ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດການໃນມື້ຕໍ່ມາ ຫຼັງຈາກການໂຈມຕີ ນະຄອນຫຼວງປາຣີ


FRANCE Shooting
please wait
Embed

No media source currently available

0:00 0:00:40 0:00

ເຊີນຊົມວີດີໂອ ລາຍງານນີ້

ປະທານາທິບໍດີ ຝຣັ່ງ ທ່ານ Francois Holland ຖິ້ມໂທດ
ໃສ່ກຸ່ມກໍ່ການຮ້າຍ ລັດອິສລາມ ສຳລັບການກະທຳ ທີ່ເປັນ
ສົງຄາມ ຫຼັງຈາກການໂຈມຕີຫຼາຍບັ້ນ ພ້ອມກັນ ອັນໜ້າຢ້ານ
ກົວ ທົ່ວນະຄອນຫຼວງປາຣີ ເມື່ອຕອນຄ່ຳຄືນວັນສຸກຜ່ານມາ.
ຢ່າງໜ້ອຍມີ 129 ຄົນ ເສຍຊີວິດ ແລະ ອີກຈຳນວນຫຼາຍຄົນ
ໄດ້ຮັບບາດເຈັບ. ເຈົ້າໜ້າທີ່ຕຳຫລວດ ກ່າວວ່າຄົນຮ້າຍ 8 ຄົນ
ກໍເສຍຊີວິດເຊັ່ນກັນ ທີ່ປະກອບດ້ວຍ 7 ຄົນ ຜູ້ທີ່ປາກົດວ່າ ລະເບີດຕົວພວກເຂົາເອງຕາຍ.
ກຸ່ມ IS ຫຼື ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນຂະນະດຽວກັນ ຝຣັ່ງກໍໄດ້ ປະ
ກາດພາວະສຸກເສີນ ແລະ ຈັດຕັ້ງປະຕິບັດການ ເພື່ອລະບຸຕົວພວກຄາດຕະກອນ ແລະ
ຊອກຫາພວກສົມຮູ້ຮ່ວມຄິດທັງຫຼາຍ. ຜູ້ສື່ຂ່າວວີໂອເອ Lisa Bryant ໄດ້ປະຈຳການ ຢູ່
ຖະໜົນສາຍຕ່າງໆ ໃນວັນເສົາສັບປະດາແລ້ວນີ້ ແລະ ສົ່ງລາຍງານນີ້ມາ ດັ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.



ພົນລະເມືອງນະຄອນ ປາຣີ ທ່ານ Adama Ndoye ຢືນລໍຖ້າຢູ່ ໃນແຖວທີ່ຍາວຢຽດ
ເພື່ອບໍລິຈາກເລືອດ ໃນຕອນເຊົ້າວັນເສົາສັບດາແລ້ວນີ້ ພຽງຂ້າມຟາກຖະໜົນ ຈາກ
ຈຸດມ່ວນຊື່ນຍາມກາງຄືນ ທີ່ຖຶືກເປັນເປົ້າໝາຍ ການໂຈມຕີ ໃນຕອນຄ່ຳຄືນວັນສຸກນັ້ນ.

ທ່ານ Ndoye ດັ້ງເດີມແມ່ນມາຈາກປະເທດ ເຊນາກາລ ເວົ້າວ່າ ລາວຫວັງວ່າ ເລືອດຂອງ
ລາວຈະຊ່ວຍເຫຼືອຢ່າງນ້ອຍ ຄົນຜູ້ນຶ່ງໄດ້ ໃນຈຳນວນພວກທີ່ໄດ້ຮັບບາດເຈັບ ໃນການ
ໂຈມຕີເຫຼົ່ານັ້ນ. ລາວເວົ້າວ່າ ເບິ່ງໄປອ້ອມໆຕົວທ່ານເບິ່ງ ບໍ່ມີຄຣິສຕຽນ ມຸສລິມ ແລະ ຢິວ
ໝົດທຸກຄົນ ຢູ່ທີ່ແຫ່ງນີ້ ເພື່ອໃຫ້ຄວາມຊ່ວຍເຫຼືອ.

France Shooting
please wait
Embed

No media source currently available

0:00 0:02:49 0:00

ບັນດາຜູ້ເຫັນເຫດການ ເວົ້າວ່າ ມືປືນຊາຍຄົນນຶ່ງ ເປີດສາກຍິງໃສ່ ສະຖານບັນເທີງ Le
Carillon ແລະ ຮ້ານອາຫານ Le Petit Cambodge ທີ່ສັງຫານ ຢ່າງໜ້ອຍ ຫຼາຍສິບຄົນ.
ສະຖານທີ່ທັງສອງແຫ່ງດັ່ງກ່າວ ເປັນບ່ອນທີ່ນິຍົມຊົມຊອບ ຕັ້ງຢູ່ໃກ້ໆກັບ ຄອງ Saint
Martin ຢູ່ທາງພາກເໜືອຂອງນະຄອນ ປາຣີ. ດອກໄມ້ ທຽນໄຂ ແລະບັນທຶກຂໍ້ຄວາມ
ຕ່າງໆ ວາງຢາຍຢູ່ດ້ານໜ້າຂອງອາຄານທັງສອງ.

ການກະທຳ ຂອງຄວາມສາມັກຄີ ເຫຼົ່ານີ້ ແມ່ນເກີດຂຶ້ນ ຢູ່ທົ່ວຕົວເມືອງ ຂະນະທີ່ຊາວເມືອງ
ປາຣີ ຮັບເອົາສິ່ງທີ່ເກີດຂຶ້ນ ລະດັບຂອງການໂຈມຕີຄັ້ງທີສອງ ທີ່ຮ້າຍແຮງ ຂອງພວກກໍ່
ການຮ້າຍໃນປີນີ້.

ຊາວເມືອງປາຣີ ແລະ ແມ່ນກະທັ່ງ ພວກນັກທ່ອງທ່ຽວ ຕ່າງກໍພາກັນໄປບໍລິຈາກເລືອດ
ຢູ່ທະນາຄານເລືອດ ໃຫ້ແກ່ຜູ້ເຄາະຮ້າຍຫຼາຍສິບຄົນ ໃນການໂຈມຕີຫຼາຍບັ້ນລຽນຕິດ
ເກືອບພ້ອມໆກັນ ທີ່ເກີດຂຶ້ນອ້ອມແອ້ມນະຄອນຫຼວງຜ່ານມາ. ປະມານໜຶ່ງໄມລ໌ ຫ່າງ
ອອກໄປ ດອກໄມ້ຢ່າງຫລວງຫຼາຍອີກ ຢອງກັນຂຶ້ນເປັນກອງ ຢູ່ທີ່ສະຖານ Place de la
Republique ບ່ອນທີ່ມີການປະທ້ວງຢ່າງໃຫຍ່ ເກີດຂຶ້ນ ໃນລະຫວ່າງການໂຈມຕີ ຂອງ
ພວກກໍ່ການຮ້າຍ ເມື່ອເດືອນມັງກອນ.

ຍັງມີດອກໄມ້ອີກ ຢ່າງຫຼວງຫຼາຍ ຢູ່ໃກ້ກັບຫໍດົນຕີ Bataclan ເຊິ່ງເປັນສະຖານທີ່ຟັງເພງ
ບ່ອນທີ່ການໂຈມຕີ ໄດ້ເກີດຂຶ້ນເມື່ອຕອນຄ່ຳຄືນວັນສຸກຜ່ານມາ.

ນັກຂ່າວຄົນຝຣັ່ງ ໄດ້ບັນທຶກພາບ ເຫດການຕ່າງໆ ຈາກຕຶກຫ້ອງແຖວຂອງລາວ. ຢ່າງ
ໜ້ອຍ 82 ຄົນ ຖືກຂ້າຕາຍ ໃນລະຫວ່າງການຈູ່ໂຈມ ຫໍດົນຕີ Bataclan ທີ່ວ່ານັ້ນ. ມີລາຍ
ງານວ່າ ພວກຄົນຮ້າຍ 3 ຄົນ ລະເບີດຕົວເອງຕາຍ. ຄົນຮ້າຍຜູ້ທີສີ່ຖືກຕຳຫຼວດຍິງຕາຍ.
ວິທະຍຸຝຣັ່ງລາຍງານວ່າ ຢ່າງນ້ອຍ ຄົນຮ້າຍຜູ້ນຶ່ງ ສາມາດລະບຸຕົວໄດ້.

ເຈົ້າໜ້າທີ່ຕຳຫຼວດຝຣັ່ງ ໄດ້ປິດລ້ອມສະຖານທີ່ເກີດເຫດ. ຍິງສາວຄົນນຶ່ງຊື່ວ່າ Solveig
ພວມພະຍາຍາມ ເຂົ້າໄປຫາແຟນຂອງນາງ ຜູ້ທີ່ອາໄສຢູ່ໃກ້ໆ ຫໍດົນຕີ Bataclan ນັ້ນ.
ຕຳຫຼວດແມ່ນຍັງຕັນຖະໜົນທາງອອກຂອງລາວ ແລະ ລາວກໍບໍ່ສາມາດອອກໄປໄດ້.

ນາງສາວ Solveig ເວົ້າວ່າ ແຟນຂອງນາງ ໄດ້ຍິນສຽງປືນ ຢູ່ໃນຫໍສະແດງດົນຕີ ຕໍ່ຈາກ
ນັ້ນ ໄດ້ເຫັນພວກຄົນປະມານສິບກວ່າຄົນ ແລ່ນອອກມາຈາກປະຕູດ້ານຫລັງ. ລາວຈຶ່ງ
ໄດ້ປິດປະຕູຕັນລາວເອງໄວ້ ຢູ່ໃນຫ້ອງນ້ຳ. ເພື່ອນຂ້າງຫ້ອງຄົນນຶ່ງຂອງລາວ ຖືກຍິງ ກຳ
ລັງລາກຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບເຂົ້າໄປ ເພື່ອໃຫ້ປອດໄພ.

ຕຳຫຼວດກ່າວວ່າ ນອກເໜືອຈາກ ພວກທຳການໂຈມຕີ 4 ຄົນ ຢູ່ທີ່ຫໍດົນຕີ Bataclan
ແລ້ວ ຍັງມີພວກຄົນຮ້າຍອີກ 4 ຄົນ ໄດ້ເສຍຊີວິດ. ຕຳຫຼວດກ່າວວ່າ ພວກຄົນຮ້າຍບາງ
ຄົນ ໄດ້ລະເບີດຕົວເອງຕາຍ ທີ່ລວມທັງ ຢູ່ສະໜາມກິລາບານເຕະຝຣັ່ງ ບ່ອນທີ່ພວກຜູ້ຊົມ
ທັງຫຼາຍກຳລັງຊົມການແຂ່ງຂັນ ລະຫວ່າງ ຝຣັ່ງ ກັບ ເຢຍຣະມັນ ຢູ່. ສື່ມວນຊົນລາຍງານ
ວ່າ ໜັງສືເດີນທາງຂອງປະເທດຊີເຣຍ ໄດ້ຖືກພົບເຫັນຢູ່ໃກ້ໆກັບຊາກສົບຂອງຄົນນຶ່ງ ຢູ່
ແຫ່ງນັ້ນ ຊຶ່ງອາດຈະມີສ່ວນກັບການລັກລອບຂົນສົ່ງພວກຄົນເຂົ້າເມືອງ ໂດຍການປອມ
ແປງໜັງສືເດີນທາງ ຂອງປະເທດຊີເຣຍຢ່າງວ່ອງໄວ ກໍເປັນໄດ້ ເຊິ່ງການຢັ້ງຢືນຄວາມ
ແທ້ຈິງຂອງມັນນັ້ນ ຍັງບໍ່ອາດສາມາດຮູ້ໄດ້ ໃນເວລານີ້.

ການໂຈມຕີນັ້ນ ເກີດຂຶ້ນພຽງສອງອາທິດ ກ່ອນໜ້າ ຝຣັ່ງຈະເປັນເຈົ້າພາບ ຈັດກອງປະຊຸມ
ສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ສຳຄັນ ຢູ່ນອກນະຄອນຫຼວງ ປາຣີ
ບໍ່ໄກປານໃດ. ສື່ມວນຊົນຂອງຝຣັ່ງກ່າວວ່າ ໃນເວລານີ້ ບໍ່ມີແຜນການ ທີ່ຈະຍົກເລີກກອງ
ປະຊຸມດັ່ງກ່າວ. ຍັງມີຄວາມຢ້ານກົວ ວ່າ ການໂຈຕີຕໍ່ ເມືອງສຳຄັນຕ່າງໆ ທີ່ເປັນອຸດສາ
ຫະກຳການທ່ອງທ່ຽວ ອາດເກີດຂຶ້ນອີກ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ຜູ້ທີ່ໄດ້ຢູ່ໃນສະໜາມຊົມການແຂ່ງຂັນ
ເຕະບານເວລານັ້ນ ໄດ້ປະນາມ “ການກະທຳເປີດສາກສົງຄາມ” ໂດຍກຸ່ມລັດອິສລາມ
ໃນຊີເຣຍ ເຊິ່ງໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີເຫຼົ່ານັ້ນ. ໃນຂະນະທີ່
ປະເຊີນໜ້າກັບສົງຄາມຢູ່ນັ້ນ ທ່ານກ່າວວ່າ ຝຣັ່ງ ຕ້ອງເອົາມາດຕະການທີ່ເໝາະສົມ ກັບ
ເຫດການນີ້.

French President Francois Holland blames the Islamic State terrorist group for an act of war, following the horrific string of attacks around Paris Friday night. At least 129 people are dead and scores of others are wounded. Police say eight assailants are also dead, including seven who apparently blew themselves up.IS has claimed responsibility while France has declared a state of emergency and setting out to identify the killers and search for accomplices. Lisa Bryant was in the streets of Paris Saturday, and has this report for VOA.

Paris resident Adama Ndoye waited in long line to give blood Saturday morning - just across the street from a pair of night spots targeted in Friday night's attacks.

Ndoye, originally from Senegal, said he hoped his blood will help at least one of those wounded in the assault. Look around you, he said, there are Christians, Muslims and Jews — all here to help out.

Witnesses said a gunman opened fire on Le Carillon bar and Le Petit Cambodge restaurant, killing at least a dozen people.Both are popular spots located near the Saint Martin canal in northern Paris. Flowers, candles and notes were strewn in front of the two buildings.

These acts of solidarity are taking place around the city, as Parisians come to grips with the scale of their second major terrorist attack this year.

Residents and even tourists are flocking to blood banks to donate blood for the dozens of victims in the string of nearly simultaneous attacks that took place around the capital. About a mile or so away, more flowers were piled at the Place de la Republique - where massive demonstrations took place during January's terrorist attacks.

There were more flowers near the Bataclan, the music spot where the deadliest attack took place Friday night.

A French reporter filmed the horrific events from his apartment. At least 82 people were killed during the Bataclan assault. Three assailants reportedly blew themselves up. A fourth was shot by police. French radio reports at least one has been identified.

French police have cordoned off the site. A young woman called Solveig is trying to reach her boyfriend who lives near the Bataclan. Police are still blocking his street and he can't get out.

Solveig says her boyfriend heard firing at the concert hall, then saw about a dozen people sprinting out a back door. He barricaded himself in his toilet. One of his neighbors was shot dragging in a wounded man to safety.

Police say that in addition to the four attackers at the Bataclan, another four assailants are also dead. Some of them are also said to have blown themselves up, including at the French soccer stadium, where spectators had been watching a match between France and Germany. Media reports say a Syrian passport was found near one of the bodies there, though with migrant smugglers doing a brisk trade in fake Syrian passports, its authenticity could not be immediately confirmed.

The attacks come just two weeks before France hosts a major climate change summit, just outside Paris. French media report there are no plans to date to cancel it. There are also fears the attacks may hit the city's key tourism industry.

French President Francois Hollande, who was at the stadium for the match, has denounced an "act of war" by the Islamic State group in Syria, which has claimed responsibility for the attacks. Faced with war, he said, France must take appropriate action.

XS
SM
MD
LG