ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Musharraf ຖືກຟ້ອງ ວ່າພົວພັນ ການຄາດຕະກຳ ຜູ້ນຳຝ່າຍຄ້ານ (ວີດີໂອ)


ອະດີດ​ຜູ້​ນຳທະ​ຫານ ທ່ານ Pervez Musharraf ຖືກຟ້ອງ ໃນ​ຖານພົວພັນ​ກັບການ​ຄາດ​ຕະກໍາ ​ ​ທ່ານນາງ Banazir Bhutto ໃນ​ປີ 2007.
ອະດີດ​ຜູ້​ນຳທະ​ຫານ ທ່ານ Pervez Musharraf ຖືກຟ້ອງ ໃນ​ຖານພົວພັນ​ກັບການ​ຄາດ​ຕະກໍາ ​ ​ທ່ານນາງ Banazir Bhutto ໃນ​ປີ 2007.
ສານ​ແຫ່ງ​ນຶ່ງ​ໃນປາ​ກິ​ສຖານ ​ໄດ້​ຟ້ອງອະດີດ​ຜູ້​ນຳທະ​ຫານທີ່
​ເຄີຍປົກຄອງ​ປະ​ເທດ​ມາ​ກ່ອນ ​ທ່ານ Pervez Musharraf
​ໃນ​ຖານພົວພັນ​ ກັບການ​ຄາດ​ຕະກໍາ ​ໃນ​ປີ 2007 ​ທ່ານນາງ
Banazir Bhutto ​ຜູ້ນໍາ​ພັກຝ່າຍ​ຄ້ານ ພ້ອມທັງ​ເປັນ​ອະດີດ
ນາຍົກລັດຖະມົນຕີ ຂອງ​ປະ​ເທດ​ນຳ​ດ້ວຍ.

ໃນ​ວັນ​ອັງຄານ​ມື້​ນີ້ສານທີ່​ນະຄອນຣາວັນ​ປິນດີໄດ້​ຟ້ອງທ່ານ
Musharraf ​ໃນຂໍ້​ຫາຄາດ​ຕະກໍາ ມີ​ຄວາມ​ຜິດ​ໃນ​ການ​ສົມຮູ້​
ຮ່ວມ​ຄິດແລະເປັນ​ຜູ້​ອຳນວຍ​ຄວາມ​ສະດວກ ​ໃນ​ການຄາດ
ຕະກໍາ. ບັນດາ​ໄອ​ຍະ​ການກ່າວ​ວ່າ ທ່ານ Musharraf ​ທີ່ເປັນ
ປະທານາທິບໍດີ ​ໃນ​ເວລາ​ນັ້ນ ບໍ່​ສາມາດ​ໃຫ້​ການຄວາມ​ຄຸ້ມ
ກັນຢ່າງ​ເໝາະ ສົມ​ ແກ່ທ່ານນາງ Bhutto ຈາກ​ການ​ໂຈມຕີ
ຢູ່​ບ່ອນ​ໂຄສະນາ​ທາງ​ການ​ເມືອງ​ທີ່ນະຄອນ Rawalpindi ຊຶ່ງ​ທ່ານ​ນາງ​ໄດ້​ເສຍ​ຊີວິດ ຫລັງໄດ້​ຖືກ​ຍິງ​ແລະ​ໂຈມ​ຕີ​ດ້ວຍ​ລະ​ເບີດ.

ທ່ານ Musharraf ​ໄດ້​ປະຕິ​ເສດ​ໃນ​ການ​ກ່າວ​ຫາຕໍ່ທ່ານ ​ແລະ​ຄະ​ດີນີ້​ໄດ້​ເລື່ອນໄປ​ໃສ່​ວັນ​ທີ 27 ​ເດືອນສິງຫາ.

ນີ້​ເປັນ​ຄັ້ງ​ທໍາ​ອິດ​ໃນ​ປະຫວັດສາດປາ​ກິ​ສຖານທີ່​ອະດີດ​ຜູ້​ບັນຊາ​ການທະຫານໄດ້ ​ຖືກ​ກ່າວ​ຫາ​ວ່າ ​ກະທໍາຄວາມ​ຜິດຮ້າຍ​ແຮງ. ມີການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຂັດ ​ຢູ່​ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ສານ ​ໃນ​ວັນ​ອັງຄານມື້​ນີ້.

ທ່ານ Musharraf ​ໄດ້​ກັບ​ຄືນໄປປາ​ກິ​ສຖານ ​ໃນ​ຕົ້ນ​ປີ​ນີ້ ຫລັງ​ຈາກໄດ້​ລາ​ອອກ​ຢ່າງ​ອັບອາຍ ​ໃນ​ປີ 2008 ​ແລະ​ໄດ້​ໃຊ້​ເວລາເກືອບສີ່​ປີ ​ລີ້​ໄພຢູ່​ໃນ​ຕ່າງປະ​ເທດ. ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ ​ໃນ​ເວລາ​ເດີນທາງ​ກັບ​ຄືນ​ປະ​ເທດວ່າ ຈະ​ລົງ​ສະໝັກ ເລື​ອກຕັ້ງ​ເອົາ​ຕໍາ​ແໜ່​ງທາງ​ການ​ເມືອງ​ ​ແຕ່​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດແລະ​ປັດ​ຈຸ​ບັນ​ນີ້​ກໍາລັງ​ປະ​ເຊິ​ນໜ້າກັບການ​ຕໍ່ສູ້​ທາງ​ກົດໝາຍໃນ​ຫຼາຍໆ​ຄະດີ.

Pakistan
please wait
Embed

No media source currently available

0:00 0:00:59 0:00

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG