ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ.ເພັນສ໌ ຢ້ຽມຢາມໂຮງຮຽນໃນລັດ ຄາໂຣໄລນາເໜືອ ຂະນະທີ່ທົ່ວປະເທດ ກຳລັງຕຶກຕອງເບິ່ງ ເລື້ອງ ການຮຽນໜັງສືຢູ່ບ້ານ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ຍ່າງຂຶ້ນເຮືອບິນ Air Force Two ຫຼັງຈາກເດີນທາງຮອດສະໜາມບິນສາກົນ ເດ ມອຍນ໌. ນະຄອນ ເດມອຍນ໌ ລັດ ໄອໂອວາ. 8 ພຶດສະພາ, 2020.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ຍ່າງຂຶ້ນເຮືອບິນ Air Force Two ຫຼັງຈາກເດີນທາງຮອດສະໜາມບິນສາກົນ ເດ ມອຍນ໌. ນະຄອນ ເດມອຍນ໌ ລັດ ໄອໂອວາ. 8 ພຶດສະພາ, 2020.

ໂດຍທີ່ຍັງເວລາຫລາຍອາທິດທີ່ຈະຮອດຍາມເຂົ້າໂຮງຮຽນຕາມແຜນສົກຮຽນທີ່ວາງໄວ້ຢູ່ໃນສະຫະ ລັດ ນັ້ນຮອງປະທານາທິບໍດີ ໄມຄ໌ ເພັນສ ກໍາລັງເດີນທາງ ໄປຍັງລັດໂຄໂຣໄລນາເໜືອໃນວັນພຸດມື້ນີ້ ເພື່ອຊຸກຍູ້ການເຂົ້າໂຮງຮຽນແບບໄປນັ່ງໃນຫ້ອງຮຽນຊຶ່ງເປັນຄວາມມັກຂອງລັດຖະບານທ່ານ ທຣໍານັ້ນ ໃນຂະນະທີ່ຜູ້ນໍາໃນລັດດັ່ງກ່າວ ແລະຄົນອື່ນໆ ໄດ້ສະແຫວງຫາການສະໜັບສະໜຸນໃຫ້ ເຂດໂຮງຮຽນຕ່າງໆ ມີທາງເລືອກຫລາຍກວ່ານັ້ນ ຍ້ອນການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາ.

ຫ້ອງການຂອງທ່ານເພັນສ໌ ເວົ້າວ່າ ທ່ານຈະໄປຢ້ຽມໂຮງຮຽນເອກະຊົນແຫ່ງນຶ່ງ ຢູ່ນອກ ເມືອງຣາລີ ທີ່ໄດ້ເປີດໃຫ້ນັກຮຽນໄປນັ່ງຮຽນຢູ່ໃນຫ້ອງໃນອາທິດແລ້ວນີ້ ທີ່ມີນັກຮຽນປະມານ 300 ຄົນເຂົ້າຮຽນ ແລະທ່ານຈະເຂົ້າຮ່ວມໃນການສົນທະນາຫາລືໂຕະມົນ ກ່ຽວກັບ ແຜນການຮັກສາຄວາມປອດໄພຂອງໂຮງຮຽນ.

“ການເປີດໂຮງຮຽນໃຫ້ລູກເຮົາໄປເຂົ້າຄືນອີກເປັນສິ່ງທີ່ດີທີ່ສຸດສໍາລັບລູກຫລານຂອງພວກເຮົາ” ນັ້ນຄືຄຊາເວົ້າຂອງທ່ານເພັນສ໌ ໃນອາທິດແລ້ວນີ້ ເມື່ອທ່ານໄປຢ້ຽມຢາມລັດ ອິນເດຍນາ. “ມັນຍັງເປັນສິ່ງທີ່ດີທີ່ສຸດອີກສໍາລັບຄອບຄົວທີ່ໄປເຮັດ ວຽກ ເຮັດການ.”

ລະບົບໂຮງຮຽນທີ່ໃຫຍ່ທີ່ສຸດບາງແຫ່ງໃນປະເທດ ລວມທັງພວກທີ່ຢູ່ໃນນະຄອນ ລອສ ແອນຈີລີສ, ແອັດແລນຕາ ແລະຮີສຕັນ ໄດ້ປະກາດໄປແລ້ວວ່າ ພວກເຂົາເຈົ້າຈະເລີ້ມສົກຮຽນໂດຍການຮຽນ ການສອນຜ່ານທາງອອນລາຍເທົ່ານັ້ນ.

ອີງຕາມການຢັ່ງຫາງສຽງຂອງສູນກາງຄົ້ນຄວ້າດ້ານວຽກງານປົກຄອງລັດຂອງ NORC ຂອງອົງການຂ່າວເອພີ ທີ່ໄດ້ດໍາເນີນໄປໃນຕົ້ນເດືອນນີ້ ຄົນອາເມຣິກັນ 8 ເປີເຊັນແມ່ນເຫັນດີໃຫ້ເປີດໂຮງຮຽນຄືນຕາມປົກກະຕິ, ໃນຂະນະທີ່ 46 ເປີເຊັນ ເວົ້າວ່າມັນຄວນເປີດໂດຍທີ່ມີການດັດປັບຢ່າງຫລວງຫລາຍ ແລະ 31% ເປີເຊັນ ຕອບວ່າບໍ່ຄວນມີການໃຫ້ຄົນໄປນັ່ງຮຽນໃນຫ້ອງຮຽນທັງໝົດເລີຍ.

ຄົນເຂົ້າຮ່ວມການສໍາຫລວດປະມານ 50 ເປີເຊັນເວົ້າວ່າ ພວກເຂົາເຈົ້າເປັນຫ່ວງຫລາຍ ຫລື ເປັນຫ່ວງຫລາຍທີ່ສຸດກ່ຽວກັບການທີ່ລູກຂອງເຂົາເຈົ້າຈະຮຽນໜັງສືບໍ່ໄດ້ຕາມແຜນການ.

With many U.S. schools weeks away from the planned start of a new academic year, Vice President Mike Pence is traveling Wednesday to the state of North Carolina to push the Trump administration’s preference for in-person classes, while leaders in that state and others advocate giving local districts more options due to the coronavirus pandemic.

Pence’s office said he would be visiting a private school outside of Raleigh that resumed in-person classes last week with about 300 students, and that he would take part in a roundtable discussion about the school’s safety plan.

"Opening up our schools again is the best thing for our kids,” Pence said last week during a visit to Indiana. “It's also the best thing for working families.”

Some of the largest school systems in the nation, including those in Los Angeles, Atlanta and Houston, have already announced they will begin the academic year with only online classes.

According to an Associated Press-NORC Center for Public Affairs Research poll conducted earlier this month, 8% of Americans back schools opening as usual, while 46% said they should open with major adjustments and 31% responded that in-person classes should not be held at all.

Some 55% of respondents said they were very or extremely concerned about their child falling behind academically.

XS
SM
MD
LG