ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະກາດ ຂອງທ່ານ ທຣຳ ກ່ຽວກັບ ນະຄອນ ເຈຣູຊາແລັມ ຄອບງຳ ການສະຫຼອງວັນ ຄຣິສມັສ ໃນເມືອງ ເບັດເລເຮັມ


ປະຊາຊົນເຂົ້າຮ່ວມການສະເຫຼີມສະຫຼອງວັນ ຄຣິສມັສ ຢູ່ນອກ
ໂບດ ເນທິວິຕີ ໃນເຂດ ເວັສແບັງ ຂອງເມືອງ ເບັດເລເຮັມ. 24 ທັນວາ, 2017.
ປະຊາຊົນເຂົ້າຮ່ວມການສະເຫຼີມສະຫຼອງວັນ ຄຣິສມັສ ຢູ່ນອກ ໂບດ ເນທິວິຕີ ໃນເຂດ ເວັສແບັງ ຂອງເມືອງ ເບັດເລເຮັມ. 24 ທັນວາ, 2017.

ບັນດາລູກເສືອຊາຍ ແລະ ຍິງ ຊາວປາແລັສໄຕນ໌ ໄດ້ເລີ່ມການສະເຫຼີມສະຫຼອງວັນ
ຄຣິສມັສ ໃນເມືອງ ເບັດເລເຮັມ ເມື່ອວັນອາທິດວານນີ້ ພ້ອມດ້ວຍການເດີນສວນສະ
ໜາມທີ່ມີສີສັນ ຜ່ານຈະຕຸລັດ ເມນເຈີ. ມີການຕີກອງ ແລະ ເປົ່າປີ່, ເຂົາເຈົ້າເດີນ
ສວນສະໜາມ ຜ່ານຕົ້ນຄຣິສມັສ ຂະໜາດໃຫຍ່ຢູ່ນອກໂບດບູຮານ ເນທິວິຕີ, ເຊິ່ງ
ເປັນບ້ານເກີດດັ້ງເດີມຂອງພະເຍຊູ.

ແຕ່ສາສະໜາແມ່ນໄດ້ປະປົນກັບການເມືອງຢ່າງໜັກໃນເມືອງ ເວັສແບັງ ນ້ອຍໆແຫ່ງ
ນີ້, ເຊິ່ງຖືກບໍລິຫານໂດຍອຳນາດການປົກຄອງ ປາແລັສໄຕນ໌ ທີ່ໄດ້ຮັບການໜູນຫຼັງ
ຈາກສາກົນ. ປ້າຍໃຫຍ່ສອງອັນໃນຈະຕຸລັດ ເມນເຈີ ປະກາດວ່າ “ນະຄອນ
ເຈຣູຊາແລັມ ຈະເປັນນະຄອນຫຼວງຂອງ ປາແລັສໄຕນ໌ ຕະຫຼອດໄປ.”

ນັ້ນແມ່ນຄຳເວົ້າເຢີ້ຍ ກ່ຽວກັບ ການກ່າວອ້າງຂອງ ອິສຣາແອລ ວ່າ ເຈຣູຊາແລັມ
ແມ່ນ “ນະຄອນຫຼວງຂອງ ອິສຣາແອລ ຕະຫຼອດການ.”

ນະຄອນ ເຈຣູຊາແລັມ ແມ່ນໝາກຫົວໃຈຂອງຄວາມຂັດແຍ້ງລະຫວ່າງ ອິສຣາແອລ
ກັບ ປາແລັສໄຕນ໌. ສຳລັບ ອິສຣາແອລແລ້ວ, ມັນແມ່ນບ້ານຂອງວັດພູ, ເປັນສະຖານ
ທີ່ຂອງວັດຄຳພີໄບເບິລສອງແຫ່ງ ແລະ ເປັນສະຖານທີ່ໆມີຄວາມສັກສິດທີ່ສຸດໃນສາ
ສະໜາຂອງຊາວ ຢິວ. ແຕ່ວັດອິສລາມ ອາລ-ອັກຊາ ແມ່ນຕັ້ງຢູ່ໃນສະຖານທີ່ດັ່ງກ່າວ
ໃນປັດຈຸບັນນີ້, ເຊິ່ງແມ່ນສະຖານທີ່ສັກສິດທີ່ສຸດອັນດັບສາມ ໃນສາສະໜາອິສລາມ
ແລະ ເປັນສັນຍາລັກແຫ່ງຊາດສຳລັບຊາວ ປາແລັສໄຕນ໌.

ລັດຖະບານທ່ານ ທຣຳ ໄດ້ກ່າວວ່າ ການຕັດສິນໃຈຂອງຕົນ ກ່ຽວກັບ ນະຄອນ
ເຈຣູຊາແລັມ ບໍ່ໄດ້ໝາຍຄວາມວ່າ ເຂົາເຈົ້າຈະຖອນຕົວອອກຈາກຂະບວນການສັນ
ຕິພາບໃນເຂດຕາເວັນອອກກາງ ແລະ ວ່າສະຫະລັດ ຈະສະໜັບສະໜູນການແກ້ໄຂ
ບັນຫາສອງລັດ ຖ້າມັນຖືກເຫັນພ້ອມໂດຍ ອິສຣາແອລ ແລະ ປາແລັສໄຕນ໌.

ແນວໃດກໍຕາມ, ໃນອຳນາດການປົກຄອງ ປາແລັສໄຕນ໌ ປະທານາທິບໍດີ ມາກມູດ
ອັບບາສ ກ່າວວ່າ ທ່ານບໍ່ຢາກໃຫ້ ສະຫະລັດ ມີສ່ວນຮ່ວມ ໃນຄວາມພະຍາຍາສ້າງ
ສັນຕິພາບ ລຸນຫຼັງການຕັດສິນໃຈຂອງເຂົາເຈົ້າເມື່ອບໍ່ດົນມານີ້.

ເຈົ້າເມືອງ ເບັດເລເຮັມ ທ່ານ ແອນຕົນ ຊັລມານ ກ່າວວ່າ “ທ່ານ ທຣຳ ພ້ອມກັບການ
ປະກາດຂອງທ່ານ ໄດ້ກາຍເປັນສ່ວນນຶ່ງຂອງຄວາມຂັດແຍ້ງ ແລະ ບໍ່ແມ່ນຜູ້ໄກ່ເກ່ຍ
ທີ່ຊື່ສັດໃນຂະບວນການສັນຕິພາບລະຫວ່າງ ປາແລັສໄຕນ໌ ກັບ ອິສຣາແອລ, ແລະ
ທ່ານໄດ້ກ່າວເພີ່ມເຕີມວ່າ ທ່ານ ທຣຳ ໄດ້ທຳລາຍຄວາມສະໜຸກສະໜານຂອງວັນ
ຄຣິສມັສ.

ທ່ານ ຊັລມານ ແມ່ນຊາວໂຣມັນ ກາໂຕລິກ ຜູ້ທີ່ຖືກເລືອກຕັ້ງເມື່ອ 6 ເດືອນທີ່ຜ່ານມາ,
ທ່ານໄດ້ລົມກັບວີໂອເອໃນຫ້ອງການຂອງທ່ານທີ່ຈະຕຸລັດ ເມນເຈີ, ແລະ ນັ່ງຢູ່ໃຕ້ຮູບ
ຂອງຊາວມຸສລິມທີ່ມີຄວາມສຳຄັນສອງທ່ານຄື: ປະທານອົງການປົດປ່ອຍ ປາແລັສ
ໄຕນ໌ ທີ່ໄດ້ເສຍຊີວິດໄປແລ້ວ ທ່ານ ຢາສເຊີ ອາຣາຟັດ ກັບ ປະທານາທິບໍດີ ປາແລັສ
ໄຕນ໌ ຄົນປັດຈຸບັນທ່ານ ອັບບັສ.”

ຢ່າງໃດກໍຕາມ, ເມືອງ ເບັດເລເຮັມ ທຸກມື້ນີ້ ມີຊາວມຸສລິມອາໃສຢູ່ເປັນສ່ວນຫຼາຍຢ່າງ
ໜ້ອຍ 70 ເປີເຊັນ, ມີພຽງ 30 ເປີເຊັນເທົ່ານັ້ນທີ່ເປັນຊາວ ຄຣິສຕຽນ. ແຕ່ເຈົ້າເມືອງ
ໄດ້ກ່າວເນັ້ນວ່າ ຊາວ ປາແລັສໄຕນ໌ ແມ່ນຄົນຜູ້ນຶ່ງ ແລະ ນະຄອນ ເຈຣູຊາແລັມ ແມ່ນ
ທີ່ເຄົາລົບບູຊາຂອງຊາວ ປາແລັສໄຕນ໌ ທີ່ເປັນຄົນຄິຣສຕຽນ ແລະ ມຸສລິມເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG