ກອງປະຊຸມເປັນເວລາ 2 ມື້ຢູ່ ສປປ ລາວ ກ່ຽວກັບການສ້າງເຂື່ອນ
ດອນສະຫົງທີ່ມີຄວາມແຮງ 260 ເມກາວັດ ໃນເຂດລຸ່ມແມ່ນ້ຳຂອງ
ນັ້ນ ໄດ້ເຮັດໃຫ້ພວກເຈົ້າໜ້າທີ່ ແລະປະຊາຄົມສະພາບແວດລ້ອມ
ມີຄວາມແຕກແຍກກັນຢ່າງເລິກເຊິ່ງ. Ron Corben ຜູ້ສື່ຂ່າວວີໂອ
ເອ ລາຍງານມາຈາກບາງກອກວ່າ ລັດຖະບານລາວ ຍັງສືບຕໍ່ຕົກ
ລົງໃຈທີ່ຈະດຳເນີນການຕໍ່ໄປກ່ຽວກັບໂຄງການດັ່ງກ່າວໂດຍບໍ່ໃຫ້
ຄວາມສຳຄັນໃດໆຕໍ່ຄວາມວິຕົກກັງວົນຕ່າງໆທັງໆທີ່ມີຄວາມຢ້ານ
ກົວວ່າໂຄງການສ້າງເຂື່ອນນີ້ຈະມີຜົນກະທົບຕໍ່ເຂດສາມຫຼ່ຽມປາກ
ແມ່ນ້ຳຂອງ ດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.
ຟັງລາຍງານກ່ຽວກັບເລື້ອງນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນພາສາ:
ແຜນການ ສ້າງເຂື່ອນໄຟຟ້າພະລັງນ້ຳ ດອນສະຫົງ ທີ່ມີຄວາມ
ແຮງ 260 ເມກາວັດ ຢູ່ແຂວງຈຳປາສັກ ໃນພາກໃຕ້ຂອງລາວແມ່ນນຶ່ງໃນຈຳນວນທັງໝົດ 9 ເຂື່ອນ ທີ່ຈະສ້າງໃສ່ລຳແມ່ນ້ຳຂອງຢູ່ໃນລາວ ໃກ້ໆຊາຍແດນລາວ-ໄທ.
ລາວແມ່ນກາງຕໍ່ຢ່າງໃຫຍ່ຫຼວງ ນຳລາຍຮັບຈາກໂຄງການເຂື່ອນໄຟຟ້າພະລັງນ້ຳປະມານ
10 ແຫ່ງ ຊຶ່ງສ່ວນໃຫຍ່ແລ້ວແມ່ນສ້າງໃສ່ສາຂາຕ່າງໆຂອງແມ່ນ້ຳຂອງ ໃນຊຸມປີ 1990 ຢູ່ ພາຍໃນລາວເອງ. ເຂື່ອນເຫຼົ່ານີ້ຜະລິດກະແສໄຟຟ້າໄດ້ປະມານ 2000 ເມກາວັດ ສຳຫຼັບ ໃຊ້ຢູ່ພາຍໃນປະເທດ ແລະສົ່ງອອກໄປຂາຍໃຫ້ແກ່ປະເທດໄທ.
ແຕ່ການກໍ່ສ້າງເຂື່ອນໃໝ່ຂະໜາດໃຫຍ່ 2 ແຫ່ງ ໄດ້ກາຍເປັນບັນຫາຖົກຖຽງໂຕ້ແຍ້ງ. ນຶ່ງ ໃນນັ້ນກໍຄືເຂື່ອນໄຊຍະບູລີມູນຄ່າ 3 ພັນ 800 ລ້ານໂດລາຢູ່ໃນພາກເໜືອຂອງລາວແລະ ເຂື່ອນດອນສະຫົງ ມູນຄ່າ 600 ລ້ານໂດລາ ທີ່ມີໂຄງການກໍ່ສ້າງໃສ່ນ້ຳຕົກ ໃນເຂດສີ່ພັນ ດອນ ແຂວງຈຳປາສັກທາງພາກໃຕ້ຂອງລາວ. ທັງສອງໂຄງການນີ້ໄດ້ຖືກກວດສອບຢ່າງ ລະອຽດຖີ່ຖ້ວນ ຈາກກຸ່ມປົກປ້ອງສະພາບແວດລ້ອມທີ່ມີຄວາມວິຕົກກັງວົນຢ້ານວ່າ ຈະມີ ຜົນກະທົບຕໍ່ການຂຶ້ນລ່ອງຂອງປາແລະການໄຫລຂອງກະແສນ້ຳ.
ທ່ານວິຣະພົນ ວິຣະວົງ ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຂອງລາວ ກ່າວວ່າ ລັດຖະບານແມ່ນມີຄວາມໝາຍໝັ້ນ ຕໍ່ອັນທີ່ທ່ານເອີ້ນວ່າ ການພັດທະນາໄຟຟ້າພະລັງນ້ຳ ທີ່ສະອາດແລະໃຊ້ຄືນໃໝ່ໄດ້ ເຖິງແມ່ນມີການຕຳໜິຕິຕຽນກໍຕາມ.
ເພື່ອຊັ່ງຊາເບິ່ງຜົນກະທົບຂອງເຂື່ອນດັ່ງກ່າວນີ້ ຄະນະກຳມາທິການແມ່ນ້ຳຂອງສາກົນຫຼື MRC ຊຶ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານນັ້ນ ໃນສັບປະດາແລ້ວນີ້ ໄດ້ຈັດກອງປະຊຸມປຶກສາຫາລືກັບສາທາລະນະຊົນເພື່ອຕີລາຄາເບິ່ງຜົນກະທົບຂອງໂຄງການທັງສອງ.
ແຕ່ທ່ານ Robert Mather ຫົວໜ້າປະຈຳເຂດເອເຊຍຕາເວັນອອກສຽງໃຕ້ ຂອງສະຫະ ພັນນາໆຊາດເພື່ອອະນຸລັກທຳມະຊາດຫລື IUCN ກ່າວວ່າ ມີຄຳຖາມຢ່າງຈິງຈັງກ່ຽວກັບ
ວ່າ ການຈັດຂັ້ນຕອນຂອງການຊັ່ງຊານີ້ຂຶ້ນ ມັນກຸ້ມຄ່າຫລືບໍ່?
“ມີຢູ່ 3 ບັນຫາໃຫຍ່ໆດ້ວຍກັນ ຄືເວລາໃນການດຳເນີນຂັ້ນຕອນນີ້ ສອງມາ ກໍ ແມ່ນການຂາດຄວາມຈະແຈ້ງ ກ່ຽວກັບວ່າ ແມ່ນຫຍັງແທ້ ຄືຂີດຈຳກັດຂອງຂັ້ນ ຕອນອັນແທ້ຈິງ ແລະການຂາດການສົນທະນາຫາລື ກ່ຽວກັບ ການຊັ່ງຊາຕີລາ
ຄາ ໃນເລື້ອງຜົນກະທົບດ້ານສະພາບແວດລ້ອມຂ້າມຊາຍແດນ ທີ່ແທ້ຈິງໃດໆ ດັ່ງນັ້ນຂ້າພະເຈົ້າຈຶ່ງບໍ່ຄິດວ່າພວກທ່ານສາມາດຄາດຫວັງວ່າຂັ້ນຕອນນີ້ຈະໃຫ້ ຜົນທີ່ມີຄວາມໝາຍຢ່າງແທ້ຈິງໃດໆເລີຍ.”
ຂັ້ນຕອນຂອງການປຶກສາຫາລື ກ່ຽວກັບໂຄງການດອນສະຫົງນີ້ ຈະໃຊ້ເວລາແຕ່ ພຽງ 6 ເດືອນເທົ່ານັ້ນ. ລັດຖະບານລາວມອງເຫັນວ່າ ການປະຊຸມກັນແມ່ນຊ່ອງທາງນຶ່ງເພື່ອໃຫ້ ຄວາມກະຈ່າງແຈ້ງແກ່ບັນຫາຕ່າງໆ ໃນຂົງເຂດວຽກງານການກໍ່ສ້າງເຂື່ອນ. ແຕ່ພວກຕຳ ໜິຕິຕຽນເວົ້າວ່າ ການສົນທະນາຫາລືຄວນຍົກເອົາບັນຫາທີ່ຈະນຳໄປສູ່ການຢຸດເຊົາໂຄງ ການດັ່ງກ່າວ ຂຶ້ນມາໂອ້ລົມກັນ. ບັນດາກຸ່ມປົກປ້ອງສະພາບແວດລ້ອມ ຮວມທັງກອງທຶນ ອະນຸລັກທຳມະຊາດຂອງໂລກຫຼື WWF ອົງການແມ່ນນ້ຳສາກົນ ທີ່ມີສຳນັກງານຢູ່ສະຫະ ລັດແລະອົງການຟື້ນຟູລະບົບນິເວດໃນເຂດພູມີພາກລຸ່ມແມ່ນ້ຳຂອງຫຼື TERRA ກ່າວວ່າ ເຂື່ອນດອນສະຫົງຈະລົບກວນການອົບພະຍົບຂຶ້ນລ່ອງຂອງປາແລະຈະມີຜົນກະທົບຕໍ່ປະ ຊາຄົມຕ່າງໆໃນເຂດທ້ອງຖິ່ນ.
ທ່ານນາງເປຣມຣືດີ ດາວເຣືອງເວົ້າວ່າ ການປຶກສາຫາລືດັ່ງກ່າວນີ້ບໍ່ໄດ້ແກ້ໄຂບັນຫາເຫຼົ່າ ນີ້ໂດຍສະເພາະຍ້ອນວ່າມີປະຊາຄົມທີ່ກາງຕໍ່ອາໄສນ້ຳໃນການດຳລົງຊີວິດຂອງພວກເຂົາ ເຈົ້າພຽງບໍ່ເທົ່າໃດປະຊາຄົມທີ່ໄດ້ເຂົ້າຮ່ວມໃນຂັ້ນຕອນນີ້.
“ສິ່ງທີ່ພວກເຮົາສືບຕໍ່ຮຽກຮ້ອງ ກໍຄືວ່າ ໃຫ້ອົງການ MRC ເອງ ພ້ອມດ້ວຍແຜນ ການຂອງຕົນ ຕ້ອງໄດ້ຮວມເອົາປະຊາຊົນທ້ອງຖິ່ນເຂົ້ານຳ ພວກທ່ານບໍ່ສາມາດ ດຳເນີນການຕໍ່ໄປກ່ຽວກັບໂຄງການ ຫຼືໃຊ້ເວທີທີ່ອະນຸຍາດໃຫ້ ແຕ່ອັນທີ່ເອີ້ນວ່າ ພວກສ້າງເຂື່ອນເທົ່ານັ້ນ ເຂົ້າຮ່ວມ.”
ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ມີປະຊາຊົນຫຼາຍເຖິງ 60 ລ້ານຄົນ ກາງຕໍ່ປາແລະການ ໄຫລຢ່າງເສລີຂອງກະແສນ້ຳ ໃນຂະນະທີ່ການຂຶ້ນແລະການລົງຂອງນ້ຳ ແມ່ນຈຳເປັນຕໍ່ການເຮັດໃຫ້ດິນອຸດົມສົມບູນສຳຫລັບການປູກຝັງໂດຍສະເພາະແລ້ວແມ່ນການປູກເຂົ້າ.
ຫວຽດນາມຊຶ່ງຢູ່ທາງລຸ່ມຂອງເຂື່ອນໄດ້ສະແດງຄວາມຕື່ນຕົກໃຈກ່ຽວກັບຜົນກະທົບຂອງ ເຂື່ອນດອນສະຫົງທີ່ຈະມີຕໍ່ເຂດສາມຫຼ່ຽມປາກແມ່ນ້ຳຂອງຊຶ່ງເປັນຖ້ວຍເຂົ້າຂອງປະເທດ ແລະບ່ອນທຳມາຫາກິນຂອງປະຊາຊົນ 20 ລ້ານຄົນ. ຫວຽດນາມກ່າວວ່າ ເຂື່ອນດັ່ງກ່າວ
ນີ້ ຈະເຮັດໃຫ້ມີນ້ຳເຄັມໄຫລເຂົ້າມາເພີ້ມຂຶ້ນໃນບໍລິເວນປາກແມ່ນ້ຳຂອງ ແລະມີການກັດ
ເຊາະດິນຫຼາຍຂຶ້ນ. ໂຄສົກຄົນນຶ່ງຂອງອົງການ MRC ກ່າວຕໍ່ວີໂອເອວ່າ ການປຶກສາຫາ ລືລະດັບຊາດໃນທຳນອງດຽວກັນກັບທີ່ໄດ້ຈັດຂຶ້ນຢູ່ລາວ ໃນອາທິດແລ້ວນີ້ ມີກຳນົດທີ່ຈະ ຈັດຂຶ້ນຢູ່ຫວຽດນາມ ໄທ ແລະກຳປູເຈຍກ່ອນທີ່ຈະມີການຕັດສິນໃຈຂັ້ນສຸດທ້າຍກ່ຽວກັບ ໂຄງການນີ້.