ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ ປ. ສຫລ ປະກາດ ທີ່ກອງປະຊຸມສຸດຍອດ ສຫລ-ອາຊຽນ ກ່ຽວ​ກັບ ‘ການຮ່ວມມື ​ເພື່ອສ້າງ ເມືອງສະຫຼາດ’


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ແພັນສ໌ ເຂົ້າຮ່ວມ ກອງປະຊຸມສຸດຍອດ ບັນດາປະເທດເອເຊຍຕາເວັນອອກ ສະໄໝສາມັນ ຄັ້ງທີ 13 ຢູ່ນອກກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 33 ໃນສິງກະໂປ, ວັນພະຫັດ ທີ 15 ພະຈິກ 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ແພັນສ໌ ເຂົ້າຮ່ວມ ກອງປະຊຸມສຸດຍອດ ບັນດາປະເທດເອເຊຍຕາເວັນອອກ ສະໄໝສາມັນ ຄັ້ງທີ 13 ຢູ່ນອກກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 33 ໃນສິງກະໂປ, ວັນພະຫັດ ທີ 15 ພະຈິກ 2018.

ຢູ່ທີ່ກອງປະຊຸມສຸດຍອດ ກັບບັນດາປະເທດໃນເອເຊຍຕາເວັນອອກ ສຽງໃຕ້ ຫຼື ອາຊຽນ
ທີ່ປະເທດສິງກະໂປ ຮອງປະທານາທິບໍດີ ໄມຄ໌ ແພັນສ໌ ໄດ້ປະກາດໂຄງການໃໝ່ ​ທີ່
ເອີ້ນວ່າ “ການຮ່ວມມືເພື່ອສ້າງເມືອງສະຫຼາດ ລະຫວ່າງ ສະຫະລັດ ແລະ ອາຊຽນ”
ທີ່ທ່ານກ່າວວ່າ ຈະຊ່ອຍຊຸກຍູ້ການລົງທຶນໃໝ່ ຂອງອາເມຣິກາ ໃນໂຄງລ່າງພື້ນຖານ
ລະບົບດິຈິໂຕລ ຂອງຂົງເຂດດັ່ງກ່າວ. ແພັດຊີ ວີດາຄຸສວາຣາ ນັກຂ່າວວີໂອເອ ປະຈຳ
ທຳນຽບຂາວ ນຳເອົາລາຍລະອຽດ ກ່ຽວກັບເລື້ອງນີ້ຈາກ ສິງກະໂປ ດັ່ງ ໄຊຈະເລີນສຸກ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພົບກັບ ຕຳຫຼວດຫຸ່ນຍົນ ຫຼື Robocop. ຕຳຫຼວດຫຸ່ນຍົນນີ້ ໄດ້ຖືກອອກແບບມາ ເພື່ອ
ສະໜອງຄວາມປອດໄພຕື່ມອີກ ຢູ່ທີ່ກອງປະຊຸມສຸດຍອດ ອາຊຽນ ແຕ່ມັນກໍຍັງເປັນ
ຈຸດເດັ່ນ ໃນວິທີ ທີ່ສິງກະໂປ ນຳໃຊ້ເທັກໂນໂລຈີ ເພື່ອປັບປຸງ ຄຸນນະພາບຊີວິດ
ການເປັນຢູ່ ໃນຕົວເມືອງ.

ປະເທດນີ້ ເປັນຜູ້ລິເລີ້ມ ແນວຄິດຂອງ ປະເທດສະຫຼາດ ຫຼື Smart Nation ດ້ວຍການ
ວາງຜັງເມືອງ ທີ່ທັນສະໄໝ ແລະຍືນຍົງ.

ບັດນີ້ ບັນດາບໍລິສັດຂອງອາເມຣິກາ ມີໂອກາດທີ່ຈະທຳງານຮ່ວມກັບ ສິງກະໂປ ແລະ
ບັນດາປະເທດອື່ນໆ ຢູ່ໃນຂົງເຂດ ພາຍໃຕ້ການຮ່ວມມືໃໝ່ ເພື່ອສ້າງ ເມືອງສະຫຼາດ
ທີ່ໄດ້ປະກາດໄປແລ້ວນັ້ນ ໂດຍ ທ່ານ ໄມຄ໌ ແພັນສ໌ ຮອງປະທານາທິ ບໍດີ ສະຫະລັດ
ຢູ່ທີ່ກອງປະຊຸມສຸດຍອດ ສະຫະລັດ ແລະ ອາຊຽນ.

ທ່ານ ແພັນສ໌ ກ່າວວ່າ “ຄວາມພະຍາຍາມອັນນີ້ ຈະຊ່ອຍຊຸກຍູ້ ການລົງທຶນ ຂອງ
ອາເມຣິກາ ຢູ່ໃນຂົງເຂດ ດ້ານໂຄງລ່າງພື້ນຖານ ລະບົບດິຈິໂຕລ ເສີມຂະຫຍາຍ ຄວາມຈະເລີນ ແລະຄວາມໝັ້ນຄົງ ໃນເອເຊຍຕາເວັນອອກສຽງໃຕ້ ແລະ ຍັງຈະ
ນຳມາ ໃນຖະແຫລງການ ກ່ຽວກັບ ຄວາມປອດໄພດ້ານໄຊເບີ ທີ່ພວກເຮົາ ຈະ
ປຶກສາຫາລືກັນ ໃນມື້ນີ້ ຢູ່ນະທີ່ນີ້.”

ເມືອງສະຫຼາດ ເປັນຄຳສັບທີ່ໃຊ້ກັນຢູ່ເລື້ອຍ ພາຍໃນບັນດາປະເທດ ສະມາຊິກ ຂອງ
ອາຊຽນ ໃນຂະນະທີ່ປະຊາກອນ ແລະຕົວເມືອງຕ່າງໆຂອງພວກເຂົາເຈົ້າ ກຳລັງເພີ້ມ ຂຶ້ນຢ່າງວ່ອງໄວຢູ່ນັ້ນ ຈຶ່ງກໍ່ໃຫ້ເກີດຄວາມທ້າທ້າຍຫຼາຍຢ່າງ ນັບຕັ້ງແຕ່ ຈະລາຈອນ
ຕິດຄັດ ຄຸນນະພາບຂອງນ້ຳ ແລະອາກາດ ຈົນເຖິງ ຄວາມປອດໄພດ້ານດິຈິໂຕລ.

ທ່ານ ຖານ ຈຊີ ຮໍ ຫົວໜ້າເມືອງສະຫຼາດຂອງສິງກະໂປ ກ່າວວ່າ “ພວກເຮົາ ໄດ້ເຊື້ອ
ເຊີນ ລັດຖະບານຕ່າງໆ ພ້ອມດ້ວຍ ບັນດາບໍລິສັດ ຈາກທົ່ວໂລກ ຄູ່ຮ່ວມລົງທຶນ
ພາຍນອກຂອງພວກເຮົາ ໃຫ້ເຂົ້າມາຮ່ວມກັນ ແລະຮ່ວມມືກັນ.”


ຂົງເຂດນີ້ເຫັນວ່າ ສະຫະລັດ ເປັນພາຄີຕາມທຳມະດາ ສຳລັບໂຄງການລິເລີ້ມ
ເມືອງສະຫຼາດດັ່ງກ່າວ.

ທ່ານ ລິມ ໄຕ ເວີຍ ເປັນນັກຄົ້ນຄວ້າອາວຸໂສ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຂອງ
ສິງກະໂປ ກ່າວຕໍ່ວີໂອເອ ວ່າ “ສະຫະລັດ ຍັງເປັນນ້ຳເບີນຶ່ງ ຂອງໂລກຢູ່ ໃນເມື່ອເວົ້າ
ເຖິງໂປແກຣມ ແລະການສະໜອງເທັກໂນໂລຈີ ລະດັບສູງສຸດ. ແລະ ສະນັ້ນ ພວກ
ເຂົາເຈົ້າ ກໍຢາກຈະຮູ້ວ່າ ພວກເຂົາເຈົ້າ ຈະສາມາດເຮັດວຽກກັບບັນດາບໍລິສັດ ຂອງ
ອາເມຣິກາ ຈັ່ງໃດ ຊຶ່ງການຮ່ວມມືກັບອາເມຣິກາ ແມ່ນເພື່ອທີ່ ຈະເສີມຄວາມເຂັ້ມ
ແຂງ ໃນຖານະທີ່ເປັນເຄືອຂ່າຍເມືອງສະຫຼາດຂອງອາຊຽນ.”

ໂອກາດຂອງການເຕີບໃຫຍຂະຫຍາຍໂຕ ໃນດ້ານໂຄງລ່າງພື້ນຖານ ລະບົບດິຈິໂຕລ
ຂອງຂົງເຂດ ແມ່ນມີຫຼາຍຢ່າງ ນັບຕັ້ງແຕ່ ແອັບປລີເຄຊັນຕ່າງໆ ທີ່ຈະຊ່ອຍຮັກສາ
ຄວາມປອດໄພໃຫ້ແກ່ພົນລະເມືອງ ຈົນເຖິງ ກົນໄກການຊຳລະເງິນຕ່າງໆ ເປັນຕົ້ນ.

ແຕ່ບາງຄົນ ແມ່ນກໍຍັງມີຄວາມສົງໄສ ກ່ຽວກັບວ່າ ສະຫະລັດ ຈະສາມາດສະເໜີຫຍັງ
ໄດ້​ແດ່ ໃນ​ພາກຕົວຈິງ.

ທ່ານນາງ ແອນຈີລາ ແມນຊີນີ ເປັນຫົວໜ້າກຸ່ມ ບໍລິສັດ Control Risks ທີ່ໃຫ້ການ
ປຶກສາ ປະຈຳພາກພື້ນ ເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ “ສະຫະລັດ ກໍມີຄວາມ
ທ້າທ້າຍຕ່າງໆຂອງຕົນເອງຢູ່ແລ້ວ ກັບໂຄງລ່າງພື້ນຖານ ແລະ ເທັກໂນໂລຈີ ແລະ
ກໍຍັງບໍ່ໄດ້ມີຄວາມສຳເລັດ ເທົ່າກັບສິງກະໂປ ພໍປານໃດ ໃນເລື້ອງນັ້ນ.”


ຂໍ້ມູນຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ສອງສ່ວນສາມ ຂອງປະຊາ
ກອນໂລກ ຈະອາໄສຢູ່ໃນຕົວເມືອງຕ່າງໆ ພາຍໃນປີ 2050.

ດັ່ງທີ່ ປະທານຂອງອາຊຽນ ກໍຄື ສິງກະໂປ ໄດ້ນຳສະເໜີ ການສ້າງເຄືອຂ່າຍ ເມືອງ
ສະຫຼາດ 26 ແຫ່ງ ຢູ່ໃນຂົງເຂດ ເມື່ອເດືອນເມສາ ປີ 2018. ດ້ວຍການ ໄດ້ມາຢູ່ນະ
ທີ່ປະເທດນ້ອຍໆແຫ່ງນີ້ ແຕ່ເຕັມໄປດ້ວຍນະວັດຕະກຳໃໝ່ໆ ມັນກໍຈະເຫັນໄດ້ງ່າຍວ່າ
ເປັນຫຍັງບັນດາປະເທດອື່ນໆຂອງອາຊຽນ ຈຶ່ງກະຕືລືລົ້ນ ຢາກຈະຮຽນແບບ ຄວາມ
ສຳເລັດ ຂອງປະເທດສິງກະໂປ.

Pence Announces ‘US-ASEAN Smart Cities Partnership'
please wait

No media source currently available

0:00 0:02:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

At a Summit with Southeast Asian countries in Singapore,Vice President Mike Pence announced a new "U.S. - ASEAN Smart Cities Partnership" that he says willspur renewed American investment in the region's digital infrastructure. VOA White House Correspondent Patsy Widakuswara brings the details from Singapore.

Meet Robocop. The police robot was designed to provide additional security at the ASEAN Summit, but also highlights how Singapore is using technology to improve the quality of city living.

The country pioneered the Smart Nation concept of sustainable and high-tech urban planning.

Now American companies have the opportunity to work with Singapore and other countries in the region, under the new smart cities partnership announced by Vice President Mike Pence at the U.SASEAN Summit.

(Mike Pence, U.S. Vice President)
"This effort will spur renewed American investment in the regions digital infrastructure, advancing prosperity and security in Southeast Asia and also bears on the cyber security statement that we will discuss here today."

Smart City is a buzzword among ASEAN member countries as their population rapidly increases and urbanizes, creating multiple challenges ranging from traffic congestion, water and air quality, to digital security.

(Tan Chee Haw, Singapore Chief Smart City Officer)
"We have invited governments as well as companies from around the world, our external partners, to come together and collaborate."

The region sees the U.S. as a natural partner for the smart cities initiative.

(Lim Tai Wei, National University of Singapore)
"The U.S. is still the world's number one when it comes to software and very high tech supplies. And so they'd like to know how they can work with American companies, American partners in order to strengthen ASEAN's position as a network of smart cities."

Opportunities to grow the region's urban digital infrastructure range from apps that help keep citizens safe to payment mechanisms.

But some are skeptical on how much the U.S. can actually offer.

(Angela Mancini is the Head of Southeast Asia for the consultancy group Control Risks.)
"The U.S. has its own challenges with infrastructure and technology and hasn't quite gotten to where Singapore is with its own success in that in that regard."

United Nations' data show that two-thirds of the world's population will live in cities by 2050.

As the chair of ASEAN, Singapore proposed the creation of a network of 26 smart cities in the region in April 2018. Being here in this tiny but innovative nation, it's easy to see why other Southeast Asian countries are eager to emulate Singapore's success.

XS
SM
MD
LG