ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາຣີ ຕົກຢູ່ໃນພາວະ ຕື່ນຕົກໃຈ ອີກຄັ້ງນຶ່ງ ຫຼັງຈາກເກີດການໂຈມຕີ ດ້ວຍມີດ


ຕຳຫຼວດ ແລະບັນດາສະມາຊິກ ໜ່ວຍກູ້ໄພສຸກເສີນ ຢືນຢູ່
ໃນບໍລິເວນ ຖະໜົນສາຍນຶ່ງ ໃນນະຄອນຫຼວງ ປາຣີ ຫຼັງຈາກ
ຊາຍຄົນນຶ່ງຖືມີດ ຖືກເຈົ້າໜ້າທີ່ຕຳຫຼວດ ຍິງຕາຍ, ວັນທີ 12 ພຶດສະພາ 2018.
ຕຳຫຼວດ ແລະບັນດາສະມາຊິກ ໜ່ວຍກູ້ໄພສຸກເສີນ ຢືນຢູ່ ໃນບໍລິເວນ ຖະໜົນສາຍນຶ່ງ ໃນນະຄອນຫຼວງ ປາຣີ ຫຼັງຈາກ ຊາຍຄົນນຶ່ງຖືມີດ ຖືກເຈົ້າໜ້າທີ່ຕຳຫຼວດ ຍິງຕາຍ, ວັນທີ 12 ພຶດສະພາ 2018.

ປາຣີ ເປັນເມືອງທີ່ກຳລັງຢູ່ໃນພາວະຕື່ນຕົກໃຈ ອີກຄັ້ງນຶ່ງ ໃນຂະນະທີ່ ຊາວນະຄອນ
ຫຼວງຂອງຝຣັ່ງ ກຳລັງໄວ້ທຸກ ໃຫ້ແກ່ຜູ້ເຄາະອີກຄົນນຶ່ງ ຂອງຄວາມບ້າຄັ້ງ.

ຊາວເຊັຈເນຍ ຖືສັນຊາດຝຣັ່ງ ຜູ້ທີ່ໄດ້ໄລ່ແທງພວກຄົນ ດ້ວຍມີດ ທີ່ໄດ້ສັງຫານຄົນຜູ້ນຶ່ງ
ແລະ ເຮັດໃຫ້ສີ່ຄົນບາດເຈັບ ນັ້ນ ໄດ້ມີຊື່ຢູ່ໃນບັນຊີຜູ້ກໍ່ການຮ້າຍທີ່ຕ້ອງຕິດຕາມເບິ່ງ
ແຕ່ຄວາມສາມາດຂອງຜູ້ກ່ຽວ ທີ່ເລີ້ມທຳການໂຈມຕີໄດ້ ໃນວັນເສົາທີ່ຜ່ານມານີ້ ໄດ້
ສະແດງໃຫ້ເຫັນເຖິງ ລະດັບຂອງຄວາມທ້າທາຍ ທີ່ຝຣັ່ງກຳລັງປະເຊີນຢູ່ ຈາກພວກ
ຫົວຮຸນແຮງອິສລາມ ອີງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ຂອງຝຣັ່ງ.

ພາບທີ່ບໍ່ໄດ້ລະບຸວັນເວລາ ໄດ້ມີໃຫ້ເບິ່ງ ໂດຍອົງການຂ່າວ Associated Press (AP) ໂດຍມີເງື່ອນໄຂວ່າ ຈະບໍ່ເປີດເຜີຍແຫລ່ງ ທີ່ມາຂອງພາບ, ສະແດງໃຫ້ເຫັນ ທ້າວ ຄຳຊາຕ ອາຊີມັອຟ ຜູ້ຕ້ອງສົງໄສ ໃນການໂຈມຕີດ້ວຍມີດ ທີ່ນະຄອນຫຼວງປາຣີ.
ພາບທີ່ບໍ່ໄດ້ລະບຸວັນເວລາ ໄດ້ມີໃຫ້ເບິ່ງ ໂດຍອົງການຂ່າວ Associated Press (AP) ໂດຍມີເງື່ອນໄຂວ່າ ຈະບໍ່ເປີດເຜີຍແຫລ່ງ ທີ່ມາຂອງພາບ, ສະແດງໃຫ້ເຫັນ ທ້າວ ຄຳຊາຕ ອາຊີມັອຟ ຜູ້ຕ້ອງສົງໄສ ໃນການໂຈມຕີດ້ວຍມີດ ທີ່ນະຄອນຫຼວງປາຣີ.

ພວກຜູ້ຕ້ອງສົງໄສຫົວຮຸນແຮງ
ຫຼາຍກວ່າ 2,600 ຄົນ ແມ່ນຢູ່ໃນ
ບັນຊີ ລາຍຊື່ຕິດຕາມເບິ່ງ ແຕ່ກໍບໍ່
ສາມາດເບິ່ງພວກເຂົາທັງໝົດ ໄດ້
ທົ່ວເຖິງ. ນັກວິເຄາະດ້ານການຕໍ່
ຕ້ານກໍ່ການຮ້າຍ ທ່ານໂອລີວີແອຣ
ກຸຍຕາ (Olivier Guitta) ຜູ້ທີ່ດຳ
ເນີນງານບໍລິສັດ ທີ່ປຶກສາດ້ານ
ຄວາມສ່ຽງ GlobalStrat ທີ່ມີ
ຫ້ອງການຕັ້ງຢູ່ໃນລອນດອນ ໄດ້
ກ່າວວ່າ “ໃນຂະນະທີ່ ໜ່ວຍງານ
ດ້ານຄວາມປອດໄພ ແມ່ນເລີດລ້ຳ
ໃນການລະບຸໂຕ ພວກທີ່ອາດຈະ
ເປັນນັກລົບເພື່ອສາສາໜາ ຫຼື
ພວກຈີຮາດ, ສິ່ງທີ່ຂີ້ຮ້າຍ ກໍຄື
ການຂາດແຄນດ້ານບຸກຄະລາກອນ ໝາຍຄວາມວ່າ ພວກເຂົາເຈົ້າ ສາມາດຕິດ
ຕາມເບິ່ງພວກທີ່ເປັນຜູ້ຕ້ອງສົງໄສ ພຽງພາກສ່ວນນ້ອຍໆເທົ່ານັ້ນ.”

ທ່ານກ່າວຕື່ມວ່າ “‘ການໂຈມຕີໂດຍກຸ່ມລັດອິສລາມ ຢູ່ໃນພື້ນທີ່ ຫໍສະແດງໂອເປຣາ
ຂອງນະຄອນຫຼວງປາຣີ’ ກໍແມ່ນເປັນຜົນສຳເລັນຄັ້ງທີ 12 ໃນການໂຈມຕີກໍ່ການຮ້າຍ
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ. ມັນກໍເປັນຜົນສຳເລັດ ຄັ້ງທີສອງ ໃນປີນີ້. ຝຣັ່ງ ຍັງ
ຄົງຕົກເປັນເປົ້າໝາຍບຸລິມະສິດ ຂອງພວກຈີຮາດ ຢູ່ໃນທະວີບຢູໂຣບ.”

ການໂຈມຕີກໍ່ການຮ້າຍທີ່ຮ້າຍແຮງຄັ້ງກ່ອນ ຢູ່ໃນຝຣັ່ງ ແມ່ນເມື່ອເດືອນມີນາໃນເວລາ
ຜູ້ອ້າງວ່າຕົນເອງເປັນຫົວຮຸນແຮງ ໄດ້ສັງຫານຕຳຫຼວດຝຣັ່ງ ຜູ້ທີ່ໄດ້ເອົາໂຕເອງ ປ່ຽນໂຕ
ກັບໂຕປະກັນແມ່ຍິງ ໃນລະຫວ່າງການປິດລ້ອມ ຢູ່ໃນພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ.
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ການໂຈມຕີກໍມີຂຶ້ນຕິດຕໍ່ກັນ ເຊິ່ງໄດ້ເຮັດໃຫ້ ປະຊາຊົນ
245 ຄົນເສຍຊີວິດ. ຄວາມວຸ້ນວາຍ.oວັນເສົາທີ່ຜ່ານມານີ້ ກໍມີວິທີການທີ່ຄ້າຍຄືກັນ ເຊິ່ງ
ເປັນການໃຊ້ມີດທຳການໂຈມຕີ ເມື່ອປີກາຍນີ້ ຢູ່ທີ່ນະຄອນ ມາກໄຊ (Marseille) ດັ່ງທີ່
ທ່ານ ໂລອິກ ທຣາເວີສ໌ ເຈົ້າໜ້າທີ່ຕຳຫຼວດ ກຳມະບານ ໄດ້ກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG