ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາມະຫາເສດຖີ ໃນສະຫະລັດ ເຕັມໃຈ ຈະຈ່າຍພາສີເພີ່ມ (ວີດີໂອລາວກັບອັງກິດ)


ບັນດາມະຫາເສດຖີຮັກຊາດ ທີ່ພາກັນໄປຍັງລັດຖະສະພາ ໃນນະຄອນຫລວງ ວໍຊິງຕັນດີຊີ.
ບັນດາມະຫາເສດຖີຮັກຊາດ ທີ່ພາກັນໄປຍັງລັດຖະສະພາ ໃນນະຄອນຫລວງ ວໍຊິງຕັນດີຊີ.

ມະຫາເສດຖີອາເມຣິກັນຈຳນວນນຶ່ງ ຮຽກຮ້ອງໃຫ້ລັດຖະບານ ເກັບພາສີພວກເຂົາເຈົ້າຕື່ມ ເພື່ອບໍ່ໃຫ້ ສຫລ ກ້າວເຂົ້າ ສູ່ໃນສິ່ງທີ່ເອີ້ນກັນວ່າ Fiscal Cliff.

ໃນການເຈລະຈາກັນເລຶ່ອງງົບປະມານລະຫວ່າງທໍານຽບຂາວ
ແລະລັດຖະສະພາ ແມ່ນໄດ້ເນັ້ນໜັກໃສ່ ການສະສາງບໍ່ໃຫ້
ສະຫະລັດກ້າວເຂົ້າສູ່ໃນສິ່ງທີ່ເອີ້ນກັນວ່າ “ເຫວງົບປະມານ”
ຫຼື Fiscal Cliff ທີ່ເລີ່ມຂຶ້ນໃນອາທິດຜ່ານມານີ້ ໂດຍມີມະຫາ
ເສດຖີ 20 ປາຍຄົນໄດ້ເດີນທາງມາເຖິງກຸງ ວໍຊິງຕັນດີຊີ ເພື່ອ
ຮຽກຮ້ອງຄືນໃໝ່ ສໍາລັບການຂຶ້ນພາສີແກ່ຊາວອາເມຣິກັນຮັ່ງມີ
ທີ່ສຸດນັ້ນ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ



ທີ່ວໍຊິງຕັນ ພວກຄົນກຸ່ມນຶ່ງທີ່ເອີ້ນເຂົາເຈົ້າເອງວ່າ “ມະຫາເສດຖີ ທີ່ຮັກຊາດ” ໄດ້ພາກັນ ໄປຍັງ ຕຶກ Capitol Hill ຫຼືລັດຖະສະພາສະຫະລັດ ພ້ອມ​ກັບຂໍ້ຄວາມທີ່​ເຂົາ​ເຈົ້າ​ຢາກ​ບອກ ປະທານາທິບໍດີ ແລະສະພາຄອງແກຣັສ: “ຈົ່ງເກັບພາສີພວກ​ເຮົາຕື່ມອີກ ໂລດ ພວກເຮົາເສຍໄດ້.” ແລະມະຫາເສດຖືຄົນນຶ່ງເວົ້າວ່າ:

“ພວກເຮົາມີອັດຕາຂອງຄວາມບໍ່ສະເໝີພາບກັນ ທີ່ກໍາລັງເຕີບໃຫຍ່ຂຶ້ນໄປຢ່າງ ໄວທີ່ສຸດໃນປະເທດທີ່ພັດທະນາແລ້ວ.”

ພວກເຂົາເຈົ້າເຫັນພ້ອມກັບທ່ານໂອບາມາ ຜູ້ທີ່ປະຕິຍານວ່າຈະຂຶ້ນພາສີແກ່ ຊາວອະເມຣິ ກັນ​ຜູ້ຮັ່ງມີທີ່ສຸດ ອັນເປັນພາກສ່ວນຂອງການຈັດການກັບງົບ ປະມານທີ່ຈໍາເປັນ ເພື່ອຫຼີກ ລ່ຽງວິກິດການທີ່ກໍາລັງປະກົດໃຫ້ເຫັນລາງໆຂຶ້ນມາ ອັນທີ່ເອີ້ນກັນວ່າເຫວງົບປະມານນັ້ນ ຈະບັງຄັບໃຫ້ມີການຂຶ້ນພາ ສີແລະຕັດງົບປະມານລົງຢ່າງຫຼວງຫຼາຍ ຖ້າຫາກບໍ່ສາມາດບັນ ລຸຂໍ້ຕົກລົງ ກັນໄດ້ພາຍໃນວັນທີ່ 31 ທັນວານີ້.

ທ່ານໂອບາມາເວົ້າວ່າ: “ເມື່ອເວົ້າເຖິງສອງເປີເຊັນສູງສຸດນັ້ນ ສິ່ງທີ່ຂ້າພະເຈົ້າຈະບໍ່ ເຮັດ ກໍຄືຕໍ່ອາຍຸການຕັດພາສີສໍາລັບພວກຄົນທີ່ບໍ່ຕ້ອງການມັນ ທີ່ຕ້ອງສິ້ນເປືອງ ຄ່າໃຊ້​ຈ່າຍ​ໄປເກືອບສາມພັນຕື້ໂດລາ”

ແຕ່ໂຄສົກສະພາຕໍ່າ ທ່ານ ຈອນ ເບນເນີ ເວົ້າຢ່າງເປັນທີ່ແຈ້ງຂາວແລ້ວວ່າ ຊາວອະເມຣິ ກັນຮັ່ງມີທີ່ສຸດທັງຫຼາຍບໍ່ຄວນຈະເຫັນພາສີຂອງພວກເຂົາເຈົ້າສູງຂຶ້ນ.

ທ່ານຈອນ ເບນເນີ ເວົ້າວ່າ: “ຂ້າພະເຈົ້າໄດ້ວາງຮ່າງປະຕິບັດງານໄວ້ ແລ້ວໃນວິທີ ການທີ່ທັງສອງຝ່າຍສາມາດປະຕິບັດຮ່ວມກັນໄດ້ ເພື່ອຫລີກລ່ຽງເຫວງົບປະມານ ໂດຍປາດສະຈາກການຂຶ້ນພາສີ.”

ຄະນະມະຫາເສດຖີທີ່ຮັກຊາດ ບໍ່ເຫັນພ້ອມກັບທ່ານເບນເນີໃນເລຶ່ອງນີ້. ຄືພວກເຂົາເຈົ້າ ໄດ້ນໍາເອົາບັນຫາການໂຕ້ແຍ້ງຂອງພັກຣີພັບບລິກັນທີ່ວ່າການຂຶ້ນພາສີພວກນາຍຈ້າງທີ່ ຮັ່ງມີນັ້ນ ຈະ​ເຮັດ​ໃຫ້ມີການສ້າງວຽກເຮັດງານທຳ ໜ້ອຍລົງ. T.J. Zlotnitsky ເປັນປະ ທານບໍລິຫານ ຫຼືຊີອີໂອຂອງ IControl Sytems ຊຶ່ງ​ເປັນ​ບໍລິສັດ​ຈັດການ​ເລຶ່ອງຂໍ້​ມູນ.
ເວົ້າ​ວ່າ:

“ເວລາຂ້າພະ​ເຈົ້າຕັດສິນ​ໃຈ​ວ່າ​ຈະ​ຈ້າງ​ຫຼືບໍ່​ຈ້າງ​ຄົນ​ມາ​ເຮັດ​ວຽກ​ຊ່ວຍ​ ເພື່ອ​ໃຫ້​ທຸລະ​ກິດຂອງ​ຂ້າພະ​ເຈົ້າ​ເຕີບໂຕນັ້ນ ຂ້າພະ​ເຈົ້າຈະ​ຕັດສິນ​ໃຈ​ບົນ​ພື້ນ ຖານທີ່ ວ່າ​ບໍລິສັດ​ຕ້ອງການ​ຄົນງານ​ແທ້ໆ​ບໍ່ ມີ​ລູກ​ຄ້າ​ຕ້ອງການ​ເຂົາເຈົ້າບໍ່ ການ​ເຮັດ​ແບບ​ນັ້ນ​ໄປ​ມັນ​ຈະ​ຊ່ວຍ​ໃຫ້​ທຸລະ​ກິດ​ເຕີບ​ໂຕ​ຫຼື​ບໍ່ ເວົ້າໃນແງ່ເລຶ່ອງອັດຕາ​ພາສີໂດຍ​ສ່ວນ​ຕົວ​ຂອງຂ້າພະ​ເຈົ້າ​ແລ້ວ ​ແນ່ນອນ​ວ່າ ມັນ​ບໍ່​ເປັນ​ປັດ​ໃຈ​ທີ່​ຈໍາ​ເປັນ​ຫຍັງ​ເລີຍ.”


ພວກ​ມະ​ຫາ​ເສດຖີ​ໂຕ້​ແຍ້​ງວ່າ ການ​ແບກ​ຫາບພາລະທີ່ໜັກ​ເກີນ​ໄປ ຂອງ ​ພວກ​ຊົນ​ຊັ້ນ​ກາງ ດ້ວຍການເກັບພາສີເພື່ອມາຖົມ​ການ​ຂາດ​ດຸນ​ງົບປະມານ​ນັ້ນ ​ແມ່ນ​ຈະ​ເຮັດ​ໃຫ້​ເສດ​ຖະກິດ ຊຸດ​ໂຊມ​ລົງ​ໄປ​ຢ່າງ​ໜັກ. ທ່ານ Frank Patitucci ແມ່ນຫົວໜ້າ​ບໍລິຫານ ບໍລິສັດ NuCompass Mobility​.

ທ່ານ Patitucci ​ເວົ້າ​ວ່າ: “ມັນ​ມີ​ຄວາມ​ສໍາຄັນ​ເປັນ​ພິ​ເສດ​ກ່ຽວ​ກັບ​ພວກ​ຊົນຊັ້ນ​ກາງ. ຖ້າ​ຫາກ​ວ່າ​ພວກ​ເຮົາ​ສູນ​ເສຍ​ພວກ​ຊົນ​ຊັ້ນ​ກາງ​ໄປ ​ເຮົາ​ກໍ​ສູນ​ເສຍລູກ​ຄ້າ​ໄປ​ພ້ອມ. ດັ່ງ​ນັ້ນການ​ມີ​ຊົນ​ຊັ້ນ​ກາງ​ທີ່​ເຂັ້ມ​ແຂງ​ທີ່​ໄດ້​ຮັບການຊ່ວຍ​ເຫຼືອດ້ວຍລະບົບ​ ການເກັບພາສີ​ທີ່​ຍຸຕິ​ນັ້ນ ​ແມ່ນ​ຈະ​ນໍາພາ​ໄປ​ສູ່​ການ ​ມີເສດຖະກິດ​ທີ່​ເຂັ້ມແຂງໃນ​ໄລຍະຍາວ.”

ກຸ່ມ​ມະຫາ​ເສດຖີ​ຮັກ​ຊາດ ມີ​ສະມາຊິກ​ນໍາ​ກັນ​ຫຼາຍ​ກວ່າ 200 ຄົນ ​ໃນ​ທົ່ວ​ສະຫະລັດ ພວກ​ທີ່​ປະກອບ​ທຸລະ​ກິດ​ໃນ​ວົງ​ການ​ການ​ເງິນ ການບັນ​ເທີ​ງ ​ແລະ ​ເທັກ​ໂນ​ໂລ​ຈີ.

XS
SM
MD
LG