ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປາກິສຖານ ອະນຸຍາດໃຫ້ ອິນເດຍ ເຂົ້າຫາ ຜູ້ຖືກກ່າວຫາວ່າ ເປັນສາຍລັບຂອງ ອິນເດຍ


ບັນດານັກຂ່າວ ເບິ່ງພາບຖ່າຍ ຂອງທ່ານຄູລບູຊານ ຈາດັບ (Kulbhushan Jadhav) ສັນຊາດອິນເດຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 29 ມີນາ 2016.
ບັນດານັກຂ່າວ ເບິ່ງພາບຖ່າຍ ຂອງທ່ານຄູລບູຊານ ຈາດັບ (Kulbhushan Jadhav) ສັນຊາດອິນເດຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 29 ມີນາ 2016.

ປາກິສຖານ ກ່າວວ່າ ຕົນກຳລັງອະນຸຍາດ ໃຫ້ເຈົ້າໜ້າທີ່ກົງສຸນ ເຂົ້າຫາຜູ້ຖືກກ່າວຫາ
ວ່າ ເປັນສາpລັບຂອງອິນເດຍ ຊຶ່ງຜູ້ກ່ຽວລໍຖ້າການລົງໂທດ ປະຫານຊີວິດຢູ່.

ກະຊວງການຕ່າງປະເທດ ຂອງປາກິສຖານ ໄດ້ນຳເອົາຂໍ້ຄວາມລົງທວີດເຕີ້ວ່າ “ການ
ໃຫ້ກົງສຸນເຂົ້າຫາ ຜູ້ບັນຊາການສາຍລັບຂອງອິນເດຍ ຄູລບູຊານ ຈາດັບ ຜູ້ຮັບໃຊ້ເປັນ
ນາຍທະຫານກອງທັບເຮືອອິນເດຍ ແລະເປັນສາຍລັບຂອງໜ່ວຍ RAW ແມ່ນໄດ້
ກຳນົດໃຫ້ ໃນວັນຈັນ ທີ 2 ກັນຍາ 2019” ຊຶ່ງ ຄຳຫຍໍ້ RAW ແມ່ນມາຈາກ Research
and Analysis Wing, ໜ່ວຍງານການຄົ້ນຄວ້າແລະການວິເຄາະ ທີ່ເປັນອົງການ
ສືບລັບຂອງອິນເດຍ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານອິນເດຍ ຜູ້ທີ່ໄດ້ຢືນຢັນ ການພົບປະດັ່ງກ່າວ ໄດ້
ກ່າວຕໍ່ອົງການຂ່າວຝຣັ່ງ ຫຼື AFP ວ່າ ນິວແດລີ ຫວັງວ່າ “ປາກິສຖານ ຈະຮັບປະກັນ
ບັນຍາກາດຂອງຄວາມຖືກຕ້ອງ ເພື່ອວ່າ ການພົບປະນັ້ນ ເປັນອິສະລະ ທ່ຽງທຳ ແລະ
ມີຄວາມໝາຍທີ່ດີ....”

ທ່ານຈາດັບ ໄດ້ຖືກຈັບກຸມ ໃນເດືອນມີນາ ປີ 2016 ໃນການເຂົ້າໄປໃນປາກິສຖານ
ຈາກປະເທດອີຣ່ານ ທີ່ເປັນເພື່ອນບ້ານ ໂດຍໃຊ້ໜັງສືເດີນທາງປອມ.

ສານທະຫານ ຕໍ່ມາ ໄດ້ດຳເນີນຄະດີ ແລະຕັດສິນໃຫ້ປະຫານຊີວິດ ຜູ້ກ່ຽວ ໃນເດືອນ
ເມສາ ປີ 2017 ໂດຍການພົບເຫັນວ່າ ຜູ້ກ່ຽວມີຄວາມຜິດ ຖານສອດແນມ ແລະ
ປະຕິບັດການກຸ່ມເຄືອຂ່າຍກໍ່ການຮ້າຍ ຢູ່ໃນປາກິສຖານ.

ອິນເດຍກ່າວວ່າ ທ່ານຈາດັບ ເປັນອະດີດນາຍທະຫານກອງທັບເຮືອ ແລະປະຕິເສດ
ຕໍ່ຂໍ້ກ່າວຫາຕ່າງໆຕໍ່ທ່ານນັ້ນ ບໍ່ມີມູນຄວາມຈິງ ໂດຍກ່າວວ່າ ຜູ້ກ່ຽວບໍ່ໄດ້ມີສ່ວນກ່ຽວ
ຂ້ອງໃດໆເລີຍ ກັບລັດຖະບານ.

ບັນດາເຈົ້າໜ້າທີີ່ຂອງປາກິສຖານ ໄດ້ກ່າວວ່າ ທ້າວຈາດັບ ໄດ້ຮັບສາລະພາບຕໍ່ໜ້າ
ສານທະຫານຂອງປະເທດ ວ່າ ລາວຖືກມອບໝາຍງານ ໂດຍອົງການສືບລັບ ຂອງ ອິນເດຍເພື່ອໃຫ້ “ວາງແຜນ ປະສານງານ ແລະຈັດຕັ້ງການສອດແນມ ກໍ່ການຮ້າຍ
ແລະເຄື່ອນໄຫວກໍ່ວິນາດສະກຳ” ຕໍ່ປາກິສຖານ.

ນິວແດລີ ໄດ້ຂໍຮ້ອງຕໍ່ອົງການເພື່ອຄວາມຍຸຕິທຳສາກົນ ໃຫ້ຢຸດຢັ້ງອິສລາມາບັດ ບໍ່ໃຫ້
ປະຫານຊີວິດ ທ່ານຈາດັບ ໂດຍໂຕ້ແຍ້ງວ່າ ຜູ້ກ່ຽວໄດ້ຖືກປະຕິເສດ ການຊ່ອຍເຫຼືອ
ດ້ານການທູດ ໃນລະຫວ່າງ ອັນທີ່ອິນເດຍເອີ້ນວ່າ “ການດຳເນີນຄະດີທີ່ບໍ່ຍຸຕິທຳ.”

ອິສລາມາບັດ ໄດ້ປົກປ້ອງຈຸດຍືນຂອງຕົນ ກ່ຽວກັບການບໍ່ອະນຸຍາດໃຫ້ທາງການທູດ
ເຂົ້າຫາທ່ານຈາດັບ ໂດຍກ່າວວ່າ ຜູ້ກ່ຽວເປັນນາຍທະຫານເຮືອຂອງກອງທັບເຮືອອິນ
ແລະໄດ້ຮັບສາລະພາບຕໍ່ອາຊະຍາກຳຕ່າງໆຂອງຕົນ ຕໍ່ໜ້າ “ອຳນາດການປົກຄອງ
ທີ່ມີຄວາມສາມາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG