ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ເປັນຜູ້ໄກ່ເກ່ຍ ໃຫ້ ຊາອຸດີ ອາຣາເບຍ ແລະ ອີຣ່ານ ຍຸຕິສົງຄາມ ໃນ ເຢເມັນ


ນາຍົກລັດຖະມົນຕີ ຂອງປາກິສຖານ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກອງປະຊຸມສຸດຍອດ ເພື່ອການລົງທຶນ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 23 ຕຸລາ 2018.
ນາຍົກລັດຖະມົນຕີ ຂອງປາກິສຖານ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກອງປະຊຸມສຸດຍອດ ເພື່ອການລົງທຶນ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 23 ຕຸລາ 2018.

ປາກິສຖານ ກຳລັງທຳການໄກ່ເກ່ຍ ລະຫວ່າງ ອີຣ່ານ ແລະ ຊາອຸດີ ອາຣາເບຍ ໃນ
ຄວາມພະຍາຍາມ ທີ່ຈະຍຸຕິສົງຄາມໃນເຢເມັນ ອີງຕາມ ນາຍົກລັດຖະມົນຕີ ອິມຣານ
ຄານ ໃນການກ່າວຄຳປາໄສທາງໂທລະພາບ ໃນແລງວັນພຸດວານນີ້.

ທ່ານ ອິມຣານ ຄານ ໄດ້ກ່າວວ່າ “ພວກເຮົາກຳລັງເປັນຜູ້​ຊັກ​ຊວນ ໃຫ້ທັງສອງປະເທດ
ຍຸຕິສົງຄາມ.”

ແນວຄິດຂອງປາກິສຖານ ເພື່ອ​ຊ່ວຍໄກ່ເກ່ຍນັ້ນ ທຳອິດແມ່ນໄດ້ນຳສະເໜີ​ໂດຍ ໂດຍ
ທ່ານ ຄານ ໃນການເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ຊາອຸດີ ບໍ່ດົນ ຫຼັງຈາກ
ການເລືອກຕັ້ງເປັນນາຍົກລັດຖະມົນຕີຂອງທ່ານ ອີງຕາມ ທ່ານຟາວາດ ຊາວດຣີ
ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ຂອງປາກິສຖານ.

ທ່ານຊາວດຣີ ໄດ້ກ່າວວ່າ “ນັບຕັ້ງແຕ່ນັ້ນມາ ປາກິສຖານ ໄດ້ດຳເນີນ ຂັ້ນຕອນທີ​
ສອງ”
ທ່ານກ່າວຕື່ມວ່າ “ພວກເຮົາໄດ້ຕິດຕໍ່ກັບທຸກໆຝ່າຍ ທີີ່ມີສ່ວນໄດ້ສ່ວນເສຍ
ຢູ່​ໃນບັນຫາຂັດແຍ້ງ ດັ່ງກ່າວ.”

ບັນຫາຂັດແຍ້ງໃນເຢເມັນ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 2014 ເວລາກຸ່ມຮູຕີ ທີ່ເປັນ ພວກທະ
ຫານບ້ານຊາວຊີໄອ ເຊິ່ງໄດ້ຮັບການໜຸນຫຼັງໂດຍອີຣ່ານ ໄດ້ເຂົ້າຍຶດ ເອົາຫຼາຍເຂດ
ຂອງປະເທດ​ ທີ່ລວມທັງນະຄອນຫຼວງ ຈາກລັດຖະບານທີ່ກຳອຳ ນາດຢູ່ໃນເວລານັ້ນ
ເຊິ່ງໄດ້ຮັບການໜຸນຫຼັງ ໂດຍ ຊາອຸດີ ອາຣາເບຍ. ຣາຊະອານາຈັກ ຊາອຸດີ ໄດ້ກໍ່ຕັ້ງ
ກຸ່ມພັນທະມິດ ກັບປະເທດອາຣັບ ແລະໄດ້ເລີ້ມຕົ້ນ ຖິ້ມລະເບີດໃສ່ກຸ່ມຮູຕີ.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ, ອ້ອມລ້ອມໂດຍ ບັນດາຜູ້ຕາງໜ້າ ຂອງປະເທດເຈົ້າພາບ ແລະຜູ້ເຂົ້າຮ່ວມຄົນອື່ນໆ, ເຂົ້າຮ່ວມໃນກອງປະຊຸມເພື່ອການລົງທຶນ ໃນນະຄອນຫຼວງ ຣີຢາດ ຂອງ ຊາອຸດີ ອາຣາເບຍ, ວັນທີ 23 ຕຸລາ 2018.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ, ອ້ອມລ້ອມໂດຍ ບັນດາຜູ້ຕາງໜ້າ ຂອງປະເທດເຈົ້າພາບ ແລະຜູ້ເຂົ້າຮ່ວມຄົນອື່ນໆ, ເຂົ້າຮ່ວມໃນກອງປະຊຸມເພື່ອການລົງທຶນ ໃນນະຄອນຫຼວງ ຣີຢາດ ຂອງ ຊາອຸດີ ອາຣາເບຍ, ວັນທີ 23 ຕຸລາ 2018.

ເຢເມັນ ໄດ້ຕົກຢູ່ໃນພາວະສົງຄາມ ຕັ້ງແຕ່ນັ້ນມາ ເຊິ່ງໄດ້ທຳລາຍພື້ນຖານ ໂຄງລ່າງ
ແລະ ໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານຄົນ ຍົກຍ້າຍອອກຈາກພື້ນທີ່. ອົງການ ສະຫະ
ປະຊາຊາດ ເມື່ອບໍ່ນານມານີ້ ໄດ້ເຕືອນວ່າ ປະເທດນີ້ ຈະມີຄວາມສຽງຕໍ່ໄພອຶດຢາກ
ທີ່ເປັນໄປໄດ້ສູງວ່າ ຈະກໍ່ໃຫ້ເກີດມີ “ການສູນເສຍ ຊີວິດຂະໜາດໃຫຍ່.”

ຫົວໜ້າຮັບຜິດຊອບດ້ານມະນຸດສະທຳ ຂອງອົງການສະຫະປະຊາຊາດ ທ່ານ ມາກ
ໂລຄັອກ ໄດ້ກ່າວວ່າ ເຄິ່ງນຶ່ງຂອງປະເທດ ໃນໄວໆນີ້ ຈະຕ້ອງກາງຕໍ່ ການຊ່ອຍເຫຼືອ
ໃນດ້ານອາຫານຈາກພາຍນອກ.

ການ​ໄກ່​ເກ່ຍ ໃນການເຈລະຈາສັນຕິພາບ ​ຂອງອົງການ ສະຫະປະຊາຊາດ ເມື່ອບໍ່
ດົນມານີ້ ໄດ້ແຕກຫັກລົງ. ທູດພິເສດຂອງສະຫະປະຊາຊາດປະຈຳເຢ ເມັນ ທ່ານ
ມາຣຕິນ ກຣິຟຟິຕສ໌ ໄດ້ພະຍາຍາມ ທີ່ຈະລິເລີ້ມ ​ຂັ້ນ​ຕອນສັນ ຕິພາບຄືນອີກເທື່ອນຶ່ງ.

ທ່ານ ຄານ ຜູ້ທີີ່ກັບຄືນໄປປະເທດເມື່ອບໍ່ດົນມານີ້ ຫຼັງຈາກທີ່ໄດ້ໄປເຂົ້າຮ່ວມ ໃນກອງ
ປະຊຸມການລົງທຶນ ໃນ ຊາອຸດີ ອາຣາເບຍ ໄລຍະສາມວັນ ທີ່ມີຊື່ຫຼິ້ນ ວ່າ ດາໂວສ ໃນ
ທະເລຊາຍ ນັ້ນ ກໍໄດ້ຖືກຕ້ອງຕິໂດຍບາງຄົນ ໃນການໄປ ຮ່ວມກອງປະຊຸມ ໃນເວລາ
ທີ່ຫຼາຍໆຄົນໃນໂລກ ບໍ່ໄດ້ເດີນທາງໄປຮ່ວມ ຫຼັງຈາກມີເລື້ອງນອງນັນ ກ່ຽວກັບການ
ຫາຍຕົວໄປ ແລະການສັງຫານ ນັກຂ່າວ ຊາວຊາອຸດີ ແລະນັກຂຽນບົດຄວາມໃຫ້ແກ່
ໜັງສືພິມ ວໍຊິງຕັນ ໂພສຕ໌ ທ່ານ ຈາມາລ ຄາຊອກກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG