ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ໄດ້ໃຫ້ຄຳໝັ້ນສັນຍາໃນການໃຫ້
ຄວາມສະໜັບສະໜູນ ແບບບໍ່ມີການປ່ຽນແປງຂອງສະຫະລັດ ແກ່ປະຊາຊົນຊາວອີ
ຣ່ານ. ໃນການສຳພາດກັບ ວີໂອເອ ໃນວັນພຸດອາທິດແລ້ວນີ້ ທ່ານເພັນສ໌ໄດ້ຕ້ອງຕິ
ລັດຖະບານຊຸດກ່ອນທີ່ໄດ້ເຮັດໃນອັນທີ່ທ່ານເວົ້າວ່າ ການໃຫ້ຄວາມສະໜັບສະໜູນ
ທີ່ໜ້ອຍເກີນໄປຕໍ່ການເລືອກຕັ້ງທີ່ເປັນບັນຫາໂຕ້ແຍ້ງ ໃນປີ 2009.ບັນດາຜູ້ສັງເກດ
ການກ່າວວ່າ ຄວາມບໍ່ສະຫງົບ ໃນປັດຈຸບັນນີ້ ແມ່ນເກີດມາຈາກຄວາມບໍ່ພໍໃຈ ທີ່ມີ
ມາເປັນເວລາດົນນານກັບລະບອບການປົກຄອງທີ່ຂອງປະເທດດັ່ງກ່າວ ແລະເປັນ
ສັນຍານຂອງການສິ້ນສຸດລົງ. ນັກຂ່າວ ວີໂອເອ ຊລາຕິກາ ຮົກ ມີລາຍງານ ຊຶ່ງ
ກິ່ງສະຫວັນຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ລັດຖະບານອີີຣ່ານ ໄດ້ສົ່ງພວກຕຳຫລວດ ແລະກຳລັງຮັກສາຄວາມປອດ ໄພໄປຍັງ
ເມືອງຕ່າງໆໃນທົ່ວປະເທດ ເພື່ອຫາທາງທັບມ້າງການຈາລະຈົນເປັນ ເວລານຶ່ງອາທິດ ທີ່ເຮັດໃຫ້ຫລາຍກວ່າ 20 ຄົນເສຍຊີວິດ. ລັດຖະບານໄດ້ຖີ້ມ ໂທດໃສ່ການປະທ້ວງ ທີ່ໄດ້ຮັບອິດທິພົນມາຈາກຕ່າງປະເທດ ແຕ່ບັນດາຜູ້ສັງ ເກດການກ່າວວ່າ ນີ້ເປັນເລື້ອງ
ທີ່ຈະແຈ້ງວ່າ ບໍ່ແມ່ນຄວາມຈິງ.
ທ່ານຮູຊົງ ອາມີຣາມາດີ ຈາກມະຫາວິທະຍາໄລຣັດເຈີ ກ່າວວ່າ “ປະຊາຊົນຢູ່ຕາມ
ຖະໜົນຫົນທາງບໍ່ແມ່ນຊາວຕ່າງປະເທດ ເຂົາເຈົ້າບໍ່ແມ່ນທະຫານຮັບຈ້າງ. ເຂົາ
ເຈົ້າເປັນປະຊາຊົນອີຣ່ານທຳມະດາສາມັນທົ່ວໆໄປ."
ຊາວອີຣ່ານກຳລັງພາກັນປະທ້ວງການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ ແລະການບໍລິ
ຫານເສດຖະກິດ ແບບຜິດພາດ ທີ່ມີມາໄດ້ຫລາຍປີ ຊຶ່ງເຮັດໃຫ້ເກີດການ ຫວ່າງງານ
ສູງແລະເຮັດໃຫ້ມາດຕະຖານການເປັນຢູ່ຫລຸດຕ່ຳລົງ. ບັນດານັກວິ ເຄາະກ່າວວ່າ ການໃຊ້ກຳລັງ ອາດສະກັດກັ້ນພວກປະທ້ວງ ໄດ້ຊົ່ວໄລຍະນຶ່ງ ແຕ່ວ່າລະບອບການ
ປົກຄອງທາງສາສະໜາດັ່ງກ່າວຈະບໍ່ສາມາດດຳເນີນຕໍ່ໄປ ອີກເໝືອນດັ່ງແຕ່ກ່ອນ.
ທ່ານອາມີຣາມານີ ກ່າວວ່າ “ສະຖານະການໄດ້ປ່ຽນແປງໄປແລ້ວ. ນີ້ເປັນເທື່ອທຳ
ອິດໃນຮອບສີ່ສິບປີທີ່ປະຊາຊົນອີຣ່ານປະເຊີນໜ້າກັບລະບອບການປົກຄອງ ໂດຍ
ລວມ. ໃນປີ 2009 ແມ່ນການດິ້ນລົນຕໍ່ສູ້ຢູ່ພາຍໃນລະບອບການປົກຄອງເອງ ລະ
ຫວ່າງສອງຝ່າຍ. ແຕ່ບັດນີ້ບໍ່ແມ່ນແບບນັ້ນແລ້ວ. ແມ່ນປະຊາຊົນຕ້ານກັບລະບອບ
ການປົກຄອງ ແລະເພາະສະນັ້ນ ລະບອບການປົກຄອງຕ້ອງໄດ້ຄິດຢ່າງຈິງຈັງກ່ຽວ
ກັບວ່າຕົນເຮັດຫຍັງໄປ.”
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວໃນລະຫວ່າງການໃຫ້ສຳພາກ
ຕໍ່ວີໂອເອວ່າ ປະຊາຊົນຊາວອີຣ່ານ ແມ່ນໄດ້ຮັບການສະໜັບສະໜູນໂດຍເຕັມ ຈາກ
ລັດຖະບານສະຫະລັດຊຸດປັດຈຸບັນ.
ທ່ານໄມຄ໌ ເພັນສ໌ ກ່າວວ່າ “ຄວາມຫວັງຂອງຂ້າພະເຈົ້າ ແລະທີ່ຈິງແລ້ວການໄຫວ້
ວອນຂອງຂ້າພະເຈົ້າ ກໍຄືຊາວອີຣ່ານ ຊຶ່ງເປັນປະຊາຊົນທີ່ໜຸ່ມນ້ອຍ ປະ ຊາຊົນທີ່
ມີການສຶກສາ ເຂົ້າໃຈສະຫະລັດອາເມຣິກາ ປະຊາຊົນຂອງປະເທດນີ້ເປັນພັນທະ
ມິດຕາມທຳມະຊາດຂອງເຂົາເຈົ້າເອງ. ພວກເຮົາຕ້ອງການເຫັນເຂົາເຈົ້າບັນລຸການ
ມີອະນາຄົດທີ່ເສລີ ແລະເປັນປະຊາທິປະໄຕ.”
ທ່ານເພັນສ໌ ໄດ້ຕິຕຽນລັດຖະບານຊຸດກ່ອນ ທີ່ບໍ່ໄດ້ສະແດງການສະໜັບສະໜູນ ຢ່າງແຂງຂັນພຽງພໍຕໍ່ຊາວອີຣ່ານ ເວລາເຂົາເຈົ້າໄດ້ປະທ້ວງ ການເລືອກຕັ້ງທີ່ມີ ການຂັດ
ແຍ້ງໃນປີ 2009. ທ່ານຍັງໄດ້ຕິຕຽນລັດຖະບານທ່ານໂອບາມາ ທີ່ໄດ້ ເຣັດຂໍ້ຕົກລົງນິວເຄລຍກັບເຕຫະຣ່ານ.
ທ່ານເພັນສ໌ ກ່າວວ່າ “ຄວາມຈິງກໍແມ່ນວ່າ ຂໍ້ຕົກລົງນິວເຄລຍກັບອີຣ່ານ ເປັນຂໍ້ຕົກ
ລົງທີ່ອ່ອນແອທີ່ສຸດ ເພາະວ່າສ່ວນນຶ່ງບໍ່ພຽງແຕ່ບໍ່ໄດ້ປະຕິເສດບໍ່ໃຫ້ອີຣ່ານ ສາມາດ
ພັດທະນາອາວຸດນິວເຄລຍໂດຍການຕົກລົງພຽງ 10 ປີເທົ່ານັ້ນ ມັນຍັງ ໄດ້ຮັບປະ
ກັນວ່່າ ເຂົາເຈົ້າຈະສາມາດພັດທະນາອາວຸດນິວເຄລຍ ຫລັງຈາກໄລ ຍະເວລາ 10
ປີແລ້ວ.”
ທ່ານເພັນສ໌ ກ່າວວ່າ ການລົງໂທດທາງເສດຖະກິດຕໍ່ອີຣ່ານ ໄດ້ເປັນຜົນສຳເລັດ ແລະຂໍ້
ຕົກລົງນີ້ໄດ້ຊ່ວຍລັດຖະບານອີຣ່ານ. ທ່ານກ່າວວ່່າລັດຖະບານທ່ານທຣໍາ ຕ້ອງການ
ຢາກຕື່ມຂໍ້ບັງຄັບໃສ່ຂໍ້ຕົກລົງນີ້ ໂດຍອະນຸຍາດໃຫ້ມີການລົງໂທດທາງດ້ານເສດຖະກິດ
ຄືນອີກ ຖ້າອີຣ່ານຫາກພະຍາຍາມຫາທາງມີອາວຸດນິວເຄລຍໄວ້ຢູ່ໃນຄວາມຄອບຄອງ.