ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມປາຣີ ແນໃສ່ ການຂະຫຍາຍທຶນ ສຳລັບການຕໍ່ສູ້ ກັບສະພາບອາກາດປ່ຽນແປງ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຂວາ, ກັບນັກທຸລະກິດ ສະຫະລັດ ທ່ານ ໄມເຄິລ໌ ບລູມເບີກ, ຊ້າຍ, ຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊັອຟ ທ່ານ ບິລ ເກດສ໌, ນັກປະກອບກິດຈະການຄົນ ອັງກິດ ຣິດຊາດ ແບຣນສັນ, ທີສາມຈາກຂວາ, ແລະ ຜູ້ບໍລິຈາກການກຸສົນຄົນອື່ນໆ ທີ່ທຳນຽບ ຊັອງ ເອລີເຊ. ນະຄອນຫຼວງ ປາຣີ. 12 ທັນວາ 2017.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ຂວາ, ກັບນັກທຸລະກິດ ສະຫະລັດ ທ່ານ ໄມເຄິລ໌ ບລູມເບີກ, ຊ້າຍ, ຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊັອຟ ທ່ານ ບິລ ເກດສ໌, ນັກປະກອບກິດຈະການຄົນ ອັງກິດ ຣິດຊາດ ແບຣນສັນ, ທີສາມຈາກຂວາ, ແລະ ຜູ້ບໍລິຈາກການກຸສົນຄົນອື່ນໆ ທີ່ທຳນຽບ ຊັອງ ເອລີເຊ. ນະຄອນຫຼວງ ປາຣີ. 12 ທັນວາ 2017.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ໄດ້ກ່າວຕໍ່ບັນດານັກລົງທຶນຫຼາຍ
ກວ່າ 200 ຄົນ ແລະ ຜູ້ນຳໂລກ 50 ຄົນໃນນະຄອນ ຫຼວງ ປາຣີ ວ່າ ປະຊາຄົມໂລກ
“ກຳລັງຜ່າຍແພ້ໃນການຕໍ່ສູ້” ກັບສະພາບອາກາດປ່ຽນແປງ.

ທ່ານ ມາຄຣົງ ໄດ້ກ່າວໃນວັນອັງຄານວານນີ້ ທີ່ກອງປະຊຸມສຸດຍອດ ເພື່ອຫາເງິນທຶນ
ເພີ່ມເຕີມ ສຳລັບຕໍ່ສູ້ກັບສະພາບອາກາດປ່ຽນແປງວ່າ “ມັນເຖິງເວລາແລ້ວທີ່ຈະລົງມື
ແລະ ດຳເນີນການໄວຂຶ້ນ ແລະ ເອົາຊະນະການຕໍ່ສູ້ນີ້.”

ຫ້ອງການຂອງທ່ານ ມາຄຣົງ ໄດ້ປະກາດຂໍ້ປະຕິບັດສິບກວ່າຂໍ້ ທີ່ແນໃສ່ເພື່ອໃຊ້ເງິນ
ຫຼາຍຮ້ອຍລ້ານໂດລາ ໃນຄວາມພະຍາຍາມທີ່ຈະຍັບຢັ້ງສະພາວະໂລກຮ້ອນ, ລວມ
ທັງການຕັດສິນໃຈ ຂອງທະນາຄານໂລກ ທີ່ຈະຢຸດການໃຫ້ເງິນສະໜັບສະໜູນໃນ
ການຂຸດຄົ້ນນໍ້າມັນ ແລະແກັສ ແລະ ການກັ່ນຫຼັງຈາກປີ 2019.

ພັນທະມິດທີ່ປະກອບດ້ວຍ 237 ບໍລິສັດ, ລວມມີທະນະຄານຍັກໃຫຍ່ HSBC ແລະ
ບໍລິສັດປະກັນໄພ AXA ຂອງ ຝຣັ່ງ, ໄດ້ປະກາດການລິເລີ້ມ 5 ປີທີ່ເອີ້ນວ່າ “ປະຕິບັດ
ການສະພາບອາກາດ 100 ບວກ” ທີ່ເພັ່ງເລັງໃສ່ການກົດດັນຜູ້ຜະລິດແກັສເຮືອນ
ແກ້ວທີ່ໃຫຍ່ທີ່ສຸດ 100 ບໍລິສັດໃຫ້ຕັດການປ່ອຍຄວັນພິດນັ້ນລົງ.

ປະມານ 20 ບໍລິສັດ ໄດ້ເຂົ້າຮ່ວມໃນພັນທະມິດທົ່ວໂລກເຊິ່ງປະກອບມີ 26 ປະເທດ
ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍົກເລີກການໃຊ້ຖ່ານຫີນ. ແຜນການຂອງ “ພັນທະມິດ
ການບໍ່ໃຊ້ພະລັງງານ ຈາກຖ່ານຫີນ ຫລື Powering Past Coal Alliance ໄດ້ຮຽກ
ຮ້ອງໃຫ້ຜູ້ໃຊ້ພະລັງງານຖ່ານຫີນມາດົນນານແລ້ວນັ້ນ ເຊົາໃຊ້ພາຍໃນປີ 2030 ໃນ
ບັນດາປະ ເທດທີ່ຮັ່ງມີ ແລະ ໃນປີ 2050 ສຳລັບພາກສ່ວນອື່ນໆຂອງໂລກ.

ກອງປະຊຸມສຸດຍອດໄດ້ມີຂຶ້ນ 2 ປີຫຼັງຈາກເກືອບ 200 ປະເທດໄດ້ຕົກລົງໃນສົນທິ
ສັນຍາສະພາບອາກາດ ປາຣີ, ເຊິ່ງຮຽກຮ້ອງໃຫ້ແຕ່ລະປະເທດ ຈຳກັດການປ່ອຍ
ແກັສເຮືອນແກ້ວ ແລະ ສຳລັບປະເທດທີ່ຮັ່ງມີໃຫ້ຊ່ວຍບັນດາປະເທດທີ່ກຳລັງພັດທະ
ນາ ຮັບມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ທ່ານ ດໍໂນລ ທຣຳ ບໍ່ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມ. ປີກາຍນີ້, ທ່ານ
ທຣຳ ໄດ້ປະກາດວ່າທ່ານຈະຖອນສະຫະລັດອອກຈາກສັນຍາດັ່ງກ່າວ, ໂດຍເວົ້າວ່າ,
ມັນ “ເຮັດໃຫ້ ສະຫະລັດ ເສຍປຽບ ຕໍ່ຜົນປະໂຫຍດທີ່ພິເສດຂອງປະເທດອື່ນໆໃນ
ໂລກ.” ສະຫະລັດ ຕອນນີ້ແມ່ນພຽງປະເທດດຽວໃນໂລກ ທີ່ໄດ້ປະຕິເສດຂໍ້ຕົກລົງ
ກ່ຽວກັບສະພາບອາກາດໂລກ.

ໃນຂະນະທີ່ລັດຖະບານກາງ ສະຫະລັດ ໄດ້ຖອຍຈາກຄວາມພະຍາ ຍາມຂອງໂລກ
ນັ້ນ, ຫຼາຍລັດພາຍໃນປະເທດ ແລະ ບາງເມືອງແມ່ນໄດ້ໃຫ້ຄຳສັນຍາວ່າ ຈະສືບຕໍ່
ປະຕິບັດບາດກ້າວຕ່າງໆທີ່ສອດຄ່ອງກັບຂໍ້ຕົກລົງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG