ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປາກິສຖານເວົ້າວ່າ ຈະບໍ່ມີຖານທັບ ສະຫະລັດ ເພື່ອປະຕິບັດງານ ໃນອັຟການິສຖານ ຕໍ່ໄປອີກແລ້ວ


ທະຫານປາກິສຖານຢືນຍາມຢູ່ດ່ານຊາຍແດນໃນເມືອງ Khwazakhela, ໃນຮ່ອມພູສວາດ ທາງພາກຕາເວັນຕົກສຽງເໜືອຂອງປາສິກຖານ ຊຶ່ງເປັນບ່ອນຕັ້ງຄ້າຍທະຫານຫລາຍຄ້າຍຂອງປະເທດດັ່ງກ່າວ (ພາບຖ່າຍວັນທີ 4 ກຸມພາ, 2014)
ທະຫານປາກິສຖານຢືນຍາມຢູ່ດ່ານຊາຍແດນໃນເມືອງ Khwazakhela, ໃນຮ່ອມພູສວາດ ທາງພາກຕາເວັນຕົກສຽງເໜືອຂອງປາສິກຖານ ຊຶ່ງເປັນບ່ອນຕັ້ງຄ້າຍທະຫານຫລາຍຄ້າຍຂອງປະເທດດັ່ງກ່າວ (ພາບຖ່າຍວັນທີ 4 ກຸມພາ, 2014)

ໃນວັນອັງຄານວານນີ້ ປາກິສຖານໄດ້ປະຕິເສດຕໍ່ຄວາມເປັນໄປໄດ້ທີ່ວ່າ ຕົນຈະສະໜອງບ່ອນຕັ້ງຖານທັບໃຫ້ແກ່ສະຫະລັດ ເພື່ອປະຕິບັດງານຕ້ານການກໍ່ການຮ້າຍ ຢູ່ໃນອັຟການິສຖານ ໃນອະນາຄົດ ພາຍຫລັງທີ່ທະຫານສະຫະລັດ ຖອນອອກຈາກປະເທດເພື່ອນບ້ານ ທີ່ຖືກທໍາລາຍຍ້ອນຄວາມຂັດແຍ້ງກັນນັ້ນ ໄປໃນວັນທີ 11 ກັນຍານີ້ແລ້ວ.

ລັດຖະມົນຕີການຕ່າງປະເທດ, ທ່ານຊາ ເມມູດ ຄູເຣສຊີ (Shah Mehmood Qureshi) ໄດ້ໃຫ້ຄວາມເຫັນ ຕໍ່ບັນດານັກຂ່າວຢູ່ນະຄອນຫຼວງອິສລາມາບັດ ໂດຍໄດ້ອະທິບາຍວ່າ ລັດຖະບານຂອງທ່ານໄດ້ຮັບຮອງເອົານະໂຍບາຍທີ່ອະນຸ ຍາດໃຫ້ຕົນກາຍເປັນ "ພຽງແຕ່ຄູ່ຮ່ວມມືໃນສັນຕິພາບ" ແລະຈະບໍ່ເຂົ້າຮ່ວມສົງຄາມໃດໆ ຂອງສະຫະລັດ ໃນອະນາຄົດ.

ເມື່ອຖືກຖາມວ່າລັດຖະບານຂອງທ່ານຕົກຢູ່ພາຍໃຕ້ຄວາມກົດດັນທີ່ຈະມອບຖານທັບໃຫ້ສະຫະລັດ ຫລືບໍ່ນັ້ນ ທ່ານຄູເຣສຊີຕອບວ່າ “ບໍ່ເດີ້ທ່ານ, ພວກເຮົາບໍ່ ໄດ້ ມີເຈດຕະນາ ທີ່ຈະອະນຸຍາດໃຫ້ມີກໍາລັງທະຫານຢູ່ພື້ນດິນ ແລະບໍ່ໃຫ້ມີຖານທັບ ຂອງ (ສະຫະລັດ) ມາປະຈໍາຢູ່ປາກິສຖານ ອີກຕໍ່ໄປໄດ້ແລ້ວ.”

ຄະນະລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ຍອມຮັບວ່າ ຕົນກຳລັງເຈລະ ຈາກັບປະເທດເພື່ອນບ້ານຂອງອັຟການິສຖານໃນຂົງເຂດເອເຊຍກາງ ເພື່ອກວດກາເບິ່ງບ່ອນທີ່ຕົນສາມາດຈັດເອົາທະຫານໄປໄວ້ຢູ່ຫັ້ນໃໝ່ ເພື່ອປ້ອງກັນບໍ່ໃຫ້ປະເທດທີ່ບໍ່ມີຊາຍແດນຕິດກັບທະເລແຫ່ງນັ້ນ ກາຍມາເປັນຖານທັບສຳລັບກຸ່ມກໍ່ການຮ້າຍຕ່າງໆ ເຊັ່ນກຸ່ມ ອາລ-ຄາຍດາ (al-Qaida).

ແຕ່ເຈົ້າໜ້າທີ່ສະຫະລັດກໍບໍ່ໄດ້ລະບຸຊື່ປາກິສຖານ ເຊິ່ງມີຊາຍແດນຕິດກັບອັຟການິສຖານທີ່ມີຄວາມຍາວເກືອບຮອດ 2,600 ກິໂລແມັດນັ້ນ, ທັງບໍ່ໄດ້ໃຫ້ຄຳເຫັນຕໍ່ການຄາດເດົາຂອງສື່ມວນຊົນທີ່ເວົ້າວ່າ ຫົວຂໍ້ຂອງຖານທັບດັ່ງກ່າວ ອາດຈະຢູ່ພາຍໃຕ້ການສົນທະນາກັນແບບສອງຝ່າຍອີກດ້ວຍ.

ທ່ານ ຄູເຣສຊີ (Qureshi) ໃຫ້ຂໍ້ສັງເກດວ່າ ປາກິສຖານຍັງໄດ້ໃຊ້ອຳນາດຕໍ່ ລອງຂອງຕົນຢ່າງຕໍ່ເນື່ອງກັບກຸ່ມຕາລີບານ ທີ່ກຳລັງກໍ່ການກະບົດຢ່າງຮ້າຍແຮງ ຕໍ່ຕ້ານລັດຖະບານອັຟການິສຖານທີ່ສະໜັບສະໜູນໂດຍສະຫະລັດ, ເພື່ອຊຸກຍູ້ໃຫ້ພວກເຂົາເຈົ້າຍຸຕິການປຸກລະດົມໃຫ້ກໍ່ຄວາມຮຸນແຮງ ແລະໃຫ້ເຈລະຈາການແກ້ໄຂບັນຫາໂດຍທາງການເມືອງ ກັບຄູ່ສັດຕູອັຟການິສຖານ.

ລັດຖະມົນຕີການຕ່າງປະເທດກ່າວອີກວ່າ "ພວກເຮົາຮູ້ສຶກວ່າ" ການເຂົ້າຮ່ວມ ຂອງກຸ່ມຕາລີບານໃນຂະບວນການສັນຕິພາບອັຟການິສຖານຈະນໍາມາ ແລະເຮັດໃຫ້ "ມີຄວາມເຄົາລົບ ແລະຄວາມຮັບຮູ້ຂອງສາກົນ" ທີ່ກຸ່ມດັ່ງກ່າວຕ້ອງ ການເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG