ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະລັດຖະບານໃໝ່ ຂອງປາກິສຖານ ໄດ້ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ


ຄະ​ນະລັດຖະບານໃໝ່ຂອງປາກິສຖານ ໄດ້ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​​ຢູ່​ນະ​ຄອນ​ຫລວງ Islamabad ໃນ​ວັນ​ທີ 19 ເມ​ສາ, 2022. (ພາບ​ໄດ້​ມາ​ຈາກ​ກົມຂ່າວ​ສານ​ ຂອງ ກ.ຊ. ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ​ທີ່ມອບ​ໃຫ້​ອົງ​ການຂ່າວ Reuters)
ຄະ​ນະລັດຖະບານໃໝ່ຂອງປາກິສຖານ ໄດ້ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​​ຢູ່​ນະ​ຄອນ​ຫລວງ Islamabad ໃນ​ວັນ​ທີ 19 ເມ​ສາ, 2022. (ພາບ​ໄດ້​ມາ​ຈາກ​ກົມຂ່າວ​ສານ​ ຂອງ ກ.ຊ. ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ​ທີ່ມອບ​ໃຫ້​ອົງ​ການຂ່າວ Reuters)

ຄະ​ນະລັດຖະບານໃໝ່ຂອງນາຍົກລັດຖະມົນຕີປາກິສຖານ, ທ່ານເຊ​ບາ​ສ ຊາ​ຣີ​ຟ (Shehbaz Sharif) ໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນວັນອັງຄານວານນີ້, ນຶ່ງອາທິດ ຫລັງຈາກການລົງຄະແນນສຽງບໍ່​ໄວ້​ວາງ​ໃຈຂອງສະພາທີ່ນຳພາໂດຍພັກຝ່າຍຄ້ານໄດ້ປົດທ່ານອິມ​ຣິນ ຄານ ທີ່ດຳລົງຕຳແໜ່ງຢູ່ນັ້ນ​ລົງ, ຊຶ່ງເຮັດໃຫ້ລັດຖະບານທີ່ມີອາຍຸເກືອບ 4 ປີຂອງທ່ານລົ້ມລະ​ລາຍລົງ.

ຜູ້ຮັກສາການປະທານາທິບໍດີ, ທ່ານຊາ​ດິກ ຊານ​ຣາ​ນີ (Sadiq Sanjrani) ໄດ້​ເປັນ​ຜູ້​ດຳ​ເນີນ​ການ​ສາບານຕົວເຂົ້າ​ຮັບ​ຕຳ​ແໜ່ງຂອງ​ລັດຖະມົນຕີ ແລະທີ່ປຶກສາ 37 ທ່ານ ຢູ່ໃນພິທີທີ່ຖ່າຍທອດສົດອອກທາງໂທລະພາບ, ໂດຍມີທ່ານຊາ​ຣີ​ຟ (Sharif) ແລະຜູ້ນຳຂັ້ນສູງຂອງພັກສັນນິບາດ-ນາ​ວາ​ສ ມຸ​ສ​ລິມ ຫລື PML-N ຂອງທ່ານເຂົ້າຮ່ວມນຳ.

ທ່ານຊາ​ຣີ​ຟ ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ໂດຍ​ສະພາ​ແຫ່ງ​ຊາດ ຫຼື​ສະພາ​ຕ່ຳ​ໃນ​ວັນ​ທີ 11 ​ເມສາຜ່ານ​ມາ​ ໃຫ້ເປັນ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ແທນ​ທ່ານຄານນັ້ນ​ ໄດ້​ສ້າງ​ຕັ້ງ​ລັດຖະ ບານ​ປະສົມ​ຂອງ​ຫຼາຍ​ພັກຂຶ້ນ ​ໂດຍ​ມີ​ຄູ່​ປໍລະປັກ​ທາງ​ການ​ເມືອງ​ທີ່​ຂົມຂື່ນ​ຂອງ​ທ່ານຄືພັກ​ປະຊາຊົນ​ປາ​ກິ​ສຖານ ຫລື PPP ​ເປັນ​ຄູ່ຮ່ວມງານທີ່ໃຫຍ່​ອັນ​ດັບ 2.

ພັກ PML-N ທີ່​ໄດ້​ກັບ​ຄືນ​ມາ​ກຳ​ອຳນາດ​ພາຍຫຼັງ​ເກືອບ 4 ປີ, ​ແລະພັກ PPP, ມີ​ສະມາຊິກ 16 ຄົນ ​ແລະ 11 ຄົນ ຕາມ​ລຳດັບ​ໃນ​ຄະນະ​ລັດຖະບານ​. ສ່ວນທີ່ເຫຼືອແມ່ນຕົວແທນຂອງ​ຄູ່​ຮ່ວມ​ງານທີ່ນ້ອຍກວ່າ​ ໃນ​ຄະ​ນະລັດ​ຖະ​ບານ​ປະ​ສົມ.

​ທ່ານ​ຄານ, ອາຍຸ 69 ປີ, ອະດີດນັກ​ກິ​ລາຄ​ຣິກ​ເກັດ (cricket) ​ດາວ​ເດັ່ນ ໄດ້ເສຍ​ໄຊ​ໃນ​ການຍື່ນ​ຂໍ້​ຄັດ​ຄ້ານ​ຕໍ່​ຜົນ​ລົງ​ຄະ​ແນນ​ສຽງບໍ່ໄວ້​ວາງ​ໃຈ ຫຼັງຈາກ ສະ ມາຊິກສະພາຊາວ​ປາຍ​ຄົນ ຈາກພັກເທ​ຣີກ-ອີ-ອິນ​ຊັ​ຟ (Tehreek-e-Insaf) ຂອງປາກິສຖານ ຫລື​ພັກຂະ​ບວນ​ການຍຸຕິທໍາ ໄດ້​ແປ​ພັກ ແລະພັນ ທະມິດໄດ້ ພາ​ກັນ​ອອກ​ຈາກລັດຖະບານປະສົມຂອງທ່ານ ໄປກ່ອນໜ້າ​ຈະ​ມີການລົງຄະ ແນນສຽງໃນວັນທີ 10 ເມສາຜ່ານ​ມາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ໄດ້ທຳ​ການ​ໂຮມ​ຊຸມ​ນຸມຂອງ​ສາ​ທາ​ລະ​ນະຊົນ​ຂະ​ໜາດ​ໃຫຍ່ຢູ່ຫລາຍ​ບ່ອນ​ໃນ​ປາ​ກິ​ສ​ຖານ ເພື່ອ​ສະ​ແດງ​ອຳ​ນາດ ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໄວກ່ອນ​ກຳ​ນົດ.

ທ່ານຄານກ່າວ​ຫາ​ສະຫະລັດ​ວ່າ​ ໄດ້​ສົມ​ຮູ້​ຮ່ວມ​ຄິດ ​ກັບ​ຄູ່​ແຂ່ງ​ທາງ​ການ​ເມືອງ​ຂອງ​ທ່ານ​ເພື່ອ​ປົດ​ທ່ານ​ອອກ​ຈາກ​ອຳນາດ ຍ້ອນໄດ້​ໄປ​ຢ້ຽມຢາມຣັດ​ເຊຍ ​ແລະ​ຊັກ​ຊວນ​ໃຫ້​ມີ "ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ເປັນ​ອິດ​ສະ​ຫລະ" ສຳລັບ​ປາ​ກິ​ສ ຖານ.

ວໍ​ຊິງ​ຕັນ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ​ດັ່ງກ່າວ​ ໂດຍ​ເວົ້າວ່າ ມັນ​ບໍ່​ເປັນ​ຄວາມ​ຈິງ ແລະ​ພັກ​ຝ່າຍ​ຄ້ານ​ຂອງ​ປາ​ກິ​ສຖານ ກໍ​ເວົ້າ​ເຊັ່ນ​ນັ້ນ​ຄື​ກັນ. ນັບ​ຕັ້ງ​ແຕ່ໄດ້​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ອາ​ທິດ​ຜ່ານ​ມາ, ທ່ານຊາ​ຣີ​ຟໄດ້​ປະ​ຕິ​ເສດຕໍ່ການ​ກ່າວ​ຫາ​ຂອງທ່ານ​ຄານ ໂດຍ​ເວົ້າ​ວ່າມັນ​ເປັນ​ການຂີ້​ຕົວະທັງ​ນັ້ນ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສັນ​ຍາ​ວ່າ​ຈະໃຫ້ມີ​ການ​ສືບ​ສວນກ່ຽວ​ກັບ​ເລື້ອງນີ້​ກໍ​ຕາມ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG