ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສຸດຍອດ ພູມີພາກ ຈະຫາລື ເລື່ອງລັກພາໂຕ ເດັກນັກຮຽນຍິງ ຢູ່ໄນຈີເຣຍ (ວີດີໂອ)


ປະທານາທິບໍດີິຝຣັ່ງ ທ່ານ Francois Hollande (ທີ 3 ຈາກຂວາ) ຈັບມືກັບປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ທີ 3 ຈາກຊ້າຍ) 17 ພຶດສະພາ 2014.
ປະທານາທິບໍດີິຝຣັ່ງ ທ່ານ Francois Hollande (ທີ 3 ຈາກຂວາ) ຈັບມືກັບປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ທີ 3 ຈາກຊ້າຍ) 17 ພຶດສະພາ 2014.
ປະທານາທິບໍດີໄນຈີເຣຍ ທ່ານ Jonathan Goodluck ເດີນທາງ
ໄປເຖິງນະຄອນຫຼວງປາຣີແລ້ວບ່ອນທີ່ທ່ານຈະເຂົ້າຮ່ວມກັບພວກ ຜູ້ນຳອື່ນໆຈາກຂົງເຂດອາຟຣິກາ ປຶກສາຫາລື ກ່ຽວກັບການຮັບມື
ກັບກຸ່ມກະບົດ Boko Haram ທີ່ໄດ້ລັກພາໂຕ ພວກນັກຮຽນຍິງ
ຫລາຍກວ່າ 200 ຄົນ ໃນພາກຕາເວັນອອກສຽງເໜືອ ຂອງໄນຈີ
ເຣຍ ເມື່ອເດືອນແລ້ວນີ້.

ກອງປະຊຸມວ່າດ້ວຍຄວາມໝັ້ນຄົງ ຊຶ່ງເປັນເຈົ້າພາບຈັດຂຶ້ນໂດຍ
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໃນຄັ້ງນີ້ຍັງຈະ
ມີປະທານາທິບໍດີ ຂອງບັນດາປະເທດເພື່ອນບ້ານໄນຈີເຣຍ ເຊັ່ນ
Benin, Carmeroon, Niger ແລະ Chad ເຂົ້າຮ່ວມນຳ. ນອກ
ນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ຜູ້ຕາງໜ້າຂອງສະ ຫະລັດ ສະຫະພາບຢູໂຣບ ແລະອັງກິດ ກໍຈະໄປຮ່ວມກອງປະຊຸມຄັ້ງນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໂອ້ລົມທາງໂທລະສັບ ກັບປະທານາ ທິບໍດີ Hollande ໃນມື້ວັນສຸກວານນີ້ ຊຶ່ງສ່ວນນຶ່ງແມ່ນຫາລືກັນກ່ຽວ ກັບສະຖານະການຢູ່ ໄນຈີເຣຍ. ສະຫະລັດແລະຝຣັ່ງແມ່ນສ່ວນນຶ່ງຂອງບັນດາ ປະເທດຕາເວັນຕົກ ທີ່ໃຫ້ຄວາມ ຊ່ອຍເຫຼືອແກ່ໄນຈີເຣຍ ໃນການດຳເນີີນຄວາມພະຍາຍາມ ເພື່ອຫາທາງປ່ອຍ ພວກເດັກ ນ້ອຍນັກຮຽນຍິງເຫຼົ່ານີ້.

ກຸ່ມກະບົດ Boko Haram ໄດ້ລັກພາໂຕພວກເດັກນ້ອຍນັກຮຽນຍິງ 276 ຄົນ ເມື່ອວັນທີ 14 ເມສາຜ່ານມາ. ການລັກພາໂຕຂະໜາດໃຫຍ່ໃນຄັ້ງນີ້ ໄດ້ກໍ່ໃຫ້ເກີດປະຕິກິລິຍາ ສະແດງ ຄວາມໂກດແຄ້ນຢູ່ໃນທົ່ວໂລກແລະກ່າວຫາລັດຖະບານໄນຈີເຣຍວ່າ ບໍ່ໄດ້ດຳເນີນການພຽງ ພໍເພື່ອຊ່ອຍໃຫ້ພວກນັກຮຽນເຫຼົ່ານີ້ໄດ້ກັບຄືນໄປຫາຄອບຄົວເຂົາເຈົ້າ. ລັດຖະບານໄນຈີເຣຍ ກ່າວວ່າ ຕົນໄດ້ພິຈາລະນາເບິ່ງທຸກຊ່ອງທາງ ເພື່ອໃຫ້ມີການປ່ອຍພວກນັກຮຽນຍິງເຫຼົ່ານີ້ ດ້ວຍຄວາມປອດໄພ.
NIGERIA SCHOOLGIRLS VO
please wait

No media source currently available

0:00 0:00:32 0:00

Nigerian President Goodluck Jonathan is in Paris where he will join other regional leaders to discuss how to deal with the rebel group Boko Haram, which abducted more than 200 schoolgirls in northeastern Nigeria last month.

The security meeting hosted by French President Francois Hollande also includes the presidents of Nigeria's neighbors - Benin, Cameroon, Niger and Chad. Representatives from the U.S., EU and Britain are also expected at the conference.

U.S. President Barack Obama spoke with Mr. Hollande Friday, in part to discuss the situation in Nigeria. The two countries are among Western nations that have given assistance to Nigeria in efforts to free the girls.

Boko Haram rebels abducted 276 schoolgirls on April 14. The mass kidnapping has sparked global outrage and accusations that Nigeria's government is not doing enough to win the girls' return. The government has said it is exploring "all options" to win their safe return.

Mr. Hollande said he called Saturday's meeting to discuss new strategies for dealing with the security threat posed by Boko Haram and other terrorist groups in West and Central Africa.

Boko Haram released a video this past week showing about 100 of the kidnapped girls, who were seen wearing hijabs and reciting Islamic prayers.

Boko Haram's leader, Abubakar Shekau, said the girls would not be released until the group's imprisoned fighters were freed.
XS
SM
MD
LG