ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ປານາມາ ຫັນປ່ຽນໄປຕິດຕໍ່ກັບຈີນ ຊຶ່ງສ້າງ ຄວາມຫຍຸ້ງຍາກໃຫ້ແກ່ໄຕ້ຫວັນ


ທ່ານນາງ Isabel de Saint Malo, ລັດຖະມົນຕີກະຊວງການ ຕ່າງປະເທດ, ຊ້າຍ, ຈັບມືກັບຄູ່ຕຳແໜ່ງຈີນ ທ່ານ Wang Yi ໃນການຖະແຫຼງຕໍ່ສື່ ຫຼັງຈາກທີ່ໄດ້ລົງນາມໃນຂໍ້ຕົກລົງ ເສີມສາຍພົວພັນກັບຈີນ ທີ່ປັກກິ່ງ, 13 ມິຖຸນາ, 2017.

ການ​ແຕກ​ຫັກ​ຢ່າງ​ກະທັນຫັນ​ກັບ​ໄຕ້​ຫວັນຂອງ ປາ​ນາມາ ​ໃນ​ວັນ​ຈັນ​ວານນີ້ໄດ້​ຍັງ​ຜົນ
​ກະທົບ​ທີ່​ຮ້າຍ​ແຮງຕໍ່​ລັດຖະບານ​ຂອງ​ປະ​ເທດ​ເອ​ເຊຍ​ແຫ່ງ​ນີ້ ໃນການຕໍ່​ຕ້ານຈີນແຜ່ນ
ດິນໃຫຽ່ ຊຶ່ງ​ສົງ​ໄສ​ວ່າ​ ​ເອົາ​ບາດກ້າວດັ່ງກ່າວ ທີ່​ວ່າ Taipei ຈະບໍ່ປະຕິບັດຕາມຄຳຮຽກ
ຮ້ອງທີ່ມີມາແຕ່ໃດໆຂອງປັກ​ກິ່ງນັ້ນ.

ຮູບພາບຂອງວັນທີ 2 ທັນວາ, 2016 ທີ່ນຳອອກເຜີຍແຜ່ ໂດຍຫ້ອງການປະທານາທິບໍດີໄຕ້ຫວັນ, ປ. Tsai Ing-wen ໂອ້ລົມກັບປ. ທຣຳ ຜ່ານທາງໂທລະສັບ ທີ່ Taipei, ໄຕ້ຫວັນ 3 ທັນວາ, 2016,
ຮູບພາບຂອງວັນທີ 2 ທັນວາ, 2016 ທີ່ນຳອອກເຜີຍແຜ່ ໂດຍຫ້ອງການປະທານາທິບໍດີໄຕ້ຫວັນ, ປ. Tsai Ing-wen ໂອ້ລົມກັບປ. ທຣຳ ຜ່ານທາງໂທລະສັບ ທີ່ Taipei, ໄຕ້ຫວັນ 3 ທັນວາ, 2016,

ປະທານາທິບໍດີ ປາ​ນາມາ ທ່ານ Juan Carlos Varela ​ໄດ້​ປະກາດ​ວ່າ ປະ​ເທດ​ຂອງ
​ທ່ານ ​ໃນ​ອາ​ເມຣິກາ​ກາງ ທີ່​ເປັນ​ຍຸດ​ທະ​ສາດ​ສຳຄັນ​ຕໍ່​ປັກ​ກິ່ງ ຈະ​ເລີ່​ມສາຍ​ພົວພັນ​ທີ່​ດີ​
ກັບ​ຈີນ. ​ໄຕ້ຫວັນ ໄດ້ມີ​ປະຕິກິລິຍາແບບ​ຮ້າຍ​ແຮງໂດຍຕັດສາຍພົວພັນ​ກັບປາ​ນາມາ
​ແລະ​ການ​ຊ່ອຍ​ເຫຼືອ​ໃນ​ທຸກໆດ້ານ. ຈີນ ​ໄດ້​ອ້າງ​ເອົາ​ກຳມະສິດ​ຕໍ່​ໄຕ້​ຫວັນ ​ແລະ​ບໍ່​ອະນຸ
ຍາດ​ໃຫ້​ປະ​ເທດ​ໃດ​ ມີ​ສາຍ​ພົວພັນ​ກັບ​ທັງ​ສອງ​ປະ​ເທດ​ທີ່​ວ່າ​ນີ້ພ້ອມກັນ.

.ລັດຖະບານ​ໄຕ້​ຫວັນ ​ໄດ້ເອົາທ່າທີ​ຕໍ່​ຈີນ ກັບປາ​ນາມາ ໂດຍປະກາດ​ວ່າ​ຈະ​ຕັດ​ສາຍ
​ພົວພັນ​ທາງ​ການ​ທູດ ຫຼັງ​ຈາກ​ທີ່​ຮັບ​ຮູ້​ລັດຖະບານ​ໄຕ້​ຫວັນ ມາ​ເປັນເວລາ​ຫຼາຍ​ກວ່າ
​ສັດຕະວັດແລ້ວ. ​ໄຕ້​ຫວັນ​ ​ໄດ້ເຕືອນຈີນ ບໍ່ໃຫ້ໃສ່ຮ້າຍປ້າຍສີ​ຕົນ.

ທ່ານ Chiu Chui-cheng ​ໂຄສົກ​ຂອງ​ຄະນະ​ກຳມະການ​ສາຍ​ພົວພັນ​ແຜ່ນດິນ​ໃຫຍ່​ຂອງລັດຖະບານ​ໄຕ້​ຫວັນ ​ໄດ້​ກ່າວ​ໄວ້. “ຈີນ​ແຜ່ນດິນ​ໃຫຍ່ ​ແມ່ນ​ກົດ​ດັນ​ຕໍ່​ເຂດແດນ
​ນາໆ​ຊາດ​ລົບ​ກວນ​ເຂົ້າ​ມາ​ຍັງ​ການ​ປະກອບສ່ວນ​ໃນ​ນາໆ​ຊາດ ​ແລະ​ຄວາມ​ພະຍາຍາມ
​ທີ່​ຈະ​ຕັດ​ຮອນ​ສານ​ພົວພັນ​ກັບ​ພັນທະ​ມິດ​ຂອງ​ພວກ​ເຮົາທີ່ຍັງ​ມີ​ໃຫ້​ເຫັນ​ຢູ່ ​ຢ່າງ​ບໍ່​ລົດ​ລະ

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG