານນາງເຮັດທຸກມື້ນີ້ ສູ່ຟັງວ່າ:

ທ່ານນາງ ເພນສີ ພ້ອມດ້ວຍສາມີ ຢູ່ໃນງານລ້ຽງແຫ່ງນຶ່ງໃນລັດໄອໂອວາ
ທ່ານນາງ ເພນສີ ພ້ອມດ້ວຍສາມີ ຢູ່ໃນງານລ້ຽງແຫ່ງນຶ່ງໃນລັດໄອໂອວາ

ສ່ວນສາມີຂອງທ່ານນາງນັ້ນ ເປັນນາຍຊ່າງສ້ອມແປງ ເຄື່ອງຈັກຫລິ້ນ ການ ພະນັນໃນໂຮງກາຊີໂນ ຢູ່ໃນເມືອງເດມອຍນ໌ນັ້ນເອງ. ກ່ອນຈະມາເຖິງຈຸດນີ້
ໄດ້ ທ່ານນາງກໍໄດ້ຜ່ານມາຄວາມລະອິດລະອ້ຽວໃນການສຶກສາແລະປະກອບ ອາຊີບ ຊຶ່ງທ່ານນາງໄດ້ເລົ່າເຖິງເລື້ອງນີ້ສູ່ຟັງວ່າ:

ລັດໂອໂອວາ ແມ່ນມີຈໍານວນອົບພະຍົບທີ່ມາຈາກລາວ ຫລາຍເຖິງ 5 ພັນກວ່າຄົນ ຊຶ່ງໃນນັ້ນມີຫລາຍຊົນຊາດຊົນເຜົ່າ ເປັນຕົ້ນແມ່ນຊົນເຜົ່າໄທດໍາທີ່ໄດ້ອົບພະ ຍົບມາອາໄສຢູ່ລັດນັ້ນ ເປັນກຸ່ມໃຫຍ່ຕັ້ງແຕ່ທ້າຍປີ 1975 ເມື່ອປະເທດເລີ້ມປ່ຽນ ແປງການປົກຄອງພຸ້ນ. ລັດນີ້ ເປັນລັດທີ່ມີອາກາດໜາວແຕ່ກໍມີຊື່ສຽງໂດ່ງດັງໃນດ້ານການຜະລິດສິນຄ້າກະສິກໍາ ໂດຍສະເພາະ ກໍແມ່ນໝາກສາລີສໍາລັບເຮັດເປັນອາຫານ. ນອກນັ້ນກໍມີການລ້ຽງໝູ, ລ້ຽງໄກ່, ງົວພັນຊີ້ນ ແລະພັນນົມເປັນຕົ້ນ ເພື່ອປ້ອນໃຫ້ໂຮງງານປຸງແຕ່ງຊີ້ນ. ພ້ອມກັນນັ້ນກໍມີໂຮງງານອຸດສາຫະກໍາ ຫລາຍແຫ່ງ ເປັນຕົ້ນແມ່ນໂຮງງານຜະລິດຢາງຕີນລົດ. ສະນັ້ນ ເມື່ອເວົ້າເຖິງ ອາຊີບຕົ້ນຕໍ ຂອງຄົນລາວໃນລັດນີ້ແລ້ວ ທ່ານນາງບອກຄົນລາວ ຊຶ່ງເປັນຄົນ ລຸ້ນພໍ່ແມ່ຂອງທ່ານນາງ ແມ່ນເຮັດການຢູ່ໂຮງງານ. ດັ່ງທີ່ທ່ານນາງເພັນສີເລົ່າ ໃຫ້ຟັງວ່າ:

ສ່ວນຄົນພວກລຸ້ນໜຸ່ມທີ່ໄດ້ຮັບການສຶກສາສູງໃນສະຫະລັດ ກໍແມ່ນເຮັດວຽກໃນ ໂຮງການ ເຊັ່ນທະນາຄານ ແລະ ບໍລິສັດປະກັນໄພ ເພາະໄອໂອວາ ເປັນສູນ ກາງທຸລິກິດປະກັນໄພຂອງຫລາຍບໍລິສັດໃນສະຫະລັດ ດັ່ງທີ່ທ່ານນາງເພັນສີ ເລົ່າສູ່ຟັງວ່າ:


ສ່ວນເຫລືອຈາກນັ້ນປະມານ 5 ເປີເຊັນຂອງຄົນລາວທັງໝົດ ແມ່ນເຮັດການ ຄ້າຂາຍ ຫລືທຸລະກິດສ່ວນຕົວ ເຊັ່ນຮ້ານອາຫານລາວ, ອາຫານໄທ ແລະ ຮ້ານຂາຍອາຫານເອເຊຍທີ່ເປັນກິດຈະການຂອງຄອບຄົວ ແລະບໍ່ໃຫຍ່ຫລາຍ.

ທ່ານນາງ ເພນສີ (ເສື້ອສີຟ້າ ຢູ່ທ້າງໜ້າຂວາສຸດ) ຢູ່ໃນງານລ້ຽງແຫ່ງນຶ່ງຂອງປະຊາຄົມລາວໃນລັດໄອໂອວາ
ທ່ານນາງ ເພນສີ (ເສື້ອສີຟ້າ ຢູ່ທ້າງໜ້າຂວາສຸດ) ຢູ່ໃນງານລ້ຽງແຫ່ງນຶ່ງຂອງປະຊາຄົມລາວໃນລັດໄອໂອວາ

ຊາວລາວຕົກໄປຢູ່ແຫ່ງຫົນໃດໃນໂລກກໍບໍ່ໄດ້ລືມໄລຮີດຄອງປະເພນີ ແລະ ຄວາມເຊື່ອຖືໃນສາສະໜາຂອງຕົນ. ສະນັ້ນ ຊາວລາວໃນລັດໂອໂອວາກໍ
ໄດ້ສ້າງສາວັດຂຶ້ນສອງແຫ່ງ ຢູ່ໃນເມືອງເດມອຍນ໌ ຊຶ່ງທ່ານນາງເລົ່າສູ່ຟັງ ກ່ຽວກັບເລື້ອງນີ້ສູ່ຟັງວ່າ:


ພ້ອມກັນນັ້ນກໍມີຄົນລາວເຜົ່າມົ້ງ ແລະລາວລຸ່ມຈໍານວນນຶ່ງ ທີ່ຖືສາສະໜາຄຣິສ ຕຽນ ແລະກາໂຕລິກ ແລະມີໂບດຂອງເຂົາເຈົ້າຢູ່ສອງແຫ່ງ. ພ້ອມກັນນັ້ນເພື່ອ ຮັດແໜ້ນຄວາມສາມັກຄີຊົນຊາດຊົນເຜົ່າ ຊາວລາວເຜົ່າຕ່າງໆ ກໍ ໄດ້ຈັດຕັ້ງ ສະມາຄົມຊົນເຜົ່າຂອງຕົນເອງຂຶ້ນ ດັ່ງທ່ານນາງເພັນສີເລົ່າເຖິງ ເລື້ອງນີ້ວ່າ:

ລັດໄອໂອວາ ເຖິງແມ່ນວ່າ ຈະບໍ່ມີແຫລ່ງທ່ອງທ່ຽວ ທີ່ເປັນສະຖານທີ່ອັນຫລູ ຫລາຫລືຕຶກອັນໃຫຍ່ໂຕໂດດເດັ່ນກໍຕາມ ແຕ່ກໍມີແຫລ່ງທ່ອງທ່ຽງທໍາມະຊາດ ອັນສວຍງາມຫລາຍແຫ່ງ ໂດຍສະເພາແມ່ນໜອງໃຫຍ່ ຊື່ທີ່ຢູ່ຊາຍແດນຕິດ ກັບລັດມິນເນໂຊຕາ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ຊຶ່ງມື້ນີ້ແມ່ນທ່ານນາງ ເພັນສີ ເພນ ຈາກນະຄອນເດມອຍນ໌ (Des Moines) ໃນລັດໄອໂອວາ ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນ ຢູ່ໃນລັດດັ່ງກ່າວ ຢູ່ທາງພາກຕາ ເວັນ ຕົກຕອນກາງຂອງສະຫະລັດ. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG