ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ພາ​ປາ​ກິ​ສ​ຖານ ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ຕອນ​ ພວກ​ທຳ​ການ​ຂົ່ມ​ຂືນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຈາກ​ພັກ​ສາ​ສະ​ໜາ ຈາ​ມາ​ອັດ ອີ ອິ​ສ​ລາ​ມີ ຖື​ປ້າຍ ປະ​ນາມ​ການ​ຂົ່ມ​ຂືນ​ໝູ່ ທີ່​ເກີດ​ຂຶ້ນ​ຢູ່​ທາງ​ຫຼວງ​ສາຍ​ນຶ່ງ ແລະ​ປະ​ນາມ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ​ເດັກ​ຍິງ ໃນ​ການ​ປະ​ທ້ວງ​ຢູ່​ກາ​ຣາ​ຈີ ເມື່​ອ​ວັນ​ທີ 11 ກັນ​ຍາ 2020.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຈາກ​ພັກ​ສາ​ສະ​ໜາ ຈາ​ມາ​ອັດ ອີ ອິ​ສ​ລາ​ມີ ຖື​ປ້າຍ ປະ​ນາມ​ການ​ຂົ່ມ​ຂືນ​ໝູ່ ທີ່​ເກີດ​ຂຶ້ນ​ຢູ່​ທາງ​ຫຼວງ​ສາຍ​ນຶ່ງ ແລະ​ປະ​ນາມ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ​ເດັກ​ຍິງ ໃນ​ການ​ປະ​ທ້ວງ​ຢູ່​ກາ​ຣາ​ຈີ ເມື່​ອ​ວັນ​ທີ 11 ກັນ​ຍາ 2020.

ບັນດາສະມາຊິກສະພາໃນປາກິສຖານ ໄດ້ອະນຸມັດຮ່າງກົດໝາຍຕໍ່ຕ້ານການຂົ່ມ ຂືນສະບັບໃໝ່ ໃນວັນພຸດວານນີ້ ທີ່ຈະອະນຸຍາດໃຫ້ມີການຕັດສິນຄະດີ ແລະລົງໂທດໜັກທີ່ສຸດໄດ້ຢ່າງວ່ອງໄວ ລວມເຖິງການໃຊ້ສານເຄມີເພື່ອຕອນໜ່ວຍອັນທະສຳລັບພວກຜູ້ຂົ່ມຂືນ.

ກົດໝາຍສະບັບດັ່ງກ່າວ ເປັນການຕອບສະໜອງສຽງຮ້ອງໂວຍວາຍຂອງມະຫາ ຊົນຕໍ່ເຫດການທີ່ເພີ້ມຂຶ້ນນັບມື້ເມື່ອບໍ່ດົນມານີ້ຂອງການຂົ່ມຂືນພວກແມ່ຍິງແລະເດັກນ້ອຍຢູ່ໃນປະເທດ ແລະການຮຽກຮ້ອງທີ່ເພີ້ມຂຶ້ນເລື້ອຍໆໃຫ້ຈັດການອາຊະຍາກຳດັ່ງກ່າວຢ່າງມີປະສິດທິຜົນ.

ລັດຖະບານ ຈະຕ້ອງໄດ້ຈັດຕັ້ງສານພິເສດຂຶ້ນມາໃນທົ່ວປາກິສຖານ ເພື່ອເລັ່ງດຳເນີນຄະດີຂອງພວກຜູ້ຕ້ອງສົງໄສທຳການຂົ່ມຂືນ ແລະຕັດສິນຄະດີການລ່ວງລະເມີດທາງເພດ “ຢ່າງຮີບດ່ວນ ດີແທ້ແມ່ນໃຫ້ແລ້ວພາຍໃນສີ່ເດືອນ.”

ພາຍໃຕ້ກົດສະບັບໃໝ່ນີ້ ການລົງທະບຽນພວກຜູ້ກະທຳຜິດທາງເພດ ຍັງຈະຕ້ອງໄດ້ເກັບກຳໄວ້ໂດຍການຊ່ອຍເຫຼືອຂອງສຳນັກງານຂຶ້ນທະບຽນແລະຖານຂໍ້ມູນແຫ່ງຊາດ. ຕົວຕົນຂອງພວກຜູ້ເຄາະຮ້າຍຈະຖືກປົກປ້ອງແລະ “ໜ່ວຍສະ ເພາະກິດພິເສດຕໍ່ຕ້ານການຂົ່ມຂືນ” ຈະຖືກຈັດຕັ້ງຂຶ້ນເພື່ອດຳເນີນການກວດທາງການແພດພວກຜູ້ເຄາະຮ້າຍພາຍໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກອາຊະກຳເກີດຂຶ້ນ.

ຈຳພວກທີ່ໄດ້ຖືກພົບເຫັນວ່າຜິດໃນການຂົ່ມຂື່ນໝູ່ຈະຖືກຕັດສິນລົງໂທດປະຫານຊີວິດ ຫຼື ຂັງຄຸກຕະຫຼອດຊີວິດທີ່ຍັງເຫຼືອຂອງພວກເຂົາ ແລະພວກທີ່ກະທຳຊ້ຳແລ້ວຊຳອີກອາດຈະຖືກລົງໂທດດ້ວຍການໃຊ້ສານເຄມີ ເພື່ອຕອນໜ່ວຍອັນທະ.

ພວກນັກວິຈານ ກ່າວວ່າ ຄະດີຂອງການທຳຮ້າຍທາງເພດຫຼືຂົ່ມຂືນ ໄດ້ຮັບຜົນໃນການຕັດສິນວ່າມີຄວາມຜິດ ໜ້ອຍກວ່າ 4 ເປີເຊັນຢູ່ໃນປາກິສຖານ.

ສ່ວນບັນດານັກເຄື່ອນໄຫວເພື່ອສິດທິ ໄດ້ມີຄວາມຍິນດີນຳກົດໝາຍສະບັບໃໝ່ດັ່ງກ່າວ ແຕ່ໄດ້ເນັ້ນໜັກເຖິງຄວາມຈຳເປັນໃຫ້ປັບປຸງການປະຕິບັດງານຂອງຕຳຫຼວດແລະການດຳເນີນຄະດີເພື່ອຮັບປະກັນຄວາມຍຸຕິທຳໃຫ້ແກ່ພວກຜູ້ເຄາະຮ້າຍຂອງຄວາມຮຸນແຮງທາງເພດ.

ບັນດານັກວິຊາການດ້ານກົດໝາຍ ກ່າວວ່າ ຄະດີຂົ່ມຂືນທັງຫຼາຍໃນປາກິສຖານໃຊ້ເວລາໃນການດຳເນີນຄະດີຫຼາຍປີ ແລະພວກຜູ້ຂົ່ມຂືນສ່ວນຫຼາຍຈະຫລົບໜີການຖືກລົງໂທດຍ້ອນອິດທິພົນທາງການເມືອງເຮັດໃຫ້ການສືບສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດມີຄວາມຜິດພາດ. ຍິ່ງໄປກວ່ານັ້ນ ມີການສໍ້ໂກງເກີດຂຶ້ນຢ່າງແຜ່ຫຼາຍຢູ່ໃນສານຊັ້ນຕົ້ນ ທີຍັງສາມາດຊ່ອຍພວກຜູ້ຂົ່ມຂືນ ໃນການສະ ແຫວງຫາການຕັດສິນ ທີ່ເອື້ອອຳນວຍແກ່ພວກເຂົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG