ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ຮີບຮ້ອນຫາທາງປ້ອງກັນ ຂໍ້ລິເລີ້ມ ທີ່ພົວພັນກັບສັນຕິພາບ ໃນອັຟການິສຖານ


ຈາກຊ້າຍ ຜູ້ຕາງໜ້າພິເສດຂອງປາກິສຖານ ຮັບຜິດຊອບເລື້ອງອັຟການິສຖານ ທ່ານໂມຮໍາເມັດ ຊາດິກ ທູດພິເສດສະຫະລັດ ຮັບຜິດຊອບເລື້ອງອັຟການິສຖານ ທ່ານຊາລເມ ຄາລິຊາດ ແລະຜູ້ຊ່ວຍເລຂາ ທູດພິເສດສະຫະປະຊາດ ຮັບຜິດຊອບເລື້ອງອັຟການິສຖານ ທ່ານຊັງ ອາກໂນລ ສົນທະນາກັນທີ່ໂຮງແຮງໃນນະຄອນໂດຮາ ວັນທີ 10 ສິງຫາ 2021.
ຈາກຊ້າຍ ຜູ້ຕາງໜ້າພິເສດຂອງປາກິສຖານ ຮັບຜິດຊອບເລື້ອງອັຟການິສຖານ ທ່ານໂມຮໍາເມັດ ຊາດິກ ທູດພິເສດສະຫະລັດ ຮັບຜິດຊອບເລື້ອງອັຟການິສຖານ ທ່ານຊາລເມ ຄາລິຊາດ ແລະຜູ້ຊ່ວຍເລຂາ ທູດພິເສດສະຫະປະຊາດ ຮັບຜິດຊອບເລື້ອງອັຟການິສຖານ ທ່ານຊັງ ອາກໂນລ ສົນທະນາກັນທີ່ໂຮງແຮງໃນນະຄອນໂດຮາ ວັນທີ 10 ສິງຫາ 2021.

ຫົວໜ້າດ້ານພົນລະເຮືອນ ແລະ ການຮັກສາຄວາມປອດໄພ ຢູ່ໃນປາກິສຖານ ກ່າວວ່າ
ເຂົາເຈົ້າ “ກຳລັງພະຍາຍາມທີ່ສຸດ” ເພື່ອຊັກຊວນໃຫ້ກຸ່ມຕາລິບານໃນ ອັຟການິສຖານ
ໃຫ້ເປີດການເຈລະຈາຍຸຕິສົງຄາມ ກັບຄປໍລະປັກໃນອັຟການິສ ຖານ ຊຶ່ງໄດ້ຕອບໂຕ້
ຄືນ ຕໍ່ກ່າວຫາວ່າ ອິສລາມາບັດທີ່ຢູ່ເບື້ອງຫຼັງພວກກະບົດ ອິສລາມດັ່ງກ່າວ ເພື່ອໃຫ້ໄດ້
ຮັບໄຊຊະນະ ຢູ່ໃນສະໜາມລົບ.

“ຢຸດເຊົາຖີ້ມໂທດໃສ່ຜູ້ເຄາະຮ້າຍ” ນັ້ນຄືຄຳເວົ້າ ຂອງທ່ານໂມອີດ ຢູຊຸຟ (Moeed Yusuf) ທີ່ຂຽນຢູ່ໃນຖະແຫຼງການຕໍ່ວີໂອເອ ໃນວັນອັງຄານວານນີ້ ເພື່ອຕອບຕໍ່ການກ່າວຫາ ຂອງອັຟການິສຖານທີ່ວ່າ ກອງທັບປາກິສຖານ ໃຫ້ ການສະໜັບສະໜູນຕໍ່ກຸ່ມຕາລິບານ. ທ່ານເວົ້າວ່າ ມີຫຼາຍກວ່າ 80,000 ຄົນ ເສຍຊີວິດ ແລະປະມານ 150 ຕຶື້ໂດລາ ທີ່ເຮັດໃຫ້ປາກິສຖານ ໄດ້ຮັບຄວາມເສຍຫາຍທາງດ້ານເສດຖະກິດ ເນື່ອງຈາກພວກຫົວຮຸນແຮງທ້ອງຖິ່ນທີ່ບໍ່ເຫັນ ພ້ອມ ໃນການເຂົ້າຮ່ວມໃນສົງຄາມ ທີ່ນໍາພາໂດຍສະຫະລັດໃນອັຟການິສຖານ.

ກຸ່ມຕາລິບານໄດ້ເຂົ້າຄວບຄຸມຫຼາຍສິບເຂດຂອງອັຟການິສຖານ ຫຼາຍເມືອງເອກ ຂອງແຂວງ ແລະໄດ້ຂົ່ມຂູ່ອີກຫຼາຍແຫ່ງ ນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ ເວລາສະຫະລັດ ແລະພັນທະມິດອົງການເນໂຕ້ ໄດ້ເລີ້ມຖອນກຳລັງ ຈຸສຸດທ້າຍ ທີ່ຍັງເຫຼືອຢູ່ນັ້ນ ອອກຈາກປະເທດທີ່ປະສົບກັບໄພສົງຄາມມາເປັນເວລາ 20 ປີ.

ຢູ່ໃນຈຳນວນຫຼາຍກໍລະນີ ສະຫະລັດໄດ້ໃຫ້ການເຝິກແອບກຳລັງປ້ອງກັນປະເທດ ແລະກຳລັງຮັກສາຄວາມປອດໄພແຫ່ງຊາດອັຟການິສຖານ (ANSSF) ທີ່ໄດ້ພາກັນຍອມຈຳນົນ ຫຼືປະຖິ້ມເຂດຕ່າງໆເພື່ອຫລົບໜີການບຸກຄືບໜ້າຂອງ ກຸ່ມຕາລິບານ ແລະຈຳນວນນຶ່ງໄດ້ຫລົບໜີເຂົ້າສູ່ປາກິສຖານ ອີຣ່ານ ແລະຕາ ຈີກກິສຖານ.

ພວກເຈົ້າໜ້າທີ່ສູງສຸດປາກິສຖານ ທີ່ຢູ່ເບື້ອງຫຼັງລາຍງານໃນອາທີດນີ້ ໄດ້ປະຕິ ເສດເຖິງຄວາມເປັນໄປໄດ້ທີ່ວ່າ ກຸ່ມຕາລິບານ ຈະເຂົ້າຄວບຄຸມນະຄອນຫຼວງກາ ບູລ ໂດຍກ່າວວ່າກຳລັງຮັກສາຄວາມປອດໄພອັຟການິສຖານ “ໄດ້ຮັບການເຝິກແອບທີ່ດີກວ່າ” ແລະມີອຸບປະກອນທີ່ດີກວ່າ” ເພື່ອປ້ອງກັນບໍ່ໃຫ້ສິ່ງດັ່ງກ່າວເກີດ ຂຶ້ນ.

ພວກເຈົ້າໜ້າທີ່ ຜູ້ທີ່ກ່າວບໍ່ປະສົງອອກຊື່ ໄດ້ໂຕ້ຖຽງວ່າ ຖ້າຫາກບັນດາຜູ້ບັນຊາ ການກອງທັບອັຟການິສຖານ “ໃຊ້ໄພ້ຂອງເຂົາເຈົ້າຢ່າງໄດ້ຜົນ” ຢູ່ໃນສະໜາມ ລົບ ແລະຖ້າຫາກການເມືອງສະຫະລັດ ພ້ອມດ້ວຍການຊ່ວຍເຫຼືອດ້ານການເງິນ ຍັງເຂົ້າຍັງຫຼັ່ງໄຫຼເຂົ້າມາຢູ່ນັ້ນ ພວກຫົວຮຸນແຮງ ຈະພົບເຫັນຄວາມລຳບາກ ທີ່ ຈະສືບຕໍ່ກົດດັນກຳລັງ ADNSF ແລະຈະເຮັດໃຫ້ສົງຄາມຍືດຍາວອອກໄປອີກ.

ກາບູລ ຖີ້ມໂທດໃສ່ອິສລາມາບັດ ໃນໄຊຊະນະຂອງພວກຫົວຮຸນແຮງໂດຍກ່າວ ຫາວ່າ ບັນດາຜູ້ນຳຕາລິບານສາມາດໄປມີໜ້າ ແລະໄດ້ຮັບບ່ອນຫຼົບລີ້ ທີ່ປອດ ໄພຢູ່ໃນດິນແດນປາກິສຖານ.

ປະທານາທິບໍດີອັຟການິສຖານ ທ່ານອາສຣັຟ ການີ ໄດ້ກ່າວ ໃນເດືອນແລ້ວ ນີ້ວ່າ ພວກນັກລົບຈີຮາດ 10,000 ຄົນໄດ້ເຂົ້າມາໃນປະເທດຂອງທ່ານຫວ່າງ ມໍ່ໆມານີ້ ຈາກປາກິສຖານແລະແຫ່ງອື່ນໆເພື່ອເຂົ້າຮ່ວມຖັນແຖວຂອງກຸ່ມຕາລິ ບານໃນການສູ້ລົບກັບກຳລັງຮັກສາຄວາມປອດໄພແຫ່ງຊາດຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG