ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ້າທາດ ສະໄໝໃໝ່ ຍັງມີຢູ່ໃນ ປາກິສຖານ (ວີດີໂອ)


Pakistan's Bonded Laborers Trapped in Cycle of Debt
please wait

No media source currently available

0:00 0:02:50 0:00
ໃນ​ປາກິ​ສຖານ​ປັດ​ຈຸ​ບັນ​ນີ້ ມີຫຼາຍ​ກວ່າ ສອງ​ລ້ານ​ຄົນຮວມ
​ທັງ​ເດັກນ້ອຍ ​ເຮັດ​ວຽກ​ເປັນ​ຄົນ​ງານເພື່ອ​ໃຊ້​ໜີ້ ​ຊຶ່ງເປັນລະ
ບົບ​ທີ່ສະຫະ​ປະຊາ​ຊາດບັນ​ລະ​ຍາຍ​ວ່າ ຂ້າ​ທາດສະ​ໄໝ​
ໃໝ່. Sharon Benh ຜູ້​ສື່​ຂ່າວ ​ວີ​ໂອ​ເອ ມີລາຍ​ງານກ່ຽວ​ກັບ
ຊີວິດ​ຂອງ​ຄົນ​ປັ້ນ​ດິນ​ຈີ່ ທີ່​ໃຊ້​ພວກ​ລູກເຕົ້າເຂົາ​ເຈົ້າ ​ເປັນ​ສິ່ງ
ຄ້ຳ​ປະ​ກັນໃນ​ການ​ທົດ​ແທນໜີ້ສິນ ໃຫ້​ແກ່​ບັນດາ​ນາຍ​ຈ້າງ
​ຂອງ​ເຂົາ​ເຈົ້າ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳເອົາລາຍ​ລະ​ອຽດ ​ມາ
ສະ​ເໜີ​ທ່ານ.

ທ້າວ Mohammad Ali ​ໄດ້ປັ້ນ​ດິນ​ຈີ່​ຕັ້ງ​ແຕ່​ລາວ​ເປັນເດັກນ້ອຍ.
ຄື​ກັນ​ກັບ​ພໍ່​ຂອງ​ລາວທີ່​ໄດ້​ເຮັດ​ມາ​ກ່ອນ​ລາວ ຄອບຄົວ​ຂອງທ້າວ
Ali ທັງໝົດ​ພາກັນ​ເຮັດ​ວຽກປັ້ນ​ດິນ​ຈີ່ ເພື່ອ​ໃຊ້​ໜີ້ ທີ່​ລາວ​ໄດ້​ກູ້​ຢືມ ​
ຈາກເຈົ້າ​ຂອງ​ໂຮງງານ. ເຂົາ​ເຈົ້າໄດ້ຮັບ​ເງິນປະມານ 6 ​ໂດ​ລາ ຕໍ່​ດິນ​ຈີ່​ນຶ່ງພັນ​ກ້ອນ​.

ທ້າວ Ali ກ່າວ​ວ່າ “​ເຂົາ​ເຈົ້າ​ມາ​ເກັບ​ເອົາ​ເງິນນຶ່ງສ່ວນສາມ​ທີ່​ພວກ​ເຮົາ​ໄດ້​ຮັບ. ​ເຂົາ​
ເຈົ້າ​ເອົາວ້ໃຫ້​ພວກ​ເຮົາ​ຈຳນວນ​ນຶ່ງ ແລະເຂົາເຈົ້າ​ເອົາ​ໄປຈຳນວນ​ນຶ່ງ. ​ແຕ່​ໜີ້​ສິນ​ດັ່ງ
ກ່າວ​ນີ້​ຈະບໍ່ມີ​ວັນ​ສີ້​ນສຸດ ​ເພາະວ່າ ບາງ​ບາງ​ຄາວ​ພວກ​ເຮົາ​ບໍ່​ສະບາຍ. ບາງ​ເທຶ່ອ
ພວກ​ເຮົາ​ຕ້ອງການ​ສຳ​ລັບຈ່າ​ຍ​ຄ່າໄຟຟ້າ.ບາງ​ເທຶ່ອພວກ​ເຮົາ​ຢຸດ​ພັກ​ນຶ່ງ​ມື້. ​ແລະ
ເຮົາ​ຕ້ອງ​ດ້​ຢືມ​ເງິນ​ຕື່ມ​ອີກ. ​ແລະ​ຈ່າຍ​ໜີ້​ບໍ່​ໝົດ​ເປັນ​ຈັກ​ເ​ທື່ອ.”


ທ້າວ Ali ​ເວ​ລານີ້​ເປັນ​ໂຣກ​ປອດແຫ້ງ. ຖ້າ​ຫາກ​ລາວ​ເສຍ​ຊີວິດ​ໄວ ລູກ​ເຕົ້າ​ຂອງ​ລາວ
​ຕ້ອງ​ໃຊ້​ຊີວິດ​ຂອງ​ເຂົາ​ເຈົ້າ ​ເຮັດວຽກ​ເພື່ອ​ໃຊ້​ໜີ້ໃຫ້ລາວ.

ສະຫະ​ປະຊາ​ຊາດກ່າວ​ວ່າ ທັງໝົດ​ນີ້ ​ແມ່ນ​ລະ​ບົບຂ້າ​ທາດ​ສະ​ໄໝ​ໃ​ໝ່ ຊຶ່ງ​ຕົກຄ້າງ​ຢູ່​
ໃນ​ວົງຈອນ​ຂອງ​ໜີ້​ສິນ ທີ່​ເຂົາ​ເຈົ້າ​ເກືອບ​ບໍ່​ເຂົ້າ​ໃຈ​ເລີຍ.

ທ່ານ Francesco d’Ovidio ຫົວໜ້າ​ອົງການແຮງ​ງານ​ສາກົນ ສະຫະ​ປະຊາ​ຊາດ​
ໃນ​ນະຄອນ Islamabad ກ່າວ​ວ່າ ບັນດາ​ບໍລິສັດ​ຕ່າງປະ​ເທດ ພາກັນ​ຂົ່ມຂູ່​ທີ່​ຈະ​ໜີ
​ອອກ​ຈາກ​ປາ​ກິ​ສຖານ ​ຖ້າ​ການ​ໃຊ້​ຄົນ​ງານ​ແບບ​ຂ້າ​ທາດ​ດັ່ງ​ກ່າວ ຫາກ​ບໍ່​ໄດ້​ຮັບ​ການ​
ຍົກ​ເລີກ.

​ທ່ານ d’Ovidio ເວົ້າ​ວ່າ “​ດັ່ງ​ນັ້ນ ​ນອກ​ຈາກ​ມູມມອງ ທາງ​ດ້ານສິດທິ​ມະນຸດ​ແລ້ວ ຍັງ​
ມີເຫດຜົນ​ທາງດ້ານ​ເສດຖະກິດນຳ​ດ້ວຍ ​ເພື່ອ​ປັບປຸງການ​ປະ​ຕິ​ບັດ ຕາມ​ມາດ​ຕະຖານ
ເຫລົ່າ​ນີ້ ​ແລະຂ້າ​ພະ​ເຈົ້າຕ້ອງ​ກ່າວ​ວ່າ ​ໂດຍ​ສະ​ເພາະປາ​ກິ​ສ ຖານ ​ທີ່ກຳລັງ​ຮູ້ສຶກ​ກ່ຽວ
ກັບການ​ຂົ່ມຂູ່​ດັ່ງກ່າວ​ນີ້​ຢ່າງແຮງ​ນັ້ນກຳລັງ​ຖື​ເອົາ​ການ​ຂົ່ມຂູ່​ນີ້​ຢ່າງ​ຈິງຈັງ.”

ນາງ Zareena BiBi ​ໄດ້​ເຮັດ​ວຽກ​ຢູ່​ເຕົາ​ເຜົາ​ດິນ​ຈີ່​ຫລາຍແຫ່ງ ຕັ້ງ​ແຕ່​ລາວ​ມີ​ອາຍຸ​ແປດ​
ປີ. ​ຍ້ອນຄວາມທຸກ​ຍາກ ​ທີ່​ຮ້າຍ​ແຮງນັ້ນ ​ພວກລູກ​ເຕົ້າ​ຂອງນາງ​ທັງ​ໝົດ​ກໍຕ້ອງ​ໄດ້​ເຮັດ
​ວຽກ​ເຊັ່​ນດຽວ​ກັນ.

ນາງ Zareena BiBi ກ່າວ​ວ່າ “​ເວລາລູກ​ຂອງ​ຂ້ອຍຍັງ​ເປັ​ນ​ເດັກນ້ອຍ ຂ້ອຍ ຕີ​ເຂົາ​
ເຈົ້າ ​ເພື່ອ​ໃຫ້ເຮັດ​ວຽກ​ໜັກ​ຂື້ນຈຶ່ງໄດ້​ເງິນ​ມາ​ລ້ຽງ​ພວກ​ເຮົາ. ແລະ​ຕໍ່​ມາໃນ​ວັນ​ນຶ່ງ ຕີນ​
ຂອງ​ຂ້ອຍ​ເປັນບາດ ແລະ​ມີເລືອດ​ອອກ​ຫລາຍ ​ແຕ່​ວ່າ ຂ້ອຍ​ມີ​ລູກ​ຫລາຍ​ຄົນ ​ແລະ​
ຂອບ​ໃຈ​ພະ​ເຈົ້າ ຢ່າງ​ໜ້ອຍ​ພວກເຮົາ​ກໍຍັງ​ມີ​ອາຫານ​ກິນ.”


ຈົນ​ເຖິງ​ຫວ່າງ​ມໍ່ໆ​ມາ​ນີ້ ບັນດາ​ຄົນ​ງານ​ເຫຼົ່າ​ນີ້ ​ແລະ​ຄອບຄົວ​ເຂົາ​ເຈົ້າ​ ບໍ່​ມີແມ່ນກະທັ້ງ
ໜັງສືຢັ້ງ​ຢືນ​ການເກີດ ​ແລະ​ການ​ຕາຍ ຫລື​ບັດ​ປະຈຳ​ໂຕ​ໃດໆ​ເລີຍ. ໃນ ດ້ານ​ເທັກ​ນິກ​
ແລ້ວ ​ເຂົາ​ເຈົ້າ​ບໍ່​ມີ​ຢູ່ໃນ​ໂລກ​ນີ້​ເລີຍ.”

ທ່ານ Chouldhry Faiz Rasoul ​ແມ່ນ​ເຈົ້າ​ຂອງ​ໂຮງງານ​ຜູ້​ນຶ່ງ ທີ່​ບໍ່​ຄ່ອຍ​ໄດ້ ເຫັນ​ກັນ
ຊຶ່ງ​ໄດ້​ໄປ​ຂໍ​ບັດ​ປະ​ກັນ​ສັງ​ຄົມ​ໃຫ້​ແກ່​ຄົນ​ງານ​ຂອງ​ລາວເພື່ອ​ໃຫ້​ເຂົາເຈົ້າ​ມີ​ສິດ​ໄດ້​ຮັບ
​ໂຄງ​ການ​ສົງ​ເຄາະ​ຕ່າງໆ​ຂອງ​ລັດ​ຖະ​ບານ ແຕ່​ລາວ​ກໍ​ເວົ້າວ່າ ຄວາມ​ບໍ່​ສາ​ມາດ​ໃນ​ການ​
ເຮັດ​ງົບ​ປະ​ມານ​ຂອງ​ພວກ​ຄົນ​ງານນັ້ນ ແມ່ນ​ສ່ວນນຶ່ງ​ຂອງ​ບັນ​ຫາ.

ທ່ານ Choudhry Faiz Rasoul ​ເຈົ້າ​ຂອງ​ໂຮງງານ​ດິນ​ຈີ່ກ່າວ​ວ່າ “ລັດຖະບານຢາກ​
ໃຫ້​ພວກ​ເຮົາ​ລົບ​ລ້າງ​ໜີ້​ສິນ​ທີ່​ມີ​ຢູ່​ນັ້ນ. ນີ້​ຈະ​ທຳລາຍ​ທຸກ​ສິ່ງ​ຢ່າງ. ຖ້າ​ເຈົ້າ​ລົບ​ລ້າງໜີ້​
ສິນ​ຂອງ​ເຂົາ​ເຈົ້າ​ມື້​ນີ້ ​ແລະ​ມື້​ອຶ່ນ ​ເຂົາ​ເຈົ້າ​ຈະ​ເລີ້​ມ ຢື​ມ​ເງິນ​ອີກ. ​ເຂົ້າ​ເຈົ້າຈະ​ໜີ​ຈາກ
​ຂ້ອຍ ​ໄປ​ຫາ​ເຕົາ​ເຜົາ​ດິນ​ຈີ່​ແຫ່ງອຶ່ນ ຢືມ​ເງິນຕື່ມອີກ ​ແລະ​ກັບ​ຄືນ​ມາ​ຫາ​ຂ້ອຍ ​ແລະ​
ຂໍ​ຢືມ​ອີກ ​ແລະ​ອຸດສາຫະກຳ​ທັງ​ໝົດ​ຈະ​ຖືກ​ທຳລາຍ.”


​ເສດຖະກິດປາ​ກິ​ສຖານ ແມ່ນເພິ່ງ​ພາ​ອາ​ໄສ​ຢ່າງ​ໜັກ ຕໍ່ແຮງ​ງານ​ຄ່​າ​ຈ້າງ​ຖືກ. ຄວາມ
ທຸກ​ຍາກ​ທີ່​ຮ້າຍ​ແຮງ ການ​ກືກ​ໜັງ​ສື ​ແລະການຂາດ​ຄວາ​ມຊຳນິ​ຊຳນານ ຮັບປະກັນ​ວ່າ
ບັນດາ​ຄົນ​ງານແລະ​ຄອບ​ຄົວ​ເຂົາ​ເຈົ້າແມ່ນ​ພ້ອມ​ແລ້​ວທີ່​ຈະ​ອອກ ​ແຮງ​ງານ​ດັ່ງກ່າວນີ້
​ເຖິງ​ແມ່ນ​ວ່າ ​ເຂົາ​ເຈົ້າ​ຈະ​ຕິດ​ຢູ່​ຕະຫລອດ​ຊີວິດ​ກໍ​ຕາມ.
XS
SM
MD
LG