ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຕ້ອງການທາງດ້ານມະນຸດສະທໍາ ແມ່ນເປົ້າໝາຍຢູ່ທີ່ກອງປະຊຸມຈໍແດນ ໃນຂະນະທີ່ສະຫະລັດ ຜັກດັນໃຫ້ ອິສຣາແອລ ແລະ ຮາມາສ ຢຸດຍິງ


ການຊ່ວຍເຫຼືອດ້ານມະນຸດສະທໍາ ຖືກຖິ້ມລົງຢູ່ເມືອງ ຄານຢູນິສ ໂດຍຕົກລົງມາຢູ່ໃກ້ກັບເຕັ້ນລີ້ໄພຂອງຊາວປາແລັສໄຕນ໌ທີ່ບໍ່ມີບ່ອນຢູ່ອາໄສ ເນື່ອງຈາກຄວາມຂັດແຍ້ງໃນພາກໃຕ້ຂອງແຫຼມກາຊາ, ວັນທີ 4 ມິຖຸນາ 2024.
ການຊ່ວຍເຫຼືອດ້ານມະນຸດສະທໍາ ຖືກຖິ້ມລົງຢູ່ເມືອງ ຄານຢູນິສ ໂດຍຕົກລົງມາຢູ່ໃກ້ກັບເຕັ້ນລີ້ໄພຂອງຊາວປາແລັສໄຕນ໌ທີ່ບໍ່ມີບ່ອນຢູ່ອາໄສ ເນື່ອງຈາກຄວາມຂັດແຍ້ງໃນພາກໃຕ້ຂອງແຫຼມກາຊາ, ວັນທີ 4 ມິຖຸນາ 2024.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມີກຳນົດ ທີ່ຈະເຂົ້າຮ່ວມກອງປະຊຸມຢູ່ປະເທດຈໍແດນ ໂດຍແນເປົ້າໝາຍໃສ່ວິທີຜັກດັນ ການຕອບສະໜອງດ້ານມະນຸດສະທຳຂອງປະຊາຄົມນາໆຊາດໃຫ້ແກ່ຊາວປາ ແລັສໄຕນ໌ ໃນແຫຼມກາຊາ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງຮຸນແຮງ ລຸນຫຼັງ ສົງຄາມ 8 ເດືອນ.

ທ່ານ ບລິງເກັນ ຈະເດີນທາງໄປ ຈໍແດນ ຫຼັງຈາກການເຈລະຈາໃນ ອິສຣາແອລ ກັບ ທ່ານເບັນນີ ກັນສ (Benny Gantz) ແລະ ທ່ານແຢ ລາປິດ (Yair Lapid), ສອງນັກການເມືອງທີ່ມີແນວຄິດການເມືອງເປັນກາງ, ທ່າມກາງ ການຜັກດັນຂອງສະຫະລັດສໍາລັບການຕົກລົງເຫັນດີໃນຂໍ້ຕົກລົງຢຸດຍິງຫຼາຍຂັ້ນຕອນລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.

ທ່ານ ກັນສ ອອກຈາກລັດຖະບານສຸກເສີນຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ໃນວັນອາທິດແລ້ວນີ້, ໂດຍກ່າວວ່າ ທ່ານ ເນຕັນຢາຮູ ກໍາລັງຈັດ ການສົງຄາມໃນແຫຼມກາຊາແບບບໍ່ຖືກຕ້ອງ ແລະຊຸກຍູ້ “ຄວາມຢູ່ລອດທາງ ດ້ານການເມືອງ” ຂອງຕົນເອງ ກ່ອນຄວາມຈໍາເປັນດ້ານຄວາມໝັ້ນຄົງຂອງ ອິສຣາແອລ.

ທ່ານ ລາປິດ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຕໍ່ ​ທ່ານ ກັນສ ​ໂດຍ​ກ່າວ​ໃນ​ສື່ສັງຄົມ X ວ່າ ​ເຖິງ​ເວລາ​ແລ້ວ​ທີ່ ອິສຣາ​ແອລ ຈະຕ້ອງ​ມີ​ລັດຖະບານ​ໃໝ່ ​ທີ່​ຈະນໍາຄວາມໝັ້ນຄົງກັບຄືນມາ​ໃຫ້​ແກ່​ປະ​ເທດ ​ແລະ​ຮັບ​ປະກັນທີ່ຈະນໍາເອົາ ໂຕປະກັນທີ່ຖືກກັກຂັງໂດຍກຸ່ມຮາມາສ ກັບຄືນມາ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບຄອບຄົວ ແລະຜູ້ສະໜັບສະໜູນຂອງໂຕປະກັນຊາວອິສຣາແອລ ທີ່ຖືກຈັບໂຕໂດຍກຸ່ມຮາມາສໃນຂົງເຂດກາຊາ, ໃນລະຫວ່າງການຢ້ຽມຢາມເມືອງເທລ ລາວີບ ຂອງທ່ານ, ອິສຣາແອລ, ວັນທີ 11 ມິຖຸນາ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບຄອບຄົວ ແລະຜູ້ສະໜັບສະໜູນຂອງໂຕປະກັນຊາວອິສຣາແອລ ທີ່ຖືກຈັບໂຕໂດຍກຸ່ມຮາມາສໃນຂົງເຂດກາຊາ, ໃນລະຫວ່າງການຢ້ຽມຢາມເມືອງເທລ ລາວີບ ຂອງທ່ານ, ອິສຣາແອລ, ວັນທີ 11 ມິຖຸນາ 2024.

ທ່ານ ບລິງເກັນ ເລີ້​ມຕົ້ນ​ການ​ເດີນທາງຄັ້ງ​ຫລ້າ​ສຸດຂອງທ່ານໄປຍັງພາກພື້ນດັ່ງ ກ່າວ ດ້ວຍ​ການ​ເຈລະຈາ​ໃນ​ວັນ​ຈັນ​ວານ​ນີ້ ຢູ່ທີ່​ປະ​ເທດ​ ອີຈິບ ກ່ອນ​ທີ່ທ່ານຈະ​ພົບ​ປະ​ກັບ ​ທ່ານ ເນຕັນຢາຮູ.

ທ່ານ​ກ່າວ​ວ່າ ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ພົນລະ​ເຮືອນ​ເສຍ​ຊີວິດຕື່ມ​ອີກ​ແມ່ນການເຮັດ​ໃຫ້​ກຸ່ມຮາມາສຍອມຮັບ​ຂໍ້​ຕົກລົງ​ສັນຕິພາບ. ທ່ານ ບລິງເກັນ ຍັງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ບັນດາ​ຄວາມພະຍາຍາມ​ເພື່ອ​ສ້າງ​ສັນຕິ ພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ ທີ່ຍາວນານ​ໃຫ້ແກ່​ຊາວ ອິສຣາແອລ ​ເຊັ່ນດຽວກັບ ຊາວປາ​ແລັ​ສ​ໄຕ​ນ໌, ​ແລະ ສັນຍາຢູ່ທີ່ການປະຊຸມ​ດັ່ງກ່າວ “ຈະ​ແກ້ໄຂຄວາມ​ເປັນ​ໄປ​ໄດ້​ຂອງ​ຄວາມ​ສະຫງົບ​ຢູ່​ຕາມ​ແນວຊາຍ​ແດນ​ບໍລິເວນພາກ​ເໜືອ​ຂອງ ອິສຣາ​ແອລ ​ແລະ ການ​ລວມ​ເຂົ້າ​ກັບ​ບັນດາ​ປະ​ເທດຕ່າງໆຢູ່​ໃນ​ພາກ​ພື້ນ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

U.S. Secretary of State Antony Blinken is set to take part in a meeting in Jordan focusing on how to boost the international community’s humanitarian response for the Palestinians in the Gaza Strip who are badly in need of help after eight months of war.

Blinken will travel to Jordan after talks in Israel with Benny Gantz and Yair Lapid, two centrist politicians, amid a U.S. push for Israel and Hamas to agree to a multi-stage cease-fire deal.

Gantz left Prime Minister Benjamin Netanyahu’s emergency government on Sunday, saying Netanyahu is mismanaging the war in Gaza and putting his own “political survival” ahead of Israel’s security needs.

Lapid expressed support for Gantz, saying on X that the time has come for Israel to have a new government that returns security to the country and secures the return of the hostages held by Hamas in Gaza.

Blinken began his latest trip to the region with talks Monday in Egypt before meeting with Netanyahu.

He said the best way to ensure there are no more civilian casualties is for Hamas to accept the peace deal. Blinken also emphasized the importance of efforts to provide long-term peace, security and stability to Israelis and Palestinians alike, and that the deal on the table “would unlock the possibility of calm along Israel's northern border and further integration with countries in the region.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG