ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາ​ຍົກ ປາ​ກິ​ສ​ຖານ ຈະ​ເປັນ​ຜູ້​ໄກ່​ເກ່ຍ ເພື່ອຫຼຸດ​ຜ່ອນ ຄວາມ​ເຄັ່ງ​ຕຶງ​ ລະ​ຫວ່າງ ສະ​ຫະ​ລັດ ກັບ ອີ​ຣ່ານ


ທ່ານ ອິມ​ຣານ ຄານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ, ລົມ​ກັບ​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 24 ກັນ​ຍາ, 2019.
ທ່ານ ອິມ​ຣານ ຄານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ, ລົມ​ກັບ​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 24 ກັນ​ຍາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ ໄດ້​ເປີ​ດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານ
ນີ້ວ່າ ທ່ານກຳລັງພະຍາຍາມ ແລະ ທຳການໄກ່ເກ່ຍ ເພື່ອຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ
ລະຫວ່າງ ສະຫະລັດ ແລະ ອີຣ່ານ.

ທ່ານ ຄານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວນອກ​ຈາກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ສະ
ຫະປະຊາຊາດ, ນຶ່ງວັນຫຼັງຈາກໄດ້ຈັດກອງປະຊຸມສອງຝ່າຍກັບ ປະທານາທິບໍດີ ສະຫະ
ລັດ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ.

ທ່ານ ຄານ ໄດ້​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຮົາ​ສາ​ມາດ
ບັນເທົາສະຖານະການໃຫ້ໄດ້ບໍ່ ແລະ ພວກເຮົາສາມາດຍົກຂໍ້ຕົກລົງອີກອັນນຶ່ງຂຶ້ນມາ
ໄດ້ບໍ່. ສະນັ້ນ, ຂ້າພະເຈົ້າຈຶ່ງຂໍສົ່ງຂໍ້ຄວາມນີ້ເຖິງປະທານາທິບໍດີ ອີຣ່ານ ແລະ ແມ່ນ
ແລ້ວ, ພວກເຮົາຈະພະຍາຍາມເຮັດໃຫ້ດີທີ່ສຸດ. ມັນແມ່ນສິ່ງທີ່ກຳລັງເກີດຂຶ້ນຢູ່ ສະນັ້ນ
ຂ້າພະເຈົ້າຈຶ່ງບໍ່ສາມາດເປີດເຜີຍມັນໄດ້ຫຼາຍກວ່ານັ້ນ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ຢຸດ​ແວ່​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ລະ
ຫວ່າງການເດີນທາງມານະຄອນ ນິວຢອກ ແລະ ໄດ້ປຶກສາຫາລືກັບອົງມົງກຸດ ໂມຮຳ
ເມັດບິນ ຊາລມານ ກ່ຽວກັບ ຄວາມເຄັ່ງຕຶງໃນພາກພື້ນ ຫຼັງຈາກການໂຈມຕີໃສ່ໂຮງກັ່ນ
ນ້ຳມັນຊາອຸດີ ອາຣາເບຍ ເມື່ອວັນທີ 14 ກັນຍາທີ່ຜ່ານມາ. ທ່ານ ຄານ ໄດ້ເປີດເຜີຍ
ໂດຍບໍ່ໄດ້ອະທິບາຍຕໍ່ໄປວ່າ “ເພິ່ນຍັງໄດ້ຂໍໃຫ້ຂ້າພະເຈົ້າລົມກັບປະທານາທິບໍດີ ອີ
ຣ່ານ.”

ລັດ​ຖະ​ບານ ວໍ​ຊິງ​ຕັນ ໄດ້​ຖິ້ມ​ໂທດ​ໃສ່ ອີ​ຣ່ານ ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ແລະ ບັນ​ດາ​
ເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ເຂົາເຈົ້າຈະສະເໜີຫຼັກຖານ ເພື່ອສະໜັບສະໜູນ
ເລື່ອງດັ່ງກ່າວ. ລັດຖະບານ ເຕຫະຣ່ານ ໄດ້ປະຕິເສດການມີສ່ວນຮ່ວມໃນການໂຈມຕີ
ທີ່ຖືກອ້າງເອົາຄວາມຮັບຜິດ ໂດຍກຸ່ມກະບົດ ຮູຕີ ໃນ ເຢເມນ ທີ່ເປັນພັນທະມິດກັບ ອີ
ຣ່ານ, ເຊິ່ງກຳລັງຕໍ່ສູ້ກັບພັນທະມິດ ທີ່ນຳພາໂດຍ ກອງທັບ ຊາອຸດີ ອາຣາເບຍ.

ສາຍ​ພົວ​ພັນ​ທີ່​ຕຶງ​ຄຽດ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອີ​ຣ່ານ ແມ່ນ​ໄດ້​ຊຸດ​ໂຊມ​ລົງ​ໃນ​ປີ​ທີ່​ຜ່ານ
ມາ ນັບຕັ້ງແຕ່ທ່ານ ທຣຳ ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄລຍປີ 2015 ລະຫວ່າງ
ລັດຖະບານ ເຕຫະຣ່ານ ກັບ ມະຫາອຳນາດໂລກ. ປະທານາທິບໍດີ ອາເມຣິກາ ໄດ້ວາງ
ມາດຕະການລົງໂທດ ໃສ່ ອີຣ່ານ ຄືນ, ເພື່ອ ສົ່ງເສີມໃຫ້ປະເທດ ມຸສລິມ ນິກາຍ ຊີໄອ້
ຫຼຸດການປະຕິບັດການຂອງເຂົາເຈົ້າພາຍໃຕ້ຂໍ້ຕົກລົງ ເພື່ອຈຳກັດການເຄື່ອນໄຫວ ໃນ
ກັ່ນທາດທາດຢູເຣນຽມຂອງເຂົາເຈົ້າ.

ໃນ​ເວ​ລາ​ທີ່​ທ່ານ ຄານ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ອົງ​ການ​ສະ​ຫະ​ປະ​
ຊາຊາດນັ້ນ, ທ່ານ ທຣຳ ກໍໄດ້ຢືນຢັນຕໍ່ບັນດານັກຂ່າວຕ່າງຫາກວ່າ ຜູ້ນຳ ປາກິສຖານ
ໄດ້ເຂົ້າຮ່ວມໃນການເປັນຜູ້ໄກ່ເກ່ຍ ຄວາມພະຍາຍາມທີ່ຈະຊ່ອຍຫຼຸດຜ່ອນຄວາມເຄັ່ງ
ຕຶງກັບ ອີຣ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG