ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ປານາມາ ເຜົາຢາເສບຕິດ ທີ່ຍຶດມາໄດ້ (ວີດີໂອ)


Panama drug burning
please wait
Embed

No media source currently available

0:00 0:00:29 0:00

Panama drug burning

​ເຈົ້າ​ໜ້າ​ທີ່​ໃນ​ປາ​ນາມາ ​ໄດ້​ຈັດ​ພິທີ ຈູດ​ເຜົາ​ ໂຄ​ເຄນ ຫຼາຍກ່ວາ 5 ​ໂຕນ​ຖິ້ມ ຢູ່​ບ່ອນ​ຖິ້ມ​ຂີ້​ເຫຍື້ອ ນອກ​ນະຄອນຫລວງ ປາ​ນາມາ ຊີ​ຕີ້ ເມື່ອ​ວັນ​ສຸກ​ຜ່ານ​ມາ.

ນອກຈາກ​ໂຄ​ເຄນ​ແລ້ວ ກໍ​ຍັງ​ມີ​ເຮ​ໂຣອິນ ກັບ​ກັນຊາ ອີກ​ຈໍານວນ​ນຶ່ງ ທີ່​ຖືກ​ຈູດ​ເຜົາ​າລາຍ​ຖິ້ມ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢາ​ເສບ​ຕິດ​ເຫຼົ່ານັ້ນ​ແມ່ນ​ຍຶດມາ​ໄດ້ ຈາກພວກ​ພໍ່ຄ້າ​ຢາ​ເສບ​ຕິດ ທີ່​ລັກລອບ​ສົ່ງ​ຂ່ຽນ​ໄປ​ຍັງ​ສະຫະລັດ.

ນອກ​ນັ້ນ ​ເຈົ້າ​ໜ້າ​ທີ່​ຍັງ​ຍຶດ​ໄດ້​ເງິນ​ສົດ ​ເປັນ​ຈໍານວນ​ຫຼວງຫຼາຍນໍາ​ອີກ.

ປີ​ກາຍ​ນີ້ ​ເຈົ້າ​ໜ້າ​ທີ່ປາ​ນາມາ ກໍ​ໄດ້​ທໍາລາຍ​ຢາ​ເສບ​ຕິດ​ຜິດ​ກົດໝາຍ​ຖິ້ມ ປະມານ 40 ​ໂຕນ.



Officials in Panama have destroyed more than five tons of cocaine.

The drugs were burned at a garbage landfill outside Panama City Friday. A smaller amount of heroin and marijuana also went up flames.

Officials say drug cartels transport the South American cocaine into the United States for sale.

Panama destroyed around 40 tons of illegal drugs last year.

Authorities have also seized large amounts of cash during their operations.
XS
SM
MD
LG